ອອສເຕຣເລັຍກຳລັງຈະຊື້ ຂີປະນາວຸດຫຼາຍກວ່າ 200 ລູກຈາກ U-S.

USS Ross fires a tomahawk land attack missile from Mediterranian sea

ການຍິງຂີປະນາວຸດ Tomahawk ຈາກເຮື້ອຣົບ Credit: U.S. Navy

ສະຫະຣັດອາເມຣິກາ ໄດ້ອະນຸມັດການຂາຍຂີປະນາວຸດ ໄລຍະໄກຫຼາຍກວ່າ 200 ລູກ ໃຫ້ແກ່ອອສເຕຣເລັຍ ພາຍໃຕ້ສົນທິສັນຍາ AUKUS. ຣັຖບານກ່າວວ່າ ອາວຸດແມ່ນສໍາຄັນ ທີ່ຈະບໍ່ໃຫ້ຝ່າຍສັດຕູມາຣຸກຮານ ໃນຂນະທີ່ ການຮັກສາການເສີມສ້າງທາງທະຫານ ແມ່ນກ່ຽວກັບສັນຕິພາບ ບໍ່ແມ່ນສົງຄາມ.


ອອສເຕຣເລັຍກຳລັງຈະຊື້ ຂີປະນາວຸດຫຼາຍກວ່າ 200 ລູກຈາກ U-S.

ສະຫະຣັດອາເມຣິກາ ໄດ້ອະນຸມັດການຂາຍຂີປະນາວຸດ ໄລຍະໄກຫຼາຍກວ່າ 200 ລູກໃຫ້ແກ່ອອສເຕຣເລັຍ ພາຍໃຕ້ສົນທິສັນຍາ AUKUS.

ກ່າວວ່າ ອາວຸດແມ່ນສໍາຄັນ ທີ່ຈະບໍ່ໃຫ້ຝ່າຍສັດຕູມາຣຸກຮານ ໃນຂນະທີ່ ການຮັກສາການເສີມສ້າງທາງທະຫານ ແມ່ນກ່ຽວກັບສັນຕິພາບ ບໍ່ແມ່ນສົງຄາມ. Soofia Tariq ລາຍງານ.

ອາວຸດຂອງກອງທັບສະຫະຣັດ ອາດຈະຢູ່ໃນກໍາມືຂອງ ອອສເຕຣເລັຍ ໃນບໍ່ຊ້ານີ້ ຫລັງຈາກທາງກະຊວງຂອງສະຫະຣັດ ໄດ້ອະນຸມັດ ການຂາຍຂີປະນາວຸດ Tomahawk ໄລຍະໄກ 220 ລູກຂອງຕົນ.

ຂີປະນາວຸດ ມີຄວາມສາມາດໃນການໂຈມຕີເປົ້າຫມາຍ ທີ່ຫ່າງຈາກສະຖານຍິງ 1,500 ກິໂລແມັດ.

ຣັຖມົນຕີກະຊວງປ້ອງກັນປະເທດ, ທ່ານ Pat Conroy ກ່າວວ່າ ການຊື້ຂີປະນາວຸດ ແມ່ນຈໍາເປັນ ເພື່ອຕິດອາວຸດໃຫ້ກັບກອງທັບ ເພື່ອປ້ອງກັນການຂົ່ມຂູ່ ຕໍ່ຄວາມຫມັ້ນຄົງແຫ່ງຊາດ ຂອງອອສເຕຣເລັຍ.

"ນີ້ແມ່ນຂີດຄວາມສາມາດ ໃນການໂຈມຕີໄລຍະໄກ ທີ່ສໍາຄັນ ສໍາລັບກອງທັບເຮືອ ຂອງອອສເຕຣເລັຍ. ຣັຖບານແຮງງານ Albanese ມີຄວາມມຸ່ງຫມັ້ນ ທີ່ຈະລົງທຶນຢ່າງແທ້ຈິງ ໃນການໂຈມຕີໄລຍະໄກ ສໍາລັບກອງກໍາລັງປ້ອງກັນປະເທດ ອອສເຕຣເລັຍ, ພວກເຮົາປະເຊີນຫນ້າ ກັບພາກພື້ນທີ່ມີການແຂ່ງຂັນຫຼາຍ  ແລະພວກເຮົາຈໍາເປັນ ຕ້ອງໃຫ້ອຸປະກອນ ທີ່ພວກເຂົາຕ້ອງການ ແກ່ກອງກໍາລັງປ້ອງກັນປະເທດ ເພື່ອຄວາມກ້າວຫນ້າ ດ້ານຄວາມປອດພັຍ ແຫ່ງຊາດຂອງພວກເຮົາ."

ລາຄາ 1.3 ພັນລ້ານໂດລາ, ຂີປະນາວຸດ ສາມາດຕິດຕັ້ງໃສ່ເຮືອຣົບ ຣະດັບ Hobart ຂອງກອງທັບເຮືອ ແລະຍັງສາມາດຍິງ ຈາກເຮືອດຳນ້ຳນິວເຄລັຍ ຣະດັບ Virginia ຊຶ່ງອອສເຕຣເລັຍກໍຊື້ຈາກ

ກະຊວງການຕ່າງປະເທດສະຫະຣັດກ່າວວ່າ ອາວຸດດັ່ງກ່າວ ຈະສົ່ງເສີມຂີດຄວາມສາມາດ ຂອງອອສເຕຣເລັຍ ທີ່ຈະ "ມີສ່ວນຮ່ວມໃນພາລະກິດ ທີ່ມີຜົນປໂຍດຮ່ວມກັນ".

ນາຍພົນ John Aquilino ຜູ້ບັນຊາການນກອງກຳລັງ Indo-Pacfic ຂອງສະຫະຣັດກ່າວວ່າ ສະຫະຣັດ ບໍ່ໄດ້ສແວງຫາສົງຄາມ ແຕ່ຕ້ອງໃຫ້ແນ່ໃຈວ່າ ພວກເຂົາເຈົ້າກຽມພ້ອມ.

"ສິ່ງທີ່ສໍາຄັນທີ່ສຸດ, ສະຫະຣັດບໍ່ໄດ້ສແວງຫາການຂັດແຍ້ງ ໃນ Indo-Pacific. ພວກເຮົາບໍ່ໄດ້ພຍາຍາມຄວບຄຸມ ສາທາລະນະຣັດປະຊາຊົນຈີນ. ດັ່ງທີ່ໄດ້ກ່າວໄວ້ໃນຍຸດທະສາດຂອງສະຫະຣັດ ເຖິງຢ່າງໃດກໍຕາມ ພວກເຮົາກໍມີສ່ວນຮ່ວມ ໃນການແຂ່ງຂັນທີ່ແຂງແກ່ນ."

ການແຂ່ງຂັນທີ່ແຂງແກ່ນ ຍັງເກີດຂຶ້ນຢູ່ພາຍໃນພັກ ຂອງຣັຖບານແຮງງານເອງ ດ້ວຍມີການວິຈານ ກ່ຽວກັບຂໍ້ຕົກລົງ AUKUS.

ອະດີດສະມາຊິກສະພາພັກແຮງງານ, ທ່ານ Doug Cameron ໄດ້ບອກກັບ ABC ວ່າ ບາງສາຂາຂອງພັກແຮງງານ ບໍ່ພໍໃຈກ່ຽວກັບລາຄາ ຂອງເຮືອດຳນ້ຳ 368 ພັນລ້ານໂດລາ.

"ການຕັດສິນໃຈສຸດທ້າຍນີ້ ແລະການປະກາດ ໄດ້ເກີດຂຶ້ນຢ່າງໄວ ແລະມີລາຍລະອຽດພຽງເລັກນ້ອຍ ຈົນເຮັດໃຫ້ເກີດຄວາມເປັນຫ່ວງ. ທ່ານກໍາລັງເຫັນບາງສາຂາ ໃນພັກແຮງງານ ທີ່ໄດ້ສະແດງວ່າ ພວກເຂົາເຈົ້າມີຄວາມກັງວົນກ່ຽວກັບເລື່ອງນີ້. ເງິນສໍາລັບການບໍຣິການສັງຄົມ, ສໍາລັບສຸຂະພາບ, ສໍາລັບການສຶກສາ, ສໍາລັບ NDIS, ສໍາລັບການດູແລຜູ້ສູງອາຍຸ ຈະມາຈາກໃສ? ດັ່ງນັ້ນ, ນີ້ແມ່ນເລື້ອງທີ່ຂ້າພະເຈົ້າບໍ່ແປກໃຈ ທີ່ມີຄວາມກັງວົນ, ແລະມັນເປັນການຖືກຕ້ອງ ທີ່ຄວາມກັງວົນເຫຼົ່ານີ້ ທີ່ຈະໄດ້ຮັບການຍົກຂຶ້ນມາ ແລະການໂຕ້ຖຽງທີ່ຈະເກີດຂື້ນ."

ນາຍົກຣັຖມົນຕີ Anthony Albanese ໄດ້ປົກປ້ອງການຊື້ຄັ້ງນີ້ ອີກຄັ້ງນຶ່ງ ໂດຍຊີ້ໃຫ້ເຫັນ ເຖິງການຄົ້ນພົບ ຂອງການທົບທວນຍຸດທະສາດ ການທະຫານ ທີ່ຍັງບໍ່ທັນໄດ້ເປີດເຜີຍ.

"ຜູ້ຊ່ຽວຊານທັງຫມົດໄດ້ເບິ່ງ ແລະພິຈາລະນາບັນຫາ ຂອງເຮືອດຳນ້ຳຂອງເຮົາ. ໃນຖານະທີ່ ເປັນປະເທດອ້ອມຮອບດ້ວຍນ້ຳ, ເຮືອດຳນ້ຳຈຶ່ງເປັນສ່ວນທີ່ສໍາຄັນ ຂອງໂຄງຮ່າງການປ້ອງກັນຂອງເຮົາ ແລະຄວາມຈິງກໍແມ່ນເຮືອດຳນ້ຳນິວເຄລັຍນັ້ນ ເຫນືອກວ່າເຮືອດຳນ້ຳແບບທັມມະດາຫຼາຍ. ພວກເຂົາໄວກວ່າ, ງຽບກວ່າ, ສາມາດຢູ່ພາຍໃຕ້ໃຕ້ນ້ຳໄດ້ດົນກວ່າ.

"ອອສເຕຣເລັຍ, ເມື່ອເຮົາເບິ່ງສິ່ງທີ່ເຮົາກໍາລັງເຮັດ, ພວກເຮົາບໍ່ພຽງແຕ່ລົງທຶນໃນຂີດຄວາມສາມາດຂອງພວກເຮົາ, ພວກເຮົາກໍາລັງລົງທຶນ ໃນຄວາມສໍາພັນຂອງພວກເຮົາ ແລະນັ້ນເປັນສິ່ງທີ່ສ້າງສັນ ເພາະວ່າພວກເຮົາຕ້ອງການສັນຕິພາບ, ຄວາມປອດພັຍ ແລະຄວາມຫມັ້ນຄົງ."

Soofia Tariq ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share