ມາຟັງຄວາມເປັນມາຂອງກະຖິນ

Kathina.jfif

Credit: Sak Phoumirath

ກະຖິນແມ່ນຫຍັງ? ເປັນຫຍັງ ກະຖິນຈຶ່ງມີຄວາມສຳຄັນຕໍ່ຄົນລາວ ແລະຊາວພຸດ?


ມາຟັງ ຄວາມເປັນມາຂອງກະຖິນ.

After the end of the Buddhist Lent until full moon of the twelfth month (usually in November), it is the season for Kathina.

What is KATHINA?

It is in Lao and Buddhist tradition to offer the robe (Kathina) to the monks who have resided at a temple throughout the Lent.

Traditionally, the robed are woven, dyed and (sometimes stitched) before being offered to the monks.

There are some traditions attached to the Kathina. There must be at least 5 (five) monks in order to receive the offering for any temple.

Each Temple can ONLY “accept” one Kathina per year.

There are some other rites and practices attached to the Kathina.

SBS Radio Lao Program had an opportunity to talk to an Acting Abbot of Wat Lao Buddha Metta in St. John’s Park, NSW. We posed many questions about the Kathina in order to help our listeners to understand the essence of Kathina which has been in our tradition and culture for millennia.

SBS Radio Lao Program wished to express its gratitude for the opportunity extended to us on this occasion. Thank you.

Kathina 2.jfif
Credit: Sak Phoumirath
ຫຼັງຈາກອອກພັນສາ ຈົນຮອດ ມື້ເພັງ ເດືອນສິບສອງ (ປົກກະຕິແລ້ວ ແມ່ນເດືອນພະຈິກ) ແມ່ນລະດູການກະຖິນ

ກະຖິນແມ່ນຫຍັງ?

ເປັນຫຍັງ ກະຖິນຈຶ່ງມີຄວາມສຳຄັນຕໍ່ຄົນລາວ ແລະຊາວພຸດ?

ມັນແມ່ນຢູ່ໃນ ປະເພນີລາວ ແລະ ປະເພນີທາງສາສນາພຸດ ທີ່ຈະຖວາຍຜ້າ (ກະຖິນ) ໃຫ້ພຣະສົງຜູ້ທີ່ໄດ້ຈຳພັນສາໃນວັດ ຈົນຄົບໄຕຣມາສ.

ຕາມຮີດຄອງປະເພນີແລ້ວ, ຜ້ານັ້ນຕ້ອງແມ່ນຜ້າຂາວ, ຖືກຍ້ອມສີ ແລະ (ບາງຄັ້ງ ກໍຖືກຫຍິບ) ກ່ອນທີ່ຈະຖວາຍແດ່ພຣະສົງ.

ມີກົດທາງສາສນາບາງຢ່າງ ທີ່ຕ້ອງປະຕິບັດໃນການ ຮັບກະຖິນ: ຕ້ອງມີພຣະ ຢ່າງຫນ້ອຍ 5 (ຫ້າ) ອົງ ສຳລັບວັດໃດວັດໜຶ່ງທີ່ຈະສາມາດຮັບກະຖິນໄດ້.

ແຕ່ລະວັດ ສາມາດ "ຮັບ" ກະຖິນໄດ້ພຽງໜຶ່ງກອງ ຕໍ່ປີ.

ມີພິທີກັມ ແລະ ກົດອື່ນໆ ກ່ຽວກັບ ກະຖິນ.

SBS Radio Lao Program ໄດ້ມີໂອກາດໂອ້ລົມກັບພຣະສຸວັນນະຣາຊ ຕ່າງໜ້າເຈົ້າອາວາດ ວັດ ພຸທເມຕຕາ ທີ່ St. John's Park, NSW.

ພວກເຮົາໄດ້ຕັ້ງຄໍາຖາມຫຼາຍຢ່າງກ່ຽວກັບກະຖິນ ເພື່ອຊ່ວຍຜູ້ຟັງຂອງພວກເຮົາໄດ້ເຂົ້າໃຈ ຄວາມເປັນມາແລະຄວາມສຳຄັນຂອງກະຖິນ ທີ່ມີຢູ່ໃນປະເພນີ ແລະວັດທະນະທັມຂອງລາວ ເປັນເວລາຫຼາຍພັນປີ.

SBS Radio-Lao Program ໃຄ່ຂໍສະແດງຄວາມຂອບໃຈຕໍ່ ພຣະອາຈານ ສຸວັນນະຣາຊ ແລະ ວັດພຸທເມຕຕາ ທີ່ໃຫ້ໂອກາດ ພວກເຮົາໃນການໂອ້ລົມໃນຄັ້ງນີ້ດ້ວຍ. ຂອບໃຈ.

ເນື້ອເລື່ອງໂດຍ ສັກ ພູມີຣັຕນ໌  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share