ວັນຮູ້ໜັງສື ຂອງຊົນພື້ນເມືອງ (Indigenous Literacy Day).
ອາທິດນີ້ ໄດ້ມີການສເລີມສລອງລະດັບຊາດ ຂອງພາສາ ແລະວັດທະນະທັມຂອງຊາດທໍາອິດ (First Nations) ໃນວັນຮູ້ໜັງສືຂອງຊົນພື້ນເມືອງ(Indigenous Literacy Day).
ມີການສະແດງພິເສດຂອງເພງ, ການເຕັ້ນລໍາ ແລະການເລົ່າເລື່ອງ ໃນດິນແດນ Gadigal ໃນ Sydney.
Emma Kellaway ແລະ Ruth McHugh-Dillon ລາຍງານ.
ນັ້ນຄື ສຽງຂອງນັກຮຽນທີ່ຕື່ນເຕັ້ນ ໃນການເດີນທາງໄປທັດສະນະສຶກສາ ໃນຄັ້ງໜຶ່ງຂອງຊີວິດ, ນັ້ນແມ່ນການໄປຢ້ຽມຢາມ Sydney. ພວກເຂົາເຈົ້າ ໄດ້ມາໄກຈາກບ້ານຂອງພວກເຂົາເຈົ້າ, ຊຸມຊົນຫ່າງໄກທີ່ມີປະຊາກອນປະມານ 300 ຄົນ ໃນເຂດອ່າວ Roper ຂອງ Northern Territory, ທີ່ເອີ້ນວ່າ Barunga.
ສໍາລັບນັກຮຽນຊັ້ນປະຖົມ ແປດຄົນ, ອາຍຸລະຫວ່າງ11 ຫາ 12 ປີ, ພາບ ແລະສຽງຂອງ Sydney ແມ່ນປະສົບການໃຫມ່.
ແຕ່ພວກເຂົາເຈົ້າ ບໍ່ໄດ້ມາທີ່ນີ້ ໃນຖານະນັກທ່ອງທ່ຽວ-ນັກຮຽນອາຍຸນ້ອຍ ຊາວພື້ນເມືອງເຫຼົ່ານີ້ ໄດ້ສ້າງບາງຢ່າງທີ່ພິເສດຫຼາຍ ເພື່ອຈະແບ່ງປັນ.
ເມື່ອບໍ່ດົນມານີ້ ພວກເຂົາໄດ້ກາຍເປັນຜູ້ຂຽນປຶ້ມ ທີ່ເອີ້ນວ່າ Shordi Krik (shorty creek), ຊຶ່ງຂຽນໃນພາສາທ້ອງຖິ່ ນຂອງເຂົາເຈົ້າ Kriol, ແລະພາສາອັງກິດ.
ແລະເຂົາເຈົ້າ ກໍໄດ້ເອົາເລື່ອງນີ້ ມາໃສ່ດົນຕີ ນໍາອີກ.
ເຂົາເຈົ້າຈະຮ້ອງສົດເພງນີ້ ໃຫ້ແກ່ຜູ້ຟັງປະມານ 100 ຄົນໃນສະຖານທີ່ ທີ່ເລື່ອງລືທີ່ສຸດ ແຫ່ງຫນຶ່ງ ຂອງ-ນັ້ນກໍແມ່ນ the Sydney Opera House.
ແຕ່ຂນາດທີ່ແທ້ຈິງ ຂອງຜູ້ຟັງ ແມ່ນໃຫຍ່ກວ່ານັ້ນ ໂດຍຂຍາຍໄປທົ່ວທະວີບ,ຊຶ່ງຄາດວ່າ ມີປະມານ 300 ພັນຄົນ ທີ່ຈະຮັບຟັງ ການຖ່າຍທອດສົດ ໃນໂຮງຮຽນ, ຫ້ອງສມຸດ ແລະສະຖານທີ່ອື່ນໆ ໃນທ້ອງຖິ່ນຂອງເຂົາເຈົ້າ.
ຜູ້ຟັງຂອງເຂົາເຈົ້າ ອາດຈະຢູ່ໃນວົງກວ້າງໃຫຍ່ ແຕ່ເລື່ອງທີ່ເຂົາເຈົ້າຂຽນນັ້ນແມ່ນຢູ່ໃກ້ບ້ານ.
Shordi Krik ເລົ່າເຖິງປະສົບການ ຂອງພວກເຂົາ ໃນການສຳຫຼວດທາງນ້ຳໃນທ້ອງຖິ່ນໃນ Barunga.
ຫນັງສື ໄດ້ຖືກພິມເປັນສ່ວນຫນຶ່ງ ຂອງການລິເລີ່ມ ໂດຍມູນນິທິ Indigenous Literacy Foundation ເຊິ່ງເປັນອົງກອນ ການກຸສົນທີ່ເຮັດວຽກຢູ່ໃນຊຸມຊົນ ຊາວພື້ນເມືອງ ທີ່ຫ່າງໄກ ທົ່ວອອສເຕຣເລັຍ.
ໂຄງການຂອງເຂົາເຈົ້າ ມີຈຸດມຸ້ງໝາຍເພື່ອໃຫ້ມີໜັງສື ເຂົ້າໄປໃນຊຸມຊົນ ຫຼາຍຂຶ້ນ ແລະຊ່ອຍໃຫ້ ຊົນຊາວ First Nations ສາມາດພິມເຜີຍແພ່ ເລື່ອງລາວຂອງຕົນເອງ ໃນພາສາຂອງຕົນເອງໄດ້.
ໃນຊ່ວງສອງປີທີ່ຜ່ານມາ Ben Bowen, ຊາຍຊາວ Wiradjuri ໄດ້ເປັນຜູ້ບໍຣິຫານງານຂອງ Indigenous Literacy Foundation.
ລາວເວົ້າວ່າ ມັນເປັນມື້ພິເສດ ສໍາລັບຊຸມຊົນທີ່ເຊື່ອມຕໍ່ກັນທົ່ວປະເທດ, ເຖິງແມ່ນວ່າຈະຢູ່ຫ່າງໄກກັນກໍຕາມ.
"ສໍາລັບພວກເຮົາ, ມັນແມ່ນກ່ຽວກັບການເຂົ້າເຖິງ. ສຳລັບຊຸມຊົນທັງໝົດ ທີ່ພວກເຮົາເຮັດວຽກນຳ, 426 ຊຸມຊົນແມ່ນຢູ່ຫ່າງໄກ. ພວກເຮົາ ບໍ່ສາມາດ ພາພວກເຂົາທັງໝົດ ລົງໄປ Sydney ເພື່ອເຮັດສິ່ງເຫຼົ່ານີ້ໄດ້. ສະນັ້ນ, ສໍາລັບພວກເຮົາ ,ໃນການເປັນເຈົ້າພາບໃນ Wangal/Eora Country ນີ້, ມັນສໍາຄັນຫຼາຍສໍາລັບພວກເຮົາ ທີສາມາດແບ່ງປັນເລື່ອງນັ້ນ, ແລະນໍາເອົາເລື່ອງລາວເຫຼົ່ານັ້ນ ກັບຄືນສູ່ບ້ານເກີດເຊັ່ນກັນ, ເພື່ອໃຫ້ພວກເຂົາທັງຫມົດ ມີຄວາມເຊື່ອມຕໍ່ ກັບວຽກງານທີ່ ທຸກຊຸມຊົນກໍາລັງເຮັດຢູ່ເຊັ່ນກັນ."
ປີນີ້ ມູນນິທິກໍາລັງສເລີມສລອງ 12 ປີ ຂອງວັນການຮູ້ໜັງສືພື້ນເມືອງ (Indigenous Literacy Day) ປະຈໍາປີ.
ມັນເປັນໂອກາດ ທີ່ຈະເນັ້ນເຖິງວຽກງານ ທີ່ພວກເຂົາເຮັດ ໃນຊຸມຊົນ ແລະຮັບຮູ້ຜົນ ເຖິງກະທົບຂອງມັນ.
Wayne Quilliam, ຊາວ Palawa, ນັກຖ່າຍຮູບຊື່ດັງ, ແລະນັກປະພັນ ແມ່ນຫນຶ່ງໃນບັນດາທູດ ຂອງພວກເຂົາ.
ລາວເປັນຜູ້ສນັບສນູນ ທີ່ກະຕືລືລົ້ນ ມາໄດ້ເກືອບ 20 ປີແລ້ວ.
"ມັນເປັນສິ່ງສໍາຄັນຫຼາຍສໍາລັບຂ້ອຍ, ໃນບົດບາດ ທີ່ຂ້ອຍເປັນ ນັກເລົ່າເລື່ອງເຊັ່ນດຽວກັນ, ໃຊ້ສື່ທີ່ແຕກຕ່າງກັນ, ເພື່ອເຮັດວຽກກັບເດັກນ້ອຍຂອງພວກເຮົາໃນເຂດຊົນນະບົດທີ່ຫ່າງໄກ, ເພື່ອສະແດງ ໃຫ້ເຂົາເຈົ້າເຫັນວ່າ ບໍ່ມີຂີດຈໍາກັດ ໃນສິ່ງທີ່ພວກເຮົາສາມາດເຮັດໄດ້. ວັດທະນະທັມຂອງພວກເຮົາ ມີຄວາມສໍາຄັນ ແລະສິ່ງສໍາຄັນທີ່ສຸດ ກໍຄືການນໍາມັນເຂົ້າມາສູ່ໂລກສມັຍໃໝ່, ຜ່ານຫນັງສື, ແລະແບ່ງປັນ ມັນກັບຊຸມຊົນອື່ນໆ ເພາະວ່າໃນໄລຍະຜ່ານມາ ພວກເຮົາຄ້າຍກັບວ່າຖືກຈໍາກັດ ດ້ວຍຂອບເຂດບາງຢ່າງ, ຍ້ອນການຂາດເຕັກໂນໂລຊີ. ໃນຂນະທີ່ຕອນນີ້, ເດັກນ້ອຍສາມາດສ້າງການເລົ່າເລື່ອງຂອງຕົນເອງ, ພວກເຂົາສາມາດສ້າງການເລົ່າເລື່ອງດ້ວຍຕົນເອງ, ແລ້ວພວກເຂົາ ສາມາດແບ່ງປັນ ກັບເດັກນ້ອຍໃນ WreckBay ໃນ New South Wales, ຫຼືເດັກນ້ອຍ ທີ່ນີ້....ໃນ Barunga. ເລື່ອງເຫລົ່ານັ້ນ ຢູ່ເໜືອຂອບເຂດອື່ນໃດ ແລະມັນເປັນພຽງແຕ່-ຄວາມກະຕືລືລົ້ນ ທີ່ຂ້າພະເຈົ້າເຫັນ ເມື່ອເຮົາຢູ່ໃນຊຸມຊົນ- ແມ່ນພຽງແຕ່-ມັນເປັນພະລັງ."
ສໍາລັບເດັກນ້ອຍ Barunga ແປດຄົນ, ການທີ່ເລື່ອງລາວຂອງເຂົາເຈົ້າ ຖືກຕີພິມ ເປັນການກ້າວໄປສູ່ ຜົນການຮຽນຮູ້ທີ່ດີກວ່າ ໃນໂຮງຮຽນ.
Wayne Quilliam ກ່າວວ່າ ຜົນໄດ້ຮັບ ແມ່ນມາຈາກວິທີສະເພາະ ຂອງ Indigenous Literacy Foundation ທີ່ມີສ່ວນຮ່ວມກັບຊຸມຊົນ.
"ສິ່ງທີ່ຂ້ອຍຮັກກ່ຽວກັບ ILF ແມ່ນວ່າ ພວກເຂົາໃຫ້ອໍານາດແກ່ຜູ້ຄົນ, ພວກເຂົາ ບໍ່ໄດ້ເຂົ້າໄປກັບການເລົ່າໂດຍກົງ, ພວກເຂົາບໍ່ໄດ້ເຂົ້າໄປດ້ວຍການວ່າ 'ນີ້ແມ່ນວິທີທີ່ຕ້ອງເຮັດ'. ພວກເຂົາ ເຂົ້າໄປຟັງຊຸມຊົນ, ພວກເຂົານັ່ງລົມກັບຊຸມຊົນ, ພວກເຂົາເຈົ້າ ມີສ່ວນຮ່ວມກັບຊຸມຊົນ. ແລະເມື່ອພວກເຂົາມີສ່ວນຮ່ວມກັບຊຸມຊົນ, ແລ້ວຊຸມຊົນກໍເປັນເຈົ້າຂອງມັນ."
Malcolm Hales ທ່ານຄູໃຫຍ່ຂອງໂຮງຮຽນ Barunga ກ່າວວ່າ ການເຂົ້າເຖິງຊັບພະຍາກອນ ສອງພາສາ ຍັງເສີມສ້າງທັກສະ ແລະຄວາມຮູ້ສຶກຂອງການເປັນເຈົ້າຂອງ ຂອງເດັກນ້ອຍ Barunga.
"ຂ້າພະເຈົ້າຄິດວ່າ ມັນສໍາຄັນ ທີ່ຈະມີພາສາຄຽງຄູ່ ກັບພາສາອັງກິດ, ເພາະວ່າ ຈາກນັ້ນມັນຈະໃຫ້ການເຊື່ອມໂຍງ ລະຫວ່າງອະດີດ ແລະປັດຈຸບັນ ແລະຫວັງວ່າ ການເຊື່ອມໂຍງ ຍັງຄົງມີຢູ່ໃນອະນາຄົດ. ວ່າພວກເຂົາ ຍັງສາມາດມີພາສາຂອງພວກເຂົາ ໃນຂນະທີ່ ພວກເຂົາຍັງຮຽນຮູ້ ທີ່ຈະອ່ານ ແລະຂຽນ ພາສາອັງກິດ."
ໃນດົນຕີ, ການຂຽນ, ແລະໃນພາສາທີ່ແຕກຕ່າງກັນ, ເດັກນ້ອຍເຫລົ່ານີ້ ກໍາລັງເຮັດໃຫ້ຊີວິດ ຂອງເຂົາເຈົ້າ ຢູ່ໃນຊຸມຊົນຂນາດນ້ອຍ ມີຊີວິດຂຶ້ນມາສໍາລັບຜູ້ຄົນທົ່ວປະເທດ.
ເນື້ອເລື່ອງໂດຍ Ruth McHugh-Dillon ແລະ Emma Kellaway ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌