iPHONE 12 ປອດພັຍບໍ່?

FRANCE IPHONE 12 SALES

iPhone 12 ໃນມືລູກຄ້າ ຢູ່ຕໍ່ໜ້າຮ້ານ Apple Store ທີ່ຖນົນ Champs Elysees ໃນ Paris. Source: AAP / CHRISTOPHE PETIT TESSON/EPA

Apple ໄດ້ຖືກສັ່ງໃຫ້ຖອນ iPhone 12 ອອກຈາກຕລາດ ໃນປະເທດຝຣັ່ງ, ທ່າມກາງການອ້າງວ່າ ມັນປ່ອຍລັງສີແມ່ເຫຼັກໄຟຟ້າໃນລະດັບສູງເກີນໄປ. ອອສເຕຣເລັຍຈັບຕາເບິ່ງການຕັດສິນໃຈ ຂອງຝຣັ່ງກໍຕາມ ແຕ່ກໍຍັງບໍ່ມີຫລັກຖານວ່າ iPhone 12 ບໍ່ເປັນໄປຕາມມາດຕະຖານຂອງອອສເຕຣເລັຍ. ເຖິງແມ່ນວ່າທັງ ອອສເຕຣເລັຍ ແລະຝຣັ່ງ ກໍປະຕິບັດ ຕາມມາດຕະຖານນາໆຊາດ ດຽວກັນ-ແຕ່ຜູ້ຊ່ຽວຊານກ່າວວ່າ ບໍ່ມີເຫດຜົນສໍາລັບຊາວອອສເຕຣເລັຍ ທີ່ເປັນເຈົ້າຂອງ iPhone 12 ທີ່ຈະຕ້ອງເປັນຫ່ວງ.


iPHONE 12 ປອດພັຍບໍ່?

Apple ໄດ້ຖືກສັ່ງໃຫ້ຖອນ iPhone 12 ອອກຈາກຕລາດ ໃນປະເທດຝຣັ່ງ, ທ່າມກາງການອ້າງວ່າ ມັນປ່ອຍລັງສີແມ່ເຫຼັກໄຟຟ້າໃນລະດັບສູງເກີນໄປ.

ໜ່ວຍງານ ກຳກັບດູແລຂອງໄດ້ມີຄວາມເຫັນ ທີ່ແຕກຕ່າງກັນ.

ຕາມລາຍງານຂອງ Ciara Hain ລະບຸວ່າ ເຖິງແມ່ນວ່າອອສເຕຣເລັຍຈະເບິ່ງການຕັດສິນໃຈ ຂອງຝຣັ່ງກໍຕາມ ແຕ່ກໍຍັງບໍ່ມີຫລັກຖານວ່າ iPhone 12 ບໍ່ເປັນໄປຕາມມາດຕະຖານຂອງອອສເຕຣເລັຍ.

ຕອນນີ້ ລູກຄ້າ Apple ໃນປະເທດຝຣັ່ງ ກໍາລັງປະສົບຄວາມຜິດຫວັງ ບາງຢ່າງ.

ອົງການຄວາມຖີ່ແຫ່ງຊາດ (National Frequency Agency) ຂອງປະເທດ ໄດ້ສັ່ງໃຫ້ Apple ຖອນ iPhone 12 ອອກຈາກຕລາດ ໂດຍກ່າວວ່າ ການທົດສອບພົບວ່າ ມັນໄດ້ຜລິດລັງສີຫຼາຍເກີນໄປ.

ອົງການ N.F.A. ກ່າວວ່າ ຖ້າລະດັບລັງສີບໍ່ຫຼຸດລົງ, Apple ຈະຕ້ອງຖອນ iPhone 12 ທັງຫມົດທີ່ຂາຍໄປແລ້ວ.

ຜູ້ໃຊ້ບອກວ່າ ພວກເຂົາມີຄວາມບໍ່ພໍໃຈ ທີ່ຜລິດຕະພັນອາດຈະບໍ່ປອດພັຍ.

"ເມື່ອຂ້ອຍຊື້ຜລິດຕະພັນໃນຕລາດ ມັນຄວນຈະສອດຄ່ອງກັບລະດັບຂອງຄື້ນແມ່ເຫຼັກໄຟຟ້າ, ຫຼືບາງຢ່າງແບບນັ້ນ ແລະຂ້ອຍຄິດວ່າ ລະດັບການຄວບຄຸມ ແມ່ນຢູ່ໃນລະດັບຕໍ່າພຽງພໍ ທີ່ຈະບໍ່ເປັນອັນຕະລາຍຕໍ່ສຸຂະພາບ, ສະນັ້ນ ຂ້ອຍຄິດວ່າ ໃນກໍຣະນີນີ້ ອາດຈະມີບັນຫາ ແຕ່ເມື່ອຂ້ອຍຊື້ຜລິດຕະພັນໃນຕລາດ ມັນຄວນຈະປອດພັຍ."

ດັ່ງນັ້ນ ມາດຕະຖານເຫຼົ່ານີ້ແມ່ນຫຍັງ?

ຫນ່ວຍງານດ້ານຄວາມຖີ່ຂອງຝຣັ່ງ ຄຸ້ມຄອງການສຳຜັດຂອງມວນຊົນ ຕໍ່ລັງສີແມ່ເຫຼັກໄຟຟ້າ (Electromagnetic Radiation).

ທ່ານ Jean-Noel Barrot ຣັຖມົນຕີ ກະຊວງ ດິຈິຕອລ (Digital Affairs) ຂອງຝຣັ່ງກ່າວວ່າ ຜົນການທົດສອບ ໄດ້ກັບຄືນມາ ພ້ອມກັບລະດັບການສຳຜັດທີ່ສູງກວ່າ ມາດຕະຖານ ຂອງສະຫະພາບຢູໂຣບ (4 watts ຕໍ່ກິໂລກຣາມ).

"iPhone 12 ຖືກຄວບຄຸມ ແລະຂ້າພະເຈົ້າລະບຸ iPhone 12 ເພາະວ່າມັນບໍ່ກ່ຽວກັບiPhone 12 Pro ແລະ Pro Max. iPhone 12 ໄດ້ຖືກຄວບຄຸມຢູ່ທີ່ 5.7 watt ຕໍ່ກິໂລກຣັມ ຊຶ່ງສູງກວ່າເຂດຈຳກັດພຽງເລັກນ້ອຍ ແຕ່ສ່ວນໃຫຍ່ ແມ່ນດ້ອຍກວ່າລະດັບ ທີ່ການສຶກສາ ທາງວິທະຍາສາດ ແລະອາດຈະມີຜົນສະທ້ອນຕໍ່ຜູ້ໃຊ້. ແຕ່ວ່າ, ກົດລະບຽບ ກໍແມ່ນກົດລະບຽບ ແລະເມື່ອອົງການຄວາມຖີ່ແຫ່ງຊາດ ເຫັນວ່າ ຜູ້ຜລິດໄດ້ເຮັດສູງກວ່າ ຂອບເຂດຈຳກັດ, ຄວາມຮັບຜິດຊອບ ຂອງຂ້າພະເຈົ້າ ແມ່ນການກວດເບິ່ງວ່າ ໄດ້ມີການຕັດສິນໃຈບາງຢ່າງ, ນັ້ນແມ່ນການເວົ້າວ່າ ການຖອນສິນຄ້າອອກຈາກຕລາດການຂາຍໄດ້ຖືກນໍາໄປໃຊ້ແທ້."

Apple ກ່າວວ່າມັນບໍ່ຍອມຮັບ ຜົນຂອງການທົດສອບ.

ມັນກ່າວວ່າມັນໄດ້ສົ່ງຜົນຈາກຫ້ອງທົດລອງ ທີ່ດຳເນີນໂດຍບໍຣິສັດແລະບຸກຄົນທີສາມ ຫລາຍຢ່າງໃຫ້ໜ່ວຍງານ ທີ່ພິສູດໃຫ້ເຫັນ ເຖິງການປະຕິບັດ ຕາມຂໍ້ກຳໜົດ ຂອງໂທຣະສັບນັ້ນ.

ເຖິງຢ່າງໃດກໍຕາມ, ຜູ້ຄວບຄຸມເຄືອຂ່າຍຂອງເຢຍຣະມັນໄດ້ກ່າວວ່ານັບແຕ່ນັ້ນມາ ວ່າມັນອາດຈະເລີ່ມຕົ້ນ ດໍາເນີນການທີ່ຄ້າຍຄືກັນ, ແລະກໍາລັງຕິດຕໍ່ຢ່າງໃກ້ຊິດ ກັບທາງການຝຣັ່ງ, ໃນຂນະທີ່ ກຸ່ມຜູ້ບໍຣິໂພກ ຊາວສະເປນ ໄດ້ຮຽກຮ້ອງໃຫ້ທາງການຢຸດການຂາຍ ໂທຣະສັບໃນສະເປນ.

ດັ່ງນັ້ນ, ເລື່ອງນີ້ ກ່ຽວຂ້ອງກັບຜູ້ໃຊ້ iPhone ໃນອອສເຕຣເລັຍແນວໃດ?

ທັງ ອອສເຕຣເລັຍ ແລະຝຣັ່ງ ກໍປະຕິບັດ ຕາມມາດຕະຖານນາໆຊາດ ດຽວກັນ-ແຕ່ຜູ້ຊ່ຽວຊານກ່າວວ່າ ບໍ່ມີເຫດຜົນສໍາລັບຊາວອອສເຕຣເລັຍ ທີ່ເປັນເຈົ້າຂອງ iPhone 12 ທີ່ຈະຕ້ອງເປັນຫ່ວງ.

The Australian Communications and Media Authority ກ່າວວ່າ ຕົນຮູ້ເຖິງການຕັດສິນໃຈຂອງຝຣັ່ງ ແລະກໍາລັງພິຈາຣະນາວິທີການທົດສອບທີ່ໃຊ້.

ແຕ່ໜ່ວຍງານກຳກັບດູແລ ໄດ້ເນັ້ນຫນັກວ່າ ບໍ່ມີຫຼັກຖານວ່າ iPhone 12 ບໍ່ປະຕິບັດ ຕາມມາດຕະຖານສາກົນ.

ຮອງສາດສະດາຈານ Ken Karipidis ຜູ້ຊ່ວຍ ຜູ້ອຳນວຍການການປະເມີນຜົນ ກະທົບຕໍ່ສຸຂະພາບ (Health Impact Assessment) ທີ່ອົງການປ້ອງກັນລັງສີ ແລະຄວາມປອດພັຍ ດ້ານນີວເຄຼຍຂອງອອສເຕຣເລັຍ (Australian Radiation Protection and Nuclear Safety Agency).

ລາວໄດ້ອະທິບາຍວ່າ ມາດຕະຖານເຫຼົ່ານີ້ ຖືກກໍານົດແນວໃດ ແລະເປັນຫຍັງມັນຈຶ່ງຢູ່ໃນລະດັບຕໍ່າຫຼາຍ.

"ໂທຣະສັບມືຖືປ່ອຍສິ່ງທີ່ເຮົາເອີ້ນວ່າ ຄື້ນວິທະຍຸ, ແມ່ນບໍ? ມັນບໍ່ແມ່ນພຽງແຕ່ໂທຣະສັບມືຖືເທົ່ານັ້ນ ທີ່ປ່ອຍຄື້ນວິທະຍຸ, ສິ່ງອື່ນກໍມີ, ການສື່ສານທີ່ໄຮ້ສາຍທັງຫມົດ, ດັ່ງນັ້ນ WiFi, ວິທະຍຸ, ໂທຣະພາບ, ສິ່ງເຫຼົ່ານັ້ນທັງຫມົດ. ພວກເຮົາ ເອົາລະດັບ 40, ບ່ອນທີ່ທ່ານ ເຫັນຜົນກະທົບດ້ານສຸຂະພາບ ແລະພວກເຮົາຈະເອົາລະດັບນັ້ນ ເປັນປັດຈັຍຄວາມປອດພັຍ. ແລະເຫດຜົນທີ່ພວກເຮົາເຮັດເຊັ່ນນັ້ນ ກໍຍ້ອນວ່າ ອາດມີການປ່ຽນແປງ ຂອງປະຊາກອນ. ອາດຈະມີຄວາມບໍ່ແນ່ນອນ ໃນວິທະຍາສາດ. ດັ່ງນັ້ນ, ພວກເຮົາຈະວາງ ປັດຈັຍຄວາມປອດພັຍທີ່ 10 ແລະພວກເຮົາໄດ້ກໍານົດ ລະດັບສີ່ ແລະນັ້ນກໍກາຍເປັນຂີດຈໍາກັດ."

ສາດສະດາຈານກ່າວວ່າ ຜູ້ໃຊ້ iPhone 12 ໃນອອສເຕຣເລັຍບໍ່ຄວນກັງວົນ.

"ຜົນກະທົບດ້ານສຸຂະພາບເກີດຂຶ້ນຫຼາຍກວ່າ 40 ວັດ ຕໍ່ກິໂລກຣັມ. ດັ່ງນັ້ນ, ມັນຈຶ່ງເກີດຂຶ້ນ ໃນລະດັບທີ່ສູງກວ່າຫຼາຍ. ພວກເຮົາໄດ້ກໍານົດ ຂອບເຂດທີ່ຈຳກັດໄວ້ຕ່ຳ ເພື່ອຄວາມລະວັງ. ບໍ່ມີຫຍັງຕ້ອງກັງວົນ. ເຖິງແມ່ນວ່າ ໂທຣະສັບເກີນຂີດຈຳກັດ, ມັນຈະບໍ່ເຮັດໃຫ້ ເກີດຜົນກະທົບຕໍ່ສຸຂະພາບໃດໆ. ບໍ່ມີຫຍັງ ສໍາລັບຊາວອອສເຕຣເລັຍທີ່ຈະເປັນຫ່ວງ. The Australian Communications and Media Authority ທີ່ຄວບຄຸມໂທຣະຄົມມະນາຄົມ ຮຽກຮ້ອງໃຫ້ຜູ້ຜລິດທຸກຄົນ ທົດສອບໂທຣະສັບຂອງເຂົາເຈົ້າ ກ່ອນຈະຖືກຂາຍຢູ່ໃນອອສເຕຣເລັຍສະນັ້ນ ພວກເຮົາບໍ່ເຊື່ອວ່າ ບັນຫານີ້ຈະເກີດຂຶ້ນຢູ່ທີ່ນີ້."

ເນື້ອເລື່ອງໂດຍ CiaraHain ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

ທ່ານສາມາດ ຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສ ລາວໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share