ຄວາມເຄັ່ງຕຶງທາງການເງິນຍ້ອນການເພີ່ມຂຶ້ນຂອງອັດຕາດອກເບັ້ຍ.
ບັນດາທະນາຄານຄາດການວ່າ ຈະມີການປັບຂຶ້ນ ອັດຕາດອກເບັ້ຍອີກຢ່າງໜ້ອຍ 1 ຫຼື 2 ຄັ້ງ ເນື່ອງຈາກທະນາຄານກາງ ຂອງ (RBA) ຍັງສືບຕໍ່ ຄວາມພະຍາຍາມ ທີ່ຈະຫຼຸດຜ່ອນອັດຕາເງິນເຟີ້.
ໃນເຂດນອກເມືອງບາງແຫ່ງ ທີ່ການສນອງທີ່ຢູ່ອາສັຍ ກໍາລັງເພີ່ມຂຶ້ນ ແລະລາຄາຂອງເຮືອນ ກໍາລັງຫລຸດລົງ, ສິ່ງນີ້ ອາດຈະນໍາໄປສູ່ ປັນຫາທາງການເງິນ ຢ່າງໃຫຍ່ຫລວງ ສໍາລັບເຈົ້າຂອງເຮືອນ.
ມີຄວາມເປັນຫ່ວງວ່າ ນີ້ອາດຈະເຮັດໃຫ້ ອັດຕາການບັງຄັບຂາຍ ໃນພື້ນທີ່ດັ່ງກ່າວ ເພີ່ມຂຶ້ນ. Phillippa Carisbrooke ແລະ Angelica Waite ລາຍງານ.
ການເພີ່ມຂຶ້ນພ້ອມກັນ ຂອງທີ່ຢູ່ອາສັຍແລະການຫຼຸດລົງ ຂອງລາຄາເຮືອນ ຢູ່ເຂດນອກຂອງຕົວເມືອງໃຫຍ່ ອາດເຮັດໃຫ້ເກີດ ຄວາມລຳບາກທາງການເງິນ ຢ່າງໃຫຍ່ຫລວງສໍາລັບເຈົ້າຂອງເຮືອນ.
ເຈົ້າຂອງເຮືອນ ຈະຖືກບັງຄັບໃຫ້ຕັດສິນໃຈທີ່ລຳບາກ ລະຫວ່າງການຖືຄອງຊັບສິນ ແລະຄວາມຫວັງການຟື້ນໂຕຂອງຕລາດ, ຫຼືຖືກບັງຄັບໃຫ້ຂາຍ ໂດຍຂາດທຶນ.
ນາງກ່າວວ່າ ການເພີ່ມຂຶ້ນຂອງທີ່ຢູ່ອາສັຍ ຢ່າງຜິດປົກກະຕິ ຢູ່ໃນເຂດນອກເມືອງ ອາດເປັນເລື້ອງທີ່ໜ້າກັງວົນ ຄຽງຄູ່ກັບ ອັດຕາດອກເບັ້ຍທີ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.
"ມັນເປັນເລື່ອງແປກຫນ້ອຍຫນຶ່ງ ທີ່ຈະເຫັນບາງຈຸດຂອງ Melbourne, ຍົກຕົວຢ່າງ, ເຊັ່ນແຖວ Melton-BacchusMarsh ທີ່ສະແດງໃຫ້ເຫັນ ການປະກາດຂາຍເຮືອນ ໄດ້ເພີ່ມຂຶ້ນຫຼືໃນເຂດພາກເຫນືອຂອງ Blacktown ຕາມປົກກະຕິແລ້ວ ທ່ານຈະເຫັນການຊ້າລົງຕາມລະດູການ ຫນ້ອຍຫນຶ່ງ. ສະນັ້ນ ເມື່ອທ່ານມີອັດຕາດອກເບັ້ຍສູງຂຶ້ນຢ່າງໄວ ຊຶ່ງອາດ ເປັນເລື່ອງທີ່ຫນ້າເປັນຫ່ວງ."
ເຈົ້າຂອງເຮືອນໃຫມ່ ຢ້ານວ່າສະພາບການໃນປະຈຸບັນ ອາດເຮັດໃຫ້ມູນຄ່າ ຂອງຊັບສິນ ຫຼຸດລົງໄດ້.
Aamir Parker ກໍານົດຈະຍ້າຍເຂົ້າໄປໃນເຮືອນໃຫມ່ຂອງລາວ ໃນ Wyndham ໃນເຂດນອກ ທາງທິດຕາເວັນຕົກສ່ຽງໃຕ້ຂອງ Melbourne.
Aamir Parker ກ່າວວ່າ ການຈ່າຍເງິນກູ້ ແລະການກໍ່ສ້າງ ມີຄວາມກົດດັນຫລາຍ.
ລາວຮູ້ສຶກດີໜ້ອຍໜຶ່ງ ທີ່ມູນຄ່າຂອງຊັບສິນຂອງລາວ ຍັງບໍ່ປ່ຽນໃນຊ່ວງ 18 ເດືອນ, ແຕ່ມີຄວາມກັງວົນ ກ່ຽວກັບອະນາຄົດ.
'ມັນຍັງຢູ່ໃນຂອບເຂດລາຄາດຽວກັນ ກັບຕອນທີ່ພວກເຮົາຊື້.ແຕ່ເບິ່ງຄືວ່າ ມີການປັບໂຕຂອງຕລາດ, ແລະຂ້ອຍບໍ່ຮູ້ວ່າ ສິ່ງຕ່າງໆຈະອອກໄປແນວໃດ.'
Core Logic ເຕືອນວ່າ ພື້ນທີ່ຮອບນອກຕົວເມືອງໃຫຍ່ ເຊັ່ນ: Wyndham, ຈະໄດ້ຮັບຜົນກະທົບ ຈາກອັດຕາດອກເບັ້ຍທີ່ເພີ່ມຂຶ້ນ ຫລາຍກວ່າເຂດອື່ນໆ ເພາະເຂດດັ່ງກ່າວ ໂດຍທົ່ວໄປແລ້ວ ມີສັດສ່ວນສູງສຸດ ຂອງຄົວເຮືອນ ທີ່ເປັນເຈົ້າຂອງ mortgage.
ການຄົ້ນຄວ້າໂດຍ Core Logic ຊີ້ໃຫ້ເຫັນວ່າ ເມື່ອບໍ່ດົນມານີ້ ການເພີ່ມຂຶ້ນ ຂອງການຂາຍເຮືອນ 12 ຂອງ 25 ຂອງຕລາດ mortgageສູງ ຄວນຈະເປັນສັນຍານເຕືອນທີ່ສຳຄັນ.
George Yacoubian ເປັນທີ່ປຶກສາການຂາຍ ອາວຸໂສ ທີ່ Hocking Stuart ທີ່ Werribee ໃນ Wyndham.
ລາວເວົ້າວ່າ ຄວາມເຄັ່ງຕຶງດ້ານເງິນກູ້ ກໍາລັງເຮັດໃຫ້ ມີຄົນຂາຍເຮືອນຫຼາຍຂຶ້ນແລ້ວ.
"ສິ່ງທີ່ພວກເຮົາກໍາລັງພົບເຫັນ ກັບຄອບຄົວຫນຸ່ມບາງຄົນ, ພວກເຂົາ ກໍາລັງເລີ່ມຮູ້ສຶກວິຕົກກັງວົນ ກັບອັດຕາດອກເບັ້ຍທີ່ເພີ່ມຂຶ້ນ ທີ່ພວກເຮົາເຄີຍມີມາກ່ອນ. ແລະຫນ້າເສັຍດາຍ ທີ່ພວກເຂົາ ຈະຕ້ອງເອົາຊັບສິນຂອງຕົນໄປຂາຍ"
Global Ratings Analyst, Erin Kitson ກ່າວວ່າ ດອກເບັ້ຍຢ້ອນຫຼັງ ຂອງເງິນກູ້ຢືມຊື້ເຮືອນ ກໍາລັງເຕີບໂຕຂຶ້ນ ໃນອັດຕາທີ່ໄວຂຶ້ນ ໃນເຂດຮອບນອກເມືອງ ຫລາຍກວ່າຢູ່ໃນເຂດພາຍໃນເມືອງ.
'ຜູ້ກູ້ຢືມປະເພດນີ້ ໂດຍປົກກະຕິແລ້ວ ແມ່ນເຈົ້າຂອງເຮືອນໃນມໍ່ໆນີ້ ຫຼືແມ່ນເຮືອນຫຼັງທໍາອິດ, ເນື່ອງຈາກວ່າ ນີ້ໂດຍທົ່ວໄປແລ້ວ ແມ່ນບ່ອນທີ່ເຮືອນລາຄາຖືກກວ່າ. ແລະຜູ້ກູ້ຢືມເງິນປະເພດນີ້ ມັກຈະມີລະດັບຫນີ້ສິນ ທີ່ສູງກວ່າ ເມື່ອທຽບໃສ່ກັບລະດັບລາຍໄດ້ຂອງເຂົາເຈົ້າ ແລະການເກັບທ້ອນເງິນທີ່ຕ່ຳກວ່າ ຕາມຂັ້ນຕອນ ໃນຊີວິດຂອງເຂົາເຈົ້າ'
ປັດຈັຍເຫຼົ່ານີ້ ເຮັດໃຫ້ຜູ້ໃຫ້ຢືມຈາກພື້ນທີ່ເຫຼົ່ານີ້ ມີຄວາມສ່ຽງຫຼາຍຂຶ້ນຕໍ່ການເພີ່ມຂຶ້ນຂອງອັດຕາດອກເບັ້ຍ ແລະການຊໍາລະຫນີ້ສິນສູງຂຶ້ນ.
Phillippa Carisbrooke ແລະ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.