ຄຳປາໄສຂອງ ຣັຖມົນຕີການຄັງ ໃນການສົ່ງມອບງົບປະມານນອກວາຣະ ປະຈຳປີ 2022.

Treasurer Jim Chalmers.jpg

ຣັຖມົນຕີການຄັງ, ທ່ານ Jim Chalmers ກ່າວໃນ ຂນະສົ່ງມອບງົບປະມານ ຂອງ ຣັຖບານພັກແຮງງານ ທີ່ ຣັຖສະພາເມື່ອວັນທີ 25 ຕຸລາ 2022, ທີ່ Canberra. Credit: Credit: AAP

ທ່າມກາງ ຄວາມບໍ່ແນ່ນອນທາງດ້ານເສດຖະກິດຍ້ອນ ການລະບາດຂອງໂຄວິດ, ສົງຄາມໃນທະວີບເອີຣົບ ແລະພັຍທັມມະຊາດ, ຣັຖມົນຕີການຄັງ, ທ່ານ Jim Chalmers, ໄດ້ສົ່ງມອບງົບປະມານນອກວາຣະ ຂອງຣັຖບານ ເພື່ອເຮັດໃຫ້ຣັຖບານໃຫມ່ຂອງພັກແຮງງານ ສາມາດສົ່ງມອບງົບປະມານຕາມຄໍາຫມັ້ນສັນຍາ ໃນການເລືອກຕັ້ງຂອງຕົນ.


ຣັຖມົນຕີການຄັງ, ທ່ານ Jim Chalmers, ໄດ້ສົ່ງມອບງົບປະມານນອກວາຣະ ຂອງຣັຖບານ ເພື່ອເຮັດໃຫ້ຣັຖບານໃຫມ່ຂອງພັກແຮງງານ ສາມາດສົ່ງມອບງົບປະມານຕາມຄໍາຫມັ້ນສັນຍາ ໃນການເລືອກຕັ້ງຂອງຕົນ.

ການສົ່ງມອບງົບປະມານນີ້ ແມ່ນເຣື້ອງຍາກ ຍ້ອນຄວາມບໍ່ແນ່ນອນທາງດ້ານເສດຖະກິດ ໃນໄລຍະທີ່ເກີດການລະບາດຂອງໂຣກຢ່າງຫນັກ ຢ່າງທີ່ບໍ່ເຄີຍມີມາກ່ອນ, ສົງຄາມໃນທະວີບເອີຣົບ ແລະພັຍທັມມະຊາດ ຢູ່ໃນບ້ານ. Nicola Canning ມີລາຍລະອຽດ.

"ທ່ານປະທານສະພາ, ຈາກດິນແດນ Ngunnawal ແລະ Ngambri ຂອງ Canberra ເຖິງດິນແດນ Yagara ແລະYugambeh ຂອງ Logan – ແລະທົ່ວອອສເຕຣເລັຍ ພວກເຮົາຂໍສະແດງຄວາມຮັບຮູ້ຕໍ່ປະເທດ ແລະພວກເຮົາໃຫ້ຄໍາຫມັ້ນສັນຍາຕໍ່ສຽງຂອງປະຊາຊາດທໍາອິດ (Voice for First Nations People)."

ແລະດ້ວຍຄໍາຖແລງ ທີ່ເຕັມໄປດ້ວຍເຈດຕະນານັ້ນ, ທ່ານ Jim Chalmers ຣັຖມົນຕີການຄັງ ຂອງຣັຖບານໄດ້ນໍາສເນີງົບປະມານຄັ້ງທໍາອິດ ຂອງຣັຖບານແຮງງານ.

ທ່ານດຣ. Chalmers ໄດ້ຍື່ນຮ່າງງົບປະມານສະບັບນອກວາຣະອັນທໍາອິດຂອງລາວ ເພື່ອເຮັດໃຫ້ຣັຖບານພັກແຮງງານຊຸດໃຫມ່ ສາມາດກໍານົດທິດທາງນະໂຍບາຍຂອງຕົນ ກ່ອນທີ່ງົບປະມານຂອງຣັຖບານໃນຄັ້ງຕໍ່ໄປ ຈະຄົບກຳໜົດໃນເດືອນພຶດສະພາປີຫນ້າ.

ທ່ານກ່າວວ່າ ສະພາບການທົ່ວໂລກ ເຮັດໃຫ້ເວລານີ້ ເປັນການທ້າທາຍທີ່ຍິ່ງໃຫຍ່ ສໍາລັບຊາວອອສເຕຣເລັຍ.

"ຜ່ານການລະບາດທີ່ຮ້າຍແຮງ, ຜ່ານການສືບຕໍ່ຂອງພັຍທັມມະຊາດທີ່ເປັນອັນຕະຣາຍ ແລະສ້າງຄວາມເສັຍຫາຍ, ຜ່ານຄວາມບໍ່ແນ່ນອນທົ່ວໂລກ ແລະລາຄາທີ່ເພີ່ມຂຶ້ນຢ່າງເຈັບປວດ – ປະຊາຊົນອອສເຕຣເລັຍ ໄດ້ສະແດງໃຫ້ເຫັນລັກສນະທີ່ດີທີ່ສຸດຂອງຊາດຂອງພວກເຮົາ. ເດັດດ່ຽວ ແລະຍືດຍຸ່ນ ໃນເວລາທີ່ຍາກລໍາບາກ, ປະຕິບັດ ແລະມີປະສິດທິຜົນ ກ່ຽວກັບສິ່ງທ້າທາຍ ທີ່ເຮົາປະເຊີນຫນ້າ, ເບິ່ງໂລກໃນແງ່ດີ ແລະຫມັ້ນໃຈໃນອະນາຄົດທີ່ດີກວ່າ - ແລະພ້ອມທີ່ຈະເຮັດວຽກຮ່ວມກັນເພື່ອສ້າງອະນາຄົດນັ້ນ"

ທ່ານກ່າວວ່າ ທັດສະນະທົ່ວໂລກທີ່ເສື່ອມໂຊມລົງ, ອັດຕາເງິນເຟີ້ສູງ ແລະລາຄາພະລັງງານ, ແລະອັດຕາດອກເບັ້ຍເພີ່ມຂຶ້ນທັງຫມົດນີ້ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ, ແລະການປ້ອງກັນທີ່ດີທີ່ສຸດຂອງອອສເຕຣເລັຍ ແມ່ນງົບປະມານທີ່ໝັ້ນຄົງ, ມີສະຕິ ແລະເຫມາະສົມກັບເງື່ອນໄຂ.

"ມັນ (ງົບປະມານ) ໄດ້ໃຫ້ການບັນເທົາທີ່ຮັບຜິດຊອບແກ່ຄ່າຄອງຊີບ, ໂດຍບໍ່ປມາດ – ເພື່ອເຮັດໃຫ້ຊີວິດຂອງຊາວອອສເຕຣເລັຍງ່າຍຂຶ້ນ, ໂດຍບໍ່ມີການເພີ່ມອັດຕາເງິນເຟີ້. ມັນແນເປົ້າໃສ່ການລົງທຶນ ໃນເສດຖະກິດທີ່ເຂັ້ມແຂງ, ມີຄວາມຍືດຍຸ່ນ, ທັນສມັຍກວ່າເກົ່າ ແລະມັນເລີ່ມຕົ້ນການສ້ອມແປງງົບປະມານຢ່າງໜັກ. ມັນຮັບຮູ້ວ່າການປ້ອງກັນທີ່ດີທີ່ສຸດຂອງເຮົາ ທີ່ຈະຕໍ່ຕ້ານຄວາມບໍ່ແນ່ນອນໃນທົ່ວໂລກ ແມ່ນການຈັດການດ້ານເສດຖະກິດ ທີ່ມີຄວາມຮັບຜິດຊອບຢູ່ທີ່ບ້ານເຮົານີ້."

ຣັຖມົນຕີການຄັງກ່າວວ່າ ພັຍນ້ຳຖ້ວມຢ່າງຮຸນແຮງ ແລະເລື້ອຍໆ, ການຊະລໍໂຕຂອງເສດຖະກິດໂລກ, ເງິນເຟີ້ສູງ ແລະອັດຕາດອກເບັ້ຍທີ່ເພີ້ມຂຶ້ນ ທັງຫມົດນີ້ ໄດ້ສົ່ງຜົນໃຫ້ມີການຂາດແຄນທັກສະຢ່າງຫລວງຫລາຍ ແລະຄ່າຈ້າງທີ່ແທ້ຈິງຕົກຕ່ຳລົງ.

ແລະທ່ານກ່າວວ່າ ງົບປະມານແມ່ນໄດ້ຮັບພາຣະຫນັກ ຈາກຫນີ້ສິນຫນຶ່ງລ້ານ ລ້ານ ໂດລາ ແລະການຂາດດຸນໂຄງສ້າງຢ່າງຕໍ່ເນື່ອງ.

"ໃນເທື່ອນີ້ ມັນຮຽກຮ້ອງໃຫ້ມີການຕອບໂຕ້ທີ່ແຕກຕ່າງກັນຊຶ່ງໃຫ້ຄວາມສຳຄັນຕໍ່ຄວາມຮັບຜິດຊອບ, ລາຄາບໍ່ແພງ ແລະຍືນຍົງ. ດ້ວຍເຫດນີ້ ງົບປະມານນີ້ຈຶ່ງໃຊ້ ສໍາລັບສິ່ງທີ່ສໍາຄັນ,ເສີມສ້າງຄວາມເຂັ້ມແຂງຂອງການປ້ອງກັນໃຫ້ແກ່ພວກເຮົາຕໍ່ຄວາມຍາກລໍາບາກ, ແລະເລີ່ມສ້າງອະນາຄົດທີ່ດີກວ່າເກົ່າ."

ດຣ. Chalmers ກ່າວວ່າ ງົບປະມານມີຄວາມຮັບຜິດຊອບ, ສົມເຫດສົມຜົນ ແລະມີເປົ້າຫມາຍ ທີ່ຈະມີນະໂຍບາຍທີ່ມີລາຄາບໍ່ແພງ, ຍຸດຕິທັມ ແລະມີເນັ້ນໃສ່ອະນາຄົດ, ສົ່ງຜົນຕອບແທນດ້ານເສດຖະກິດໃນໄລຍະຍາວ.

ມັນແນເປົ້າຫມາຍ ໃສ່ການດູແລເດັກ ແລະຢາທີ່ມີລາຄາຖືກກວ່າ, ຂຍາຍແຜນການຈ່າຍເງິນໃຫ້ພໍ່ແມ່ຕອນລາວຽກເມື່ອມີລູກ (Paid Parental Leaves Scheme), ທີ່ພັກອາສັຍທີ່ມີລາຄາບໍ່ແພງ, ແລະຂຶ້ນເງິນຄ່າຈ້າງອີກ. 

ນີ້ແມ່ນສິ່ງທີ່ມີມູນຄ່າ 7.5 ພັນ ລ້ານໂດລາ ທີ່ຈະຊ່ວຍເອົາເງິນຈໍານວນຫນຶ່ງກັບຄືນໃນຖົງຂອງຄົນ, ມັນສົ່ງເສີມຜົນຜລິດ ແລະເຮັດໃຫ້ເສດຖະກິດເຕີບໂຕ – ແຕ່ມັນແນໃສ່ເປົ້າຫມາຍແລະໃຊ້ເວລາຢ່າງລະມັດລະວັງ ທີ່ຈະຫຼີກເວັ້ນການສ້າງຄວາມກົດດັນເພີ່ມເຕີມຕໍ່ ເງິນເຟີ້.

ທ່ານກ່າວວ່າ ງົບປະມານມອບໃຫ້ ຕາມທີ່ພັກແຮງງານໄດ້ໃຫ້ຄໍາຫມັ້ນສັນຍາໄວ້:

"ການດູແລເດັກທີ່ມີລາຄາຖືກກວ່າ, ແລະໄດ້ຮັບຄ່າຈ້າງການລາວຽກຂອງພໍ່ແມ່ຕອນໄດ້ລູກໃໝ່ (Paid Parental Leave). ການເຂົ້າເຖິງການປິ່ນປົວສຸຂະພາບທີ່ດີກວ່າ, ຢາທີ່ມີລາຄາຖືກກວ່າ,ແລະມາດຕະຖານການດູແລຜູ້ສູງອາຍຸທີ່ດີກວ່າ. ບໍ່ຕ້ອງເສັຍຄ່າຮຽນໃນ TAFE ແລະມະຫາວິທະຍາໄລ ຮັບນັກຮຽນຫຼາຍຂຶ້ນ.ພະລັງງານທີ່ມີລາຄາຖືກ ແລະສະອາດກວ່າ. ທີ່ຢູ່ອາສັຍທີ່ມີລາຄາບໍ່ແພງຫຼາຍ, ແລະອະນາຄົດທີ່ເຮັດໃນອອສເຕຣເລັຍ"

ມັນກຽມພ້ອມສໍາລັບການລົງປະຊາມະຕິ ທີ່ຈະນຳເອົາສຽງຂອງຊາດຄັ້ງທໍາອິດຕໍ່ຣັຖສະພາ (First Nations Voice to Parliament) ເຂົ້າໃນຣັຖທັມນູນ ແລະກຽມພ້ອມສໍາລັບການຈັດຕັ້ງຄນະກັມມະການຕ້ານການສໍ້ລາດບັງຫຼວງແຫ່ງຊາດ (National Anti-Corruption Commission) ເພື່ອຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຊື່ສັດຂອງຣັຖບານ.

ທ່ານກ່າວວ່າ ບັດນີ້ອອສເຕຣເລັຍມີຣັຖບານທີ່ເຂົ້າໃຈ ເຖິງຄວາມຈໍາເປັນຂອງຍຸກສມັຍ ແລະເສດຖະກິດຂອງການປະຕິບັດຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະແຜນການທີ່ໃຫ້ຄວາມຫມັ້ນຄົງ ແກ່ກະແສພະລັງງານ ແລະຄວາມໝັ້ນໃຈແກ່ນັກລົງທຶນ.

ແຜນຂອງມັນ ແມ່ນເພື່ອຂັບເຄື່ອນການລົງທຶນໃນພະລັງງານທົດແທນ – ຊຶ່ງເປັນພະລັງງານທີ່ມີລາຄາຖືກກວ່າ. ແລະມອບວຽກໃຫມ່ຫຼາຍພັນວຽກໃນໄລຍະຈະມາເຖິງ, ຫຼາຍຕຳແໜ່ງໃນພູມິພາກ, ໂດຍການນໍາໃຊ້ຈຸດແຂງທີ່ມີຢູ່ແລ້ວແລະສ້າງວຽກໃຫມ່.

ທ່ານກ່າວວ່າພູມິພາກຕ່າງໆ ຍັງຈະໄດ້ຮັບຜົນປໂຍດຈາກການກະຕຸ້ນຂອງຣັຖບານ ທີ່ຈະຟື້ນໂຕຄືນການຜລິດ.

"ກອງທຶນຟື້ນຟູແຫ່ງຊາດຂອງພວກເຮົາ 15 ພັນລ້ານ ໂດລາຈະເປັນເງິນຊ່ວຍໂຄງການ ໃນການຂຍາຍພື້ນຖານອຸດສາຫະກັມຂອງພວກເຮົາ, ກະຈາຍເສດຖະກິດຂອງພວກເຮົາ, ສ້າງວຽກທີ່ຍືນຍົງ, ມີຣາຍໄດ້ດີ, ແລະເຮັດໃຫ້ສູນໃນພູມິພາກຂອງພວກເຮົາເຕີບໃຫຍ່. ໃນການຜລິດພະລັງງານທີ່ສະອາດ; ໃນການຜລິດທາງການແພດ; ໃນເຕັກໂນໂລຢີໃຫມ່;ໃນການກະເສດ; ໃນແຮ່ທາດທີ່ສຳຄັນ. ເພື່ອໃຫ້ພວກເຮົາສາມາດເປັນປະເທດທີ່ສາມາດຜລິດສິນຄ້າຕ່າງໆໄດ້ອີກ. ເພື່ອໃຫ້ພວກເຮົາສາມາດເພີ່ມມູນຄ່າ ໃຫ້ກັບສິ່ງທີ່ພວກເຮົາຂາຍໃຫ້ໂລກຫຼາຍຂຶ້ນອີກ."

ດຣ. Chalmers ກ່າວວ່າງົບປະມານສະບັບນີ້ ຍັງເນັ້ນໃສ່ການສ້າງສິ່ງທີ່ຈໍາເປັນເຊັ່ນ: ໂຄງສ້າງພື້ນຖານການຂົນສົ່ງ NBN ທີ່ດີກວ່າໃຫ້ປະຊາຊົນຫຼາຍຂຶ້ນ, ແລະການປັບປຸງການຄອບຄຸມຂອງໂທລະສັບມືຖືໃນພູມິພາກ, ສະຖານທີ່ຫ່າງໄກ ແລະເຂດທີ່ສ່ຽງຕໍ່ພັຍພິບັດ ທາງທັມມະຊາດ.

ກ່າວວ່າ ແຜນການຂອງຣັຖບານກໍຄື ການບໍຣິຫານງົບປະມານ ດ້ວຍຄວາມຮັບຜິດຊອບ. 

ທ່ານກ່າວວ່າ ການຂາດດຸນງົບປະມານໃນປີ 2022–23 ຕອນນີ້ຖືກຄາດວ່າ ຈະເປັນ 36.9 ພັນໂດລາ – ຊຶ່ງດີຂຶ້ນ 41.1ພັນໂດລາ. ແຕ່ທ່ານກ່າວວ່າ ລາຍໄດ້ເພີ່ມຂຶ້ນຈາກການມີວຽກເຮັດທີ່ສູງຂຶ້ນ ແລະລາຄາສິນຄ້າທີ່ສູງຂຶ້ນນັ້ນ ເປັນພຽງຊົ່ວຄາວເທົ່ານັ້ນ.

ທ່ານຊີ້ໃຫ້ເຫັນວ່າ ຄວາມກົດດັນໃນການໃຊ້ຈ່າຍຕໍ່ງົບປະມານນັ້ນ ແມ່ນຄາດວ່າຈະຂຍາຍຕົວ ແລະເຕີບໃຫຍ່ຕໍ່ໄປ.

ດັ່ງນັ້ນງົບປະມານນີ້ ຈຶ່ງຕ້ອງຈໍາກັດການເຕີບໂຕຂອງການໃຊ້ຈ່າຍ ໂດຍສະເພາະແມ່ນໃນຂນະທີ່ອັດຕາເງິນເຟີ້ສູງ; ມັນຕ້ອງຄືນລາຍຮັບໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ໃນຜົນກຳໄລ; ແລະຕ້ອງເນັ້ນໃສ່ການໃຊ້ຈ່າຍໃຫມ່ ຕໍ່ການລົງທຶນ ທີ່ຈະສ້າງຄວາມເຕີບໂຕຂອງເສດຖະກິດ.

ນີ້, ລາວເວົ້າວ່າ, ມັນເປັນເປັນເຊັ່ນນັ້ນ.

"ທ່ານປະທານສະພາ, ຊາວອອສເຕຣເລັຍຮູ້ວ່າ ຈະມີວັນທີ່ຍາກລຳບາກ, ແລະການຕັດສິນໃຈທີ່ຍາກ ກໍຈະຕິດຕາມມາ. ການຜ່ານຊ່ວງນີ້ຢ່າງເຂັ້ມແຂງກວ່າທີ່ເຮົາເຄີຍເປັນມາກ່ອນ ຈະຕ້ອງອາສັຍ ບຸກຄະລິກທີ່ດີທີ່ສຸດຂອງເຮົາ - ຄືຄວາມຍືດຍຸ່ນ,ຄວາມເຫັນອົກເຫັນໃຈ, ການຮ່ວມມື ແລະຄວາມຫມັ້ນໃຈຂອງເຮົາ, ແລະເຫນືອສິ່ງອື່ນໃດ, ຄວາມເຊື່ອໃນກັນແລະກັນຂອງເຮົາ. ແລະມັນຕ້ອງຈະອາສັຍຣັຖບານທີ່ອຸທິດຕົນ ແລະຕັ້ງໃຈທີ່ຈະປະເຊີນຫນ້າ ກັບສິ່ງທ້າທາຍ ທີ່ບໍ່ໄດ້ຮັບຄວາມບໍ່ສົນໃຈເປັນເວລານານ, ແລະເພື່ອກຳເອົາໂອກາດທີ່ມັນຈະບໍ່ລໍຖ້າອີກຕໍ່ໄປ."

ເນື້ອເລື່ອງໂດຍ Nicola Canning ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share