ການບຳບັດໃຕ້ນ້ຳ

Woman recovering from an injury doing hydrotherapy

ຄົນໄດ້ຮັບບາດເຈັບທາງສມອງ ກຳລັງທຳການບຳບັດໃນສະລອຍນ້ຳ. Credit: Hispanolistic/Getty Images

ການທົດລອງ ເພື່ອຊ່ວຍໃຫ້ຄົນຟື້ນໂຕ ຈາກການບາດເຈັບ ທີ່ສມອງ ແລະກະດູກສັນຫຼັງ ໂດຍການອອກກໍາລັງກາຍ ໃຕ້ນ້ຳ. ເຖິງແມ່ນວ່າ ການທົດລອງຈະສະແດງຄວາມເພິ່ງພໍໃຈ ສໍາລັບຄົນເຈັບ ແລະຜູ້ປະຕິບັດ, ແຕ່ຍັງບໍ່ແນ່ໃຈວ່າ ວິທີການນີ້ ມີປະສິດທິພາບ ແລະປອດພັຍ ຢ່າງແທ້ຈິງ ຫຼືບໍ່. ຕອນນີ້, ເຕັກນິກການບຳບັດ ກໍາລັງຖືກນຳໄປປະຕິບັດ ຍັງສະຖານທີ່ອື່ນໆ ໃນອອສເຕຣເລັຍ ແລະນິວຊີແລນ. ຜົນຂອງການສຶກສາ ຄາດວ່າ ຈະເສັດສິ້ນໃນສອງຫາສາມປີ.


ການບຳບັດໃຕ້ນ້ຳ.

ວິທີການທົດລອງ ມີຈຸດມຸ້ງຫມາຍ ເພື່ອຊ່ວຍໃຫ້ຄົນຟື້ນໂຕ ຈາກການບາດເຈັບ ທີ່ສມອງ ແລະກະດູກສັນຫຼັງ ໂດຍການອອກກໍາລັງກາຍ ໃຕ້ນ້ຳ.

ເຖິງແມ່ນວ່າ ການທົດລອງຄັ້ງທໍາອິດ ຈະສະແດງຄວາມເພິ່ງພໍໃຈ ສໍາລັບຄົນເຈັບ ແລະຜູ້ປະຕິບັດ, ແຕ່ຍັງບໍ່ແນ່ໃຈວ່າ ວິທີການນີ້ ມີປະສິດທິພາບ ແລະປອດພັຍ ຢ່າງແທ້ຈິງ ຫຼືບໍ່.

Julien Oeuillet ລາຍງານ.

ບາງຄັ້ງ ທ່ານຕ້ອງການຫຼາຍກວ່າ ການອອກກຳລັງກາຍ.

ໃນປີ 2009, Damian Jamieson, ໄດ້ຮັບບາດເຈັບທີ່ສມອງ ແລະກະດູກສັນຫຼັງ ໃນການເຮັດວຽກ.

ບັດນີ້, ລາວເປັນຜູ້ເຂົ້າຮ່ວມ ໃນໂຄງການບຳບັດ ດ້ວຍການແຊ່ນ້ຳ ຊຶ່ງເປັນວິທີການໃຫມ່ ທີ່ມີຈຸດມຸ້ງຫມາຍ ເພື່ອຊ່ວຍຟື້ນຟູ ຫຼັງຈາກໄດ້ຮັບບາດເຈັບດັ່ງກ່າວ ໂດຍການອອກກຳລັງກາຍໃຕ້ນ້ຳ ໃນສະລອຍນ້ຳ.

"ຂ້ອຍໄດ້ຮັບການຜ່າຕັດ ຢູ່ຫລັງຂ້ອຍຫ້າເທື່ອ, ໄດ້ຮັບການຜ່າຕັດຫລາຍເທື່ອ ທົ່ວຮ່າງກາຍ, ອາດຈະມີທັງຫມົດ 40 ບ່ອນ. ມີຫຼາຍຄັ້ງ ທີ່ຂ້ອຍບໍ່ເຫັນທາງອອກ, ທຸກຢ່າງແມ່ນຍາກຫຼາຍ... ຂ້ອຍມັກໄປທີ່ນັ້ນດ້ວຍນ້ຳຫນັກ ແລະອອກກໍາລັງກາຍຢ່າງດີ ຢ່າງສຸດຄວາມສາມາດ."

Damian ໄດ້ຕັດສິນໃຈ ທີ່ຈະລອງການບຳບັດ ດ້ວຍການແຊ່ນ້ຳເມື່ອຫນຶ່ງປີກ່ອນ.

ຕອນນີ້, ລາວໃສ່ເຄື່ອງມຸດນ້ຳ ແລະປະຕິບັດ ການອອກກໍາລັງກາຍ ໃຕ້ນ້ຳຂອງລາວ.

ລາວພົບຂໍ້ໄດ້ປຽບຫຼາຍຢ່າງ ເມື່ອທຽບກັບການອອກກໍາລັງກາຍ ແບບເກົ່າ ແລະໄດ້ເຫັນສະພາບຂອງລາວ ດີຂຶ້ນ.

"ຮູ້ສຶກດີຂຶ້ນ, ມີພະລັງງານຫຼາຍຂຶ້ນ, ກິນໄດ້ດີຂຶ້ນ, ນອນຫຼັບດີຂຶ້ນ. ຖ້າຂ້ອຍລົ້ມຢູ່ໃນນໍ້າ, ຂ້ອຍຈະບໍ່ລົ້ມທາງໃບຫນ້າຂ້ອຍ, ຂ້ອຍຈະບໍ່ເຮັດໃຫ້ອາການບາດເຈັບ ຮ້າຍແຮງຂຶ້ນອີກ."

ທຸກຢ່າງ ເລີ່ມຕົ້ນດ້ວຍການສຶກສາ ກ່ຽວກັບຄົນທີ່ມີອາການບາດເຈັບ ທາງສມອງ ແລະກະດູກສັນຫຼັງ.

Kade Davison ຫົວໜ້ານັກຄົ້ນຄວ້າ ທີ່ມະຫາວິທະຍາໄລ South Australia ພົບວ່າມີຫຼັກຖານ ທີ່ສະແດງວ່າ ການບຳບັດໃຕ້ນ້ຳນັ້ນໄດ້ຜົນ.

"ໂດຍການໃຫ້ເຂົາເຈົ້າຢູ່ໃຕ້ນໍ້າ, ພວກເຮົາຄິດວ່າ ພວກເຮົາ ສາມາດທ້າທາຍ ການຕອບໂຕ້ ລະຫວ່າງສມອງ ແລະຮ່າງກາຍ ທີ່ແຕກຕ່າງຢ່າງສິ້ນເຊີງ."

ແຕ່ການບຳບັດດ້ວຍການແຊ່ນ້ຳ ສໍາລັບການບາດເຈັບທີ່ສມອງ ແລະກະດູດສັນຫຼັງ ຍັງຢູ່ໃນຕອນເລີ້ມຕົ້ນ, ແລະຄົນເຊັ່ນ Damian ແມ່ນສ່ວນຫນຶ່ງ ຂອງວິທີການທົດລອງ.

ບາງຄົນກໍຕັ້ງຄຳຖາມ ກ່ຽວກັບປໂຍດຂອງມັນ ແລະແມ່ນແຕ່ ຊີ້ໃຫ້ເຫັນ ເຖິງອັນຕະລາຍທີ່ອາດເກີດຂຶ້ນ ຕໍ່ຄົນເຈັບ ,ເພາະການຢູ່ໃຕ້ນ້້ຳ ມາພ້ອມກັບຄວາມສ່ຽງ.

Lilly Kochen, ຈາກ Australian Physiotherapy Association, ແມ່ນຫນຶ່ງໃນນັກວິຈານເຫຼົ່ານີ້.

"ການແຊ່ນ້ຳເປັນປໂຍດ ແລະສາມາດຊ່ອຍລູກຄ້າເຫຼົ່ານີ້ ໄດ້ຫຼາຍຄົນ, ແຕ່ບໍ່ຈໍາເປັນ ຕ້ອງໃຫ້ຫົວຂອງເຂົາເຈົ້າ ຢູ່ໃຕ້ນ້ຳ

Determined2 ເປັນຜູ້ໃຫ້ບໍຣິການ ການບຳບັດແບບແຊ່ນ້ຳໃນ Adelaide, ບ່ອນທີ່ Damian ເຮັດການຝຶກຂອງລາວເອງ.

ເຂົາເຈົ້າເວົ້າວ່າ ຜູ້ມີສ່ວນຮ່ວມ ຕ້ອງມີສິດ ກ່ອນທີ່ຈະໄດ້ຮັບອະນຸຍາດ ໃຫ້ມີສ່ວນຮ່ວມ ໃນການບຳບັດນີ້.

ເຂົາເຈົ້າ ຍັງຊີ້ໃຫ້ເຫັນວ່າ ມີຫລາຍກວ່າ 10,000 ບົດຝຶກ ຊຶ່ງບໍ່ມີເຫດການໃດໆເກີດຂຶ້ນ.

ຕອນນີ້, ເຕັກນິກການບຳບັດ ກໍາລັງຖືກນຳໄປປະຕິບັດ ຍັງສະຖານທີ່ອື່ນໆ ໃນອອສເຕຣເລັຍ ແລະນິວຊີແລນ.

ແຕ່ກ່ອນທີ່ຈະພົບຜົນຂອງການສຶກສາ, Damian ມີແຕ່ການຍ້ອງຍໍສໍາລັບມັນ:

"ຖ້າຂ້ອຍມີທາງເລືອກ ເຊັ່ນການບຳບັດແບບແຊ່ນ້ຳ ທີ່ມີໃຫ້ຂ້ອຍກ່ອນຫນ້ານີ້ ໃນຂັ້ນຕອນການຟື້ນຟູຂອງຂ້ອຍ, ຂ້ອຍຄົງຈະດີກວ່ານີ້ ໃນມື້ນີ້."

ຜົນຂອງການສຶກສາ ຄາດວ່າ ຈະເສັດສິ້ນໃນສອງຫາສາມປີ.

ເນື້ອເລື່ອງໂດຍ Julien Oeuillet  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share