ການຣົນນະຣົງຂອງ NO ຖືກລົບກວນຈາກຝ່າຍກົງກັນຂ້າມ.

A woman holds an Australian Aboriginal Flag during a demonstration in Sydney, Saturday, June 2, 2018. The demonstrators are calling for the Australian Aboriginal Flag to be flown atop Sydney Harbour Bridge. (AAP Image/Daniel Munoz) NO ARCHIVING

ຜູ້ຍິງຖືທຸງ Aboriginal ໃນການເດີນຂະບວນທີ່ Sydney. Source: AAP

ການຣົນນະຣົງທັງຂອງ NO ແລະ YES ໄດ້ຂຸ້ນຂ້ຽວຂຶ້ນ ໂດຍ ມີການໃຊ້ຄຳຫຍາບຕໍ່ກັນ, ໂດຍສະເພາະຈາກຝ່າຍ YES ຊຶ່ງໄດ້ຖືກປະນາມຈາກນາຍົກຣັຖມົນຕີ ແລະ ຜູ້ນຳຝ່າຍຄ້ານ.


ການຣົນນະຣົງຂອງ NO ຖືກລົບກວນຈາກຝ່າຍກົງກັນຂ້າມ.

ຜູ້ນໍາຝ່າຍຄ້ານ, ທ່ານ Peter Dutton, ໄດ້ເອີ້ນພວກປະທ້ວງ ຢູ່ທີ່ການຣົນນະຣົງNo ໃນ Adelaide ວ່າເປັນ "ການລົບກວນ" ຫຼັງຈາກພວກເຂົາເຈົ້າ ໄດ້ຮ້ອງຄຳຫຍາບ ໃສ່ສະມາຊິກສະພາສູງ ພັກ Liberal.

ພວກສນັບສນຸນ ການການຣົນນະຣົງ No ຫລາຍຮ້ອຍຄົນ ໄດ້ມາເຕົ້າໂຮມກັນ ຢູ່ໃນເມືອງຫລວງຂອງ South Australian ບ່ອນທີ່ ນາຍົກຣັຖມົນຕີ Anthony Albanese ຜູ້ທີ່ໄດ້ຮຽກຮ້ອງ ໃຫ້ມີການໂຕ້ຖຽງກັນດ້ວຍຄວາມເຄົາລົບນັ້ນ ໄດ້ຖືກກ່າວຫາວ່າ "ຫຼອກລວງປະເທດຊາດ" ໂດຍການໃຫ້ມີການລົງປະຊາມະຕິ.

ລາຍງານໂດຍ Penry Buckley ແລະ Anna Henderson.

ພວກສນັບສນຸນ Yes ທີ່ພາກັນປະທ້ວງຢູ່ນອກງານ ຂອງການຣົນນະຣົງNo ໃນ Adelaide ໃນຄືນວັນຈັນ (18 ກັນຍາ).

ພາຍໃນງານ, ສະມາຊິກສະພາສູງ Jacinta Nampijinpa Price ໄດ້ຮັບການຕົບມືຢ່າງຖ້ວມທົ້ນ, ແລະວິພາກວິຈານຢ່າງຮຸນແຮງ ຕໍ່ການຣົນນະຣົງຂອງ Yes.

"ທ່ານໄດ້ຍິນໃນຄືນນີ້ ວ່າການລົງປະຊາມະຕິຄັ້ງນີ້, ແນ່ນອນສຽງ(Voice) ຕໍ່ຣັຖສະພານີ້ ໄດ້ຖືກສ້າງຂຶ້ນດ້ວຍຄໍາຕົວະ. ນີ້ເປັນເຫດການ ທີ່ມີການຫຼອກລວງ ທີ່ໃຫຍ່ທີ່ສຸດ ທີ່ປະເທດເຮົາເຄີຍປະສົບມາ."

ສະມາຊິກສະພາສູງ ທ່ານນາງ Price ໄດ້ກ່າວປົກປ້ອງ ກັນການປາກົດຕົວ ທີ່ສະໂມສອນ ສື່ມວນຊົນແຫ່ງຊາດ (National Press Club) ທີ່ເປັນທີ່ໂຕ້ຖຽງໃນສັບປະດາແລ້ວ (14 ກັນຍາ), ໂດຍກ່າວວ່າ ທ່ານນາງໄດ້ເລືອກ ທີ່ຈະກ່າວແທນພວກແມ່ຍິງຊາວພື້ນເມືອງ ທີ່ເຂົ້າຮ່ວມ.

"ຂ້າພະເຈົ້າ ເປັນພຽງແຕ່ຜູ້ນຳສົ່ງ, ຂ້າພະເຈົ້າເປັນພຽງແຕ່ເຮືອ.. . ຂ້າພະເຈົ້າເປັນເຮືອ ສໍາລັບພວກຜູ້ຍິງທີ່ນັ່ງຢູ່ໃນຫ້ອງນັ້ນ."

ຄຳເວົ້າຂອງທ່ານນາງ ທີ່ສະໂມສອນສື່ມວນຊົນ (Press Club) ວ່າການລ່າຫົວເມືອງຂຶ້ນ (Colonisation) ໄດ້ມີ "ຜົນກະທົບທາງບວກ" ນັ້ນພົບວ່າ ການສນັບສນູນໄດ້ຫຼຸດຫນ້ອຍລົງ.

ຜູ້ຣົນນະຣົງຂອງ No, ທ່ານ Warren Mundine ໄດ້ເອົາໂຕອອກຫ່າງຈາກຄຳເວົ້ານັ້ນ.

"ເປັນໜຶ່ງໃນປະເທດ ທີ່ມີລັກສນະພິເສດເຫຼົ່ານີ້. ແມ່ນແລ້ວ, ພວກເຮົາເປັນຫົວເມືອງຂຶ້ນ. ແມ່ນແລ້ວ, ພວກເຮົາມີປວັດສາດ ທີ່ຫນ້າລະອາຍບາງຢ່າງ ແຕ່ພວກເຮົາກໍມີປວັດສາດ ທີ່ຍິ່ງໃຫຍ່ເຊັ່ນກັນ."

ພວກສນັບສນຸນຊາວພື້ນເມືອງ ທີ່ມີຊື່ສຽງຈາກທັງຄ້າຍ Yes ແລະ No ໄດ້ອະທິບາຍ ເຖິງການທີ່ເຄີຍປະສົບ ກັບການຢຽດເຊື້ອຊາດ ທີ່ເພີ່ມຂຶ້ນ ຕັ້ງແຕ່ໄດ້ມີການຣົນນະຣົງ.

Mr Mundine ກ່າວວ່າ ສິ່ງນີ້ບໍ່ໄດ້ປ່ຽນແປງລັກສະນະພື້ນຖານ ຂອງອອສເຕຣເລັຍ ໃນຖານະປະເທດ.

"ແນ່ນອນ, ພວກເຮົາມີຜູ້ທີ່ຢຽດເຊື້ອຊາດ, ເຊັ່ນດຽວກັບ ທຸກປະເທດໃນໂລກ ແຕ່ອອສເຕຣເລັຍ ບໍ່ແມ່ນປະເທດທີ່ຢຽດເຊື້ອຊາດ ແລະປະຊາຊົນຂອງພວກເຮົາ ບໍ່ແມ່ນຜູ້ຢຽດເຊື້ອຊາດ."

ມີການຂັດແຍ່ງກັນ ເມື່ອບໍ່ດົນມານີ້ ໃນກຸ່ມຣົນນະຣົງ No ວ່າຈະສແວງຫາ ການຮັບຮູ້ຣັຖທັມມະນູນ ຫລືວ່າຈະເຈຣະຈາສົນທິສັນຍາ ຖ້າຫາກວ່າຝ່າຍ Noຊນະການເລືອກຕັ້ງ.

ສະມາຊິກສະພາສູງພັກ Liberal ທ່ານນາງ Kerrynne Liddle ໄດ້ພົບໂອກາດໃນການຕົກລົງກັນ ກ່ຽວກັບການປະຕິເສດ ຕໍ່ຂໍ້ສເນີຂອງສຽງ (Voice) ໃນການບັນຈຸຄນະທີ່ປຶກສາ ໄວ້ໃນຣັຖທັມມະນູນ.

"ທີ່ສຳຄັນ, ສິ່ງທີ່ບໍ່ຖືກຕ້ອງກັບຕໍາແຫນ່ງນີ້ແມ່ນ-ມັນຖາວອນ. ພວກເຮົາຕິດຢູ່ກັບມັນ. ຂ້າພະເຈົ້າບໍ່ເຊື່ອຈັກຫນຶ່ງນາທີ ວ່າມັນຈະປັບປຸງຊີວິດ ການເປັນຢູ່ ຂອງຊາວພື້ນເມືອງໃນຣັດນີ້."

ຫລັງຈາກນັ້ນ ພວກນັກຣົນນະຣົງໃນຝູງຊົນ ໄດ້ກ່າວຢ່າງຫມັ້ນໃຈ ກ່ຽວກັບ ການສນັບສນຸນຂອງເຂົາເຈົ້າ ຕໍ່ການລົງຄະແນນ No ຊຶ່ງການສຸ່ມສຳຫຼວດຄວາມຄຶດເຫັນ ໃນເດືອນແລ້ວນີ້ ໄດ້ສະແດງໃຫ້ເຫັນວ່າ ນຳໜ້າຢ່າງຕໍ່ເນື່ອງ.

ຜູ້ຊາຍ: ມັນເກີນໄປໂພດ. ຖ້າຫາກວ່າພວກເຂົາເຈົ້າມີພຽງຂໍ້ດຽວໃນຣັຖທັມມະນູນ ເພື່ອຮັບຮູ້ຜູ້ຄອບຄອງທໍາອິດ ຂອງອອສເຕຣເລັຍກໍໄຄແດ່. ແຕ່ພວກເຂົາເຈົ້າໄດ້ໄປໄກໂພດ.

ຜູ້ຍິງ:"ຂ້ອຍເຊື່ອວ່າ ເຮົາຕ້ອງມາຮວມກັນ ເປັນຫນຶ່ງ ແລະແນ່ນອນວ່າ ການລົງຄະແນນ No ແມ່ນວິທີທີ່ຈະເຮັດແນ່ນອນ."

"ແນ່ນອນ, ພວກເຮົາມີຜູ້ທີ່ຢຽດເຊື້ອຊາດ, ເຊັ່ນດຽວກັບ ທຸກປະເທດໃນໂລກ ແຕ່ອອສເຕຣເລັຍ ບໍ່ແມ່ນປະເທດທີ່ຢຽດເຊື້ອຊາດ ແລະປະຊາຊົນຂອງພວກເຮົາ ບໍ່ແມ່ນຜູ້ຢຽດເຊື້ອຊາດ."
ທ່ານ Warren Mundine
ຫຼັງຈາກທີ່ຝ່າຍຣົນນະຣົງ Yes ໄດ້ປະສົບຄວາມສໍາເລັດ ໃນທ້າຍອາທິດ ໂດຍມີຝູງຊົນຢ່າງຫລວງຫລາຍ ອອກມາສນັບສນູນໃນການເຕົ້າໂຮມກັນທົ່ວປະເທດ, ຕອນນີ້ການຣົນນະຣົງ Yes ໄດ້ປະສົບກັບຄວາມເສັຍຫາຍ.

ຢູ່ນອກສະຖານທີ່ຈັດງານ ສະມາຊິກສະພາສູງພັກ Liberal, ທ່ານ Alex Antic,ໄດ້ບັນທຶກພາບການຮ້ອງຂອງພວກປະທ້ວງວ່າ "ຫມາຢຽດເຊື້ອຊາດ" ແລະ "ຫມູຢຽດເຊື້ອຊາດ" ໃນຂນະທີ່ ທ່ານຍ່າງເຂົ້າໄປໃນງານ.

ທັງຜູ້ນໍາຝ່າຍຄ້ານທ່ານ Peter Dutton ແລະນາຍົກຣັຖມົນຕີ Anthony Albanese (19 ກັນຍາ)ໄ ດ້ປະນາມການກະທໍາດັງກ່າວ.

ຜູ້ນໍາຝ່າຍຄ້ານ Peter Dutton ກ່າວວ່າ ທ່ານໄດ້ເຫັນພາບບາງຢ່າງ ຈາກ South Australia ທີ່ສ້າງຄວາມວິຕົກກັງວົນຢ່າງເລິກເຊິ່ງ  ແລະທ່ານພຽງແຕ່ຈະເວົ້າວ່າ ຄົນທັງສອງຝ່າຍ ບໍ່ເຄົາລົບຕໍ່ຊາວອອສເຕຣເລັຍຄົນອື່ນໆ, ບໍ່ມີບ່ອນສໍາລັບສິ່ງນັ້ນ.

ສ່ວນນາຍົກຣັຖມົນຕີ Anthony Albanese ກ່າວວ່າ ທ່ານປະນາມພຶດຕິກັມທີ່ໜ້າລັງກຽດນັ້ນ ບໍ່ວ່າມັນຈະເກີດຂຶ້ນຢູ່ບ່ອນໃດ ຫຼືເມື່ອໃດກໍຕາມ, ພວກເຮົາຕ້ອງໂຕ້ຖຽງກັນ ດ້ວຍຄວາມເຄົາລົບ.'

ຮັບຊາບຂໍ້ມູນກ່ຽວກັບການລົງປະຊາມະຕິຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament) ໃນປີ 2023 ຈາກທົ່ວເຄືອຂ່າຍ SBS ລວມທັງມຸມມອງ ຂອງ First Nations ຜ່ານ NITV. ເພື່ອເຂົ້າເຖິງບົດຄວາມ, ວິດີໂອ ແລະ podcasts ໃນຫຼາຍກວ່າ 60 ພາສາ, ຫຼື stream ຂ່າວຫຼ້າສຸດ ແລະການວິເຄາະ, ສາຣະຄະດີ ແລະການບັນເທີງ ໂດຍບໍ່ເສັຍຄ່າ,

ເນື້ອເລື່ອງໂດຍ Penry Buckley ແລະ Anna Henderson ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share