ຫົວຂໍ້ຂອງ NAIDOC ປີນີ້ ແມ່ນ 'For Our Elders'.
ຫົວຂໍ້ຂອງ NAIDOC ປີນີ້ ແມ່ນ 'ສໍາລັບຜູ້ອາວຸໂສຂອງເຮົາ' ຫຼື 'For Our Elders'.
ດັ່ງທີ່ Jennifer Scherer ແລະ Marcellus Enalanga
ອະທິບາຍ, ມັນສເລີມສລອງ ຜູ້ຄອງຄວາມຮູ້ ທາງດ້ານວັດທະນະທັມ, ຜູ້ບຸກເບີກ, ຄູອາຈານ, ຜູ້ນໍາ ແລະຜູ້ລອດຊີວິດ ທີ່ໄດ້ວາງຮາກຖານ ສໍາລັບຄົນຮຸ່ນຕໍ່ໄປ.
ມີຫຼາຍກວ່າ 40 ເຂດພາສາ Aboriginal and Torres Strait ເປັນຕົວແທນຕລອດງານ ນິທັດສະການຄັ້ງນີ້, ຊຶ່ງມີຊື່ວ່າ Shaped by the Sea, ທີ່ the Australian National Maritime Museum ໃນ Sydney.
ມັນເປັນແຫຼ່ງຄວາມຮູ້ ທີ່ຖືກສ້າງຂື້ນ ໃນການຮ່ວມມື ລະຫວ່າງຜູ້ດູແລ ຂອງຊາດທໍາອິດ, ຜູ້ອາວຸໂສ ແລະຊຸມຊົນ.
Tyson Frigo ເປັນຜູ້ດູແລຂອງ Indigenous Programs ທີ່ຫໍພິພິທະພັນ.
"ມັນເປັນສິ່ງສໍາຄັນ ທີ່ຈະຄອງຄວາມຮູ້ດ້ວຍຄວາມເຄົາລົບ. ຂ້າພະເຈົ້າມັກຄິດວ່າ ຄວາມຮູ້ເປັນແມ່ນໍ້າທີ່ມັນຕ້ອງໄຫຼ, ມັນບໍ່ສາມາດຢຸດຢັ້ງ ແລະຕ້ອງຜ່ານຈາກຄົນຫນຶ່ງ ໄປຫາອີກຄົນໜຶ່ງໂດຍຄຳເວົ້າ ບໍ່ວ່າ ຈະເປັນການເວົ້າລົມກັນ ຫລືບາງທີ ສິ່ງທີ່ເຮົາກໍາລັງເຮັດຢູ່ ຜ່ານເວັບໄຊດິຈິຕອລ Garigarang Garigaru ຊຶ່ງຊ່ອຍໃຫ້ພວກເຮົາ ເຂົ້າເຖິງຜູ້ຊົມທີ່ກວ້າງຂວາງຊຶ່ງ ອາດຈະບໍ່ສາມາດເຂົ້າເຖິງ ຫໍພິພິທະພັນ ດ້ວຍຕົວເອງໄດ້."
ຄວາມຮູ້ບາງສ່ວນນີ້ ໄດ້ຖືກສົ່ງຕໍ່ໄປທີ່ທ່ານ Frigo, ຜູ້ຊາຍຊາວ Wiradjuri ແລະ Yuin, ຜ່ານຊາຍຊາວ Yuin ແລະ Wailwan, ລຸງ Dean Kelly.
"ຫນຶ່ງໃນສິ່ງທີ່ສໍາຄັນທີ່ສຸດ ທີ່ຄູເກົ່າຂອງຂ້ອຍເວົ້າກັບຂ້ອຍແມ່ນ, ໃຫ້ມັນອອກໄປ...ເພື່ອຮັກສາມັນໄວ້. ຄໍາເວົ້ານັ້ນ ໄດ້ຕິດຢູ່ກັບຂ້ອຍ ເປັນເວລາດົນນານແລ້ວ ເຖິງວ່າໃນຕອນນີ້ ລາວໄດ້ຈາກໄປແລ້ວ, ແຕ່ມັນຍັງດັງກ້ອງຢູ່ໃນຫູຂອງຂ້ອຍ. ການສ້າງຄວາມຮັບຮູ້ ກ່ຽວກັບວັດທະນະທັມ, ດ້ວຍການກະທຳ, ຫລືການເລົ່ານິທານແລະນັ່ງຢ່າງງຽບໆ ແມ່ນສິ່ງສໍາຄັນ. ເປັນຫຍັງການເກັບຮັກສາໄວ້ ຈຶ່ງສໍາຄັນ? ກໍຍ້ອນວ່າ ເຮົາບໍ່ຢາກສູນເສັຍມັນ."
ເມື່ອເວົ້າເຖິງການຮັບຮູ້ ສະຖານະຂອງຜູ້ອາວຸໂສ, ມີປະເພນີ ແລະການປະຕິບັດ ທາງວັດທະນະທັມ ທີ່ແຕກຕ່າງກັນ ໃນແຕ່ລະຊາດ,ແຕ່ລະຊົນເຜົ່າ ແລະກຸ່ມຄອບຄົວ.
Mr Kelly ມີຄວາມຮັບຮູ້ ຂອງລາວເອງ.
"ຄວາມຮັບຮູ້ຂອງຂ້າພະເຈົ້າ ກ່ຽວກັບຜູ້ອາວຸໂສ ແມ່ນທ່ານໄດ້ຮັບສິດ ຈາກຊຸມຊົນຫຼືຜູ້ຄົນ, ຜູ້ຄົນບອກທ່ານວ່າ ທ່ານແມ່ນໃຜ ໂດຍການທີ່ພວກເຂົາ ເລີ່ມເຄົາລົບທ່ານ, ພຶດຕິກັມຂອງທ່ານ ແມ່ນມີຄວາມສໍາຄັນຫຼາຍ."
ທ່ານ Frigo ກໍເຊັ່ນດຽວກັນ.
"ຜູ້ອາວຸໂສ....ສໍາລັບຂ້າພະເຈົ້າ ໃນຄວາມຄິດສ່ວນຕົວຂອງຂ້າພະເຈົ້າ ແມ່ນຄົນທີ່ໄດ້ໄປກ່ອນໜ້າທ່ານ, ເປັນຄົນທີ່ທ່ານສາມາດໄປຫາ ແລະພວກເຂົາສາມາດໃຫ້ ຄວາມຮູ້ແກ່ທ່ານກ່ຽວກັບປວັດສາດ ທີ່ມີຊີວິດຂອງເຂົາເຈົ້າ. ຂ້າພະເຈົ້າເຄີຍຮູ້ຈັກ ຜູ້ອາວຸໂສຜູ້ທີ່ອາຍຸນ້ອຍກວ່າຂ້າພະເຈົ້າ, ແຕ່ພາຍໃນຊຸມຊົນ ເຂົາເຈົ້າໄດ້ຖືກເບິ່ງ ແລະຖືກນັບຖືວ່າ ເປັນຜູ້ອາວຸໂສ ເພາະວິທີທີ່ເຂົາເຈົ້າວາງໂຕ, ພິທີກັມທີ່ເຂົາເຈົ້າປະຕິບັດ ພ້ອມທັງຄວາມຮູ້ທາງວັດທະນະທັມ ທີ່ເຂົາເຈົ້າມີ ແລະແບ່ງປັນ."
ເມື່ອກ່າວເຖິງຄໍາວ່າ ຜູ້ອາວຸໂສ ທີ່ຫາກໍເກີດຂຶ້ນ (Emerging elder) ນັ້ນ, Mr Kelly ກໍມີຄວາມສົງໃສຕື່ມອີກຫນ້ອຍຫນຶ່ງ.
"ຜູ້ອາວຸໂສໃຫມ່, ຂ້າພະເຈົ້າບໍ່ຮູ້-ມັນແລ້ວແຕ່ຄົນ-ບໍ່ມີການວິພາກວິຈານຕໍ່ຜູ້ທີ່ເຊື່ອໃນເລື່ອງນັ້ນ. ແຕ່ເວລາຂອງທ່ານຈະມາເຖິງ ຖ້າຫາກວ່າທ່ານ ຈະກາຍເປັນຜູ້ອາວຸໂສຜູ້ທີ່ຜູ້ຄົນມາຫາ, ຜູ້ທີ່ມີຄວາມຮູ້ພູມປັນຍາ ແລະລັກສນະອື່ນໆ ທີ່ມາພ້ອມກັບສິ່ງນັ້ນ, ທ່ານຕ້ອງເລີ່ມຕົ້ນຢູ່ບ່ອນໃດບ່ອນຫນຶ່ງ ແລະເວລາຈະບອກທ່ານ ແລະຜູ້ຄົນແລະຊຸມຊົນ ຈະຕອບສນອງຕໍ່ສິ່ງນັ້ນ."
ລາວຫວັງວ່າ ຈະແບ່ງປັນຄວາມຮູ້ ເພື່ອຊ່ວຍໃຫ້ຄົນລຸ້ນຕໍ່ໄປເຕີບໃຫຍ່.
"ການເຮັດວຽກກັບຄົນຫນຸ່ມສາວ ເຮັດໃຫ້ຂ້ອຍຕື່ນເຕັ້ນ, ມັນກະຕຸ້ນໃຫ້ຂ້ອຍກ້າວຕໍ່ໄປ, ເມື່ອຂ້ອຍເຫັນຄົນຫນຸ່ມຄົນຫນຶ່ງ ເຮັດບາງສິ່ງບາງຢ່າງໄດ້ດີ ກັບວັດທະນະທັມ, ຂ້ອຍຮູ້ວ່າ ຂ້ອຍເຮັດໄດ້ດີ."
Jennifer Scherer ແລະ Marcellus Enalanga ຂ່າວSBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.