ຜົນຂອງ NAPLAN ໃນປີນີ້ ໄດ້ອອກມາແລ້ວ.

A school student completes a test

ນັກຮຽນກຳລັງທຳການສອບເສັງ. Source: AAP

ມັນເປັນປີທໍາອິດ ທີ່ NAPLAN ໄດ້ຖືກໃຊ້ ກັບມາດຕະການ ລາຍງານໃຫມ່ ທີ່ລະບຸວ່າ ນັກຮຽນຄົນໃດຕົກຢູ່ລ້າຫລັງຫຼືຮຽນບໍ່ທັນ.ແລະມັນເປີດເຜີຍວ່າ ມີນັກຮຽນຈໍານວນຫຼາຍຕ້ອງການ ການສນັບສນູນເພີ່ມເຕີມ ໃນດ້ານຄວາມຮູ້ຫນັງສື ແລະ ການຄຳນວນ (Literacy and Numeracy).


ຜົນຂອງ NAPLAN ໃນປີນີ້ ໄດ້ອອກມາແລ້ວ.

ລາຍງານໃຫມ່ຂອງ the Australian Curriculum, Assessment and Reporting Authority ຫຼື ACARA ໄດ້ເປີດເຜີຍວ່າ ມີນັກຮຽນຈໍານວນຫຼາຍຕ້ອງການ ການສນັບສນູນເພີ່ມເຕີມ ໃນດ້ານຄວາມຮູ້ຫນັງສື ແລະ ການຄຳນວນ (Literacy and Numeracy).

ມັນເປັນປີທໍາອິດ ທີ່ NAPLAN ໄດ້ຖືກໃຊ້ ກັບມາດຕະການ ລາຍງານໃຫມ່ ທີ່ລະບຸວ່າ ນັກຮຽນຄົນໃດຕົກຢູ່ລ້າຫລັງຫຼືຮຽນບໍ່ທັນ.

ດັ່ງທີ່ Mahnaz Angury ລາຍງານ, ປັດຈຸບັນ ມີການຮຽກຮ້ອງ ໃຫ້ເຮັດຕື່ມອີກ ເພື່ອປັບປຸງການຮຽນຮູ້ຂອງເດັກ.

ການຮຽນພິເສດຫຼັງເລີກໂຮງຮຽນ ໄດ້ກາຍເປັນສ່ວນທີ່ສໍາຄັນ ຂອງກິດຈະກັມປະຈໍາອາທິດ ຂອງນັກຮຽນຫຼາຍຄົນ, ລວມທັງ Elise ນັກຮຽນປີ ທີ 7.

ນາງມີປັນຫາກັບວຽກໂຮງຮຽນຂອງນາງ ໃນລະຫວ່າງການລັອກດາວ, ແຕ່ຄວາມກົດດັນ ບໍ່ໄດ້ດີຂຶ້ນສໍາລັບນາງ ເມື່ອໂຮງຮຽນໄດ້ເປີດອີກ.

ແລະເມື່ອ NAPLAN ໄດ້ໃກ້ເຂົ້າມາ-ນາງຮູ້ວ່າ ນາງຕ້ອງການ ຄວາມຊ່ອຍເຫລືອ ຫລາຍກວ່າເກົ່າ.

"ຂ້ອຍຕ້ອງການຄວາມຊ່ວຍເຫຼືອໃນໂຮງຮຽນ. ບໍ່ມີຄົນຢູ່ ຄຽງຂ້າງຂ້ອຍສເມີໄປ ທີ່ຈະຊ່ວຍ ໃນການເຮັດວຽກຂອງຂ້ອຍ. ຄູແມ່ນຢູ່ທາງຫນ້າຂອງຫ້ອງຮຽນສເມີ. ຕອນນີ້ ຂ້ອຍຢູ່ທີ່ນີ້ ຂ້ອຍຮຽນຮູ້ຫຼາຍ. ນາງຊ່ວຍຂ້ອຍແກ້ໄຂມັນ, ນາງຊ່ວຍຂ້ອຍວາງແຜນ ແລະເຮັດໃຫ້ມັນດີພໍສໍາລັບຄົນອື່ນ."

ແທນທີ່ຈະເປັນລະບົບ 10 ລະດັບຄືແຕ່ກ່ອນ, ນັບຈາກປີນີ້, ຜົນຂອງ NAPLAN ຂອງນັກຮຽນ ໄດ້ຖືກປະເມີນເປັນສີ່ລະດັບ ຄວາມສາມາດ: ເກີນ (Exceeding), ເຂັ້ມແຂງ (Strong), ພັດທະນາ (Developing) ແລະຕ້ອງການການສນັບສນູນເພີ່ມເຕີມ (Needs additional support).

ຕອນນີ້, ຜົນຂອງນັກຮຽນທຸກຄົນ ທີ່ທຳການສອບເສັງ NAPLAN ໃນປີນີ້ ໄດ້ອອກມາແລ້ວ, ແລະມັນໄດ້ເປີດເຜີຍຄວາມແຕກຕ່າງຢ່າງຫຼາຍ ລະຫວ່າງໂຮງຮຽນໃນຕົວເມືອງ ແລະໃນຊົນນະບົດ.

ໃນທົ່ວປະເທດ, ຫນຶ່ງ ໃນສິບ ຂອງນັກຮຽນ ແມ່ນຢູ່ໃນລະດັບ 'ຕ້ອງການການສນັບສນູນເພີ່ມເຕີມ' ໃນຂນະທີ ຫນຶ່ງ ສ່ວນສາມ ຂອງນັກຮຽນຊາວພື້ນເມືອງ 'ຕ້ອງການການສນັບສນູນເພີ່ມເຕີມ'.

ມີຫນ້ອຍກ່ວາ 3 ໃນ 10 ຄົນ ຂອງນັກຮຽນໃນໂຮງຮຽນທີ່ຫ່າງໄກຫຼາຍ, ໄດ້ຮັບຄະແນນ 'ເຂັ້ມແຂງ' ຫຼື 'ເກີນ'.

ແຕ່ຢ່າງຫນ້ອຍ 6 ໃນ 10 ນັກຮຽນ ຢູ່ໃນໂຮງຮຽນໃຫຍ່ ໃນເມືອງ ແມ່ນຢູ່ໃນລະດັບນັ້ນ.

ວິທີການໃຫມ່ ຂອງ NAPLAN ຫມາຍຄວາມວ່າ ຂໍ້ມູນປີ 2023 ບໍ່ສາມາດປຽບທຽບ ໃສ່ກັບປີທີ່ຜ່ານມາ ໂດຍກົງ.

ແຕ່ທ່ານ David De Cahvarlo ຜູ້ອໍານວຍການໃຫຍ່ຂອງ the Australian Curriculum, Assessment and Reporting Authority ກ່າວວ່າ ຜົນໄດ້ຮັບໃນປັດຈຸບັນນີ້ ຈະຖືກຕ້ອງກວ່າເກົ່າ ແລະເຮັດໃຫ້ການລະບຸວ່າ ໃຜຕ້ອງການຄວາມຊ່ວຍເຫຼືອເພີ່ມຕື່ມ.

"ກ່ອນຫນ້ານີ້, ມັນບໍ່ຊັດເຈນວ່ານັກຮຽນແມ່ນໃຜ, ແລະວ່າໃຜ ຕ້ອງການການສນັບສນູນເພີ່ມເຕີມ. ດັ່ງນັ້ນ, ລະບົບໃຫມ່ນີ້ ຈຶ່ງມີຂໍ້ໄດ້ປຽບ ຢ່າງແທ້ຈິງ"

ບາງຄອບຄົວ ກໍກໍາລັງຊອກຫາການສນັບສນູນ ຢູ່ແລ້ວ.

ຜູ້ອໍານວຍການຂອງ Kip McGrath ທີ່ Eastwood, Jeanette De Marchis ກ່າວວ່າ ຄວາມຕ້ອງການສໍາລັບການຮຽນເພີ່ມ ຫຼັງເລີກໂຮງຮຽນ ໄດ້ເພີ່ມຂຶ້ນ.

"ພວກເຮົາ ໄດ້ຮັບຄວາມສົນໃຈຫຼາຍ ຈາກພໍ່ແມ່ກ່ອນ NAPLAN ແລະຫຼັງຈາກ NAPLAN ນັ້ນ ແມ່ນແນ່ນອນ, ເມື່ອຜົນອອກມາແລ້ວ ພວກເຂົາໄດ້ຖືກລະບຸວ່າ ຕ້ອງການຄວາມຊ່ວຍເຫຼືອຫຼາຍ ໃນການຄຳນວນ ແລະຄວາມຮູ້ຫນັງສື."

ໂຮງຮຽນບາງແຫ່ງ ຍັງມີໂຄງການພິເສດເພື່ອຊ່ວຍເຫຼືອນັກຮຽນ ທີ່ກໍາລັງຮຽນບໍ່ທັນ, ລວມທັງໂຮງຮຽນປະຖົມ St. Michael ໃນ Blacktown ບ່ອນທີ່ Su Veling ເປັນທ່ານຄູໃຫຍ່.

"ພວກເຮົາຕັ້ງເປົ້າຄວາມຕ້ອງການຂອງພວກເຂົາ. ທຸກກິດຈະກັມທີ່ເດັກນ້ອຍເຮັດ ຢູ່ໂຮງຮຽນນີ້ ແມ່ນຖືກປະເມີນ. ສະນັ້ນ, ພວກເຮົາຈຶ່ງເບິ່ງວ່າ ພວກເຂົາເຮັດຫຍັງໄດ້, ສິ່ງໃດທີ່ພວກເຂົາເຮັດບໍ່ໄດ້ ແລະຂັ້ນຕອນຕໍ່ໄປແມ່ນຫຍັງ"

ແຕ່ Correna Haythorpe ປະທານສະຫະພັນການສຶກສາ ຂອງກ່າວວ່າ ໂຮງຮຽນສ່ວນຫລາຍ ບໍ່ມີເງິນທຶນ ໃນການໃຫ້ການສນັບສນຸນທີ່ຈໍາເປັນ, ແລະກໍາລັງຮຽກຮ້ອງ ໃຫ້ຣັຖບານເພີ່ມທຶນຫຼາຍຂຶ້ນ.

"ຫຼັກຖານແມ່ນຊັດເຈນ. ມັນເຖິງເວລາແລ້ວ ທີ່ຈະໃຫ້ວິທີແກ້ໄຂ ທີ່ຈະໃຫ້ທຶນແກ່ໂຮງຮຽນຣັຖບານຢ່າງເຕັມທີ່ ແລະເພື່ອສນັບສນູນ ຄູສອນຂອງພວກເຮົາ ເພື່ອວ່າພວກເຂົາຈະສາມາດ ສົ່ງມອບໂຄງການການສອນ ແລະການຮຽນຮູ້ ທີ່ມີຄຸນນະພາບສູງ."

ຣັຖມົນຕີກະຊວງສຶກສາ, ທ່ານ Jason Clare ກ່າວວ່າ ທ່ານກໍເຫັນພ້ອມ.

ທ່ານກ່າວວ່າ ຜົນທີ່ອອກມາ ນັ້ນເຮັດໃຫ້ມັນ "ເຫັນໄດ້ຢ່າງຊັດເຈນ" ວ່າ ຕ້ອງເຮັດວຽກຫລາຍຂຶ້ນ ເພື່ອປັບປຸງ ຜົນການສຶກສາ ແລະເຮັດໃຫ້ຊ່ອງວ່າງ ຂອງການສຶກສານັ້ນ ແຄບລົງ.

"ຂ້າພະເຈົ້າໄດ້ກ່າວຫລາຍເທື່ອວ່າ ພວກເຮົາຕ້ອງການ ການປະຕິຮູບການສຶກສາຢ່າງຈິງຈັງ. ຂ້າພະເຈົ້າຄິດວ່າ ລາຍງານນີ້ ເຮັດໃຫ້ເຫັນຢ່າງຊັດເຈນ.ສິ່ງທີ່ມັນສະແດງໃຫ້ເຫັນ ແມ່ນພວກເຮົາ ມີລະບົບການສຶກສາທີ່ດີ, ແຕ່ວ່າມັນສາມາດດີຫຼາຍກວ່ານີ້. ແລະອາດຈະຍຸດຕິທັມຫຼາຍກວ່ານີ້. ຖ້າຫາກວ່າ ທ່ານຢູ່ໃນລະດັບຕ່ຳທີ່ສຸດ, ຕ່ຳກວ່າມາດຕະຖານຂັ້ນຕ່ຳ. ແລ້ວມີພຽງແຕ່ ຫນຶ່ງໃນຫ້າຄົນ ຂອງເດັກນ້ອຍເຫລົ່ານັ້ນເທົ່ານັ້ນ ທີ່ຈະອອກຈາກມັນໄດ້ ເມື່ອຮຽນເຖິງປີເກົ້າ. ສະນັ້ນ, ນີ້ແມ່ນເລື້ອງຮ້າຍແຮງ ແລະຈໍາເປັນຕ້ອງມີການປະຕິຮູບຢ່າງຈິງຈັງ."

ເນື້ອເລື່ອງໂດຍ Mahnaz Angury  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share