ລາຍງານ 40 ປີໃນອະນາຄົດ ດ້ານເສດຖະກິດຂອງອອສເຕຣເລັຍ.
ການຄາດການທີ່ຫນ້າຢ້ານ ຂອງປະເທດທີ່ທຸກຍາກ, ມີປະສິດທິຜົນນ້ອຍກວ່າແລະຮ້ອນຂຶ້ນ ແມ່ນແກນຫຼັກຂອງລາຍງານ Intergenerational Report ຫຼ້າສຸດ.
ເອກະສານ ທີ່ນໍາອອກເຜີຍແພ່ໂດຍກາງ ໂດຍການເບິ່ງ ໄປທີ່ 40 ປີໃນອະນາຄົດ, ກຳລັງໃຫ້ຄໍາເຕືອນຢ່າງຊັດເຈນ ກ່ຽວກັບສິ່ງທ້າທາຍ ທາງດ້ານເສດຖະກິດຂ້າງຫນ້າ.
Angelica Waite ແລະ Anna Henderson ລາຍງານ.
ຊາວອອສເຕຣເລັຍ ໄດ້ຮັບພາບຮວມວ່າ ປະເທດຈະເປັນແບບໃດ ໃນອີກສີ່ທົດສະວັດ ນັບແຕ່ນີ້ໄປ ຈາກການເຜີຍແພ່ ລາຍງານ Intergenerational Report ຄັ້ງທີຫົກ.
ຜົນກະທົບ ຂອງການປ່ຽນແປງຂອງສະພາບພູມອາກາດ ແມ່ນຫົວຂໍ້ສໍາຄັນ ຂອງລາຍງານປີນີ້ ແລະມັນເປັນລາຍງານ ທີ່ຫນ້າຢ້ານກົວ.
ມັນມາໃນຂນະທີ່ລະດູການໄຟປ່າອັນຕະລາຍ ທີ່ໃກ້ຈະມາເຖິງອີກເທື່ອຫນຶ່ງ ແລະບາງສ່ວນຕ່າງໆຂອງປະເທດ ຍັງກຳລັງຟື້ນໂຕ ຈາກພັຍນ້ຳຖ້ວມ ທີ່ຮ້າຍແຮງຢູ່.
ຣັຖມົນຕີການຄັງ, ທ່ານ Jim Chalmers ກ່າວວ່າ ລາຍງານນີ້ ເປັນສິ່ງເຕືອນໃຈ ວ່າບໍ່ມີເວລາຈະເສັຍອີກແລ້ວ ເມື່ອເວົ້າກ່ຽວກັບ ການປ່ຽນແປງສະພາບພູມອາກາດ.
"ພວກເຮົາບໍ່ສາມາດນິ່ງນອນໃຈ ກ່ຽວກັບອະນາຄົດໄດ້. ແລະຄວາມນິ່ງນອນໃຈນັ້ນ ອາດຈະສ້າງຄວາມເສັຍຫາຍຫລາຍທີ່ສຸດ ກໍຄືເມື່ອກ່າວເຖິງ ການປ່ຽນແປງສະພາບພູມອາກາດ. ທ່ານຮູ້ບໍ່ວ່າ ພວກເຮົາໄດ້ນິ່ງນອນໃຈກັບການ ປ່ຽນແປງສະພາບພູມອາກາດ ແລະມັນຫມາຍຄວາມວ່າ ພວກເຮົາໄດ້ເສັຍເວລາຫຼາຍແລ້ວ."
ຖ້າໂລກອຸ່ນຂຶ້ນ ຫຼາຍກວ່າສອງອົງສາ, ຄວາມເສັຍຫາຍຕໍ່ຜົນຜລິດ ຂອງແຮງງານ ຂອງອອສເຕຣເລັຍ ອາດຈະສູງເຖິງ 423 ພັນລ້ານໂດລາ.
ອຸດສາຫະກັມທີ່ໃຊ້ແຮງງານຫນັກ ອາດຈະຖືກບັງຄັບໃຫ້ຢຸດເຮັດວຽກ ຍ້ອນຄວາມຮ້ອນຂອງມື້ນັ້ນ.
ທ່ານນາງ Cherelle Murphy ນັກເສດຖະສາດກ່າວວ່າ ໃນຂນະທີ່ ການຄາດຄະເນ ແມ່ນມີຄວາມຊັດເຈນ ແຕ່ມາດຕະການ ຈໍາກັດພາວະໂລກຮ້ອນ ສາມາດເປີດໂອກາດໃຫ້ໄດ້.
"ທັງດ້ານລົບ ແລະບວກ ຈາກການຫຼຸດລົງຂອງແກັສ ຄາບອນ (Decarbonization) ທາງເສດຖະກິດຂອງເຮົາ. ເມື່ອເຮົາຄິດ ກ່ຽວກັບຕໍາແຫນ່ງຂອງເຮົາ ຢູ່ໃນໂລກນີ້, ມັນເປັນສິ່ງສໍາຄັນຫລາຍ ເພາະເຫັນໄດ້ຢ່າງຊັດເຈນວ່າ ເຮົາຈະຜລິດແຮ່ທາດທີ່ຫາຍາກບາງຢ່າງ, ຊຶ່ງເປັນປັດຈັຍ ທີ່ຈໍາເປັນຕໍ່ໂລກໃນການຫຼຸດລົງກາກບອນ (Decarbonization). ແລະເມື່ອເຮົາຄິດເຖິງສິ່ງທີ່ ສະຫະຣັດ ກໍາລັງເຮັດ ກັບການຫຼຸດອັດຕາເງິນເຟີ້, ໃຊ້ເງິນຈຳນວນຫຼາຍ ແລະຊຸກຍູ້ ໃຫ້ທຸຣະກິດ ຫຼຸດລົງກາກບອນ (Decarbonization). ພວກເຮົາສາມາດ ມີສ່ວນຮ່ວມໃນສິ່ງນັ້ນ, ສາມາດເພີ່ມລາຍຮັບຈາກການສົ່ງອອກ ແລະລາຄາສິນຄ້າຂອງພວກເຮົາ. ສະນັ້ນມັນແມ່ນເລື້ອງດີຫຼາຍ."
ຈຳນວນປະຊາກອນ ຂອງອອສເຕຣເລັຍຄາດວ່າ ຈະສູງເຖິງ 40 ລ້ານຄົນ ໃນຕົ້ນປີ 2060 ແລະຄາດວ່າ ອາຍຸສະເລັ່ຍ ຈະເພີ່ມຂຶ້ນຈາກ 38 ມາເປັນ 43 ປີ.
ໃນຂນະທີ່ ປະຊາກອນໃນປະເທດມີອາຍຸຫຼາຍຂຶ້ນ, ພາສີລາຍຮັບທີ່ຈ່າຍໂດຍແຮງງານໂດຍຮວມ ຈະຫຼຸດຫນ້ອຍລົງ ຊຶ່ງຫມາຍຄວາມວ່າ ມີຄວາມກົດດັນຫຼາຍຂຶ້ນ ຕໍ່ການບໍຣິການ ດ້ານສຸຂະພາບ ແລະການດູແລຜູ້ສູງອາຍຸ.
ນັກເສດຖະສາດ ທີ່ຄນະກັມມະການ ເພື່ອການພັດທະນາເສດຖະກິດ ຂອງ (Committee for Economic Development of Australia), ທ່ານນາງ Melissa Wilson ກ່າວວ່າ ສິ່ງນີ້ ເຮັດໃຫ້ການວາງແຜນລ່ວງໜ້າມີຄວາມຈໍາເປັນ.
"ພວກເຮົາ ຕ້ອງເລີ່ມຕອນນີ້ ທີ່ມີການສົນທະນາທີ່ຍາກ ແລະເປີດກວ້າງ ແລະກົງໄປກົງມາ ກ່ຽວກັບສິ່ງທ້າທາຍ ທີ່ພວກເຮົາ ກໍາລັງປະເຊີນຢູ່ ແລະຫົນທາງຂ້າງຫນ້າ ແລະທຸກສິ່ງທຸກຢ່າງທີ່ຕ້ອງເວົ້າເຖິງ ລວມທັງ GST ແລະລະບົບພາສີສ່ວນບຸກຄົນເພື່ອໃຫ້ມັນຍັງຄົງກ້າວຫນ້າ."
ສໍາລັບຊາວຫນຸ່ມອອສເຕຣເລັຍ, ມັນເປັນອະນາຄົດທີ່ມືດມົວ ທີ່ຈະຄິດກ່ຽວກັບມັນ.
ເຖິງວ່າ ດຸນລາຍໄດ້ຫຼາຍກວ່າທີ່ຄາດການໄວ້ໃນປີງົບປະມານທີ່ຜ່ານມາ, ແຕ່ລາຍງານ Intergenerational Report ຄາດຄະເນ ການຂາດດຸນງົບປະມານ ໄປຈົນເຖິງປີ 2063.
ທ່ານ Angus Taylor ຣັຖມົນຕີຝ່າຍຄ້ານ ກ່າວວ່າ ຣັຖບານຄວນໃຫ້ຄວາມສຳຄັນ ກັບຄ່າຄອງຊີບ ໃນປັດຈຸບັນ.
"ຄວາມຈິງຂອງເລື່ອງນີ້ ແມ່ນຊາວອອສເຕຣເລັຍໃນຕອນນີ້, ໃນທົ່ວປະເທດ ບໍ່ແມ່ນຈະແນໃສ່ອີກ 40 ປີຂ້າງໜ້າ. ພວກເຂົາແນໃສ່ຕໍ່ການຜ່ານ 40 ມື້ຂ້າງໜ້າ ຫຼືແມ່ນແຕ່ 40 ຊົ່ວໂມງຂ້າງໜ້າ. ນີ້ແມ່ນເວລາ ທີ່ພວກເຮົາມີວິກິດການເລື້ອງຄ່າຄອງຊີບ. ແລະບັດນີ້ລາວກໍາລັງໃຫ້ລາຍງານ Intergenerational Report ທີ່ມີການຂາດດຸນງົບປະມານ ໄກຈົນສຸດສາຍຕາ, ແຕ່ບໍ່ມີການແກ້ໄຂໃຫ້ເຫັນເລີຍ. ອະນາຄົດສໍາລັບ ອອສເຕຣເລັຍທີ່ມີພາສີເພີ່ມຂຶ້ນ, ການໃຊ້ຈ່າຍຫລາຍຂຶ້ນ ແລະອອສເຕຣເລັຍທີ່ໃຫຍ່ກວ່າ ແຕ່ບໍ່ມີການແກ້ໄຂ ສຳລັບຄວາມທ້າທາຍ ທີ່ເຮົາກໍາລັງປະເຊີນຢູ່."
ແຕ່ທ່ານ Chalmers ໄດ້ປົກປ້ອງແນວທາງ ການເບິ່ງໄປຂ້າງຫນ້າຂອງຣັຖບານ.
"ຖ້າຫາກທ່ານບໍ່ມີຄວາມຮູ້ສຶກວ່າ ມີອະນາຄົດພາຍໃນຕົວທ່ານ. ຖ້າຫາກວ່າທ່ານ ບໍ່ມີແສງຂອງຈຸດປະສົງ ໃນຕົວທ່ານ, ແລ້ວທ່ານບໍ່ມີໜ້າທີ່ຢູ່ໃນເສັ້ນທາງ ຂອງການເຮັດວຽກນີ້. ຂ້າພະເຈົ້າເຊື່ອເຊັ່ນນັ້ນແທ້ ແລະຖ້າຫາກທ່ານບໍ່ມີແສງຂອງໄຟຂອງຈຸດປະສົງນັ້ນ, ແມ່ນແຕ່ ແສງໄຟຂອງຈຸດປະສົງພຽງເລັກນ້ອຍໃນຕົວທ່ານ, ແລ້ວທ່ານຄວນຫຼີກທາງ ແລະປ່ອຍໃຫ້ຜູ້ຄົນຄືກັບພວກເຮົາ ໄດ້ເຮັດໃນສິ່ງນັ້ນ."
ຣັຖບານກ່າວວ່າ ບໍ່ມີການປ່ຽນກົດພາສີທີ່ສຳຄັນໃຫມ່ ໃນວາຣະນີ້.
ແຕ່ດ້ວຍການໂຕ້ຖຽງກັນ ກໍາລັງຈະເກີດຂຶ້ນ, ພັກແຮງງານປະເຊີນ ກັບການຖືກເຜົາທາງການເມືອງ ທີ່ອາດເກີດຂຶ້ນໄດ້.
ເນື້ອເລື່ອງໂດຍ Angelica Waite ແລະ Anna Henderson ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌