ການສອບສວນເລື້ອງການແຕ່ງຕັ້ງຣັຖມົນຕີ ຫຼາຍຕຳແໜ່ງຂອງ Scott Morrison ກຳລັງດຳເນີນການຕໍ່ໄປຢູ່.

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ທ່ານຈະບໍ່ເປີດເຜີຍ ຄໍາແນະນໍາຈາກທະນາຍຄວາມຂອງຣັຖບານສເມີໄປ, ແຕ່ໃນກໍລະນີນີ້ ມັນສາມາດຖືກເປີດເຜີຍໄດ້ ກ່ຽວກັບການແຕ່ງຕັ້ງຕົນເອງຂອງ Scott Morrison

Prime Minister Anthony Albanese releases the advice from the Solicitor General. Source: AAP / AAP

ການສອບສວນເລື້ອງການແຕ່ງຕັ້ງຣັຖມົນຕີ ຫຼາຍຕຳແໜ່ງຂອງ Scott Morrison ກຳລັງດຳເນີນການຕໍ່ໄປຢູ່.ທະນາຍຄວາມຂອງຣັຖບານໄດ້ພົບວ່າ ຕຳແໜ່ງຣັຖມົນຕີນັ້ນ ມີຜົນບັງຄັບໃຊ້ໄດ້ ຢ່າງຖືກຕ້ອງຕາມກົດຫມາຍ, ແຕ່ບໍ່ສອດຄ່ອງກັບຫຼັກການ ແຕ່ເຫດການນີ້ສ້າງຄວາມຍິນດີຕໍ່ຣັຖບານໃນການສຳຫຼວດຄວາມນິຍົມຊຶ່ງໄດ້ເພີ່ມຂຶ້ນ.


ຄນະຣັຖມົນຕີໄດ້ຕົກລົງທີ່ຈະສອບສວນກ່ຽວກັບຕຳແໜ່ງ ຣັຖມົນຕີລັບ ຂອງ ທ່ານ Scott Morrison ຫຼັງຈາກທີ່ນາຍົກຣັຖມົນຕີໄດ້ເປີດເຜີຍກ່ຽວກັບ ຄໍາແນະນໍາ ຈາກທະນາຍຄວາມຂອງຣັຖບານ ກ່ຽວກັບບັນຫານີ້.

ທະນາຍຄວາມຂອງຣັຖບານໄດ້ພົບວ່າ ຕຳແໜ່ງຣັຖມົນຕີນັ້ນ ມີຜົນບັງຄັບໃຊ້ໄດ້ ຢ່າງຖືກຕ້ອງຕາມກົດຫມາຍ, ແຕ່ບໍ່ສອດຄ່ອງກັບຫຼັກການ Krishani Dhanji ລາຍງານ.

 ການເຄື່ອນໄຫວດັ່ງກ່າວແມ່ນຖືກຕ້ອງຕາມກົດຫມາຍ ແຕ່ໄດ້ທໍາລາຍ ຫລັກການ ຂອງຣັຖບານທີ່ຮັບຜິດຊອບ -ນັ້ນແມ່ນຄໍາແນະນໍາຂອງທະນາຍຄວາມຂອງຣັຖບານ ກ່ຽວກັບຕຳແໜ່ງລັບ ຂອງທ່ານ Scott Morrison.

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ທ່ານຈະບໍ່ເປີດເຜີຍ ຄໍາແນະນໍາຈາກທະນາຍຄວາມຂອງຣັຖບານສເມີໄປ, ແຕ່ໃນກໍລະນີນີ້ ມັນສາມາດຖືກເປີດເຜີຍໄດ້.

 ລາວເວົ້າວ່າຜູ້ດຳຣົງຕຳແໜ່ງກ່ອນໜ້ານີ້ (Scott Morrison) ຕ້ອງຮັບຜິດຊອບ.

" ຂ້າພະເຈົ້າຄິດວ່າ ຄໍາແນະນໍາເຖິງ ຄຳວິຈານ ແລະຄຳຕິຕຽນຢ່າງຊັດເຈນ ກ່ຽວກັບຜົນກະທົບຕໍ່ລະບົບປະຊາທິປະໄຕ ຂອງເຮົາ, ກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນ ພາຍໃຕ້ ຣັຖບານ Morrison ໃນອະດີດ"

ນາຍົກຣັຖມົນຕີໄດ້ປະກາດວ່າ ການສອບສວນແບບເອກກະເທດ ຈະພິຈາລະນາເບິ່ງສິ່ງທີ່ໄດ້ເກີດຂຶ້ນ, ແລະພິຈາລະນາການປະຕິຮູບທີ່ເປັນໄປໄດ້ໃນອະນາຄົດ.

 "ຈໍາເປັນທີ່ຈະຕ້ອງມີຄວາມໂປ່ງໃສຫຼາຍຂຶ້ນກ່ຽວກັບ ເຫດການນີ້ວ່າ ມັນເກີດຂຶ້ນໄດ້ແນວໃດ, ເປັນຫຍັງມັນຈຶ່ງເກີດຂຶ້ນ, ຜູ້ທີ່ຮູ້ກ່ຽວກັບເລື່ອງທີ່ເກີດຂຶ້ນ, ມີຄວາມຫມາຍແນວໃດ... ເຫັນໄດ້ຢ່າງຊັດເຈນວ່າ ມີຄໍາຖາມອີກຫຼາຍທີ່ໄດ້ຖືກຍົກຂຶ້ນມາ."

 ທ່ານ Anthony Albanese ກ່າວວ່າ ທ່ານໄດ້ຂໍໃຫ້ຜແນກ ຂອງທ່ານ ເບິ່ງການອັດຮູຮົ່ວທີ່ອະນຸຍາດໃຫ້ການແຕ່ງຕັ້ງຂຶ້ນຢ່າງລັບໆ.

 ທະນາຍຄວາມຂອງຣັຖບານ Stephen Donoghue ໄດ້ຂຽນ ໃນບົດລາຍງານ ຂອງທ່ານວ່າ ການຂາດຄວາມໂປ່ງໃສ ຫມາຍຄວາມວ່າ ຣັຖມົນຕີເຫຼົ່ານັ້ນ ບໍ່ສາມາດຮັບຜິດຊອບໄດ້.

 ສາດສະດາຈານຜູ້ຊ່ຽວຊານດ້ານກົດຫມາຍຣັຖທັມນູນ ທ່ານ George Williams ອະທິບາຍຕື່ມວ່າ:

 "ຄວາມຈິງທີ່ວ່າການແຕ່ງຕັ້ງເຫຼົ່ານີ້ແມ່ນຖືກຕ້ອງ ແຕ່ ບໍ່ໄດ້ເຮັດໃຫ້ ເຂົາເຈົ້າຖືກຕ້ອງ, ທັງບໍ່ໄດ້ເຮັດການແຕ່ງຕັ້ງນັ້ນປອດພັຍ ສໍາລັບຣະບອບປະຊາທິປະໄຕ ຂອງພວກເຮົາ. ແລະດັ່ງທີ່ ທະນາຍຄວາມຂອງຣັຖບານ ໄດ້ລະບຸໄວ້, ມີຫຼັກການໃຫຍ່ທີ່ສໍາຄັນຂອງລະບົບຣັຖບານ ທີ່ມີຄວາມຮັບຜິດຊອບຂອງພວກເຮົາ: ຍົກຕົວຢ່າງວ່າ ຕຳ    ແໜ່ງຣັຖມົນຕີເຫຼົ່ານັ້ນຮຽກຮ້ອງໃຫ້ ບັນດາຣັຖມົນຕີ ມີຄວາມຮັບຜິດຊອບຕໍ່ສະພາແຫ່ງຊາດ, ແຕ່ມັນເປັນໄປບໍ່ໄດ້ ທີ່ຣັຖມົນຕີຈະຮັບຜິດຊອບຕໍ່ສະພາແຫ່ງຊາດ ຖ້າບໍ່ມີໃຜຮູ້ວ່ານາຍົກຣັຖມົນຕີ ໄດ້ຮັບການແຕ່ງຕັ້ງ. ສະນັ້ນ ຄວາມຈິງທີ່ວ່າສິ່ງນີ້ ໄດ້ເກີດຂຶ້ນ ເປັນຄວາມລັບນັ້ນ ຫມາຍຄວາມວ່າ ຂະບວນການຖືກເພພັງ ແລະກົດລະບຽບ ພື້ນຖານ ຂອງປະຊາທິປະໄຕເຫລົ່ານີ້ ຂອງພວກເຮົາໄດ້ຖືກທັບມ້າງ."

ພັກ Greens ໄດ້ຍິນດີຕ້ອນຮັບ ການປະກາດກ່ຽວກັບການສອບສວນ ແຕ່ກ່າວວ່າ ມັນຈໍາເປັນຕ້ອງມີຂໍ້ອ້າງອີງໃນວົງກວ້າງ ເພື່ອສືບສວນຢ່າງກວ້າງຂວາງ ກ່ຽວກັບ ບັນຫານີ້ ແລະການມີອໍານາດຂອງຄະນະກັມມາທິການ.

 ສະມາຊິກສະພາສູງພັກ Greens, ທ່ານ David Shoebridge ກ່າວວ່າ ຈະອະນຸຍາດໃຫ້ ການສອບສວນມີອໍານາດຫຼາຍຂຶ້ນ ໃນການເຂົ້າເຖິງ ເອກກະສານ ແລະການບັງຄັບພະຍານ.

 "ພວກເຮົາຕ້ອງການ ກົດຫມາຍທີ່ເຂັ້ມແຂງ, ພວກເຮົາ ຕ້ອງການກົດຫມາຍ ເພື່ອບັງຄັບໃຫ້ມີຄວາມໂປ່ງໃສ ແລະພວກເຮົາຕ້ອງການ ການສອບສວນນີ້ ມີອໍານາດ ໃນການເອີ້ນ ເອກະສານເຫຼົ່ານັ້ນ, ເພື່ອບັງຄັບໃຫ້ ການຜລິດພະຍານ ແລະຮັບປະກັນໃຫ້ປະຊາຊົນແລະຣັຖສະພາແຫ່ງໄດ້ຮູ້ຕົ້ນຕໍຂອງເລື້ອງນີ້."

 ສາດສະດາຈານ Williams ກ່າວວ່າ ການສອບສວນອາດບໍ່ພຽງພໍ ເພື່ອໃຫ້ແນ່ໃຈວ່າມີການປ່ຽນແປງໃນຫຼັກການ.

 "ນີ້ຈໍາເປັນຕ້ອງມີການສອບສວນເພື່ອໃຫ້ຮອດຕົ້ນຕໍຂອງສິ່ງທີ່ເກີດຂຶ້ນ, ແລະທີ່ສໍາຄັນທີ່ສຸດ ເພື່ອກໍານົດວິທີ ທີ່ພວກເຮົາແກ້ໄຂສິ່ງນີ້ສໍາລັບອະນາຄົດ. ຂ້າພະເຈົ້າຄິດວ່າ ສິ່ງນີ້ຈະກ່ຽວພັນຫລາຍກວ່າການປ່ຽນແປງຫຼັກການເທົ່ານັ້ນ, ມັນຈະຮຽກຮ້ອງໃຫ້ມີກົດຫມາຍ. ພວກເຮົາຕ້ອງການອອກກົດຫມາຍ ເພື່ອຄວາມ ໂປ່ງໃສ ເພື່ອໃຫ້ແນ່ໃຈວ່າ ເມື່ອໃດກໍຕາມ ທີ່ມີການແຕ່ງຕັ້ງຣັຖມົນຕີ, ຣັຖສະພາ ແລະປະຊາຊົນຈະຕ້ອງໄດ້ຮັບຮູ້."

 ຝ່າຍຄ້ານກ່າວວ່າຕົນຈະພະຍາຍາມເຮັດວຽກຮ່ວມກັບຣັຖບານ ເພື່ອເຮັດໃຫ້ ຂະບວນການບາງຢ່າງມີຄວາມໂປ່ງໃສຫລາຍຂຶ້ນ.

 ແຕ່ຮອງຜູ້ນໍາຝ່າຍຄ້ານ Sussan Ley ກ່າວຫານາຍົກຣັຖມົນຕີ ວ່າ ໃຫ້ຄວາມສຳຄັນຕໍ່ອະດີດ ແທນທີ່ຈະເປັນອະນາຄົດ.

 "ດັ່ງທີ່ທະນາຍຄວາມຂອງຣັຖບານໄດ້ໃຫ້ຂໍ້ສັງເກດວ່າ ຂະບວນການຕ່າງໆ ສາມາດໄດ້ຮັບການປັບປຸງ ແລະເຮັດໃຫ້ມີຄວາມໂປ່ງໃສຫຼາຍຂຶ້ນ ແລະຝ່າຍຄ້ານ ກໍພ້ອມທີ່ຈະດໍາເນີນໄປຕາມແນວທາງເຫຼົ່ານັ້ນກັບຣັຖບານ ທີ່ມີຂໍ້ສເນີ ເພື່ອປັບປຸງຂະບວນການເຫຼົ່ານັ້ນ."

 Scott Morrison ໄດ້ອອກມາຕອບດ້ວຍການລົງຂໍ້ຄວາມ ທີ່ຍາວໃນເຟສບຸກວ່າ ການຮັກສາອໍານາດນັ້ນ ບໍ່ໄດ້ຖືກໃຊ້ ໃນທາງທີ່ຜິດ.

 ແນ່ນອນວ່າເລື້ອງນີ້ເປັນສິ່ງທີ່ດີສໍາລັບຣັຖບານ, ເຊິ່ງໄດ້ພຸ່ງສູງຂຶ້ນ ໃນການສໍາຫລວດຄວາມຄິດເຫັນ.

 ຣັຖບານຍັງຢູ່ໃນຊ່ວງ “ເຂົ້າໃໝ່ ປາມັນ” ຫຼັງການເລືອກຕັ້ງ ແລະມີຄວາມຍິນດີ ກັບການຢັ່ງສຽງໃນທາງບວກ, ແຕ່ກໍຍັງສະແດງ ໃຫ້ເຫັນວ່າ ມີຄວາມນິຍົມເພີ່ມຂຶ້ນຢ່າງຊັດແຈ້ງນັບແຕ່ການເລືອກຕັ້ງ.

ການສຳຫຼວດຂອງ Resolve Strategic ທີ່ຖືກພິມໃນຫນັງສືພິມ ສະແດງ ໃຫ້ເຫັນວ່າ ຄະແນນສຽງຂັ້ນຕົ້ນ ຂອງພັກ Labor ຢູ່ທີ່ 42 ເປີເຊັນ ຊຶ່ງສູງກວ່າຄະແນນສຽງຄວາມນິຍົມ ຂັ້ນຕົ້ນ 33 ເປີເຊັນ ໃນເດືອນພຶດສະພາ ກ່ອນການເລືອກຕັ້ງ.

ແຕ່ທ່ານຮອງນາຍົກຣັຖມົນຕີ Richard Marles ໄດ້ບອກຊ່ອງ 7 ວ່າ ທ່ານບໍ່ໄດ້ສົນໃຈກ່ຽວກັບໂຕເລກຫຼາຍ.

 "ພວກເຮົາໄດ້ເອົາໃຈໃສ່ຫຼາຍໃນຫນ້າທີ່ຂອງຣັຖບານ, ພວກເຮົາໄດ້ຖືກຖາມ ຄໍາຖາມກ່ຽວກັບການລົງ ຄະແນນສຽງ ຫຼາຍ ແລະກ່ອນການເລືອກຕັ້ງ ຄັ້ງສຸດທ້າຍ ພວກເຮົາໄດ້ ເວົ້າວ່າ ພວກເຮົາໄດ້ສົນໃຈຕໍ່ການ ເລືອກຕັ້ງ ແລະຕອນນີ້ ພວກເຮົາໄດ້ເອົາໃຈໃສ່ຫຼາຍ ໃນການປົກຄອງ ແລະຂ້າພະເຈົ້າ ຄິດວ່າ ການລົງຄະແນນສຽງນັ້ນ ມັນກໍຈະເບິ່ງມັນເອງ."

 ໃນຄືນກ່ອນ, ນາຍົກຣັຖມົນຕີໄດ້ອອກໄປ ເບິ່ງການສະແດງດົນຕີ ທີ່ນະຄອນຊິດນີ, ແລະໄດ້ຖືກຖ່າຍຮູບຕອນກຳລັງດື່ມເບັຍຢ່າງໄວ ແລະບໍ່ໄດ້ເອົາໃຈໃສ່ຕໍ່ການສຳຫຼວດຄວາມຄິດເຫັນຫຍັງ

 ເຫດການເຫຼົ່ານີ້ເຮັດໃຫ້ຣັຖບານຢູ່ໃນຕໍາແຫນ່ງ ທີ່ສະດວກສະບາຍກວ່າເກົ່າ, ໃນຂນະທີ່ ການສືບສວນ ເລື້ອງແຕ່ງຕັ້ງຣັຖມົນຕີ ແລະການສອບສວນໃນອະນາຄົດ ຍັງສືບຕໍ່ສ້າງຄວາມເສັຍຫາຍໃຫ້ແກ່ຝ່າຍຄ້ານ.

 ເນື້ອເລື່ອງໂດຍ Krishani Dhanji ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ


Share