ປັນຫາບາງຢ່າງກ່ອນການລົງປະຊາມະຕິ.
ຄນະກັມມະການເລືອກຕັ້ງອອສເຕຣເລັຍ (The Australian Electoral Commission-AEC) ກ່າວວ່າ ໄດ້ຕໍ່ສູ້ກັບຂໍ້ມູນທີ່ຜິດ ແລະພັຍຄຸກຄາມທີ່ເພີ່ມຂຶ້ນ ກ່ອນການລົງປະຊາມະຕິພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament) ໃນວັນທີ 14 ຕຸລານີ້.
ແຕ່ອົງການ AEC ກ່າວວ່າ ຈໍານວນຜູ້ລົງທະບຽນນັ້ນສູງ, ໂດຍມີຈຳນວນ ຂອງຜູ້ມີສິດເລືອກຕັ້ງ ຫລາຍທີ່ສຸດ ເທົ່າທີ່ເຄີຍມີມາ.
Adriana Wainstok ລາຍງານ.
ການກະກຽມເປັນໄປຢ່າງດີ ສໍາລັບການລົງປະຊາມະຕິ ຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament) ໃນວັນທີ 14 ຕຸລານີ້.
ຍົນ, ເຮືອ ແລະຣົດ ຈະມຸ້ງຫນ້າໄປຍັງພາກພື້ນທີ່ຫ່າງໄກທີ່ສຸດ ຂອງປະເທດຕັ້ງແຕ່ອາທິດຫນ້າ ເພື່ອໃຫ້ຄວາມສະດວກໃນການປ່ອນບັດເລືອກຕັ້ງ ຄັ້ງທໍາອິດ.
61 ທີມຈະລົງພື້ນທີ່, ໃນທີ່ສຸດ ຈະກວມເອົາ 750 ສະຖານທີ່ລົງຄະແນນສຽງທີ່ຫ່າງໄກ ໃນການເລີ້ມຕົ້ນ ຂອງການລົງຄະແນນສຽງ.
ສໍາລັບຜູ້ມີສິດເລືອກຕັ້ງ ຢູ່ຕ່າງປະເທດ ມີການສົ່ງບັດເລືອກຕັ້ງ 160,000 ສະບັບໄປສະຖານທູດ ຫລາຍກວ່າ 100 ແຫ່ງທົ່ວໂລກ.
ສລຸບແລ້ວ, ໃນເວລານີ້ ມີຜູ້ຄົນຫລາຍກວ່າ 17 ລ້ານຄົນ ຢູ່ໃນທະບຽນເລືອກຕັ້ງທັງພາຍໃນ ແລະຕ່າງປະເທດ ສໍາລັບການລົງປະຊາມະຕິ.
ນຶ່ງໃນນັ້ນ ແມ່ນ Olivia Cleal, ນັກສຶກສາອາຍຸ 22 ປີຈາກມະຫາວິທະຍາໄລຊິດນີ.
"ມັນເປັນໂອກາດ ທີ່ຈະປ່ຽນແປງບາງສິ່ງ ຢ່າງຖາວອນ ແລະບັນຈຸໄວ້ ໃນຣັຖທັມມະນູນ. ພວກຜູ້ນໍາທາງການເມືອງ ແລະພັກການເມືອງ, ພວກເຂົາມາ ແລ້ວກໍໄປໃນການເລືອກຕັ້ງຂອງທຸກຄັ້ງ, ໃນຂນະທີ່ ການລົງປະຊາ ບໍ່ໄດ້ມີເລື້ອຍໆ. ທີ່ຈິງແລ້ວ, ພວກເຮົາຍັງບໍ່ໄດ້ ມີການລົງປະຊາມະຕິ ຢູ່ໃນປະເທດນີ້ ນັບແຕ່ປີ 1999."
ຜູ້ມີສິດເລືອກຕັ້ງໄວຫນຸ່ມເຊັ່ນ Olivia ກໍາລັງເພີ່ມຂຶ້ນ, ໂດຍອັດຕາການລົງທະບຽນ ຂອງຜູ້ທີ່ມີອາຍຸລະຫວ່າງ 18 ຫາ 24 ປີ ຢູ່ທີ່ 90 ເປີເຊັນ (91.4 ເປີເຊັນ).
ການລົງທະບຽນ ໃນການລົງຄະແນນສຽງຂອງ First Nations ຍັງທຳສະຖິຕິສູງສຸດ ເປັນປວັດການ ທີ່ 94.1 ເປີເຊັນ.
Harriet Thomson, ນັກສຶກສາຊາວ Wiradjuri ກ່າວວ່າ ການລົງປະຊາມະຕິ ແມ່ນກໍ່ ໃຫ້ເກີດການຖົກຖຽງກັນ ຢ່າງກວ້າງຂວາງ.
"ມັນເປັນຫນຶ່ງ ໃນເວລາທີ່ສໍາຄັນທີ່ສຸດ-ຂ້າພະເຈົ້າຄິດວ່າ ຫຼືຈະເປັນສິ່ງທີ່ສໍາຄັນທີ່ສຸດ ທີ່ຂ້າພະເຈົ້າຈະລົງຄະແນນ. ແລະຂ້າພະເຈົ້າຄິດວ່າ ມັນໄດ້ມີການສົນທະນາ ຫຼາຍກວ່າເກົ່າ ກ່ຽວກັບເລື່ອງນີ້, ແລະທັງຂໍ້ມູນທີ່ຖືກຕ້ອງ ແລະຂໍ້ມູນທີ່ຜິດກໍມີຫຼາຍເຊັ່ນກັນ. ສະນັ້ນ, ຂ້າພະເຈົ້າຄິດວ່າ ມັນຍັງເປັນເວລາ ທີ່ຜູ້ຄົນກໍາລັງພະຍາຍາມ ທີ່ຈະໂນ້ມນ້າວຊຶ່ງກັນແລະກັນ ຫລາຍກວ່າການເລືອກຕັ້ງປົກກະຕິ. ມີການສົນທະນາກັນຫຼາຍຂຶ້ນ; ຜູ້ຄົນທີ່ພະຍາຍາມໂນ້ມນ້າວ ແລະແບ່ງປັນເລື່ອງທີ່ແຕກຕ່າງກັນ, ຊຶ່ງຂ້າພະເຈົ້າຄິດວ່າມັນເປັນການດີ."
ແຕ່ເຖິງແມ່ນວ່າ ລະດັບການມີສ່ວນຮ່ວມ ກໍາລັງທຳລາຍສະຖິຕິ, ແຕ່ຄວາມເປັນຫ່ວງຍັງມີຢູ່ ກ່ຽວກັບຂໍ້ມູນທີ່ຜິດ ໃນຂນະທີ່ ການລົງປະຊາມະຕິກຳລັງໃກ້ເຂົ້າມາ.
ຄນະກັມມະການເລືອກຕັ້ງອອສເຕຣເລັຍ (The Australian Electoral Commission) ກ່າວວ່າ ຕົນກໍາລັງປະເຊີນຫນ້າກັບ ການຕໍ່ສູ້ທີ່ລຳບາກເພື່ອໃຫ້ບັນດາບໍຣິສັດສື່ມວນຊົນ ລຶບການກ່າວອ້າງ ທີ່ບໍ່ຖືກຕ້ອງທີ່ເພີ່ມຂຶ້ນ.
ທ່ານ Tom Rogers ຜູ້ອໍານວຍການ.
"ພວກເຮົາໄດ້ສົ່ງ 54 ເລື້ອງໃຫ້ແກ່ອົງການຈັດຕັ້ງ ສື່ສັງຄົມອອນລາຍໃນເລື້ອງທົ່ວໄປ. ເຈັດເລື້ອງ ທີ່ກ່ຽວຂ້ອງກັບການເລືອກຕັ້ງສ້ອມ ແລະສ່ວນທີ່ເຫລືອ 47 ເລື້ອງທີ່ກ່ຽວຂ້ອງກັບ ປະຊາມະຕິ ຫຼືການຂົ່ມຂູ່ທົ່ວໄປ ກ່ຽວກັບເຈົ້າໜ້າທີ່ A.E.C. ສິບຫົກ ເລື້ອງ ໄດ້ຖືກຈັດການໂດຍອົງການຈັດຕັ້ງສື່ສັງຄົມແລ້ວ, ອີກຫນຶ່ງເລື້ອງແມ່ນກໍາລັງຄ້າງຢູ່, ແລະສ່ວນທີ່ເຫຼືອ ແມ່ນບໍ່ໄດ້ຖືກດຳເນີນການ."
ທ່ານນາງ Lilly Vongratsavai ຜູ້ຊ່ຽວຊານສື່ມວນຊົນ ແລະຊຸມຊົນ ກ່າວວ່າ ສິດເສຣີພາບຂອງສື່ມວນຊົນ ເປັນອັນຕະລາຍອັນນຶ່ງຂອງມັນ.
"ຂ້າພະເຈົ້າຄິດວ່າ ມັນເປັນບ່ອນທີ່ຂໍ້ມູນທີ່ຜິດ ສາມາດແຜ່ລາມໄດ້ຢ່າງໄວຫຼາຍ. ຂ້າພະເຈົ້າຄິດວ່າ ໃນສະຖານທີ່ເຊັ່ນ Tiktok ທ່ານສາມາດ post ສິ່ງໃດສິ່ງຫນຶ່ງ ແລ້ວ algorithm ພຽງແຕ່ຍູ້ມັນຂຶ້ນ. ຂ້າພະເຈົ້າຄິດວ່າ ມັນຍັງໃຊ້ຄວາມຢ້ານກົວ ຂອງຄົນອອສເຕຣເລັຍ, ແລະມັນເປັນພຽງແຕ່ ການສ້າງຄວາມວຸ້ນວາຍ.
ຄນະກັມມະການເລືອກ ຕັ້ງຂອງອອສເຕຣເລັຍ (The Australian Electoral Commission) ຍັງມີຄວາມເປັນຫ່ວງ ກ່ຽວກັບການເພີ່ມຂຶ້ນຢ່າງໄວ ໃນການຂົ່ມຂູ່ ແລະການລະເມີດ ໃນຂນະທີ່ການລົງຄະແນນສຽງໃກ້ເຂົ້າມາ.
ທ່ານ Tom Rogers ກ່າວວ່າ ການຂົ່ມຂູ່ໄດ້ເພີ່ມຂຶ້ນ ໂດຍສະເພາະຕໍ່ພະນັກງານ A.E.C.
"ພວກເຮົາໄດ້ເຫັນລະດັບສູງຂຶ້ນຂອງ-ຂ້າພະເຈົ້າຈະໃຊ້ຄໍາວ່າ “ຄວາມເວົ້າທີ່ເຜັດຮ້ອນ” ອອນໄລນ໌ ຫຼາຍກວ່າທີ່ພວກເຮົາເຄີຍເຫັນ ໃນການເລືອກຕັ້ງໃດໆ. ບັດນີ້ ກ່ອນທີ່ເຮົາຈະໄປໄກເກີນໄປກັບສິ່ງນັ້ນ, ນີ້ຄືການສເນີ ຂອງສື່ມວນຊົນ ຄັ້ງທໍາອິດໃນປວັດສາດ ຂອງອອສເຕຣເລັຍ, ແລະສະນັ້ນ ຈຶ່ງມີສິ່ງທີ່ເຮົາເຫັນຢູ່ໃນສື່ມວນຊົນ ຢ່າງກວ້າງຂວາງ ຫລາຍຂຶ້ນແລ້ວກໍລາມເຂົ້າໄປໃນເຫດການນີ້. ແນ່ນອນວ່າ ພວກເຮົາໄດ້ເຫັນການຂົ່ມຂູ່ ຕໍ່ພະນັກງານ A.E.C.ທີ່ພວກເຮົາໄດ້ເຫັນມາກ່ອນ, ຊຶ່ງຂ້າພະເຈົ້າຄິດວ່າ ເວົ້າຢ່າງກົງໄປກົງມາ ແມ່ນຄວາມໜ້າອັບອາຍ."
ອົງການ A.E.C.ກ່າວວ່າ ມັນໄວເກີນໄປ ທີ່ຈະເວົ້າວ່າ ຜົນຂອງການລົງປະຊາມະຕິ ໄດ້ຮູ້ຈັກກັນໃນຄືນນັ້ນ.
ທ່ານ Tom Rogers ກ່າວວ່າ ມັນຂຶ້ນຢູ່ກັບບໍຣິມາດ ຂອງການລົງຄະແນນສຽງທາງໄປສະນີ, ແລະຄວາມສູສີຂອງການລົງຄະແນນສຽງໃນວັນທີ 14 ຕຸລາ.
ເນື້ອເລື່ອງໂດຍ Adriana Wainstok ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌