ການຫ້າມໃຊ້ໂທຣະສັບໃນໂຮງຮຽນມັດທະຍົມຈະເລີ້ມຂຶ້ນໃນເທີມ 4 ປີນີ້.
ທີ່ຖືກເລືອກໃຫມ່ໃນ New South Wales ໄດ້ທຳການເຄື່ອນໄຫວຢ່າງໄວ ຕາມຄໍາສັນຍາການເລືອກຕັ້ງ, ໂດຍຫ້າມໂທຣະສັບມືຖື ໃນໂຮງຮຽນມັດທະຍົມປາຍ ຂອງຣັດນັບແຕ່ທ້າຍປີນີ້ (ຕັ້ງແຕ່ໄຕຣມາດ (Term) ທີສີ່).
ການຫ້າມ ແມ່ນມີຢູ່ແລ້ວ ໃນໂຮງຮຽນປະຖົມຂອງຣັດ, ເຊັ່ນດຽວກັນກັບໃນທຸກເຂດອຳນາດປົກຄອງຂອງຍົກເວັ້ນ Queensland ແລະ Tasmania.
ນັກການສຶກສາ ແລະນັກຄົ້ນຄວ້າຫລາຍຄົນ ກ່າວວ່າ ມັນບໍ່ແມ່ນເລື້ອງງ່າຍ ທີ່ຈະກໍາຈັດສິ່ງລົບກວນ ແລະເສບຕິດ ທີ່ຈະເຮັດໃຫ້ການຂົ່ມເຫັງ ທາງອິນເຕີເນັດຫຼຸດລົງ ແລະຍັງຈະຊ່ອຍໃຫ້ ຄະແນນການຮຽນສູງຂຶ້ນ. Liz Maddock ລາຍງານ.
ເປັນເວລາຫນຶ່ງປີ ທີ່ນັກຮຽນຢູ່ໂຮງຮຽນມັດທະຍົມ Davidson ໃນພາກເຫນືອຂອງ Sydney ໄດ້ມີກິດຈະກັມໃຫມ່ ໃນຕອນເຊົ້າ.
ລະຫວ່າງການເດີນຜ່ານປະຕູໂຮງຮຽນ, ເຂົາເຈົ້າໄດ້ລັອກໂທຣະສັບມືຖື ຂອງເຂົາເຈົ້າຢູ່ໃນຖົງແມ່ເຫຼັກ, ຈົນວ່າສຽງລະຄັງຈະດັງ ໃນຕອນທ້າຍຂອງມື້.
"ຂ້ອຍຮູ້ສຶກວ່າ ມັນມີການປ່ຽນແປງຫນ້ອຍຫນຶ່ງ ຄືກັບຂ້ອຍບໍ່ຕິດມັນ ເພາະຂ້ອຍຕ້ອງຜ່ານເວລາຫົກຊົ່ວໂມງ ໂດຍບໍ່ມີມັນ. ແລ້ວກໍກັບເມືອບ້ານ. ຫມູ່ຂອງຂ້ອຍທຸກຄົນກໍບໍ່ມີໂທຣະສັບຂອງເຂົາ ດັ່ງນັ້ນ ຈຶ່ງບໍ່ມີຫຍັງຫຼາຍມີທີ່ຈະໃຊ້ມັນ"
ນັກຮຽນຫຼາຍກວ່າ 320,000 ຄົນແບບນີ້ ໃນໂຮງຮຽນມັດທະຍົມຕອນປາຍ ຂອງຣັດ ທີ່ໂທຣະສັບຂອງພວກເຂົາຈະຖືກຈໍາກັດ ໃນຂນະຢູ່ໃນໂຮງຮຽນ ຕັ້ງແຕ່ໄຕຣມາດ (Term) ທີສີ່.
ທ່ານ David Rule, ທ່ານຄູໃຫຍ່ຂອງ Davidson High ບໍ່ໄດ້ລໍຖ້າຄໍາສັ່ງ ຂອງຣັຖບານ.
"ມັນເປັນຄວາມສ່ຽງອັນສູງ. ແຕ່ຂ້ອຍດີໃຈແທ້ໆກັບຜົນທີ່ອອກມາ. ພວກເຮົາ ໄດ້ເຫັນຄວາມຮູ້ທາງສັງຄົມ ແລະທາງອາລົມເພີ່ມຂຶ້ນ ໃນໂຮງຮຽນ ແລະໃນໝູ່ນັກຮຽນຂອງເຮົາ. ພວກເຂົາມີຄວາມສາມາດ ໃນການສື່ສານກັນຫຼາຍຂຶ້ນ. ນັກຮຽນມີເວລາຫົກ ຫຼືເຈັດຊົ່ວໂມງ ທີ່ປາດສະຈາກ ສື່ສັງຄົມອອນລາຍ ແລະເປັນຫນ້າເສັຍໃຈ ເມື່ອເຮົາຮູ້ວ່າ ເດັກນ້ອຍບາງຄົນ ໄດ້ຮັບສິ່ງທີ່ບໍ່ດີຈາກມັນ (ສື່ສັງຄົມອອນລາຍ). ແລະສໍາລັບການຮຽນຫົກຊົ່ວໂມງນັ້ນ ມັນເປັນບ່ອນທີ່ປອດພັຍສໍາລັບເຂົາເຈົ້າ. ແລະພວກເຂົາສາມາດປິດຈາກສິ່ງນັ້ນໄດ້. ແລະພວກເຂົາຮູ້ສຶກສະບາຍໃຈຫຼາຍຂຶ້ນ. ມັນບໍ່ໄດ້ຫມາຍຄວາມວ່າ ມັນຢຸດຕອນຢູ່ນອກໂຮງຮຽນ ແຕ່ມັນເຮັດໃຫ້ເຂົາເຈົ້າ ບັນເທົາບາງຢ່າງ ດັ່ງນັ້ນຂ້ອຍຈຶ່ງມີຄວາມດີໃຈຫຼາຍ."
ຢູ່ນອກໂຮງຮຽນ, ການນໍາໃຊ້ໂທຣະສັບມືຖື ກໍຍັງເປັນບັນຫາ.
ພໍ່ຄົນຫນຶ່ງໃນເມືອງ Sydney ກຽດຊັງການຈັບໂທຣະສັບ ຂອງລູກສາວຂອງລາວ ແລະໄດ້ເອົາມັນໄປ.
"ພວກເຮົາພົບວ່າ ລາວກໍາລັງເອົາມັນ (ໂທຣະສັບ) ໄປບ່ອນນອນ. ນາງໄດ້ຕິດອຸປະກອນນີ້ຢ່າງແຮງ, ບໍ່ໄດ້ພົວພັນກັບຄອບຄົວ ຫຼັງຈາກເລີກໂຮງຮຽນດັ່ງທີ່ນາງເຄີຍເຮັດມາ. ບໍ່ໄດ້ອ່ານໜັງສື ຫລາຍເທົ່າທີ່ນາງເຄີຍອ່ານ. ລາວຖືກລົບກວນ ຈາກສຽງຂອງໂທຣະສັບຢູ່ຕລອດເວລາ."
Dany Elachi ກ່າວວ່າ ເພື່ອເຮັດໃຫ້ເຫດການນັ້ນບໍ່ຮຸນແຮງ, ລາວໄດ້ຕິດຕໍ່ໄປຫາ ພໍ່ແມ່ຄົນອື່ນໆ ແລະນັ້ນຄືວິທີ ທີ່ລາວໄດ້ເລີ່ມຕົ້ນ Heads Up Alliance ຂຶ້ນ.
"ພວກເຮົາຄິດວ່າ ວິທີຫນຶ່ງທີ່ຈະໃຫ້ລູກໆຂອງພວກເຮົາ ມີຄວາມສະບາຍໃຈ, ວ່າພວກເຂົາບໍ່ໄດ້ຢູ່ຄົນດຽວຢ່າງສິ້ນເຊີງ ໃນໂລກທີ່ບໍ່ມີໂທລະສັບ ແລະສື່ສັງຄົມ, ແມ່ນການຊອກຫາ ຢ່າງຫນ້ອຍສອງສາມຄົນ ໃນຫ້ອງຮຽນ ຫຼືຢູ່ໃນໂຮງຮຽນຂອງພວກເຂົາ. ແລະພວກເຮົາກໍເຮັດໄດ້ ແລະພວກເຮົາໄດ້ຊຸກຍູ້ ຄອບຄົວ ໃນໂຮງຮຽນອື່ນໆ ໃຫ້ສ້າງພັນທະສັນຍາ ທີ່ຄ້າຍຄືກັນ ເພື່ອວ່າລູກໆຂອງເຂົາເຈົ້າ, ໃນຂນະທີ່ເປັນຄົນສ່ວນນ້ອຍ, ແຕ່ກໍບໍ່ໄດ້ຢູ່ໂດດດຽວ."
ມີຜູ້ທີ່ສົງໄສບາງຄົນ ທີ່ເວົ້າວ່າ ນັກຮຽນຄວນຮຽນຮູ້ ທີ່ຈະຈັດການ ກັບການໃຊ້ໂທຣະສັບ ດ້ວຍຕົວເອງ.
ຜູ້ຊ່ຽວຊານດ້ານຄວາມປອດພັຍ ທາງໄຊເບີ Susan McLean ບໍ່ເຫັນດີນຳ.
"ກ່ອນອື່ນຫມົດ ຄົນເຫຼົ່ານີ້ ບໍ່ເຄີຍເຮັດວຽກໃນໂຮງຮຽນ ຫຼືຈັດການກັບໄວຫນຸ່ມຢ່າງແທ້ຈິງ. ເນື່ອງຈາກວ່າ ເດັກນ້ອຍ ຄວບຄຸມຕົນເອງບໍ່ໄດ້ ແລະມັນບໍ່ແມ່ນທັກສະ ທີ່ສາມາດສອນໄດ້.ທ່ານຮຽນຮູ້ມັນ ໂດຍຜ່ານການເປັນຜູ້ໃຫຍ່. ແລະຂ້າພະເຈົ້າເຊື່ອຜູ້ຊ່ຽວຊານດ້ານຄວາມປອດພັຍທາງອິນເຕີເນັດ 100 ເປີເຊັນ ກ່ຽວກັບການນໍາໃຊ້ເຕັກໂນໂລຊີ ດ້ວຍຄວາມຮັບຜິດຊອບ. ແຕ່ການປ່ອຍໃຫ້ເດັກ ເຮັດໃນສິ່ງທີ່ຕົນເອງຕ້ອງການ ໃນອຸປະກອນ, ເມື່ອເຂົາຕ້ອງການ, ບໍ່ແມ່ນການປະຕິບັດທີ່ດີ ແລະມັນບໍ່ໄດ້ເຮັດຫຍັງໄວ້ ສໍາລັບອະນາຄົດໃຫ້ແກ່ພວກເຂົາ."
ມີການທົດລອງ ແລະການຫ້າມ ຢູ່ໃນຫຼາຍປະເທດທົ່ວໂລກ.
ການຄົ້ນຄວ້າຈາກສະເປນ ແລະອັງກິດ ສະແດງໃຫ້ເຫັນຜົນກະທົບ ໃນທາງບວກຕໍ່ຄວາມເປັນຢູ່, ການຂົ່ມເຫັງ, ແລະແມ່ນແຕ່ ຜົນການສຶກສາຂອງນັກຮຽນ.
ນັກຄົ້ນຄວ້າ ດ້ານສຸຂະພາບສາທາຣະນະ Sara Abrahamsson ໄດ້ເບິ່ງບັນຫາໃນໂຮງຮຽນ (ມັດທະຍົມ) ໃນປະເທດ Norway.
“ຂ້າພະເຈົ້າຄິດວ່າ ໄວລຸ້ນທຸກຄົນຈະກຽດຊັງຂ້າພະເຈົ້າ ທີ່ກ່າວດັ່ງນີ້: ຂ້າພະເຈົ້າ ໄດ້ພົບໃນການສຶກສາຂອງຂ້າພະເຈົ້າວ່າ ການຫ້າມທີ່ເຄັ່ງຄັດເທົ່າໃດ ຜົນການຮຽນກໍຍິ່ງດີເທົ່ານັ້ນ. ຜົນກະທົບຫຼາຍທີ່ສຸດ ແມ່ນຄະແນນການທົດສອບຂອງເດັກຍິງ. ພວກເຮົາໄດ້ເຫັນຄະແນນພວກເຂົາດີຂຶ້ນ ໃນວິຊາຄະນິດສາດ, ແຕ່ພວກເຮົາຍັງໄດ້ເຫັນ ການຫຼຸດລົງຂອງການຂົ່ມເຫັງ (Bullying). ເປັນຫຍັງຈຶ່ງມີຄວາມຄວາມແຕກຕ່າງທາງເພດແບບນີ້? ຂ້າພະເຈົ້າຄິດວ່າມັນມາຈາກເລື້ອງອາຍຸ -ນັກຮຽນອາຍຸປະມານ 13 ຫາ 16 ປີ. ເດັກຍິງເຫຼົ່ານີ້ ໃຊ້ໂທຣະສັບຂອງເຂົາເຈົ້າຫຼາຍກວ່າ-ເມື່ອທຽບກັບເດັກຜູ້ຊາຍ."
ການສຶກສານາໆຊາດ ບາງຢ່າງໄດ້ພົບວ່າ ຜົນກະທົບທາງບວກ ດ້ານການສຶກສາຫນ້ອຍ ຫຼືບໍ່ມີເລີຍ, ແຕ່ນີ້ແມ່ນຈາກຜົນການຮຽນຂອງນັກສຶກສາຈາກຊິດນີ.
“ຂ້ອຍຮູ້ສຶກວ່າຕອນບໍ່ມີໂທຣະສັບນີ້, ໃນເວລາພັກຜ່ອນ ແລະກິນເຂົ້າທ່ຽງ ພວກເຮົາມີການສື່ສານຫຼາຍຂຶ້ນ, ມັນຜ່ອນຄາຍຫຼາຍຂຶ້ນ. ບໍ່ມີຄວາມກັງວົນ ກ່ຽວກັບສິ່ງທີ່ກໍາລັງເກີດຂຶ້ນ ກັບໂທຣະສັບຂອງພວກເຮົາ."
"ຂ້ອຍຮູ້ສຶກວ່າບໍ່ມີຂ່າວລື ທີ່ແພ່ກະຈາຍ ແລະບັນຫາການຂົ່ມເຫັງ ທາງອິນເຕີເນັດຫຼາຍປານໃດ, ດັ່ງນັ້ນຂ້ອຍຈຶ່ງຄິດວ່າມັນເປັນສິ່ງທີ່ດີ."
... ແລະໂຮງຮຽນບໍ່ແມ່ນພຽງແຕ່ກ່ຽວກັບຄະແນນເທົ່ານັ້ນ.
ເນື້ອເລື່ອງໂດຍ Liz Maddock ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.