ຣັຖບານໃຫ້ທຶນທີ່ຈະສ້າງນາຍພາສາເພື່ອຈະຊ່ອຍຊາວອົບພະຍົບໃໝ່.
ຫນຶ່ງໃນອຸບປະສັກ ທີ່ຊາວອົບພະຍົບໃຫມ່ຫຼາຍຄົນຕ້ອງປະເຊີນ ເມື່ອພະຍາຍາມສ້າງຊີວິດໃຫມ່ໃນອອສເຕຣເລັຍ....ແມ່ນພາສາ.
ໂຄງການທີ່ໄດ້ຮັບທຶນຈາກຣັຖບານ ໃນຣັດ New South Wales ໄດ້ເຮັດ ໃຫ້ຫຼາຍກວ່າ 400 ຄົນທີ່ເວົ້າຫຼາຍກວ່າ 50 ພາສາ ກາຍເປັນຜູ້ແປພາສາທີ່ໄດ້ຮັບໃບຢັ້ງຢືນ ແຕ່ພວກສນັບສນູນກ່າວວ່າ ຕ້ອງໄດ້ເຮັດຫຼາຍກວ່ານັ້ນອີກ ເພື່ອປັບປຸງການຕັ້ງຖິ່ນຖານຢູ່ໃນອອສເຕຣເລັຍ. Tys Occhizzui ແລະ Stephanie Corsetti ລາຍ ງານ
ຄວາມປາຖນາທີ່ຈະມີສ່ວນຮ່ວມ ໃນປະເທດໃຫມ່ຂອງລາວ ແມ່ນເປັນແຮງຈູງໃຈ ສໍາລັບອົບພະຍົບ ຊາວອາຟການ Rahman Ali Jawed.
ລາວກ່າວວ່າ ວຽກງານຂອງລາວ ໃນຖານະທີ່ເປັນອາຈານສອນຢູ່ມະຫາວິທະຍາໄລ ແລະເປັນເຈົ້າຫນ້າທີ່ ຮ່ວມກັບຄນະກັມມະການ ສິດທິມະນຸດ ທີ່ເປັນອິດສຣະ ຂອງອັຟການິສຖານ ພ້ອມທັງສະຖານະພາບ ຂອງຄົນສ່ວນນ້ອຍຂອງລາວ ໃນຖານະທີ່ເປັນຊົນເຜົ່າ Hazara ໄດ້ເຮັດໃຫ້ລາວ ບໍ່ສາມາດທີ່ຈະຢູ່ຕໍ່ໄປ ຫລັງຈາກການຍຶດຄອງ ຂອງພວກ Taliban.
"ວຽກງານດ້ານສິດທິມະນຸດ ເຫັນໄດ້ຢ່າງຊັດເຈນວ່າ ເປັນອັນຕະລາຍໃນປະເທດອັຟການິສຖານ ແລະຫລາຍປະເທດ ແຕ່ອັຟການິສຖານຄ້າຍກັບວ່າ ເປັນວຽກງານທີ່ຍາກທີ່ສຸດ ບ່ອນທີ່ຂ້າພະເຈົ້າເຮັດວຽກນຳ."
ນັບຕັ້ງແຕ່ມາຮອດປະເທດອອສເຕຣເລັຍ ໃນປີ 2021, Mr Jawed ໄດ້ເລີ່ມຕົ້ນການເຮັດວຽກ ຢູ່ຄລີນິກກົດຫມາຍ ແຫ່ງນີ້ ໃນ Western Sydney.
ບົດບາດຂອງລາວ ໃນຖານະຜູ້ຊ່ວຍທາງດ້ານກົດຫມາຍ ຍັງລວມເຖິງການຕີຄວາມຫມາຍ ໂດຍການນໍາໃຊ້ຄວາມຮູ້ ຫ້າພາສາຂອງລາວ.
"Dari, Hazaragi, Persian, ຊຶ່ງແມ່ນພາສາ Farsi, ຊຶ່ງເອີ້ນວ່າພາສາ ເປີເຊັຍ ຫຼື Farsi, Pashto, ແລະພາສາອັງກິດ."
ຕອນນີ້, ໂຄງການຂອງຣັຖບານ ໄດ້ອະນຸຍາດໃຫ້ລາວ ກາຍເປັນຜູ້ແປພາສາ Dari ທີ່ໄດ້ຮັບການຢັ້ງຢືນ ເພື່ອຊ່ວຍເຫຼືອຜູ້ອົບພະຍົບ ຊາວອາຟການ ຄົນອື່ນໆ ໃນ New South Wales.
ຣັຖມົນຕີກະຊວງ Multiculturalism, ທ່ານ Mark Coure ກ່າວວ່າ:
"ນີ້ຈະເປັນສິ່ງທີ່ເຮັດໃຫ້ແນ່ໃຈ ວ່າຊຸມຊົນເຫຼົ່ານັ້ນ ມີຜູ້ແປພາສາ ແລະຜູ້ແປພາສາໃນສາຂາ ຈະໄດ້ຮັບຄໍາແນະນໍາທີ່ດີທີ່ສຸດ, ການສນັບສນູນ, ໃນການຮັບຮອງວ່າ ຂ່າວສານທີ່ສໍາຄັນຂອງຣັຖບານເຫຼົ່ານັ້ນ ຈະຖືກສົ່ງຕໍ່."
ມີຜູ້ເຂົ້າຮ່ວມໂຄງການຫຼາຍກວ່າ 400 ຄົນ ເພື່ອເປັນຜູ້ແປພາສາ ໃນ 50 ກວ່າພາສາ.
Dari, Somali ແລະ Ukrainian ແມ່ນຫນຶ່ງໃນບັນດາພາສາ ເກີດໃໝ່ທີ່ເວົ້າໂດຍ ຜູ້ແປພາສາ ທີ່ຈະຊ່ວຍເຫຼືອຜູ້ພັດຖິ່ນ ທີ່ເກີດຈາກການຂັດແຍ້ງ.
ທ່ານ Carlo Carli ຈາກ The Federation of Ethnic Communities' of Australia's ກ່າວວ່າ ປະຊາຊົນແມ່ນອາສັຍ ຄວາມປະສົງທີ່ດີຂອງຜູ້ແປພາສາເປັນປະຈໍາ.
"ຄ່າໃຊ້ຈ່າຍໃນການໄດ້ຮັບການຮັບຮອງແມ່ນສູງຫຼາຍ, ມັນເປັນສິ່ງກີດຂວາງທີ່ແທ້ຈິງ ໃນການເຂົ້າເຖິງ ແລະມັນເປັນສິ່ງສໍາຄັນແທ້ໆ ທີ່ພວກເຮົາມີຄົນ ໃນຊຸມຊົນໄ ດ້ຮັບການຝຶກອົບຮົມ ຜູ້ທີ່ສາມາດສນັບ ສນູນ ສະມາຊິກຊຸມຊົນ ຂອງເຂົາເຈົ້າ."
ພາສາ ບໍ່ແມ່ນສິ່ງກີດຂວາງຢ່າງດຽວ ສໍາລັບຊາວອົບພະຍົບ.
ໂຕເລກ ສະແດງໃຫ້ເຫັນວ່າ ຫນຶ່ງສ່ວນສາມ ຂອງຜູ້ມາຮອດເມື່ອບໍ່ດົນນີ້ ໄດ້ລາຍງານເຖິງຄວາມຫຍຸ້ງຍາກ ໃນການຊອກຫາວຽກທໍາອິດຂອງເຂົາເຈົ້າ.
ສິ່ງກີດຂວາງທີ່ພົບເຫັນເລື້້ອຍທີ່ສຸດ ແມ່ນການຂາດປະສົບການດ້ານເຮັດວຽກ ໃນອອສເຕຣເລັຍ ຕາມດ້ວຍການຂາດການຕິດຕໍ່ໃນທ້ອງຖິ່ນ ແລະຈາກນັ້ນກໍແມ່ນ...ຄວາມຫຍຸ້ງຍາກ ດ້ານພາສາ.
ທ່ານ Carlo Carli ກ່າວວ່າ ຈໍາເປັນຕ້ອງຄອບຄຸມພາສາ ທີ່ມີຈຳນວນຫຼາຍຂຶ້ນ.
"ເຮົາຕ້ອງຮັບຮູ້ວ່າ ສ່ວນຫລາຍແລ້ວ ບໍ່ມີວຽກຫລາຍສໍາລັບຜູ້ແປເຫລົ່ານັ້ນ ແລະສະນັ້ນ ເຮົາຈຶ່ງຕ້ອງການຄວາມປາຖນາດີຂອງເຂົາເຈົ້າ. ພວກເຮົາຕ້ອງການ ໃຫ້ເຂົາເຈົ້າສນັບສນູນ ຊຸມຊົນຂອງພວກເຂົາ ແລະເພື່ອໃຫ້ມີຄວາມຍືດຍຸ່ນ ໃນເວລາເຮັດວຽກຂອງພວກເຂົາ."
Mr Jawed ກ່າວວ່າ ຫລັກສູດນີ້ ບໍ່ແມ່ນພຽງແຕ່ກ່ຽວກັບຄວາມຊໍານານທາງດ້ານພາສາເທົ່ານັ້ນ, ແຕ່ຕ້ອງມີຄວາມຮູ້ ແລະຄວາມເຂົ້າໃຈທາງດ້ານວັດທະນະທັມເຊັ່ນກັນ.
"ຕອນນີ້ຂ້ອຍຮູ້ສຶກຫມັ້ນໃຈຫຼາຍຂຶ້ນ ໃນການເຮັດວຽກຂອງຂ້ອຍເພາະຂ້ອຍມີຄວາມສາມາດ, ແຕ່ຂ້ອຍບໍ່ມີໃບຢັ້ງຢືນ."
ຄວາມຫຼາກຫຼາຍທາງດ້ານພາສາ ຂອງອອສເຕຣເລັຍ ແມ່ນຊ່ວຍໃຫ້ຄົນອື່ນຕັ້ງຖິ່ນຖານຢູ່ໃນບ້ານໃຫມ່ຂອງເຂົາເຈົ້າ.
ເນື້ອເລື່ອງໂດຍ Tys Occhizzui ແລະ Stephanie Corsetti ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.