ການສອບສວນ ກ່ຽວກັບໂຣກເບົາຫວານ

Blood glucose measurement

ການແທກລະດັບນ້ຳຕານໃນເລືອດ. Source: Getty / Getty Images Europe

ຊາວອອສເຕຣເລັຍ ຫລາຍກວ່າ 1.3ລ້ານຄົນ ທີ່ປ່ວຍເປັນໂຣກເບົາຫວານ-ນັ້ນແມ່ນ 1 ໃນ 20 ຄົນ. ຣັຖບານກໍາລັງພິຈາຣະນາ ກ່ຽວກັບໂຣກເບົາຫວານ ຊຶ່ງເປັນສິ່ງທີ່ກໍາລັງເພີ່ມຂຶ້ນທົ່ວອອສເຕຣເລັຍ. ບາງກຸ່ມ-ເຊັ່ນແມ່ມານ, ຄົນຊາດທໍາອິດ, ແລະຜູ້ທີ່ຢູ່ເຂດຊົນນະບົດ ແລະຫ່າງໄກ ຈະເປັນກຸ່ມທີ່ຖືກກະທົບຫຼາຍກວ່າກຸ່ມອື່ນໆ.


ການສອບສວນ ກ່ຽວກັບໂຣກເບົາຫວານ.

ຣັຖບານກໍາລັງພິຈາຣະນາ ການຍື່ນເລື້ອງ ຕໍ່ການສອບສວນຂອງຣັຖບານ ກ່ຽວກັບໂຣກເບົາຫວານ ຊຶ່ງເປັນສິ່ງທີ່ກໍາລັງເພີ່ມຂຶ້ນທົ່ວ.

ບາງກຸ່ມ-ເຊັ່ນແມ່ມານ, ຄົນຊາດທໍາອິດ, ແລະຜູ້ທີ່ຢູ່ເຂດຊົນນະບົດ ແລະຫ່າງໄກ ຂອງອອສເຕຣເລັຍ-ຕ້ອງແບກພາລະຫນັກກວ່າ.

Ruth McHugh-Dillon ລາຍງານ.

ປະຈຸບັນນີ້ ມີຊາວອອສເຕຣເລັຍ ຫລາຍກວ່າ 1.3ລ້ານຄົນ ທີ່ປ່ວຍເປັນໂຣກເບົາຫວານ-ນັ້ນແມ່ນ 1 ໃນ 20 ຄົນຂອງພວກເຮົາ.

ແລະກໍາລັງເພີ້ມຂຶ້ນ.

ລະຫວ່າງປີ 2000 ຫາ 2021 ຈໍານວນຄົນທີ່ປ່ວຍເປັນໂຣກເບົາຫວານ ໄດ້ເພີ່ມຂຶ້ນ ເກືອບສາມເທົ່າ (ຈາກ 460,000 ເປັນ 1.3 ລ້ານຄົນ).

ໃນເດືອນພຶດສະພາ, ຣັຖບານໄດ້ເປີດການສອບສວນ ຂອງສະພາແຫ່ງຊາດ (Parliamentary Inquiry) ກ່ຽວກັບໂຣກເບົາຫວານ ເພື່ອໃຫ້ເຂົ້າໃຈເຖິງບັນຫາ ທີ່ເພີ່ມຂຶ້ນນີ້.

ຂນະນີ້ ຄນະກັມມະການ ກໍາລັງພິຈາລະນາເລື້ອງທີ່ຍື່ນເຂົ້າມາ ຫຼາຍກວ່າ 400 ສະບັບ ໂດຍອົງການຕ່າງໆ ແລະຜູ້ໃຫ້ບໍຣິການ ດ້ານການຮັກສາສຸຂະພາບ, ຮວມເຖິງບຸກຄົນທີ່ເປັນໂຣກດັ່ງກ່າວ.

ຄວາມຫຼາກຫຼາຍຂອງກຸ່ມ ໃນຂັ້ນຕອນການຍື່ນເລື້ອງ ສະທ້ອນໃຫ້ເຫັນເຖິງຄວາມກວ້າງ ແລະຄວາມເລິກ ຂອງບັນຫາ.

ນອກນັ້ນ ຍັງສະແດງໃຫ້ເຫັນວ່າ ບາງຊຸມຊົນໄດ້ຮັບຜົນກະທົບ ຢ່າງບໍ່ສົມສັດສ່ວນ.

"ໂຣກເບົາຫວານ ອອສເຕຣເລັຍ (Diabetes Australia) ແລະໂຄງການບໍຣິການເບົາຫວານແຫ່ງຊາດ (the National Diabetes Services Scheme) ໄດ້ຈັດທຳຊັບພະຍາກອນຂໍ້ມູນ ໃນພາສາຂອງປະຊາກອນ ຜູ້ຍ້າຍຖິ່ນຖານ ໃນອອສເຕຣເລັຍ, ນັ້ນແມ່ນດີຫຼາຍ. ມັນມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະເຫັນແຫລ່ງຂໍ້ມູນ ທາງການສຶກສາສະເພາະ ຫລາຍຂຶ້ນ, ມີຄວາມປອດພັຍ ທາງວັດທະນະທັມສໍ າລັບຊາວພື້ນເມືອງ ແລະTorres Strait Islander, ໂດຍສະເພາະ ສໍາລັບຜູ້ທີ່ຢູ່ໃນເຂດຊົນນະບົດແລະຫ່າງໄກ ທີ່ພາສາອັງກິດ ບໍ່ແມ່ນພາສາທໍາອິດ ຂອງເຂົາເຈົ້າ."

ນັ້ນແມ່ນ Dr Matthew Hare, ຜູ້ຊ່ຽວຊານດ້ານ Endocrinology ທີ່ Darwin ແລະສະມາຊິກກັມມະການ Australian Diabetes in Pregnancy Society-ຫນຶ່ງໃນກຸ່ມ ທີ່ໄດ້ຍື່ນເລື້ອງ.

"ການເບິ່ງແຍງໂຣກເບົາຫວານ ໃນລະຫວ່າງການຖືພາ ແມ່ນມີຄວາມສໍາຄັນຫຼາຍ ເພາະມັນມີສ່ວນສຳພັນໄລຍະສັ້ນ ກັບຄວາມແຊກຊ້ອນຂອງການຖືພາເຊັ່ນ: ເດັກມີຂນາດໃຫຍ່ກວ່າ, ບັນຫາໃນການອອກລູກ, ຄວາມຈໍາເປັນ ໃນການຜ່າຕັດເອົາລູກອອກ ແລະການຖືພາເປັນພິດ (Pre-eclampsia). ແຕ່ໂຣກເບົາຫວານ ໃນໄລຍະຖືພາ ຍັງມີຜົນກະທົບໄລຍະຍາວ ຕໍ່ສຸຂະພາບ ຂອງທັງແມ່ແລະເດັກ. ເຮົາຮູ້ວ່າ ເມື່ອເດັກໄດ້ຮັບລະດັບນ້ຳຕານໃນເລືອດສູງ ຕອນຢູ່ໃນທ້ອງແມ່, ພວກເຂົາຈະມີຄວາມສ່ຽງ ທີ່ຈະເປັນໂຣກອ້ວນ ແລະໂຣກເບົາຫວານ ໃນຊ່ວງຊີວິດຂອງພວກເຂົາເອງ. ດັ່ງນັ້ນ ໂຣກເບົາຫວານໃນຂນະຖືພາ ຫຼືໂຣກເບົາຫວານ ທີ່ມີຢູ່ກ່ອນ ໃນລະຫວ່າງການຖືພາ ຈຶ່ງມີຜົນສະທ້ອນລະຫວ່າງລຸ້ນ (Intergenerational Consequences)"

Dr Hare ກ່າວວ່າ ໃນເວລານີ້ ປະມານ 1 ໃນ 5 ຂອງການຖືພາ ໄດ້ຮັບຜົນກະທົບ ຈາກໂຣກເບົາຫວານ.

ສໍາລັບພວກແມ່ຍິງ ຊາວພື້ນເມືອງ ແລະ Torres Strait Islander, ຄວາມສ່ຽງ ແມ່ນສູງກວ່ານັ້ນ. ສ່ວນຫນຶ່ງກໍຍ້ອນວ່າ, ໃນຂນະທີ່ ແມ່ຍິງຫຼາຍຄົນ ເປັນໂຣກເບົາຫວານໃນລະຫວ່າງຖືພາ, ແມ່ຍິງຊາວພື້ນເມືອງ ມີໂອກາດຫຼາຍກວ່າກຸ່ມອື່ນໆ ທີ່ຈະເປັນໂຣກເບົາຫວານ ປະເພດ 2 ແລ້ວ.

ຊາວອອສເຕຣເລັຍ ພື້ນເມືອງ ມີແນວໂນ້ມເກືອບ 3 ເທົ່າ ທີ່ຈະເປັນໂຣກເບົາຫວານ ຫລາຍກວ່າ ຜູ້ທີ່ບໍ່ແມ່ນຊາວພື້ນເມືອງ.

ມັນເປັນນຶ່ງ ຂອງຫຼາຍຊ່ອງຫວ່າງ ໃນຜົນການປິ່ນປົວສຸຂະພາບ ທີ່ທ່ານ Mark Butler ຣັຖມົນຕີກະຊວງສາທາຣະນະສຸກ ກ່າວວ່າ ຣັຖບານຂອງລາວ ຕ້ອງການທີ່ຈະປິດ.

ລາວໄດ້ກ່າວ ໃນເດືອນກັນຍາ ກ່ຽວກັບການເພີ່ມຂຶ້ນ ຂອງການເຂົ້າເຖິງຢາກິນ ສໍາລັບໂຣກຫມາກໄຂ່ຫລັງ ທີ່ມາຈາກໂຣກເບົາຫວານ (Diabetic Kidney Disease) -ແລະຄວາມຈໍາເປັນ ທີ່ຈະຕ້ອງເຮັດຫລາຍຂຶ້ນກວ່ານັ້ນ.

"ມັນເປັນທີ່ຊັດແຈ້ງວ່າ, ເຖິງແມ່ນວ່າ ຈະມີເຈດຕະນາທີ່ດີທີ່ສຸດ, ການລົງທຶນຢ່າງຫຼວງຫຼາຍ, ວ່າວິທີການໃນປະຈຸບັນບໍ່ໄດ້ຜົນ. ພວກເຮົາຕ້ອງການວິທີການໃຫມ່ ໃນການເຮັດວຽກຮ່ວມກັບຊຸມຊົນ ເພື່ອຮັບຟັງຊຸມຊົນ, ຊຶ່ງຂ້າພະເຈົ້າຫມາຍເຖິງ ຊຸມຊົນຂອງຊາດທໍາອິດ ກ່ຽວກັບວິທີການທີ່ດີກວ່າ ໃນການເຂົ້າແຊກແຊງ, ການປ່ຽນແປງພຶດຕິກັມ, ແລະເພື່ອປິດຊ່ອງຫວ່າງນັ້ນ."

ມັນເປັນບັນຫາ ທີ່ພັນທະມິດດ້ານສຸຂະພາບ ຊົນນະບົດແຫ່ງຊາດ (National Rural Health Alliance) ມີຄວາມເປັນຫ່ວງຢ່າງຫຼາຍ ຊຶ່ງກໍໄດ້ຍື່ນເລື້ອງ ຕໍ່ການສອບສວນນໍາອີກ.

C-E-O, Susi Tegen, ກ່າວວ່າ ການໂດດດ່ຽວທາງພູມສາດ ສາມາດເຮັດໃຫ້ບັນຫາໂຣກເບົາຫວານ ຂອງຄົນພື້ນເມືອງນັ້ນໜັກລົງໄດ້.

"ງົບປະມານ ສໍາລັບປະຊາຊົນຊາວພື້ນເມືອງ ແລະ Torres Strait ຍັງຈໍາເປັນຕ້ອງເພີ່ມຂຶ້ນ ເຊັ່ນກັນ, ແລະມັນຈໍາເປັນຕ້ອງໄດ້ຮັບການສນັບ ສນູນຈາກຊຸມຊົນຊາວພື້ນເມືອງ. ມັນຕ້ອງມີການວາງແຜນຮ່ວມກັນ ໃນພື້ນທີ່, ແລະພວກເຮົາຕ້ອງການນັກສຶກສາ ແລະຜູ້ຝຶກອົບຮົມດ້ານການເບິ່ງແຍງ ສຸຂະພາບ ຊາວພື້ນເມືອງ

ແລະ Torres Strait Islander ຫຼາຍຂຶ້ນ, ແລະນັ້ນແມ່ນວິທີ ທີ່ພວກເຮົາສາມາດສນອງ ການປິ່ນປົວສຸຂະພາບ ທີ່ເຫມາະສົມ ທາງດ້ານວັດທະນະທັມ ແລະພາສາ ສໍາລັບຄົນເຫຼົ່ານັ້ນ ທີ່ຢູ່ໃນພື້ນທີ່. ແລະນັ້ນກໍແມ່ນ ສໍາລັບຊຸມຊົນຫຼາຍວັດທະນະທັມ ເຊັ່ນກັນ."

Ms Tegen ກ່າວວ່າ ຜູ້ຄົນມັກຈະລືມວ່າ ມີຈັກອຸດສາຫະກັມ ໃນເຂດຊົນນະບົດ ແລະຫ່າງໄກ ທີ່ຕ້ອງເພິ່່ງແຮງງານສາກົນ.

ຄົນທີ່ມາຈາກພູມຫຼັງ ຂອງຜູ້ຍົກຍ້າຍຖິ່ນຖານບາງສ່ວນ ມັກຈະເປັນໂຣກເບົາຫວານ ປະເພດ 2 ເຊັ່ນດຽວ ກັບກຸ່ມສູງອາຍຸ.

Ms Tegen ມີຄວາມເປັນຫ່ວງວ່າ ຜູ້ອົບພະຍົບທີ່ສູງອາຍຸ, ເຖິງແມ່ນຈະອາສັຍຢູ່ກັບຄອບຄົວ ແຕ່ກໍອາດຢູ່ໂດດດ່ຽວ ແລະຍັງບໍ່ຮູ້ວ່າ ເຂົາເຈົ້າໄດ້ເປັນໂຣກນັ້ນແລ້ວ.

"ມັນບໍ່ແມ່ນເລື່ອງແປກ ທີ່ຄົນເຮົາຈະບໍ່ຮູ້. ທ່ານຈະຮູ້ໄດ້ແນວໃດ ໃນເມື່ອທ່ານບໍ່ເຄີຍເປັນມາກ່ອນ? ແລະພວກເຂົາ ອາດຈະບໍ່ເຂົ້າໃຈ ພາສາຫຼືລະບົບ ໃນອອສເຕຣເລັຍ, ເຂົ້າໃຈລະບົບການແພດ ແລະສຸຂະພາບ-ມັນຍາກຫຼາຍ. ເຂົາເຈົ້າ ອາດຈະບໍ່ບອກລູກຫຼານ ວ່າເຂົາເຈົ້າມີບັນຫາຫຍັງ. ຄົນສ່ວນໃຫຍ່ ແມ່ນຈະບໍ່ມັກເວົ້າຫຍັງຫຼາຍ, ແລະໂດຍສະເພາະໃນເຂດຊົນນະບົດ ຂອງອອສເຕຣເລັຍ. ແຕ່ຖ້າຄົນມາຈາກປະເທດອື່ນ ແລ້ວກໍຍ້າຍໄປຢູ່ເຂດຊົນນະບົດ. ພວກເຂົາອາດຈະຄິດວ່າ: 'ພວກເຮົາໂຊກດີແທ້ໆໃນອອສເຕຣເລັຍ', ແລະພວກເຂົາບໍ່ຮູ້ແທ້ໆ ວ່າມີຫຍັງແດ່ທີ່ອອສເຕຣເລັຍສາມາດໃຫ້ໄດ້."

ອົງການພັນທະມິດ ສຸຂະພາບຊົນນະບົດແຫ່ງຊາດ (The National Rural Health Alliance) ຕ້ອງການງົບເພີ່ມເຕີມ ເພື່ອໄປໃຊ້ໃນໂຄງການຮັບຮູ້, ການກວດກາ ແລະການປ້ອງກັນ.

ທ່ານນາງ Tegen ຍັງກ່າວອີກວ່າ ການສ້າງ-ແລະການຮັກສາ-ພະນັກງານ ທີ່ສາມາດກວມຫຼາຍຂແນງ (Multidisciplinary) ແມ່ນສໍາຄັນຫຼາຍ.

ນັ້ນຫມາຍຄວາມວ່າ ໂຄງການຝຶກອົບຮົມແບບ end-to-end ໃນເຂດຊົນນະບົດ ແລະເຂດຫ່າງໄກ ເພື່ອຕໍ່ສູ້ກັບ ການຮົ່ວໄຫຼ ຂອງພະນັກງານເມື່ອຜູ້ຄົນຍ້າຍອອກຈາກພື້ນທີ່ ເພື່ອການສຶກສາ.

"ເພາະວ່າພວກເຮົາຮູ້ວ່າ ເມື່ອທ່ານມີຄົນຈາກເຂດຊົນນະບົດ ທີ່ໄດ້ເຂົ້າໂຮງຮຽນປະຖົມ ແລະມັດທະຍົມ ແລ້ວໄປຝຶກອົບຮົມ ດ້ານສຸຂະພາບ ຫຼືການແພດ ໃນຊຸມຊົນຊົນນະບົດ, ພວກເຂົາຈະມີແນວໂນ້ມ ທີ່ຈະຢູ່ຕໍ່."

ໄລຍະທາງໄກ ຍັງເພີ່ມຄ່າໃຊ້ຈ່າຍ ໃນການຂົນສົ່ງຢາ-ແລະເພີ່ມພາລະທາງການເງິນ ແລະຄວາມຮູ້ສຶກ ສໍາລັບຊາວອອສເຕຣເລັຍ ໃນເຂດຊົນນະບົດ ທີ່ເຂົ້າເຖິງການດູແລ ຈາກຜູ້ຊ່ຽວຊານ.

"ຜູ້ຄົນຕ້ອງອອກຈາກວຽກ, ລູກຂອງເຂົາ ຕ້ອງໄດ້ຮັບການດູແລ, ຫຼັງຈາກນັ້ນ ພວກເຂົາຕ້ອງຈ່າຍຄ່າທີ່ພັກຢູ່ໃນເມືອງ, ພວກເຂົາຕ້ອງເດີນທາງ. ຂ້າພະເຈົ້າວາດພາບບໍ່ໄດ້ວ່າ ຄົນໃນເມືອງພໍໃຈທີ່ຈະເດີນທາງໄປບ່ອນອື່ນ. ພວກເຮົາລອງເວົ້າປີ້ນກັນວ່າ ຖ້າຫາກຄົນໃນເມືອງ ຕ້ອງເດີນທາງໄປບ່ອນໃດບ່ອນຫນຶ່ງ ທີ່ຢູ່ຫ່າງຈາກເຮືອນຂອງເຂົາ ສາມຊົ່ວໂມງ, ແລ້ວພັກຢູ່ທີ່ນັ້ນຄືນນຶ່ງ ເພາະການນັດຫມາຍນາຍໝໍຂອງທເຂົາໃນຕອນເຊົ້າ ຫຼືເປັນນັດສຸດທ້າຍຂອງມື້."

Dr Hare ກ່າວວ່າ the Australian Diabetes in Pregnancy Society ຍັງມີຄວາມກະຕືລືລົ້ນ ໃນການເພີ່ມການເຂົ້າເຖິງ ການດູແລທີ່ມີຄຸນນະພາບສູງ.

ລາວຢາກເຫັນ ເງິນໄປສູ່ເຕັກໂນໂລຊີ ແລະຊັບພະຍາກອນຫຼາຍຂຶ້ນ.

ແຕ່ລາວກ່າວວ່າ ມັນເປັນພື້ນຖານຂອງການຫລຸດຜ່ອນ ຄວາມບໍ່ສເມີພາບ ດ້ານສຸຂະພາບ ໃນລະດັບປະຊາກອນຫຼາຍກວ່າ.

ການຕັ້ງເປົ້າຫມາຍ ແມ່ຍິງທີ່ມີຄວາມສ່ຽງສູງ ໂດຍສະເພາະດ້ວຍໂຄງການທີ່ມີເປົ້າຫມາຍສະເພາະບຸກຄົນ ແມ່ນດີຫຼາຍ. ແຕ່ແທ້ຈິງແລ້ວ ພວກເຮົາຕ້ອງການ ທີ່ຈະປ່ຽນແປງສິ່ງແວດລ້ອມເຊັ່ນກັນ. ນັ້ນແມ່ນສະພາບແວດລ້ອມ ທາງອາຫານ-ແກ້ໄຂຄວາມບໍ່ສເມີພາບ ໃນການເຂົ້າເຖິງອາຫານ. ເຮົາຮູ້ວ່າ ຜູ້ຍິງທີ່ບໍ່ມີຄວາມໝັ້ນຄົງດ້ານອາຫານ ມີແນວໂນ້ມ ຈະເປັນໂຣກເບົາຫວານຫຼາຍຂຶ້ນ. ແລະເຮົາຍັງຮູ້ອີກວ່າ ເຮົາຢູ່ໃນສະພາບແວດລ້ອມ ທີ່ສົ່ງເສີມການຊີວິດ ທີ່ບໍ່ໃຊ້ກຳລັງງານຫຼາຍ ແລະການເຂົ້າເຖິງໄດ້ງ່າຍຂຶ້ນ ໃນການກິນອາຫານທີ່ມີແຄລໍຣີສູງ. ສະນັ້ນ, ພວກເຮົາຈຶ່ງສນັບສນູນ ການຮຽກຮ້ອງຈາກຄົນອື່ນເຊັ່ນກັນ, ສໍາລັບນະໂຍບາຍດ້ານການເງິນ ເຊັ່ນພາສີ ຕໍ່ເຄື່ອງດື່ມ ທີ່ມີນ້ຳຕານເຊັ່ນກັນ."

ການຍື່ນຄໍາຮ້ອງ ຕໍ່ການສອບສວນ ກ່ຽວກັບໂຣກເບົາຫວານ ນັ້ນປິດແລ້ວ, ໂດຍຍັງບໍ່ມີການປະກາດ ວັນສົ່ງມອບລາຍງານສຸດທ້າຍເທື່ອ.

ເນື້ອເລື່ອງໂດຍ Ruth McHugh-Dillon ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share