ມີການປະກາດການແກ້ໄຂ (NDIS) ໂດຍກ່າວວ່າ ມັນໄດ້ໄປຜິດທາງແລ້ວ.
ກາງ ໄດ້ປະກາດການແກ້ໄຂ ໂຄງການປະກັນຄວາມພິການແຫ່ງຊາດ (National Disability Insurance Scheme) ໂດຍກ່າວວ່າ N-D-I-S ໄດ້ໄປຜິດທາງແລ້ວ.
ຣັຖມົນຕີ N-D-I-S, ທ່ານ Bill Shorten ໄດ້ກ່າວໂທດຝ່າຍຄ້ານ ແລະສເນີການປະຕິຮູບຫຼາຍຢ່າງ ເພື່ອຄວບຄຸມການສໍ້ໂກງ ແລະຄ່າໃຊ້ຈ່າຍ. Sara Tomevska ແລະ Kuntamari Crofts ລາຍງານ
ໃນຄໍາປາໄສ ຕໍ່ສະໂມສອນສື່ມວນຊົນ ແຫ່ງຊາດ (National Press Club)ໃນວັນອັງຄານ, N-D-I-S ແລະຣັຖມົນຕີ ບໍຣິການຣັຖບານ, ທ່ານ Bill Shorten, ໄດ້ອ້າງວ່າ ໂຄງການປະກັນຄວາມພິການແຫ່ງຊາດ ໄດ້ເດີນຜິດທາງ.
ຊາວຍ ຫລາຍກວ່າເຄິ່ງລ້ານຄົນ ໄດ້ຮັບການສນັບສນູນຈາກ N-D-I-S ຊຶ່ງໄດ້ຖືກກໍ່ຕັ້ງຂຶ້ນ ເມື່ອເກືອບ 10 ປີກ່ອນ ໂດຍຣັຖບານພັກແຮງງານ Gillard.
Mr Shorten ແມ່ນຫນຶ່ງໃນບັນດາຫົວຫນ້າຜູ້ ອອກແບບ, ແລະກ່າວວ່າ ມັນຈໍາເປັນຕ້ອງເຮັດວຽກທີ່ສໍາຄັນ ເພື່ອປັບປຸງປະສົບການ ຂອງຜູ້ເຂົ້າຮ່ວມ.
"ສໍາລັບ NDIS ທີ່ຈະບັນລຸຄວາມສາມາດຂອງຕົນ, ມັນຈໍາເປັນຕ້ອງມີການປັບປຸງໃໝ່. ເພື່ອນຮ່ວມງານ ແລະຂ້າພະເຈົ້າ ຕັ້ງໃຈຢ່າງຫນັກແຫນ້ນ ໃນດ້ານວິທີ ຂອງການສົ່ງມອບບໍ່ແມ່ນພຽງແຕ່ເຫດຜົນເທົ່ານັ້ນ. ຂ້າພະເຈົ້າຫມາຍເຖິງວ່າ ນັບຕັ້ງແຕ່ວັນ ທີ່ພວກເຮົາໄດ້ຖືກເລືອກຕັ້ງເປັນຣັຖບານນີ້ ເຮົາໄດ້ເຮັດວຽກ ເພື່ອເຮັດຕາມຄໍາສັນຍາຂອງພວກເຮົາ. ສໍາລັບຂ້າພະເຈົ້າກໍາລັງເຮັດວຽກທຸກໆມື້ ເພື່ອໃຫ້ NDIS ກັບຄືນໄປຕາມເສັ້ນທາງເດີມ."
ຍັງມີຂໍ້ສົງໄສ ຕໍ່ຄວາມຍືນຍົງຂອງໂຄງການຢູ່.
ໂຄງການນີ້ ແມ່ນຢູ່ໃນເສັ້ນທາງທີ່ຈະເປັນນຶ່ງໃນລາຍຈ່າຍ ທີ່ໃຫຍ່ທີ່ສຸດຂອງງົບປະມານ ຂອງຣັຖບານ, ຈາກເກືອບ 36 ພັນ ລ້ານໂດລາ ໃນປີນີ້, ຄາດວ່າຈະເປັນ 50 ພັນລ້ານໂດລາພາຍໃນປີ 2026.
ນັ້ນແມ່ນຫຼາຍກວ່າ Medicare ແລະການດູແລຜູ້ສູງອາຍຸຮວມກັນ ແລະຄວາມຕ້ອງການ ແມ່ນກຳລັງເພີ່ມຂຶ້ນ ໂດຍຄາດວ່າ ຈະມີຫຼາຍກວ່າ ຫນຶ່ງລ້ານຄົນ ໄດ້ຮັບການສນັບສນູນ ຈາກໂຄງການ ພາຍໃນປີ 2032.
ທ່ານ Shorten ກ່າວວ່າ ການແກ້ໄຂ ຈະບໍ່ແມ່ນເລື່ອງງ່າຍ.
"ພວກເຮົາຕ້ອງໃຫ້ມັນກັບຄືນຕາມເສັ້ນທາງເດີມ. ມັນບໍ່ແມ່ນສິ່ງຈໍາເປັນທາງການເງິນ. ເປັນຈຸດສຳຄັນໃນການປັບປຸງຜົນຮັບ ແລະການປັບປຸງຊີວິດ. ການແກ້ໄຂຄ່າໃຊ້ຈ່າຍ ຈະບໍ່ແມ່ນເລື່ອງງ່າຍ. ຈະຕ້ອງໃຊ້ເວລາ ແລະຕ້ອງໃຊ້ຄວາມພະຍາຍາມຮ່ວມກັນ. ຊາວອອສເຕຣເລັຍໃຫມ່ ທີ່ມີຄວາມພິການ ໄດ້ສະແດງໃຫ້ເຫັນ ໃນລະຫວ່າງການຣົນນະຣົງ ເພື່ອຈັດຕັ້ງ NDIS ຂຶ້ນໃນຕອນຕົ້ນ, ແຕ່ສິ່ງນີ້ ກໍສໍາຄັນເຊັ່ນກັນ. ຂ້ອຍຈະເຮັດວຽກນໍາທ່ານ ແລະເພື່ອທ່ານ ໃນທຸກຂັ້ນຕອນ."
ບໍ່ມີແຜນ ທີ່ຈະປ່ຽນສິດຮັບ ສໍາລັບໂຄງການ ຊຶ່ງປະຈຸບັນແມ່່ນສໍາລັບຜູ້ທີ່ມີອາຍຸຕ່ຳກວ່າ 65 ປີ.
ຣັຖມົນຕີ ກໍາລັງສເນີວິທີການຫົກດ້ານ ເພື່ອເພີ່ມພະນັກງານ, ການປ່ຽນແປງແຜນການດູແລໄລຍະຍາວ, ການສນັບສນູນການດໍາລົງຊີວິດດ້ວຍຕົນເອງ, ການສນັບສນູນຫຼັກ ໃຫ້ຫຼາຍກວ່າເກົ່າ, ແລະຄວບຄຸມຄ່າໃຊ້ຈ່າຍ ແລະການສໍ້ໂກງ.
ຄນະເຮັດວຽກ ກໍາລັງກວດສອບການຮຽກຮ້ອງ (claims) ທີ່ໜ້າສົງໄສຈຳນວນ 300 ລ້ານໂດລາ.
ທ່ານ Shorten ໄດ້ໂທດຄົນອື່ນຢ່າງໄວ.
"ໃນການປ່ຽນຣັຖມົນຕີ ຂອງພັກຮ່ວມທີ່ຫນ້າອັບອາຍ, ບັນທຶກຂອງພັກຮ່ວມ ຂອງການລະເລີຍທີ່ເປັນພັຍ ແລະຫນ້າລັງກຽດ. ເຂົາເຈົ້າ ອັດປາກ ອົງການປະກັນຄວາມພິການແຫ່ງຊາດ, ພວກເຂົາບໍ່ໃຫ້ NDIS ເລືອກລະບົບໄອທີຂອງຕົນເອງ ຫຼືຈ້າງຄົນພຽງພໍ ທີ່ຈະຕອບໂທຣະສັບ ແລະເຮັດວຽກເຫຼົ່ານີ້. ໃນຄນະກັມມະການ ກໍມີແຕ່ພວກກຸ່ມທາງການເມືອງ, ພວກເຂົາເຈົ້າໄດ້ພະຍາຍາມທີ່ຈະຂັດຂວາງການປະຕິຮູບ ຊຶ່ງພວກເຂົາເຈົ້າເອີ້ນວ່າ ການປະເມີນອິດສຣະ. ແຕ່ວ່ານັ້ນແມ່ນພຽງແຕ່ ສັບຄວາມເວົ້າສໍາລັບ robodebt 2.0."
ຜູ້ນໍາຝ່າຍຄ້ານ, ທ່ານ Peter Dutton, ໄດ້ຕອບໂຕ້ໂດຍກ່າວວ່າ ພັກແຮງງານ ຕ້ອງສືບຕໍ່ໃຫ້ທຶນແກ່ໂຄງການນີ້.
"Bill Shorten ແມ່ນຜູ້ອອກແບບຂອງ NDIS. ແລະຖ້າຫາກວ່າ ມີຂໍ້ບົກພ່ອງໃນ NDIS ແລ້ວ, Bill Shorten ຕ້ອງອະທິບາຍວ່າ ເປັນຫຍັງລາວຈຶ່ງໄດ້ອອກແບບໃນລັກສນະດັ່ງກ່າວ. ພວກເຮົາໄດ້ກ່າວຢ່າງຊັດເຈນວ່າ NDIS ແມ່ນໂຄງການ ທີ່ມີຄວາມສໍາຄັນຢ່າງໃຫຍ່ຫຼວງ ຊຶ່ງຕ້ອງໄດ້ຮັບທຶນຢ່າງຖືກຕ້ອງ ແລະຕ້ອງໄດ້ແນໃສ່ຜູ້ຄົນ ທີ່ມີຄວາມພິການຢ່າງແທ້ຈິງ ແລະຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫລາຍທີ່ສຸດ. ສິ່ງທີ່ຮ້າຍແຮງທີ່ສຸດ ທີ່ທ່ານອາດຢູ່ໃນສະຖານະການນີ້ ແມ່ນຣັຖບານພັກແຮງງານ ທີ່ບໍ່ໄດ້ບໍຣິຫານໂຄງການ ຢ່າງມີປະສິດທິຜົນ ແລະເຮັດໃຫ້ໂຄງການນັ້ນບໍ່ຍືນຍົງ."
ຝ່າຍຄ້ານກ່າວວ່າ ຕົນເຕັມໃຈທີ່ຈະສນັບສນູນ ການປ່ຽນແປງທີ່ສົມເຫດສົມຜົນ ເພື່ອໃຫ້ໂຄງການນີ້ ມີລາຄາບໍ່ແພງຫລາຍຂຶ້ນ.
"ສິ່ງທີ່ຮ້າຍແຮງທີ່ສຸດ ທີ່ທ່ານອາດມີໃນສະຖານະການນີ້ ແມ່ນຣັຖບານພັກແຮງງານ ບໍ່ໄດ້ບໍຣິຫານໂຄງການຢ່າງມີປະສິດທິຜົນ ແລະເຮັດໃຫ້ໂຄງການນັ້ນບໍ່ຍືນຍົງ ຫຼືຢູ່ໃນຕໍາແຫນ່ງທີ່ອາດລົ້ມແຫຼວ ຊຶ່ງຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດພາຍໃຕ້ NDIS ສຸດທ້າຍກໍບໍ່ໄດ້ຮັບການຊ່ວຍເຫຼືອນັ້ນ ຫຼືໄດ້ຮັບການສນອງໃນທາງໃດທາງຫນຶ່ງ. ຂ້າພະເຈົ້າ ໄດ້ກ່າວໃນຄໍາກ່າວຕອບງົບປະມານ ຂອງຂ້າພະເຈົ້າ ໃນເດືອນຕຸລາປີກາຍນີ້ວ່າ ພວກເຮົາຈະສນັບສນູນຣັຖບານໃນການປ່ຽນແປງທີ່ສົມເຫດສົມຜົນ. ນັ້ນບໍ່ແມ່ນຂໍ້ສເນີ ຈາກພັກແຮງງານ ໃນຕອນພວກເຮົາເປັນຣັຖບານ"
ການເຮັດໃຫ້ແຜນການນີ້ ສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ ຍັງເປັນຫນຶ່ງໃນເປົ້າຫມາຍ ຂອງພັກແຮງງານ-ຮັບຮູ້ປະຊາຊົນຂອງຊາດທໍາອິດ ແລະຜູ້ທີ່ມາຈາກພູມຫຼັງ ການຍົກຍ້າຍຖິ່ນຖານ, ຜູ້ຊຶ່ງເຂົ້າເຖິງ N-D-I-S ແລະໄດ້ຮັບທຶນຫນ້ອຍ.
ທ່ານ Bill Shorten ກ່າວວ່າ ການຫລຸດຜ່ອນອຸບປະສັກເຫລົ່ານັ້ນ ແມ່ນຫນຶ່ງໃນຈຸດປະສົງ ຂອງການກວດສອບ N-D-I-S ທີ່ເປັນອິດສຣະ.
Damian Griffis ແມ່ນ CEO ຂອງ the First Nations Disability Network ກ່າວວ່າ:
"ຂ້າພະເຈົ້າຈະເວົ້າວ່າ ມີຄົນພິການຂອງປະເທດທໍາອິດ ຢ່າງຫນ້ອຍ 60,00 ຄົນໃນທົ່ວປະເທດອອສເຕຣເລັຍ ທີ່ມີສິດໄດ້ຮັບໂຄງການນີ້. ສິ່ງທີ່ພວກເຮົາຍັງບໍ່ຊັດເຈນ ແມ່ນວິທີ ທີ່ທ່ານກໍານົດ ການມີສ່ວນຮ່ວມ. ສະນັ້ນ ມັນບໍ່ພຽງພໍ ທີ່ທ່ານ ພຽງແຕ່ໄດ້ວາງແຜນໄວ້. ແທ້ຈິງແລ້ວ ເຮົາຢາກໃຫ້ສິ່ງນັ້ນ ຕ້ອງກ່ຽວກັບຄົນຂອງເຮົາ ທີ່ຈະໄດ້ຮັບຜົນປໂຍດນັ້ນ. ເຂົາເຈົ້າມີສ່ວນຮ່ວມທີ່ແທ້ຈິງ ໃນຄວາມຫມາຍ ຂອງຊີວິດຂອງເຂົາເຈົ້າປ່ຽນແປງໃນທາງທີ່ດີຂຶ້ນ, ຫລືມັນເປັນພຽງ ເລື່ອງທີ່ເຂົາເຈົ້າໄດ້ວາງແຜນໄວ້? ຖ້າຫາກວ່າ ທ່ານເອົາຕົວເລກວ່າມີແຜນເຮັດ, ແລ້ວນັ້ນບໍ່ແມ່ນ ການມີສ່ວນຮ່ວມທີ່ແທ້ຈິງ."
First Nations Advisory Council ໄດ້ຖືກຈັດຕັ້ງຂຶ້ນ ເພື່ອຊ່ວຍໃຫ້ N-D-I-S ມີສ່ວນຮ່ວມກັບປະຊາຊົນ ຊາວພື້ນເມືອງໄດ້ດີຂຶ້ນ ເນື່ອງຈາກຜູ້ສນັບສນູນ ຮຽກຮ້ອງໃຫ້ມີການປະຕິຮູບຄັ້ງໃຫຍ່ ໂດຍແນໃສ່ຄວາມສໍາຄັນຂອງມະນຸດ.
Sara Tomevska ແລະ Kuntamari Crofts ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.