ການປາບປາມການຟອກເງິນໃນອອສເຕຣເລັຍ.

money transaction

ເງິນສົດທີ່ຕໍາຫຼວດຍຶດໄດ້ ຫຼັງຈາກການບຸກຈັບ ພວກຟອກເງິນ Source: AAP

Taskforce Avarus ໄດ້ຖືກຈັດຕັ້ງຂຶ້ນເພື່ອຈະປາບປາມການຟອກເງິນໃນອອສເຕຣເລັຍ ໂດຍກຸ່ມອາຊະຍາກັມທີ່ຈັດຕັ້ງຂຶ້ນ (Organised crime syndicates). ໃນການປາບປາມນີ້ ທາງ Taskforce Avarus ໄດ້ຮັບຄວາມຮ່ວມມືຈາກຫຼາຍຝ່າຍ ເພື່ອປ້ອງກັນຊາວອອສເຕຣເລັຍຜູ້ທຳມາຫາກິນໂດຍສຸດຈະຣິດ.


ການປາບປາມການຟອກເງິນໃນອອສເຕຣເລັຍ.

ຫນ່ວຍງານບັງຄັບໃຊ້ກົດຫມາຍ ໄດ້ສ້າງຕັ້ງຫນ່ວຍງານສະເພາະກິດໃຫມ່ ເພື່ອຕໍ່ສູ້ກັບການຟອກເງິນໃນ ຕລາດການເງິນ ແລະຊັບສິນ ຂອງ.

ຕໍາຫຼວດເຊື່ອວ່າ ເງິນຈໍານວນຫຼາຍພັນລ້ານໂດລາ ຖືກຟອກ ໃນອອສເຕຣເລັຍທຸກໆປີ ຊຶ່ງໃຊ້ເພື່ອເປັນທຶນ ໃນການດໍາລົງຊີວິດ ທີ່ຟູມເຟືອຍແລະກິດຈະກັມ ທາງອາຍາ. Catriona Stirrat ລາຍງານ.

ໄດ້ມີການປະກາດ ຫນ່ວຍງານສະເພາະກິດຮ່ວມ ໃຫມ່ ເພື່ອສະກັດກັ້ນ ການຟອກເງິນຢ່າງກວ້າງຂວາງ ນັບຫຼາຍພັນລ້ານໂດລາ.

ຫນ່ວຍງານບັງຄັບໃຊ້ກົດຫມາຍແຫ່ງຊາດ ສີ່ຫນ່ວຍ ຈະແນເປົ້າຫມາຍ ໃສ່ຜູ້ກະທໍາຜິດ ທີ່ເຮັດວຽກຢູ່ໃນຕລາດການເງິນ ແລະຊັບສິນ ໃນອອສເຕຣເລັຍ ແລະຕ່າງປະເທດ.

ທ່ານ Stephen Dametto ຜູ້ຊ່ວຍຜູ້ບັນຊາການຕໍາຫຼວດ ຂອງອອສເຕຣເລັຍ ກ່າວວ່າ Taskforce Avarus ຈະແນເປົ້າໃສ່ ການເປີດເຜີຍ ຜູ້ກະທໍາຜິດ ທີ່ມີຄວາມຊັບຊ້ອນ ຊຶ່ງໂດຍພື້ນຖານແລ້ວ ກໍແມ່ນດໍາເນີນງານ ເປັນທະນາຄານໃຕ້ດິນ.

"ພວກທຳການຟອກເງິນ (Money laundering syndicates) ຈະມີພຽງແຕ່ການຟອກເງິນເປື້ອນ. ແລະວ່າເງິນທີ່ຜິດກົດຫມາຍນັ້ນ ກໍເປັນທຶນ ໃນການກໍ່ອາຊະຍາກັມຕື່ມອີກ ແລະໃຊ້ໃນການ ດໍາລົງຊີວິດ ທີ່ຟູມເຟືອຍ, ເພື່ອຊື້ຣົດ ແລະຊັບສິນ. ສິ່ງນີ້ ຄວນຈະສ້າງຄວາມໂກດແຄ້ນ ໃຫ້ແກ່ຄົນອອສເຕຣເລັຍ ທີ່ປະຕິບັດຕາມກົດຫມາຍ, ທີ່ຈ່າຍພາສີ, ຫາລ້ຽງຊີບຢ່າງຊື່ສັດ, ແລະໃຊ້ຈ່າຍຢ່າງປະຢັດ ເພື່ອມີຄ່າໃຊ້ຈ່າຍ ແລະເພື່ອຊື້ເຮືອນ."

ທ່ານ Dametto ກ່າວວ່າ ຈົນເຖິງເວລານີ້ ສີ່ສິບສອງຄົນ ໄດ້ຖືກຈັບ ແລະໄດ້ມີການຕັ້ງຂໍ້ຫາ ຫົກສິບຫົກຂໍ້, ເຮັດໃຫ້ຜູ້ກະທໍາຜິດຂາດເງິນສົດ ແລະຊັບສິນ ຫລາຍກວ່າ 250 ລ້ານໂດລາ.

ຕໍາຫຼວດອອສເຕຣເລັຍ, ກອງກໍາລັງເຂດແດນ, ສູນລາຍງານ ແລະວິເຄາະການດໍາເນີນທຸລະກິດ ຂອງອອສເຕຣເລັຍ (Australian Transaction Reports and Analysis Centre-AUSTRAC) ແລະ Australian Criminal Intelligence Commission ຈະເປັນຜູ້ນໍາຄນະຫນ່ວຍງານສະເພາະກິດ.

ຄນະ ກ່າວວ່າ ບຸກຄົນກໍາລັງດໍາເນີນການເກັບເງິນ ທີ່ຜິດກົດຫມາຍ ແລະເອົາເງິນເຂົ້າໄປໃນຕູ້ ເອທີເອັມ ຮວມທັງເຄືອຂ່າຍ ຂອງນັກຮຽນ ແລະຄົນຕ່າງຊາດ.

ຮອງຜູ້ອໍານວຍການໃຫຍ່ຂອງ AUSTRAC, ທ່ານ John Ross ອະທິບາຍວິທີທີ່ "ໂຕບັນທຸກເງິນ-money mules" ເຫຼົ່ານີ້ດໍາເນີນການແນວໃດ ໃນນາມຂອງເຄືອຂ່າຍອາຊະຍາກັມ.

"ຄົນທີ່ໄດ້ຮັບເງິນຝາກທີ່ຜິດປົກກະຕິ ເຂົ້າບັນຊີເງິນຝາກຂອງພວກເຂົາ, ຈາກນັ້ນກໍຖອນເງິນອອກ ພາຍໃນ 24 ຊົ່ວໂມງ, ບາງທີອາດຈະເປັນ 95 ເປີເຊັນ ຂອງຈຳນວນເງິນ, ແລ້ວເງິນນັ້ນ ຈະຖືກນໍາໄປທີ່ຫ້ອງເງິນ ສໍາລັບການໂອນເງິນໃນຕ່າງປະເທດ. ນັ້ນແມ່ນແບບແຜນ ທີ່ທ່ານສາມາດເຮັດວຽກ ຮ່ວມກັບພາກເອກະຊົນ ໂດຍຜ່ານຄວາມສໍາພັນຂອງ AFP ກັບທະນາຄານ ຫຼືຜ່ານການຄວາມຮ່ວມມື ພາກເອກະຊົນຂອງ Austrac ກັບສາຍ Intel, ຕັ້ງໂປຣໄຟລ໌ ພາຍໃນລະບົບທະນາຄານ, ເພື່ອແຈ້ງ ຫນ່ວຍງານບັງຄັບໃຊ້ກົດຫມາຍ ເມື່ອພວກເຮົາເຫັນຜູ້ເຄາະຮ້າຍເຫຼົ່ານີ້ ເພາະ "ໂຕບັນທຸກເງິນ-moneymules" ນັ້ນແມ່ນຜູ້ເຄາະຮ້າຍ ທີ່ກໍາລັງໂອນເງິນນີ້."

Mr Ross ກ່າວວ່າ ພຶດຕິກັມທາງອາຍາ ນໍາໄປສູ່ຜົນກະທົບທີ່ ຮ້າຍແຮງຕໍ່ຜູ້ບໍຣິສຸດ.

"ການຟອກເງິນ ບໍ່ແມ່ນອາຊະຍາກັມທີ່ບໍ່ມີຜູ້ເຄາະຮ້າຍ. ຢູ່ເບື້ອງຫຼັງການກະທໍາຜິດ ໃນການຟອກເງິນທຸກຄັ້ງ ມີການວາງແຜນໄວ້ກ່ອນ (ໃນເບື້ອງຕົ້ນ). ເມື່ອມີການຟອກເງິນ, ກໍມີການຫາຜົນປໂຍດຈາກເດັກ, ອັນຕຣາຍທີ່ເກີດຈາກຢາເສບຕິດທີ່ຜິດກົດຫມາຍ, ຫຼືການຫຼອກລວງ ຕໍ່ຊາວອອສເຕຣເລັຍທີ່ທຳງານໂດຍສຸດຈະຣິດ"

ໜ່ວຍຂ່າວເປີດເຜີຍວ່າ ໃນບາງມື້ໃນປີທີ່ຜ່ານມາ ກຸ່ມອາຊະຍາກັມ Sydney ຄົນນຶ່ງ ໄດ້ຟອກເງິນຫນຶ່ງລ້ານໂດລາທຸກໆຊົ່ວໂມງ ເປັນເວລາສາມ ຫາ ຫ້າຊົ່ວໂມງ.

ທ່ານ Dametto ຢືນຢັນວ່າ ການແກ້ໄຂບັນຫາການຟອກເງິນ ຈະປ້ອງກັນກັມທີ່ຈັດຕັ້ງຂຶ້ນ (Organised crime syndicates) ດັ່ງກ່າວ ບໍ່ໃຫ້ລະດົມທຶນຊ່ວຍເຫລືອກິດຈະການທີ່ຜິດກົດຫມາຍຂອງເຂົາເຈົ້າ.

"ການກໍ່ອາຊະຍາກັມ ມີຂຶ້ນ ດ້ວຍເຫດຜົນພຽງຢ່າງດຽວ ແລະນັ້ນແມ່ນ ເພື່ອສ້າງກໍາໄລ. ແລະສິ່ງທີ່ພວກເຂົາເຈົ້າພະຍາຍາມເຮັດ ແນ່ນອນ ແມ່ນການເຊື່ອງເງິນນັ້ນ ແລະສິ່ງທີ່ພວກເຂົາເຈົ້າ ຍັງພະຍາຍາມເຮັດກໍຄື ຈາກນັ້ນກໍໃຊ້ເງິນນັ້ນ ເພື່ອເປັນທຶນໃນກິດຈະກັມຕໍ່ໄປ ທີ່ພວກເຂົາຕ້ອງການເຮັດ. ຫນຶ່ງໃນຍຸດທະສາດທີ່ສໍາຄັນ ຂອງ AFP, ແລະຫນ້າວຽກນີ້ ແມ່ນສ່ວນຫນຶ່ງທີ່ສໍາຄັນແທ້ໆ, ກໍຄືການທຳລາຍຮູບແບບທຸຣະກິດ ຂອງກຸ່ມອາຊະຍາກັມຮ້າຍແຮງຂ້າມຊາດ ເຫຼົ່ານີ້ ໂດຍການກັກເງິນ, ແລະການເກັບເງິນໃຫ້ຫ່າງໄກຈາກເຂົາເຈົ້າ. ດັ່ງນັ້ນ, ພວກເຂົາບໍ່ສາມາດລະດົມທຶນ ໃນກິດຈະກັມທາງທຸຣະກິດຂອງພວກເຂົາ."

ແລະລາວມີຄໍາເຕືອນນີ້.

"ຄຳເວົ້າຂອງພວກເຮົາຕໍ່ອົງກອນການຟອກເງິນ ແມ່ນ ຕອນນີ້ ພວກເຮົາກໍາລັງເບິ່ງທ່ານ, ພວກເຮົາຈະມາຫາທ່ານ, ແລະມັນບໍ່ສໍາຄັນວ່າ ທ່ານໃຊ້ວິທີການໃດ, ຜູ້ຮັກສາກົດຫມາຍຈະພົບທ່ານ."

Catriona Stirrat ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share