ໃນວັນທີ 30 ຕຸລາ ວິທຍຸ SBS ໄດ້ໄປຮ່ວມບຸນມະຫາກະຖິນທີ່ວັດປ່າ ພຸທລາວັນ ທີ່ Wedderburn. ມື້ນັ້ນໂຊກດີຢ່າງຫຼາຍເພາະຝົນທີ່ໄດ້ຕົກມາເປັນເວລາເກືອບອາທິດກໍໄດ້ເຊົາຕົກ ແລະເຮັດໃຫ້ມີບ່ອນຈອດຣົດໄດ້ອີກຫຼາຍຮ້ອຍຄັນ.
ສິມຫຼັງໃໝ່ຂອງວັດປ່າທີ່ຊາວພຸທໄດ້ອອກກຳລັງຊັບ, ກຳລັງກາຍ ແລະເວລາ ມາຊ່ອຍໃຫ້ສິມນີ້ ໄດ້ກໍ່ສ້າງສຳເຣັດ. Source: SBS / Sak Phoumirath
ຫຼັງຈາກນັ້ນ ກໍນິມົນພຣະສັນເພນ ແລະຜູ້ມາຮ່ວມທຳບຸນ ກໍກິນເຂົ້າຮ່ວມກັນ.
ເມື່ອພຣະສັນເພນຮຽບຮ້ອຍແລ້ວ ແລະ ຜູ້ໄປທຳບຸນກໍ ກິນເຂົ້າແລ້ວໆ ກໍໄດ້ເລີກຍາມແຫ່ກອງກະຖິນ.
ຄນະສົງ ທີ່ຖືກນິມົນມາຈາກຫຼາຍວັດ ໄດ້ມາຮ່ວມຮັບຜ້າກະຖິນ. Source: SBS / Sak Phoumirath
ງານມະຫາກະຖິນຂອງວັດປ່າປີນີ້ ກໍເສັດສິ້ນໄປດ້ວຍດີ. ຜູ້ມາຮ່ວມທຳບຸນກໍກັບເມືອດ້ວຍຄວາມ ອີ່ມອົກອີ່ມໃຈ ທີ່ໄດ້ມາຮ່ວມບຸນທີ່ມີຂຶ້ນພຽງປີລະເທື່ອ.
ຜູ້ມາຮ່ວມງານບຸນປີນີ້, ນອກຈາກຈະມີຊາວພຸດລາວແລ້ວ ຍັງມີ ຊາວໄທ, ຊາວວຽດນາມ, ຊາວຂເມນ, ຊາວອິນເດັຍ, ຊາວ ສີລັງກາ, ຊາວ ບັງຄລາເທດ ແລະ ຊົນຊາດອື່ນທີ່ເຫຼືອມໃສໃນພຣະພຸທສາສນາ ໃດ້ພາກັນມາຮ່ວມກວ່າພັນຄົນ.
ຊາວພຸທຫຼາຍເຊື້ອຊາດໄດ້ມາຮ່ວມກັນທຳບຸນທີ່ວັດປ່າ. Source: SBS / Sak Phoumirath
ນອກຈາກນີ້, ທາງ SBS ຍັງໄດ້ສຳພາດ ທ່ານມະຫາ ອຸດົມ ພົມມະວົງສາ ກ່ຽວກັບຄວາມເປັນມາຂອງກະຖິນ ອີກດ້ວຍ.
ວິທຍຸ SBS ພາກພາສາລາວ ຂໍຂອບໃຈ ວັດພຸທລາວັນ ທີ່ໃຫ້ໂອກາດແກ່ SBS ໄດ້ມາຮ່ວມໃນງານບຸນຄັ້ງນີ້ດ້ວຍ.
ຣາຍງານ ແລະຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ