ການຍົກຍ້າຍຖິ່ນຖານຂ້າມລຸ້ນ

SERVICE NSW REFUGEES GRADUATION

Attendees are seen during the graduation of 24 refugees who have completed internships with Service NSW, Sydney, Tuesday, June 20, 2023. (AAP Image/Bianca De Marchi) NO ARCHIVING Source: AAP / BIANCA DE MARCHI/AAPIMAGE

ລາຍງານ Intergenerational Report ຂອງຣັຖບານ ຊີ້ໃຫ້ເຫັນວ່າ ຊາວອອສເຕຣເລັຍ ທີ່ທຳງານກຳລັງຈະກະສຽນ ໃນອີກບໍ່ຈັກປີທາງໜ້າ ຍ້ອນມີອາຍຸຫຼາຍຂຶ້ນ. ກຸ່ມທຸຣະກິດ ແລະນັກເສດຖະສາດ ກໍາລັງຊຸກຍູ້ ໃຫ້ຣັຖບານເບິ່ງການຍົກຍ້າຍຖິ່ນຖານ ເພື່ອເປັນທາງອອກ ສຳລັບຕຳແໜ່ງວຽກທີ່ຈະວ່າງຂຶ້ນ ຍ້ອນການກະສຽນ.


ການຍົກຍ້າຍຖິ່ນຖານຂ້າມລຸ້ນ.

ລາຍງານ Intergenerational Report ຂອງ ຊີ້ໃຫ້ເຫັນວ່າ ຊາວ ທີ່ສໍາຄັນສ່ວນຫນຶ່ງ ຈະອອກຈາກແຮງງານ ໃນອີກບໍ່ຈັກປີທາງໜ້າ ຍ້ອນມີອາຍຸຫຼາຍຂຶ້ນ.

ກຸ່ມທຸຣະກິດ ແລະນັກເສດຖະສາດ ກໍາລັງຊຸກຍູ້ ໃຫ້ຣັຖບານເບິ່ງການຍົກຍ້າຍຖິ່ນຖານ ເພື່ອເປັນທາງອອກ ສຳລັບຕຳແໜ່ງວຽກທີ່ຈະວ່າງຂຶ້ນ ຍ້ອນການກະສຽນ.

Ruth McHugh-Dillon ລາຍງານ.

ໃນໄລຍະ 40 ປີທາງຫນ້າ, ຈໍານວນຊາວອອສເຕຣເລັຍທີ່ມີອາຍຸ 65 ປີຂຶ້ນໄປ ຈະເພີ່ມຂຶ້ນຫຼາຍກວ່າສອງເທົ່າ.

ນັ້ນແມ່ນການ ຄາດການ ຈາກລາຍງານ Intergenerational Report ຂອງຣັຖບານ.

ຫມາຍຄວາມວ່າ ສ່ວນໃຫຍ່ຂອງຊາວອອສເຕຣເລັຍ ຈະມີອາຍຸຫຼາຍຂຶ້ນໃນຕລາດແຮງງານ ໃນອີກບໍ່ຫຼາຍປີຂ້າງໜ້າ.

ນັກເສດຖະສາດ ແລະກຸ່ມຕ່າງໆເຊັ່ນ ສະພາທຸຣະກິດຂອງອອສເຕຣເລັຍ (Business Council of Australia) ແມ່ນຢູ່ໃນກຸ່ມ ທີ່ຊຸກຍູ້ ໃຫ້ຣັຖບານ ຊອກຫາການຍົກຍ້າຍຖິ່ນຖານ ເພື່ອໃຫ້ມາແທນບ່ອນວ່າງງານ ທີ່ຜູ້ກະສຽນອາຍຸ ຈະສ້າງຂຶ້ນ.

ທ່ານ Mark Humphery-Jenner, ຮອງສາດສະດາຈານ ມະຫາວິທະຍາໄລ New South Wales ກ່າວວ່າ ຖ້າບໍ່ມີການຍົກຍ້າຍຖິ່ນຖານ, ແຮງງານທີ່ຫົດຕົວ ຈະສ້າງພາລະອັນໃຫຍ່ຫຼວງ ໃຫ້ກັບຄົນຫນຸ່ມນ້ອຍ.

"ພວກເຮົາກໍາລັງເບິ່ງການປະສົມຂອງລາຍໄດ້ທີ່ຫຼຸດລົງ, ຢ່າງຫນ້ອຍຈາກປະຊາກອນສ່ວນນັ້ນ, ແລະການໃຊ້ຈ່າຍທີ່ເພີ່ມຂຶ້ນ, ຊຶ່ງເຮັດໃຫ້ພາລະຫນັກຂຶ້ນ ຕໍ່ພາສີລາຍໄດ້ສ່ວນຕົວ ຂອງບາງທີຄົນລຸ້ນໃຫມ່, ຊຶ່ງເປັນບັນຫາໃຫຍ່ ທີ່ພວກເຮົາກໍາລັງເຫັນຢູ່ ໃນລາຍງານ Intergenerational Report. ແລະການຍົກຍ້າຍຖິ່ນຖານ ເປັນວິທີຫນຶ່ງ ທີ່ຈະຊ່ອຍຫລຸດຜ່ອນສິ່ງນັ້ນ, ໂດຍສະເພາະ ຖ້າຫາກທ່ານສາມາດ ຊ່ອຍເພີ່ມຖານພາສີທົ່ວໄປ ໂດຍບາງທີ ອາດຈະນໍາເອົາແຮງງານຕ່າງຊາດ ທີ່ຫນຸ່ມກວ່າເຂົ້າມາ, ຊຶ່ງອາດຈະຊ່ອຍຫຼຸດພາລະບາງສ່ວນນັ້ນໄດ້"

ຜູ້ອໍານວຍການໂຄງການ ນະໂຍບາຍເສດຖະກິດຂອງສະຖາບັນ Grattan, ທ່ານ Brendan Coates ກ່າວວ່າ ມີເຫດຜົນທີ່ດີ ວ່າເປັນຫຍັງ ການຍົກຍ້າຍຄວນໄດ້ຮັບການຊຸກຍູ້.

"ຜູ້ຍົກຍ້າຍຖິ່ນຖານສ່ວນໃຫຍ່ ມາຮອດປະເທດອອສເຕຣເລັຍເມື່ອພວກເຂົາເຈົ້າຍັງນ້ອຍ, ເປັນນັກຮຽນຕ່າງຊາດ, ເປັນຜູ້ຍົກຍ້າຍຖິ່ນຖານ ທີ່ມີທັກສະ, ຫຼືເປັນຄູ່ສົມລົດຂອງຊາວອອສເຕຣເລັຍ ສ່ວນຫຼາຍຈະຢູ່ໃນວັຍຫນຸ່ມ ແລະເປັນທັມມະດາ ທີ່ເຂົາເຈົ້າຈະມີອາຍຸຫຼາຍຂຶ້ນ, ແຕ່ເຂົາເຈົ້າ ໃຊ້ເວລາ 30, 40 ປີ ໃນການເຮັດວຽກ ແລະຜົນກໍຄື ຈະຊ່ອຍແກ້ປັນຫາເລື້ອງ ອາຍຸຂອງແຮງງານຂອງປະຊາຊົນ ອອສເຕຣເລັຍ ແລະເຮັດໃຫ້ມັນຊ້າລົງແທ້ໆ.

ກຸ່ມອື່ນໆ ກໍາລັງກະຕຸ້ນເຕືອນໃຫ້ລະວັງ.

Yamamah Agha ເປັນຜູ້ຈັດການທົ່ວໄປຂອງ Newcomer Support at Settlement Services International.

ນາງກ່າວວ່າ ເມື່ອພວກເຂົາເຈົ້າມາເຖິງອອສເຕຣເລັຍແລ້ວ ພວກອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານຫຼາຍຄົນ ກໍປະເຊີນກັບອຸບປະສັກເຊັ່ນ ການສນັບສນູນດ້ານພາສາ ບໍ່ພຽງພໍ.

Yamamah ກ່າວວ່າ ອອສເຕຣເລັຍຕ້ອງປັບປຸງ ລະບົບການຍົກຍ້າຍຖິ່ນຖານ ໃຫ້ມີປະສິດທິພາບຫລາຍຂຶ້ນ ໃນການສນັບສນູນເຂົາເຈົ້າ, ແລະໃຊ້ປໂຍດ ຈາກສິ່ງທີ່ເຂົາເຈົ້າມີໃຫ້ຢ່າງເຕັມທີ່.

"ແຮງງານຂອງຜູ້ຍົກຍ້າຍຖິ່ນຖານໃນອອສເຕຣເລັຍ, ພວກເຂົາມີສິ່ງທີ່ຈະສເນີຫຼາຍຢ່າງ ແຕ່ພວກເຂົາຖືກເບິ່ງຂ້າມ ໃນລະບົບປະຈຸບັນ ເນື່ອງຈາກລະບົບຄຸນວຸດທິ ຈາກຕ່າງປະເທດ."

ສໍາລັບສາດສະດາຈານ Humphery-Jenner, ວີຊາ (visa) ກໍເປັນບັນຫາສໍາຄັນເຊັ່ນກັນ.

"ມີອຸບປະສັກຢ່າງແນ່ນອນໃນເລື້ອງວີຊາ. ຜູ້ຍົກຍ້າຍຖິ່ນຖານ ຫຼາຍຄົນ ຕ້ອງການເຮັດວຽກໃນອອສເຕຣເລັຍ. ພວກເຮົາ ມີນັກສຶກສາ ທີ່ຈົບການສຶກສາ ຫຼາຍຄົນຈາກມະຫາວິທະຍາໄລ ທີ່ຕ້ອງການຢູ່ ອອສເຕຣເລັຍ. ເຂົາເຈົ້າ ໄດ້ສ້າງທັກສະຢູ່ທີ່ນີ້, ສ່ວນຫລາຍແລ້ວ ໄດ້ສ້າງເຄືອຂ່າຍຫມູ່ເພື່ອນ ຫຼືຄອບຄົວຢູ່ທີ່ນີ້. ເຂົາເຈົ້າຢາກຢູ່ອອສເຕຣເລັຍຫຼາຍ. ເຖິງຢ່າງໃດກໍຕາມ ລະບົບວີຊາ ເຮັດໃຫ້ມັນຍາກຫຼາຍ. ສະນັ້ນ ການທີ່ຈະໄດ້ວີຊາທັກສະ ເປັນທີ່ຮູ້ກັນດີວ່າ ມັນຍາກຫຼາຍ. ແລະຖ້າເຮົາບໍ່ຜ່ອນເບົາ ລະບົບເຫຼົ່ານັ້ນ ມັນກໍຈະເປັນການຍາກທີ່ຈະດຶງດູດຜູ້ຄົນ."

ສາດສະດາຈານ Humphery-Jenner ກ່າວວ່າ ຖ້າບໍ່ມີການປ່ຽນແປງ ອັນໃຫຍ່ຫຼວງ, ອອສເຕຣເລັຍ ຈະສ່ຽງຕໍ່ການສູນເສັຍຄວາມສາມາດ ໃຫ້ກັບປະເທດຕາເວັນຕົກອື່ນໆ-ເຊັ່ນການາດາ, ອັງກິດ ແລະສະຫະຣັດ, ຊຶ່ງກໍແມ່ນຄວາມເປັນຫ່ວງ ທີ່ສະພາທຸຣະກິດ ຂອງອອສເຕຣເລັຍ ມີເຊັ່ນກັນ.

ແຕ່ບັນຫາທີ່ສໍາຄັນອັນທີສອງ ກໍຄືວິກິດການ ດ້ານຄ່າຄອງຊີບແລະການໃຊ້ຈ່າຍ ໃນເລື້ອງທີ່ຢູ່ອາສັຍ ໃນອອສເຕຣເລັຍ, ຫລາຍຄົນຢ້ານວ່າ ການຮັບເອົາຜູ້ຍົກຍ້າຍຖິ່ນຖານຈໍານວນຫລາຍ ອາດກາຍເປັນສາເຫດ ຂອງລາຄາທີ່ເພີ່ມຂຶ້ນ.

ຜູ້ຊ່ຽວຊານສ່ວນໃຫຍ່ກ່າວວ່າ ສາເຫດແມ່ນກົດຫມາຍການວາງແຜນ ແລະການຈັດຫາ.

ເມື່ອບໍ່ດົນມານີ້ ຄນະຣັຖມົນຕີ ແຫ່ງຊາດ ໄດ້ປະກາດນະໂຍບາຍ ທີ່ສໍາຄັນ ໃນການແກ້ໄຂການຈັດຫາ, ໂດຍໃຫ້ຣັດ ແລະເຂດປົກຄອງໄດ້ຮັບເງິນສູງເຖິງ ສາມພັນລ້ານໂດລາ ຖ້າຫາກວ່າ ພວກເຂົາເຈົ້າ ບັນລຸເປົ້າຫມາຍໃໝ່ໃນການສ້າງບ້ານເຮືອນໃຫມ່ ຫນຶ່ງຈຸດສອງລ້ານ ຫຼັງ ໃນໄລຍະຫ້າປີຂ້າງຫນ້າ.

ທ່ານ Brendan Coates ກ່າວວ່າ ເປັນການເລີ້ມຕົ້ນທີ່ດີ.

"ນັ້ນແມ່ນຕົວຢ່າງ ຂອງສິ່ງທີ່ພວກເຮົາຕ້ອງເຮັດ, ເພື່ອເຮັດໃຫ້ ແນ່ໃຈວ່າ ໂດຍສະເພາະຣັດ ສາມາດຈັດຫາທີ່ຢູ່ອາສັຍທີ່ຈໍາເປັນ ສຳລັບຈຳນວນປະຊາກອນທີ່ເພີ່ມຂຶ້ນ.  ພວກເຮົາຍັງຄວນຈະເບິ່ງຢ່າງໃກ້ຊິດ ກ່ຽວກັບໂຄງສ້າງພື້ນຖານ, ເພື່ອເຮັດໃຫ້ແນ່ໃຈວ່າ ພວກເຮົາກໍາລັງສ້າງໂຄງສ້າງພື້ນຖານ ທີ່ຖືກຕ້ອງໃນສະຖານທີ່ ທີ່ເຫມາະສົມ ເພື່ອຮັບມືກັບການເຕີບໂຕ ຂອງປະຊາກອນນັ້ນ. ແຕ່ໃນທີ່ສຸດ ມັນແມ່ນກ່ຽວກັບ ການວາງແຜນ ສໍາລັບການເຕີບໂຕ ຂອງປະຊາກອນນັ້ນໃຫ້ດີທີ່ສຸດ ເທົ່າທີ່ພວກເຮົາສາມາດເຮັດໄດ້, ເພື່ອໃຫ້ແນ່ໃຈວ່າ ພວກເຮົາສືບຕໍ່ ການສນັບສນູນ ສໍາລັບການຍົກຍ້າຍ, ໂດຍສະເພາະການຍົກຍ້າຍ ທີ່ມີທັກສະ, ເພາະວ່າມັນໃຫ້ຜົນປໂຍດຢ່າງຫຼາຍຕໍ່ຊຸມຊົນອອສເຕຣເລັຍ"

ສາດສະດາຈານ Humphery-Jenner ກ່າວວ່າ ການສື່ສານເຖິງປໂຍດ ຂອງການຍົກຍ້າຍຖິ່ນຖານ ກໍຈະເປັນສິ່ງສໍາຄັນເຊັ່ນກັນ.

"ມັນເປັນສິ່ງທ້າທາຍ, ມັນປາກົດວ່າ, ສໍາລັບນັກການເມືອງ ທີ່ຈະຊຸກຍູ້ການຍົກຍ້າຍຖິ່ນຖານຫຼາຍຂຶ້ນ ໂດຍບໍ່ຢ້ານ ການປະເຊີນຫນ້າ ກັບຜູ້ເລືອກຕັ້ງ, ແລະບາງທີ ນັກການເມືອງ ຄວນຈັດການ ການສົ່ງຂໍ້ຄວາມ ຂອງເຂົາເຈົ້າລ່ວງຫນ້າ. ໂດຍການຊ່ວຍເຫຼືອ ໃນການສື່ສານກັ ບປະຊາກອນ ອອສເຕຣເລັຍວ່າການຊຸກຍູ້ການຍົກຍ້າຍຈະຊ່ວຍທຸກຄົນຫຼາຍຂຶ້ນ ແລະນັ້ນບໍ່ແມ່ນພຽງແຕ່ ການຍົກຍ້າຍຖິ່ນຖານ ດ້ານທັກສະເທົ່ານັ້ນ, ແຕ່ຍັງມີການຍົກຍ້າຍຖິ່ນຖານ ຫລາຍກວ່າເກົ່າ ທີ່ຈະເຮັດໃຫ້ການໂຮມກັບຄອບຄົວ (Family Reunions) ຊຶ່ງຊ່ວຍເຮັດໃຫ້ອອສເຕຣເລັຍເປັນຈຸດຫມາຍ ປາຍທາງ ທີ່ດຶງດູດໃຫ້ແກ່ຜູ້ ຍົກຍ້າຍຖິ່ນຖານ  ຫລາຍຂຶ້ນ. ແລະມີຜົນປໂຍດຢ່າງຊັດເຈນຕໍ່ຊາວອອສເຕຣເລັຍ. ຜົນປໂຍດທີ່ຊັດເຈນ ໃນດ້ານຜົນຜລິດທີ່ເພີ່ມຂຶ້ນ, ໃນແງ່ຂອງນະວັດກັມທີ່ເພີ່ມຂຶ້ນ, ໃນແງ່ຂອງຄວາມຫຼາກຫຼາຍທີ່ເພີ່ມຂຶ້ນ, ເຊິ່ງຊ່ວຍປັບປຸງຜົນຜລິດ ໂດຍລວມ ແລະການເຕີບໂຕຂອງຊາດ."

ເນື້ອເລື່ອງໂດຍ Ruth McHugh-Dillon    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

 


Share