ຄວາມສຳຄັນຂອງ ຫ້ອງສມຸດສາທາຣະນະ

A child reading in a library

ເດັກນ້ອຍກຳລັງອ່ານໜັງສືໃນຫ້ອງສມຸດ. Source: Getty

ຫ້ອງສມຸດສາທາຣະນະ ໄດ້ທຳໜ້າທີ່ເປັນພື້ນທີ່ຊຸມຊົນ ມາດົນແລ້ວ, ໂດຍໃຫ້ສະຖານທີ່ຟຣີ ສໍາລັບຄົນທີ່ຈະມາອ່ານໜັງສື ແລະຊອກຫາ ການເຊື່ອມຕໍ່ທາງສັງຄົມ. ຫ້ອງສມຸດ ໄດ້ສເນີຫຼາຍກວ່າວັດຖຸສິ່ງພິມ ຫຼາຍຂື້ນເລື້ອຍໆ, ໂດຍມີແຫຼ່ງຂໍ້ມູນສຽງ ແລະຫນັງສືດິຈິຕອນ ກໍຍັງມີຢູ່ ໃນຂນະທີ່ໂລກເຄື່ອນຍ້າຍໄປເປັນອອນໄລນ໌.... ແຕ່ຫ້ອງສມຸດເຄື່ອນທີ່ ກໍມີບົດບາດສຳຄັນໃນຊີວິດຊຸມຊົນທົ່ວໂລກ.


ຄວາມສຳຄັນຂອງ ຫ້ອງສມຸດສາທາຣະນະ.

ຫ້ອງສມຸດສາທາຣະນະ ໄດ້ທຳໜ້າທີ່ເປັນພື້ນທີ່ຊຸມຊົນ ມາດົນແລ້ວ, ໂດຍໃຫ້ສະຖານທີ່ຟຣີ ສໍາລັບຄົນທີ່ຈະມາອ່ານໜັງສື ແລະຊອກຫາ ການເຊື່ອມຕໍ່ທາງສັງຄົມ.

ຫ້ອງສມຸດ ໄດ້ສເນີຫຼາຍກວ່າວັດຖຸສິ່ງພິມ ຫຼາຍຂື້ນເລື້ອຍໆ, ໂດຍມີແຫຼ່ງຂໍ້ມູນສຽງ ແລະຫນັງສືດິຈິຕອນ ກໍຍັງມີຢູ່ ໃນຂນະທີ່ໂລກເຄື່ອນຍ້າຍໄປເປັນອອນໄລນ໌.

ແຕ່ຕາມທີ່ Deborah Groarke ລາຍງານ, ຫ້ອງສມຸດເຄື່ອນທີ່ ໄດ້ເຮັດໃນສິ່ງກົງກັນຂ້າມ ໂດຍນໍາເອົາໜັງສື ແລະຊັບພະຍາກອນເຫລົ່ານັ້ນ ມາໃຫ້ຜູ້ຄົນ ທີ່ບໍ່ສາມາດໄປຫາຫ້ອງສມຸດ ປົກກະຕິໄດ້.

"ຊື່ຂອງຂ້ອຍແມ່ນ Raoul. ຂ້ອຍເປັນຜູ້ສ້າງຂອງ ອາວຸດຂໍ້ມູນມວນຊົນ (Weapon of Mass Instruction), ຊຶ່ງເປັນສິ່ງທີ່ມີຄວາມສາມາດ ໃນການຂົນສົ່ງໜັງສື, ການແຈກໜັງສື, ການເກັບກໍາໜັງສື, ເຮັດໃຫ້ຫົວຂອງຜູ້ຄົນມີຄວາມຫຍຸ້ງ. ຂອງຫົວຂອງຂ້ອຍ ກໍເຊັ່ນກັນ"

ນັ້ນແມ່ນ ຜູ້ສ້າງຂອງອາວຸດຂໍ້ມູນມວນຊົນ (Weapon of Mass Instruction).

ມັນເປັນຫ້ອງສມຸດເຄື່ອນທີ່ໃນປະເທດ Argentina, ທີ່ເຮັດຂຶ້ນເພື່ອໃຫ້ເບິ່ງຄືຣົດຖັງ ແລະມີຊັ້ນວາງຂອງ ຊຶ່ງເຕັມໄປດ້ວຍໜັງສື.

ສໍາລັບ Dr Jane Garner ນັກວິຊາການດ້ານຂໍ້ມູນ ຂອງມະຫາວິທະຍາໄລ Charles Sturt, ມັນເປັນຫລັກຖານວ່າ ຫ້ອງສມຸດເຄື່ອນທີ່ ສາມາດພົບເຫັນໄດ້ໃນທົ່ວໂລກ, ໃນທຸກຮູບແບບ ແລະຂນາດ.

ກໍບໍ່ມີຂໍ້ຍົກເວັ້ນ.

"ໃນລະດັບທີ່ໃຫຍ່ທີ່ສຸດ ມີຄືກັບຣົດບັນທຸກຂນາດໃຫຍ່ ທີ່ມີຊັ້ນວາງຂອງ ແລະບ່ອນນັ່ງ ແລະເຄື່ອງຄອມພິວເຕີ ແລະ beanbags, ແລະປູພົມ-ຄ້າຍກັບຫ້ອງສມຸດຂນາດນ້ອຍ ພຽງແຕ່ວ່າມັນເຄື່ອນທີ່ໄດ້-ລົງໄປຮອດສິ່ງເລັກໆນ້ອຍໆບ່ອນທີ່ບາງທີ ອາດຈະເປັນ ຄືກັບຣົດໃຫຍ່ ທີ່ມີຂ້າງທີ່ເປີດໄດ້. ຜູ້ຄົນມາ-ເຂົ້າໄປໃນຣົດ. ພວກເຂົາຍ່າງອອກໄປທາງນອກຂອງຣົດ, ດ້ານຂ້າງກໍຈະເປີດຂຶ້ນມາແລະກໍຈະກາຍເປັນ ຄືກັບຫຼັງຄາ ຫຼືລະບຽງນ້ອຍໆບ່ອນຫນຶ່ງ, ແລະຊັ້ນວາງທັງຫມົດ ແມ່ນຢູ່ດ້ານນອກຂອງຣົດ, ແລະປະຊາຊົນ ກໍຈະເພີດເພີນ ກັບໜັງສື ແລະອິນເຕີເນັດ ຈາກພາຍນອກຂອງຣົດ."

Trish Hepworth ມາຈາກກຸ່ມອຸດສາຫະກັມ Australian Library and Information Association (ALIA).

ທ່ານນາງກ່າວວ່າ ຫ້ອງສມຸດເຄື່ອນທີ່ ເປັນເລື່ອງທັມມະດາ ຢູ່ຝັ່ງຕາເວັນອອກ ຂອງອອສເຕຣເລັຍ ໂດຍສະເພາະຢູ່ໃນຣັດ New South Wales.

"ພຽງແຕ່ເພື່ອໃຫ້ທ່ານມີແນວຄວາມຄິດກ່ຽວກັບຂນາດ, ມີຫ້ອງສມຸດເຄື່ອນທີ່ 28 ແຫ່ງ ໃນ New South Wales. ພວກເຂົາຮັບໃຊ້ປະມານ 422 ຊຸມຊົນຫ່າງໄກ, ຫຼືຊຸມຊົນລະດັບພູມີພາກ... ເຂົາເຈົ້າຮັບໃຊ້ຄົນ ເປັນຈຳນວນຫຼາຍ."

Trish Hepworth ກ່າວວ່າ ການບໍຣິການທີ່ຍາວນານທີ່ສຸດແຫ່ງນຶ່ງ ແມ່ນທີ່ Parramatta ຊຶ່ງຢູ່ໃນເຂດພາກຕາເວັນຕົກ ຂອງ Sydney ໂດຍມີຫ້ອງສມຸດເຄື່ອນທີ່ ຂອງພວກເຂົາ ເລີ້ມຂຶ້ນສອງປີ ຫລັງຈາກສົງຄາມໂລກຄັ້ງທີສອງ ສິ້ນສຸດລົງ ໂດຍໃຊ້ສິ່ງຂອງທີ່ເຫຼືອ ຈາກກອງທັບອາກາດຂອງອອສເຕຣເລັຍ.

"ມັນ (ສ່ວນທີ່ເຫຼືອ) ໄດ້ຖືກປ່ຽນເປັນຂອງຫຼາຍປະເພດ, ແຕ່ການປ່ຽນ ທີ່ຂ້ອຍມັກທີ່ສຸດ ແມ່ນການປ່ຽນເປັນຫ້ອງສມຸດ. ແລະຢູ່ໃນຣົດບັນທຸກຝຶກງານ RAAF ນັ້ນ ເຂົາເຈົ້າສາມາດ ບັນຈຸໜັງສື ສຳລັບເດັກນ້ອຍ 1200 ຫົວ ແລະໜັງສືຜູ້ໃຫຍ່ 1200 ຫົວ. ແລະສະນັ້ນ ມັນຈຶ່ງເປັນອຸບປະກອນ ການອ່ານຢ່າງຫລວງຫລາຍ ທີ່ສາມາດເຜີຍແພ່ໄດ້."

ຫ້ອງສມຸດເຄື່ອນທີ່ ຍັງເປັນເລື້ອງທັມມະດາ ໃນຣັດ Victoria.

ຕົວເມືອງຕ່າງໆໃນພູມີພາກຫລາຍແຫ່ງ ໄດ້ໃຫ້ການບໍຣິການມາຫຼາຍປີແລ້ວ ແຕ່ຫ້ອງສມຸດເຄື່ອນທີ່ໃຫມ່ ກໍຍັງມີການເພີ່ມຂຶ້ນເປັນປະຈໍາ.

ທີ່ Mornington Peninsula, ທິດຕາເວັນອອກສ່ຽງໃຕ້ຂອງ Melbourne,ໄດ້ມີການວາງແຜນເປັນຢ່າງດີ ເພື່ອນໍາເອົາຫ້ອງສມຸດເຄື່ອນທີ່ ກັບຄືນມາ ຫຼັງຈາກໄດ້ຖືກລະງັບ ຍ້ອນ COVID.

ແຕ່ຢູ່ໃນເມືອງກໍໄດ້ເຫັນຄຸນຄ່າ ຂອງຫ້ອງສມຸດເຄື່ອນທີ່ ເຊັ່ນກັນ.

ເມືອງ Melbourne ໄດ້ນໍາສເນີໜັງສືເຄື່ອນທີ່ຂອງຕົນ-ທີ່ຮູ້ກັນໃນນາມ Mel-van-ໃນປີ 2022.

ນາຍົກເທດສະມົນຕີ Sally Cap ກ່າວວ່າ ມັນໄດ້ຖືກອອກແບບໃຫ້ໄປເຖິງ ກຸ່ມທີ່ດ້ອຍໂອກາດ ຫລາຍກຸ່ມ, ເຊັ່ນຊຸມຊົນ ທີ່ແຕກຕ່າງກັນທາງວັດທະນະທັມແລະພາສາ, ຜູ້ສູງອາຍຸ ແລະຄົນພິການ, ແລະຜູ້ຂາດທີ່ພັກ.

"ພວກເຮົາໄປສະຖານທີ່ຕ່າງໆ ທີ່ພວກເຮົາຮູ້ວ່າ ຖືກໃຊ້ໂດຍຜູ້ຄົນ ເຊັ່ນສູນພາສາ ແລະການຮຽນຮູ້ North Melbourne (North Melbourne Language and Learning Centre), Kensington Neighbourhood Centre, ເຊັ່ນ South Yarra Senior Citizens Centre ຂອງພວກເຮົາ. ພວກເຮົາຮູ້ຈາກຂໍ້ມູນຂອງພວກເຮົາວ່າ ຄົນເຫຼົ່ານັ້ນ ອາດຈະບໍ່ໄດ້ເຂົ້າເຖິງຫ້ອງສມຸດຂອງພວກເຮົາໄດ້ໃນເວລານີ້, ແລະນີ້ ເຮັດໃຫ້ພວກເຮົາ ມີໂອກາດທີ່ເຮົານຳເອົາບໍຣິການໄປໃຫ້ເຂົາເຈົ້າ."

Dr Jane Garner ກ່າວວ່າ ຫໍສມຸດໄດ້ຢູ່ລອດ-ແລະຈະເລີນເຕີບໂຕຂຶ້ນ-ເຖິງແມ່ນຈະມີຄວາມກົດດັນ ທາງດ້ານການເງິນ ແລະການເພີ່ມຂຶ້ນ ຂອງຄ່າຄອງຊີບ ເພາະວ່າ ພວກເຂົາເຈົ້າມີບົດບາດສໍາຄັນໃນຊີວິດຊຸມຊົນ.

ນາງກ່າວວ່າ ຜົນກະທົບໃນທາງບວກ ຂອງຫໍສມຸດແມ່ນວ່າ ເປັນຫຍັງຫໍສມຸດ ຈຶ່ງຍັງເປັນສິ່ງທີ່ຕ້ອງການຫລາຍສເມີ.

"ຖ້າຫາກວ່າ ທ່ານຍ່າງເຂົ້າໄປໃນຫ້ອງສມຸດໃນມື້ໃດກໍຕາມ, ທ່ານຈະເຫັນພໍ່ແມ່ທີ່ມີເດັກນ້ອຍ, ທ່ານຈະເຫັນຜູ້ສູງອາຍຸຢູ່ນໍາກັນ, ບາງທີອາດຈະເປັນກຸ່ມຖັກເສື້ອ, ບາງທີອາດຈະແມ່ນ ສະໂມສອນໜັງສື. ອາດຈະມີເດັກນ້ອຍຢູ່ໃນນັ້ນ ເຮັດເຮັດກິດຈະກັມບຳບັດ ດ້ວຍ OT ຂອງເຂົາເຈົ້າ. ຈະມີຄອບຄົວຢູ່ໃນນັ້ນ, ຄອບຄົວຫຼາຍລຸ້ນຄົນ, ຫຼານກັບພໍ່ຕູ້ ແມ່ຕູ້ຂອງເຂົາເຈົ້າ. ມັນເປັນບ່ອນດຽວໃນຊຸມຊົນ ຂອງພວກເຮົາທີ່ຜູ້ຄົນສາມາດໄປໄດ້ ໂດຍບໍ່ຈໍາເປັນຕ້ອງຈ່າຍເງິນ ແລະພຽງແຕ່ໃຊ້ເວລາ, ເພື່ອຮຽນຮູ້, ອ່ານ, ເພື່ອເບິ່ງວ່າ ມີຫຍັງເກີດຂຶ້ນໃນຊຸມຊົນຂອງເຂົາເຈົ້າ. ຫໍສມຸດເຄື່ອນທີ່ ກໍມີທຸກຢ່າງ ເຫຼົ່ານັ້ນ ເຊັ່ນກັນ. ພວກເຂົາພຽງແຕ່ ມາຫາປະຊາຊົນ ແທນທີ່ ຈະເປັນປະຊາຊົນ ທີ່ຕ້ອງມາຫາພວກເຂົາ."

ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່



Share