ປະຕິກິຣິຍາຂອງຜູ້ຣົນນະຣົງ ຊາວພື້ນເມືອງ ຂອງ "ແມ່ນ-Yes"

VOICE REFERENDUM STOCK

ທຸງຂອງຊາວພື້ນເມືອງ ອອສເຕຣເລັຍ. Source: AAP / LUKAS COCH/AAPIMAGE

ບັນດາຜູ້ນໍາການຣົນນະຣົງ ຊາວພື້ນເມືອງ ຂອງ "ແມ່ນ-Yes" ໄດ້ທໍາລາຍຄວາມງຽບຂອງພວກເຂົາເຈົ້າ ກ່ຽວກັບການລົງປະຊາມະຕິຄັ້ງທີ 14 ຂອງເດືອນຕຸລາ ໂດຍການເອີ້ນຜົນນັ້ນວ່າ "ຫນ້າອັບອາຍ". ພ້ອມທັງໄດ້ສົ່ງຈົດຫມາຍ - ທີ່ບໍ່ໄດ້ຖືກເຊັນໂດຍຜູ້ໃດ - ຈົດຫມາຍທີ່ວິພາກວິຈານຂໍ້ມູນທີ່ຜິດ, ການສນັບສນູນທີ່ບໍ່ພຽງພໍ ຈາກຝ່າຍຄ້ານຂອງຣັຖບານກາງ, ແລະການຈັດການ ຂອງສື່ມວນຊົນ ໃນການຣົນນະຣົງ.#Voicereferendum


ປະຕິກິຣິຍາຂອງຜູ້ຣົນນະຣົງ ຊາວພື້ນເມືອງ ຂອງ "ແມ່ນ-Yes".

ຜູ້ຣົນນະຣົງຊາວພື້ນເມືອງ ຂອງ "ແມ່ນ-Yes" ໄດ້ກ່າວຕໍ່ຕ້ານ ໃນສິ່ງທີ່ພວກເຂົາເຈົ້າເອີ້ນວ່າ ຜົນການລົງປະຊາມະຕິທີ່ "ຫນ້າອັບອາຍ" ໃນວັນທີ 14 ຕຸລາ ຊຶ່ງພົບວ່າ 60.69 ເປີເຊັນ ໄດ້ລົງຄະແນນສຽງວ່າ "ບໍ່-No"ຕໍ່ຄໍາຖາມ ກ່ຽວກັບການບັນຈຸ ໃນຣັຖທັມມະນູນ ຂອງ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ.

ພວກເຂົາເຈົ້າໄດ້ສົ່ງຈົດຫມາຍ - ທີ່ບໍ່ໄດ້ຖືກເຊັນໂດຍຜູ້ໃດ - ຈົດຫມາຍທີ່ວິພາກວິຈານຂໍ້ມູນທີ່ຜິດ, ການສນັບສນູນທີ່ບໍ່ພຽງພໍ ຈາກຝ່າຍຄ້ານຂອງກາງ, ແລະການຈັດການ ຂອງສື່ມວນຊົນ ໃນການຣົນນະຣົງ, ດັ່ງທີ່ Essam Al-Ghalib ລາຍງານ.

ບັນດາຜູ້ນໍາການຣົນນະຣົງ ຊາວພື້ນເມືອງ ຂອງ "ແມ່ນ-Yes" ໄດ້ທໍາລາຍຄວາມງຽບຂອງພວກເຂົາເຈົ້າ ກ່ຽວກັບການລົງປະຊາມະຕິຄັ້ງທີ 14 ຂອງເດືອນຕຸລາ ໂດຍການເອີ້ນຜົນນັ້ນວ່າ "ຫນ້າອັບອາຍ".

ຈົດຫມາຍເປີດຊອງ ແລະບໍ່ມີລາຍເຊັນກ່າວວ່າ ຫລັງຈາກໄດ້ມິດງຽບເປັນເວລານຶ່ງອາທິດ ແລ້ວພວກເຂົາເຈົ້າຢາກຕອບໂຕ້ ຕໍ່ຊາວສ່ວນໃຫຍ່ ທີ່ໄດ້ລົງຄະແນນສຽງ ຕໍ່ຂໍ້ສເນີ ທີ່ຈະບັນຈຸ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ ໄວ້ໃນຣັຖທັມມະນູນ.

SBS ໄດ້ນຳສເນີ ຈົດຫມາຍນັ້ນ.

"ໃນການປະຕິເສດສິດທິ ຂອງປະຊາຊົນຂອງເຮົາ ທີ່ຈະໄດ້ຍິນ ກ່ຽວກັບເລື່ອງທີ່ມີຜົນກະທົບຕໍ່ເຮົາ, ອອສເຕຣເລັຍ ໄດ້ເລືອກທີ່ຈະເຮັດ ໃຫ້ຕົນເອງ ມີຄວາມມີເສຣີພາບ ແລະປະຊາທິປະໄຕຫນ້ອຍລົງ. ເຫັນໄດ້ຢ່າງຊັດແຈ້ງວ່າ ບໍ່ມີການປະຕິຮູບ ຣັຖທັມມະນູນ ທີ່ຮວມເອົາປະຊາຊົນຂອງພວກເຮົາ ຈະປະສົບຜົນສໍາເລັດຈັກເທື່ອ. ນີ້ແມ່ນບົດຮຽນ ທີ່ຂົມຂື່ນ ຕັ້ງແຕ່ວັນທີ 14 ຕຸລາ."

ການນັບຄະແນນເທື່ອຫລ້າສຸດ ຈາກການລົງປະຊາມະຕິ ສະແດງໃຫ້ເຫັນວ່າ ຄະແນນສຽງຂອງ "ບໍ່-No" ທົ່ວປະເທດ ແມ່ນຢູ່ທີ່ 60.69 ເປີເຊັນ ແລະຄະແນນສຽງຂອງ "ແມ່ນ-Yes" ນັ້ນຢູ່ທີ່ 39.31 ເປີເຊັນ.

ທຸກໆຣັດ ໄດ້ປະຕິເສດຂໍ້ສເນີ, ໂດຍມີແຕ່ A-C-T ເຂດດຽວ ທີ່ສນັບສນູນກໍຣະນີ ຂອງ "ແມ່ນ-Yes".

ນາຍົກຣັຖມົນຕີ Anthony Albanese ຍອມຮັບ ຄວາມຜິດຫວັງ ຂອງຜູ້ຣົນນະຣົງ "ແມ່ນ-Yes", ແຕ່ກ່າວວ່າ ການເລືອກ ຂອງອອສເຕຣເລັຍຕ້ອງໄດ້ຮັບການເຄົາລົບ.

"ມັນເປັນເວລາທີ່ຍາກລຳບາກ ສໍາລັບຊາວພື້ນເມືອງ ອອສເຕຣເລັຍ, ແຕ່ພວກເຮົ າເຄົາລົບຜົນຂອງການລົງຄະແນນສຽງ ໃນລະບອບປະຊາທິປະໄຕ ຂອງພວກເຮົາ, ແລະຂ້າພະເຈົ້າ ກໍໄດ້ເຮັດແນວນັ້ນ. ສິ່ງທີ່ພວກເຮົາ ຈະສືບຕໍ່ເຮັດ(ຄື)ພວກເຮົາຈະສືບຕໍ່ ເຮັດວຽກກ່ຽວກັບ ການປິດຊ່ອງວ່າງ."

ຈົດຫມາຍ ທີ່ບໍ່ໄດ້ລະບຸຊື່ຜູ້ຂຽນສະເພາະ ກ່າວວ່າ ເຂົາເຈົ້າຄາດວ່າ ຈະໄດ້ຍິນຄໍາອະທິບາຍແກ້ໂຕ ຫລັງຈາກການລົງປະຊາມະຕິ ຂອງຜູ້ທີ່ເລືອກ "ບໍ່-No".

"ຄວາມຈິງກໍຄື ຊາວອອສເຕຣເລັຍສ່ວນຫຼາຍ ໄດ້ກະທໍາ ໃນສິ່ງທີ່ຫນ້າອັບອາຍ ບໍ່ວ່າຈະດ້ວຍຄວາມຈົງໃຈຫຼືບໍ່, ແລະບໍ່ມີຫຍັງດີ ທີ່ຈະຖືກຕີຄວາມຫມາຍຈາກມັນ."

ມີພຽງເລັກນ້ອຍ ທີ່ສາມາດເຮັດໄດ້ ຫລັງຈາກຝ່າຍຄ້ານ ຂອງຣັຖບານກາງ ໄດ້ປະກາດວ່າ ມັນກຳລັງຕໍ່ຕ້ານສຽງ (Voice), ຈົດຫມາຍນັ້ນກ່າວ.

"ການສນັບສນູນ ສໍາລັບການລົງປະຊາມະຕິ ໄດ້ພັງລົງ ນັບແຕ່ເວລາ ທີ່ບັນດາຜູ້ນໍາພັກ Liberal ແລະພັກ National, ທ່ານ Dutton ແລະທ່ານ Littleproud, ໄດ້ເລືອກທີ່ຈະຄັດຄ້ານ ຕໍ່ຂໍ້ສເນີ ສຽງຕໍ່ຣັຖສະພາ ຫຼັງຈາກການສນັບສນູນ ຂອງສອງພັກຫຼາຍກວ່າສິບປີ."

ຈົດຫມາຍນັ້ນ ໄດ້ອະທິບາຍເຖິງລະດັບຂໍ້ມູນທີ່ຜິດ ກ່ຽວກັບການຣົນນະຣົງ ທີ່ພາໃຫ້ມີການລົງຄະແນນສຽງວ່າ "ບໍ່ເຄີຍມີມາກ່ອນ" ໂດຍກ່າວວ່າ ມັນໄດ້ "ປ່ອຍໃຫ້ເກີດພັຍຊຶນາມິ (tsunami) ຂອງການຢຽດເຊື້ອຊາດ".

ຈົດຫມາຍສະບັບນີ້ ຍັງໄດ້ວິພາກວິຈານ ອົງການສື່ມວນຊົນວ່າ ສິ່ງທີ່ອ້າງວ່າ ແມ່ນການຕົວະ ໃນການໂຄສະນາ ແລະການສື່ສານ ທາງດ້ານການເມືອງ.

"ພວກເຮົາຮູ້ວ່າ ສື່ມວນຊົນຫຼັກ ໄດ້ປະຖິ້ມປະຊາຊົນຂອງພວກເຮົາ, ໂດຍສົ່ງເສີມ 'ຄວາມຮູ້ສຶກທີ່ຜິດ ຂອງຄວາມສົມດຸນ' ກ່ຽວກັບຄວາມຈິງ."

ປ້າ Janine Yeatman ເປັນເຈົ້າຂອງດັ້ງເດີມ ຈາກພາກເຫນືອຂອງ Queensland ແລະໄດ້ກ່າວຕໍ່ ວິທຍຸ ABC.

"ຫຼາຍຄົນເວົ້າວ່າ ບໍ່ມີເວລາພຽງພໍ, ບໍ່ມີຄໍາອະທິບາຍພຽງພໍ ທົ່ວອອສເຕຣເລັຍ ທີ່ຈະອະທິບາຍວ່າ ການລົງປະຊາມະຕິຄັ້ງນີ້ ກ່ຽວກັບຫຍັງແດ່. ແຕ່ສ່ວນໃຫຍ່ຂອງ Yarrabah ,ພວກເຮົາເຂົ້າໃຈມັນ. ບໍ່ແມ່ນມັນຈະແບ່ງແຍກພວກເຮົາ! ບໍ່ມີທາງ! ມັນເຮັດໃຫ້ເຮົາເປັນອັນຫນຶ່ງອັນດຽວກັນ. ແລະໃຫ້ໄດ້ຮັບການຮັບຮູ້ວ່າ ພວກເຮົາເປັນຊົນຊາດທໍາອິດຂອງປະເທດນີ້."

ຮັບຊາບຂໍ້ມູນກ່ຽວກັບການລົງປະຊາມະຕິຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament) ໃນປີ 2023 ຈາກທົ່ວເຄືອຂ່າຍ SBS ລວມທັງມຸມມອງ ຂອງ First Nations ຜ່ານ NITV. ເພື່ອເຂົ້າເຖິງບົດຄວາມ, ວິດີໂອ ແລະ podcasts ໃນຫຼາຍກວ່າ 60 ພາສາ, ຫຼື stream ຂ່າວຫຼ້າສຸດ ແລະການວິເຄາະ, ສາຣະຄະດີ ແລະການບັນເທີງ ໂດຍບໍ່ເສັຍຄ່າ,

ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share