ຜົນກະທົບຂອງແສງ ຕໍ່ສຸຂະພາບຈິດ.
ພຽງແຕ່ເຮົາເພີ່ມການສຳຜັດຕໍ່ແສງໃນຕອນກາງເວັນ ແລະການຫລຸດມັນລົງ ໃນຕອນກາງຄືນ ໄດ້ຖືກພິສູດວ່າ ເຮັດໃຫ້ເຮົາ ມີຄວາມສ່ຽງຕໍ່ຄວາມເຈັບປ່ວຍທາງຈິດ ຫນ້ອຍລົງ.
ການສຶກສາໃຫມ່ ກ່ຽວກັບຮູບແບບ (Patterns) ການສຳຜັດຕໍ່ແສງ ເຜີຍໃຫ້ເຫັນຜົນກະທົບຂອງມັນ ຕໍ່ສຸຂະພາບຈິດ, ດັ່ງທີ່ Omoh Belloລາຍງານ.
ແສງ ມີຜົນຕໍ່ສຸຂະພາບຈິດຂອງເຮົາ
ການສຶກສາໃຫມ່ ໂດຍສະຖາບັນສຸຂະພາບຈິດ ແລະສມອງ ຂອງມະຫາວິທະຍາໄລ Monash ຊີ້ໃຫ້ເຫັນວ່າ ການທີ່ມີແສງປະດິດ (Artificial light) ເພີ່ມຂຶ້ນໃນຕອນກາງຄືນ ຈະເຮັດໃຫ້ຄົນເຮົາ ສ່ຽງຕໍ່ຄວາມຜິດປົກກະຕິ ທາງດ້ານຈິດໃຈ.
ການສຶກສາຄົ້ນຄວ້າ ຍັງພົບວ່າ ການເພີ່ມການສຳຜັດ ກັບແສງແດດສາມາດຫລຸດຜ່ອນ ຄວາມສ່ຽງຂອງໂຣກຈິດໄດ້.
ສາດສະດາຈານ Sean Cain ຫົວໜ້າຄນະຄົ້ນຄວ້າກ່າວວ່າ ວິທີ ທີ່ພວກເຮົາກໍາລັງປະສົບ ກັບແສງສວ່າງນີ້ ແມ່ນເປັນອັນຕະຣາຍ ຕໍ່ຮ່າງກາຍຂອງມະນຸດ.
"ໂດຍທົ່ວໄປ, ເຮົາໃຊ້ເວລາພາຍໃນເຮືອນຫຼາຍເກີນໄປ ແລະນັ້ນບໍ່ດີ ສໍາລັບເຫດຜົນສອງສາມຢ່າງ. ຫນຶ່ງ ແມ່ນການໄດ້ຮັບແສງ ໃນຕອນກາງເວັນຂອງເຮົາ ແມ່ນຕ່ຳຫລາຍກວ່າທີ່ຄວນ. ແຕ່ການໄດ້ຮັບແສງສວ່າງ ໃນຕອນກາງຄືນ ຂອງເຮົານັ້ນສູງ. ພວກເຮົາທຸກຄົນ ອາສັຍຢູ່ໃນເຮືອນ ທີ່ພວກເຮົາມີແສງສວ່າງຢູ່ເທິງຫົວ, ພວກເຮົາມີອຸປະກອນຫຼາຍຢ່າງ ທີ່ມີແສງທີ່ພວກເຮົາເບິ່ງ."
ການສຶກສາ ທີ່ໃຫຍ່ທີ່ສຸດໃນໂລກ ກ່ຽວກັບການສຳຜັດກັບແສງສວ່າງ ໄດ້ກວດສອບຮູບແບບ (Patterns) ການເປີດຮັບແສງສວ່າງ ຂອງບຸກຄົນປະມານ 87,000 ຄົນ, ຕິດຕາມການເປີດຮັບແສງ ທີ່ແຈ້ງ ຂອງເຂົາເຈົ້າ ໃນຕອນກາງເວັນ ແລະຕອນກາງຄືນ.
ຈາກນັ້ນ, ນັກຄົ້ນຄວ້າຈຶ່ງເຊື່ອມຮູບແບບ (Patterns) ເຫຼົ່ານັ້ນ ກັບຄວາມເປັນໄປໄດ້ ທີ່ຈະເຮັດໃຫ້ເກີດຄວາມຜິດປົກກະຕິ ທາງຈິດໄດ້ຫຼາຍທາງ.
ເຂົາເຈົ້າໄດ້ຄົ້ນພົບວ່າ ມີການເພີ່ມຂຶ້ນ 30 ເປີເຊັນ ຂອງຄວາມສ່ຽງ ຂອງພາວະຊຶມເສົ້າ ໃນຜູ້ທີ່ໄດ້ຮັບແສງສວ່າງ ໃນປະຣິມານສູງ ໃນຕອນກາງຄືນ ແລະມີຄວາມສ່ຽງຫລຸດລົງ 20 ເປີເຊັນ ໃນຜູ້ທີ່ໄດ້ຮັບແສງສວ່າງ ໃນປະຣິມານດຽວກັນ ໃນຕອນກາງເວັນ.
ຮູບແບບ (Patterns) ຂອງຜົນຮັບເຫຼົ່ານີ້ ຍັງເຫັນໄດ້ໃນພຶດຕິກັມ ທີ່ເປັນອັນຕະຣາຍຕໍ່ຕົນເອງ, ໂຣກຈິດ, ໂຣກ Bipolar ,ໂຣກວິຕົກກັງວົນທົ່ວໄປ (Generalised Anxiety Disorder) ແລະ Post-Traumatic Stress Disorder.
Professor Cain ກ່າວວ່າ ການພົບເຫັນເຫລົ່ານີ້ ຄວນໄດ້ຮັບການພິຈາຣະນາ ຢ່າງຈິງຈັງ.
"ສິ່ງທີ່ພວກເຮົາສາມາດເຮັດໄດ້ ແມ່ນພະຍາຍາມ ທີ່ຈະໄດ້ຮັບແສງສວ່າງທີ່ແຈ້ງ ໃນຕອນກາງເວັນ-ອອກໄປນອກເຮືອນໃຫ້ຫຼາຍຂຶ້ນ, ໄດ້ຮັບແສງແດດຜ່ານທາງຕາ, ຖອດແວ່ນຕາດຳອອກ. ແລະໃນຕອນກາງຄືນ, ພະຍາຍາມ ທີ່ຈະຢູ່ພາຍໃຕ້ຄວາມສວ່າງທີ່ບໍ່ແຈ້ງຫຼາຍ ແລະແສງສວ່າງທີ່ອົບອຸ່ນຈະດີກວ່າ.ສະນັ້ນ, ເກືອບຄືກັບແສງທຽນແມ່ນດີຫຼາຍ."
Professor Cain ກ່າວຕື່ມວ່າ ຍັງພົບວ່າ ແສງສວ່າງຍັງລົບກວນ ວົງຈອນການນອນ, ເຮັດໃຫ້ເກີດການນອນຫລັບ ທີ່ບໍ່ຕິດຕໍ່ກັນ.
ມູນນິທິ ສຸຂະພາບການນອນ (The Sleep Health Foundation) ກ່າວວ່າ ຄວາມສໍາພັນລະຫວ່າງສຸຂະພາບຈິດ ກັບການນອນຫຼັບ ມີຜົນກະທົບຕໍ່ກັນແລະກັນ.
ຜູ້ສນັບສນູນສຸຂະພາບການນອນຫຼັບ ຍັງພົບວ່າ ການປັບປຸງການນອນຫຼັບ ອາດປ້ອງກັນບໍ່ໃຫ້ອາການ ສຸຂະພາບທາງຈິດກັບຄືນມາອີກ.
ທ່ານນາງ Moira Junga ກ່າວວ່າ ແສງສວ່າງ ບໍ່ພຽງແຕ່ສົ່ງຜົນກະທົບ ຕໍ່ຮໍໂມນ ທີ່ສົ່ງເສີມການນອນເທົ່ານັ້ນ, ແຕ່ຍັງເປັນຮໍໂມນ ທີ່ໃຫ້ຮູ້ສຶກດີນໍາອີກ.
"ພວກເຮົາຮູ້ວ່າ Melatonin ແມ່ນຮໍໂມນ ທີ່ຈໍາເປັນ ເພື່ອເລີ່ມຕົ້ນແລະຮັກສາການນອນຫຼັບ. ແລະພວກເຮົາຮູ້ວ່າ Melatonin ຖືກສົ່ງອອອກມາໃນສະພາບທີ່ມືດ. ຄົນເຮົາບໍ່ຮູ້ວ່າ ແມ່ນແຕ່ຈະຫຼັບຕາ, ກໍຍັງມີການພົວພັນກັບແສງສວ່າງໃນສມອງ ແລະໃນຂະບວນການ ສມອງຂອງທ່ານ. ແລະເຊັ່ນດຽວກັນ, ໃນຕອນກາງເວັນທີ່ ທີ່ຮັບແສງສວ່າງກໍຈະເພີ່ມລະດັບ Serotonin ຂອງເຮົາ, ຊຶ່ງແມ່ນຮໍໂມນທີ່ໃຫ້ຄວາມຮູ້ສຶກດີ, ແລະໃຫ້ຄວາມສຸກຂອງເຮົາ."
Professor Cain ກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຈະເຮັດຕາມຂັ້ນຕອນງ່າຍໆ ເພື່ອປັບປຸງສຸຂະພາບຈິດຂອງເຮົາ.
"ມັນເປັນຂໍ້ຄວາມງ່າຍໆສໍາລັບຜູ້ຄົນ, ແລະນັ້ນ ແມ່ນການໃຫ້ໄດ້ຮັບແສງທີ່ແຈ້ງໃນຕອນກາງເວັນ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ຢູ່ໃນຄວາມມືດ ຫຼາຍເທົ່າທີ່ຈະເຮັດໄດ້ ໃນຕອນກາງຄືນ, ແຕ່ຕ້ອງປະຕິບັດ ເປັນປະຈໍາ. ຮ່າງກາຍຂອງເຮົາຕ້ອງການຄວາມເປັນປົກກະຕິ, ແລະມັນຕ້ອງການຮູ້ວ່າຕອນໃດແມ່ນກາງເວັນ ແລະຕອນໃດ ເປັນກາງຄືນ. ດັ່ງນັ້ນ, ເມື່ອຮູ້ເຊັ່ນນັ້ນແລ້ວ ພວກເຮົາສາມາດມີພຶດຕິກັມ ທີ່ດີກວ່າ ທີ່ເຮັດໃຫ້ພວກເຮົາ ມີສຸຂະພາບດີໂດຍທົ່ວໄປ, ບໍ່ພຽງແຕ່ສຸຂະພາບຈິດເທົ່ານັ້ນ, ແຕ່ອາຍຸຍືນ ແລະສຸຂະພາບທົ່ວໄປ ຂອງພວກເຮົາກໍຈະດີນຳອີກ."
ຖ້າທ່ານຫຼືຄົນທີ່ທ່ານຮູ້ຈັກ ຕ້ອງການການສນັບສນູນ, ໂທຫາ Beyond Blue ທີ່ 1300 224 636 ຫຼື ໂທຫາ Lifeline ທີ່ 13 11 14.
Embrace Multicultural Mental Health ສົ່ງເສີມປະຊາຊົນທີ່ມາຈາກພູມຫຼັງທາງດ້ານວັດທະນະທັມ ແລະພາສາທີ່ແຕກຕ່າງກັນ.
ເນື້ອເລື່ອງໂດຍ Omoh Bello ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌