Picnic ໃນວັນປິດພາກຮຽນປະຈຳປີໂຮງຮຽນ ລາວລ້ານຊ້າງ ຊິດນີ.
ໃນວັນເສົາ 10 ທັນວາ 2022, ວິທຍຸ SBS ພາກພາສາລາວ ໄດ້ໄປຮ່ວມການກິນເຂົ້າປ່າ ຫຼື Picnic ທີ່ຈັດຂຶ້ນໂດຍສະມາຄົມສົ່ງເສີມຊຸມຊົນລາວ ເນື່ອງໃນວັນປິດພາກຮຽນປະຈຳປີຂອງສົກການສຶກສາ 2022 ຂອງໂຮງຮຽນລາວ ລ້ານຊ້າງ ທີ່ Plough and Harrow Western Sydney Parkland, Abbotsbury.
ຄນະຄູສອນຖ່າຍຮູບຮ່ວມກັບນັກຮຽນ
ຜູ້ອຳນວຍການກຳລັງມອບໃບປະກາດ ແລະລາງວັນແກ່ນັກຮຽນດີເດັ່ນ Michelle.
ຍາປ້າ ເດັ່ນໃຈ ສິຣິວົງ ໄດ້ກ່າວຂອບໃຈຜູ້ເຂົ້າມາຮ່ວມ ແລະ ຂອບໃຈສະມາຄົມສົ່ງເສີມຊຸມຊົນລາວ ໃນການສນັບສນຸນ ຢ່າງຕໍ່ເນື່ອງແກ່ໂຮງຮຽນ.
ໃນໂອກາດດຽວກັນ ທາງສະມາຄົມກໍໄດ້ຈັດໃຫ້ມີການ ໂອ້ລົມຕໍ່ນັກຮຽນໂດຍ ຍ.ນ. ນີນາ ລອງ ແລະ ຍ.ນ. ອອ້ມທິບ ພົມມະຈັນ ກ່ຽວກັບຄວາມສຳຄັນໃນການຮຽນພາສາລາວ.
ນອກຈາກນີ້, ວິທຍຸ SBS ພາກພາສາລາວ ຍັງໄດ້ສຳພາດ ຍາປ້າ ເດັ່ນໃຈ ສິຣິວົງ ຜູ້ອຳວຍການໂຮງຮຽນ ລາວລ້ານຊ້າງ, ຍ.ນ. ວັນ ທັດຕະມະນີວົງ ຜູ້ເປັນແມ່ຂອງ Michelle ຊຶ່ງເປັນນັກຮຽນຄົນນຶ່ງຂອງ ໂຮງຮຽນ ລາວລ້ານຊ້າງ ແລະ Michelle ເອງ.
ໂຄສົກ ກຳລັງຈະຖືກສຳພາດໂດຍນັກຮຽນ !!
ວິທຍຸ SBS ພາກພາສາລາວ ຂໍສະແດງຄວາມຂອບໃຈມາຍັງ ສະມາຄົມສົ່ງເສີມຊຸມຊົນລາວ ແລະໂຮງຮຽນລາວ ລ້ານຊ້າງ ທີ່ອຳນວຍຄວາມສະດວກທຸກຢ່າງໃນມື້ນັ້ນ.
ຈັດທຳໂດຍ ສັກ ພູມິຣັຕນ໌ ວິທຍຸ SBS ພາກພາສາລາວ