ຄຳອະທິບາຍ ກ່ຽວກັບ 'Net Zero 2050': ແຜນຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໄລຍະຍາວຂອງອອສເຕຣເລັຍ.

Melbourne from the air - Image Tiff Ng - Pexels.jpg

The burning of fossil fuels release large amounts of carbon dioxide and other greenhouse gases into the atmosphere. Image: Tiff Ng/Pexels

ແຜນການຫຼຸດຜ່ອນການປ່ອຍມົນລະພິດເຮືອນແກ້ວໄລຍະຍາວຂອງອອສເຕຣເລັຍ ໄດ້ກໍານົດທີ່ຈະແກ້ໄຂການປ່ຽນແປງສະພາບພູມອາກາດ ທີ່ເກີດຈາກການປ່ອຍມົນລະພິດທີ່ຜລິດໂດຍການເຜົາໄໝ້ເຊື້ອໄຟຟອສຊິນ, ແລະພ້ອມກັນນັ້ນ ທຸກຄົນສາມາດສ້າງຄວາມແຕກຕ່າງເພື່ອບັນລຸເປົ້າໝາຍໄດ້.


ຈຸດສໍາຄັນ
  • ການເຜົາໄໝ້ເຊື້ອໄຟຟອສຊິນ ປ່ອຍອາຍກາກບອນ ແລະອາຍແກັສເຮືອນແກ້ວອື່ນໆ ຈໍານວນຫຼາຍ ເຂົ້າໄປໃນຊັ້ນບັນຍາກາດ ສົ່ງຜົນໃຫ້ໂລກຮ້ອນ ແລະການປ່ຽນແປງຂອງສະພາບພູມອາກາດ.
  • ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການນໍາໃຊ້ແຫຼ່ງພະລັງງານທົດແທນຫຼາຍຂຶ້ນ ແມ່ນປັດໄຈສໍາຄັນໃນການຈໍາກັດຜົນກະທົບຈາກການປ່ຽນແປງສະພາບພູມອາກາດ.
  • ການປ່ອຍອາຍພິດເຮືອນແກ້ວສຸດທິເປັນສູນ (Net zero emissions) ຫມາຍເຖິງການບັນລຸຄວາມສົມດຸນໂດຍລວມ ລະຫວ່າງການປ່ອຍອາຍແກັສເຮືອນແກ້ວທີ່ຜລິດ ແລະການປ່ອຍອາຍພິດເຮືອນແກ້ວ ທີ່ເອົາອອກຈາກຊັ້ນບັນຍາກາດ.
ໂລກພວມຕໍ່ສູ້ກັບຜົນກະທົບຈາກການປ່ຽນແປງຂອງ, ໂດຍການປ່ຽນແປງໄລຍະຍາວຂອງອຸນຫະພູມທົ່ວໂລກ ແລະຮູບແບບສະພາບອາກາດ ຈະປາກົດໃຫ້ເຫັນຫຼາຍຂຶ້ນ.

ການເຜົາໄໝ້ເຊື້ອໄຟຟອສຊິນເຊັ່ນ ຖ່ານຫີນ, ນ້ຳມັນ ແລະ ແກັສ – ທີ່ປ່ອຍແກັສກາກບອນ ເປັນຈໍານວນຫຼາຍ ແລະ ອາຍແກັສເຮືອນແກ້ວອື່ນໆ ເຂົ້າໄປໃນຊັ້ນບັນຍາກາດ ສົ່ງຜົນໃຫ້ອຸນຫະພູມໂລກຮ້ອນ, ໄດ້ເປັນໂຕຂັບເຄື່ອນຫຼັກ ຂອງການປ່ຽນແປງສະພາບພູມອາກາດ

ເຊັ່ນດຽວກັບຫຼາຍປະເທດ, ອອສເຕຣເລັຍໄດ້ປະຕິບັດແຜນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ໃນໄລຍະຍາວ ເພື່ອຈໍາກັດຄວາມຮ້ອນຂອງໂລກ, ແລະບຸກຄົນ, ຄົວເຮືອນ ແລະທຸລະກິດ ສາມາດເປັນສ່ວນຫນຶ່ງຂອງການແກ້ໄຂ.

Dr Simon Bradshaw ຄົ້ນຄວ້າການປ່ຽນແປງ ຂອງສະພາບພູມອາກາດ ໃນບົດບາດຂອງເພິ່ນ ໃນຖານະຜູ້ອໍານວຍການຄົ້ນຄວ້າ ຢູ່ທີ່ Climate Council ກ່າວວ່າ ການຫຼຸດຜ່ອນການປ່ອຍມົນລະພິດຈຳເປັນຕ້ອງມີການປ່ຽນແປງ ໃນວິທີ ທີ່ພວກເຮົາຂັບເຄື່ອນໂລກ ສມັຍໃໝ່ຂອງພວກເຮົາ.
Wind farm in South Australia - Image Alex Eckermann - Unsplash.jpg
A wind farm produces a form of renewable energy. Image: Alex Eckermann - Unsplash
"ອອສເຕຣເລັຍ, ເຊັ່ນດຽວກັບປະເທດສ່ວນໃຫຍ່ອື່ນໆ, ໄດ້ໃຫ້ຄໍາຫມັ້ນສັນຍາ ທີ່ຈະບັນລຸການປ່ອຍອາຍພິດເຮືອນແກ້ວສຸດທິເປັນສູນ (net zero emissions) ກ່ອນປີ 2050. ດຽວນີ້, ມີການປ່ຽນແປງຫຼາຍ. ນັ້ນຫມາຍຄວາມວ່າ ເຮົາປ່ຽນວິທີການໃຊ້ພະລັງງານ ໃນບ້ານເຮືອນ ແລະອຸດສາຫະກັມຂອງເຮົາ. ດັ່ງນັ້ນ, ປ່ຽນວິທີການ ທີ່ເຮົາຜລິດກະແສໄຟຟ້າ, ຮັບພະລັງງານຫຼາຍຂຶ້ນ ຈາກແສງຕາເວັນ ແລະລົມ ເຂົ້າມາໃນລະບົບໄຟຟ້າຂອງພວກເຮົາ ແລະກ້າວຂ້າມເຊື້ອໄຟຟອສຊິນ ຢ່າງສິ້ນເຊີງຢ່າງໄວ."

ແລະຖ້າຫາກວ່າປີ 2050 ຄ້າຍກັບວ່າ ເປັນເວລາຍັງອີກໄກ, Dr Bradshaw ກ່າວວ່າ ກໍານົດເວລາສໍາລັບການປະຕິບັດ ເພື່ອຫລຸດຜ່ອນການປ່ອຍມົນລະພິດນັ້ນ ແມ່ນຮີບດ່ວນ.

"ດຽວນີ້, ວິທະຍາສາດແມ່ນເຫັນໄດ້ຢ່າງຊັດແຈ້ງທົ່ວໂລກ ວ່າເຮົາຕ້ອງໄດ້ປະມານເຄິ່ງຫນຶ່ງ ຫຼຸດການປ່ອຍແກັສເຮືອນແກ້ວເຫລົ່ານັ້ນ ປະມານເຄິ່ງຫນຶ່ງ ໃນສິບປີນີ້, ປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ (net zero) ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້. ເຮົາຕ້ອງຮັບມື ກັບສິ່ງນັ້ນ ຢ່າງຮີບດ່ວນ ຖ້າຫາກເຮົາຕ້ອງມີອະນາຄົດທີ່ປອດພັຍ ແລະຈະເລີນຮຸ່ງເຮືອງ.”

ກົດຫມາຍວ່າດ້ວຍການປ່ຽນແປງສະພາບພູມອາກາດ

ຣັຖບານອອສເຕຣເລັຍ ໄດ້ນໍາສເນີກົດຫມາຍ ວ່າດ້ວຍການປ່ຽນແປງສະພາບພູມອາກາດ ໃນປີ 2022 ເຊິ່ງລະບຸເປົ້າຫມາຍ ການຫຼຸດຜ່ອນການປ່ອຍແກັສເຮືອນແກ້ວ ຂອງອອສເຕຣເລັຍ.

"ກົດຫມາຍ ວ່າດ້ວຍການປ່ຽນແປງສະພາບພູມອາກາດ ຂອງອອສເຕຣເລັຍ ມີຈຸດປະສົງເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ໃຫ້ໄດ້ 43% ຈາກລະດັບປີ 2005 ກ່ອນປີ 2030 ແລະບັນລຸການປ່ອຍອາຍພິດ ສຸດທິເປັນສູນ ໃນປີ 2050. ນີ້ແມ່ນພາບຮວມຂອງເປົ້າຫມາຍ.” ທ່ານ Aaron Tang ຜູ້ທີ່ເຮັດວຽກກ່ຽວກັບນະໂຍບາຍສະພາບພູມອາກາດໃນຖານະເປັນ Research Affiliate ຂອງ Centre for the Study of Existential Risk ສະມາຄົມຄົ້ນຄວ້າຮ່ວມກັບສູນສໍາລັບການທີ່ມະຫາວິທະຍາໄລ Cambridge ແລະກຳລັງຈະໄດ້ຮັບປະຣິນຍາເອກ ແລະເປັນອາຈານສອນ ທີ່ຫາວິທະຍາໄລແຫ່ງຊາດ ອອສເຕຣເລັຍ (Australian National University) ອະທິບາຍເລື້ອງນີ້.

"ກ່ອນຫນ້ານີ້, ອອສເຕຣເລັຍ ໄດ້ມີບັນຫາໃນການຮັກສານະໂຍບາຍສະພາບພູມອາກາດ ຢ່າງສມ່ຳສເມີ ຢູ່ໃນລະດັບກາງ. ກົດຫມາຍວ່າດ້ວຍການປ່ຽນແປງສະພາບພູມອາກາດ ຫວັງວ່າຈະໃຫ້ຄວາມຫມັ້ນຄົງ ທີ່ຈໍາເປັນຫຼາຍ ແລະເປັນພື້ນຖານສໍາລັບການກະທໍາ ທີ່ທະເຍີທະຍານຍິ່ງຂຶ້ນ ໃນອະນາຄົດ."
Dr Simon Bradshaw - Climate Council Head of Research.jpg
Dr Simon Bradshaw from the Climate Council. Image: Climate Council
ການປ່ອຍອາຍພິດສຸດທິເປັນສູນ () ຫມາຍເຖິງການບັນລຸ ຄວາມສົມດຸນໂດຍລວມ ລະຫວ່າງການປ່ອຍອາຍແກັສເຮືອນແກ້ວ ທີ່ຜລິດ ແລະການປ່ອຍອາຍພິດເຮືອນແກ້ວ ທີ່ນຳອອກຈາກຊັ້ນບັນຍາກາດ. ເພື່ອບັນລຸການປ່ອຍອາຍພິດເຮືອນແກ້ວສຸດທິເປັນສູນ, ດຣ Tangກ່າວວ່າ ຕ້ອງມີການລົງທຶນ ໃນພະລັງງານທົດແທນ.
"ພວກເຮົາໄດ້ຮັບພະລັງງານເຄິ່ງນຶ່ງ ຈາກການເຜົາຖ່ານຫີນ. ນີ້ສົ່ງອາຍແກັສເຮືອນແກ້ວ ເຂົ້າໄປໃນຊັ້ນບັນຍາກາດ. ການລົງທຶນ ໃນວິທີອື່ນເພື່ອຜລິດພະລັງງານ ໃນອອສເຕຣເລັຍ ຈະບໍ່ພຽງແຕ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງເຮົາເອງ ແລະຫຼຸດລາຄາພະລັງງານລົງເທົ່ານັ້ນ, ແຕ່ຍັງສ້າງໂອກາດ ທາງດ້ານເສດຖະກິດ ໃນເຂດອາຊີປາຊີຟິກອີກດ້ວຍ. ພວກເຮົາສາມາດເປັນຜູ້ນໍາຂອງໂລກ ໃນອຸດສາຫະກັມພະລັງງານທົດແທນໄດ້."
Aaron Tang
Dr Bradshaw ເຫັນດີວ່າ ອອສເຕຣເລັຍ ຢູ່ໃນຕຳແໜ່ງທີ່ເຫຼາະສົມ ໃນການເປັນຜູ້ນຳ ໃນການນໍາໃຊ້ພະລັງງານທົດແທນ.

"ພວກເຮົາໂຊກດີໃນອອສເຕຣເລັຍ ເພາະເຮົາເປັນຫນຶ່ງໃນປະເທດ ທີ່ມີແສງແດດ ແລະລົມແຮງທີ່ສຸດໃນໂລກ. ດັ່ງນັ້ນ, ຈຶ່ງມີຄວາມສາມາດອັນໃຫຍ່ຫຼວງ ທີ່ຈະປ່ຽນແປງວິທີ ທີ່ພວກເຮົາຜລິດກະແສໄຟຟ້າ."

ທຸກຄົນສາມາດຊ່ວຍບັນລຸການປ່ອຍແກັສ ເຮືອນແກ້ວ ສຸດທິເປັນສູນ

Dr Bradshaw ກ່າວວ່າ ການພິຈາລະນາຮູບແບບ ການຂົນສົ່ງ ທີ່ພວກເຮົາໃຊ້ນັ້ນ ແມ່ນສໍາຄັນ.

"ໃນເວລານີ້, ການເດີນທາງສ່ວນໃຫຍ່ແມ່ນໃຊ້ຣົດ ທີ່ສ້າງມົນລະພິດທັງນ້ຳມັນເຊື້ອໄຟ ແລະກາຊວນ ແລະພວກເຮົາຈໍາເປັນຕ້ອງກ້າວໄປໃນອະນາຄົດ ທີ່ພວກເຮົາກໍາລັງອອກຈາກຣົດຂອງເຮົາ, ເດີນທາງດ້ວຍການຍ່າງຫຼາຍຂຶ້ນ ແລະໃຊ້ລະບົບຂົນສົ່ງສາທາຣະນະ ແລະແນ່ນອນວ່ານະໂຍບາຍ ແລະການລົງທຶນ ຂອງຣັຖບານ ຈະມີຄວາມສໍາຄັນແທ້ໆເພື່ອເຮັດໃຫ້ສິ່ງນັ້ນເກີດຂຶ້ນ. ແຕ່ວ່າ, ຖ້າຫາກວ່າ ພວກເຮົາຍັງຈໍາເປັນຕ້ອງໃຊ້ຣົດ, ວ່າພວກເຮົາກໍາລັງເດີນທາງເຫຼົ່ານັ້ນ ດ້ວຍພາຫະນະໄຟຟ້າ ເຊິ່ງນັບມື້ ຣາຄາກໍຖືກລົງເລື້ອຍໆ."

ຍັງມີການກະທໍາອື່ນໆ ທີ່ເຮົາທຸກຄົນສາມາດເຮັດໄດ້ຢູ່ບ້ານຄືກັນ.
Aaron Tang.png
Aaron Tang from the Australian National University. Image: Aaron Tang/ANU.
"ຫນຶ່ງໃນສິ່ງທີ່ດີທີ່ສຸດທີ່ ພວກເຮົາສາມາດເຮັດໄດ້ ແມ່ນວ່າ ຖ້າພວກເຮົາກໍາລັງໃຊ້ແກັສ ໃນການປຸງແຕ່ງອາຫານ ແລະທຳຄວາມຮ້ອນຂອງເຮົາ, ໃຫ້ເລີກຈາກໃຊ້ແກັສ ແລະໃຊ້ໄຟຟ້າແທນ. ແນ່ນອນ, ພວກເຮົາຈະຫຼຸດຜ່ອນ ການປະກອບສ່ວນຂອງພວກເຮົາ ໃນການປ່ອຍອາຍພິດ ເພາະວ່າແກັສ ເປັນມົນລະພິດຂອງເຊື້ອໄຟຟອສຊິນ ແລະພວກເຮົາຍັງສາມາດ ເຮັດໃຫ້ເຮືອນຂອງພວກເຮົາ ມີສຸຂະພາບດີຂຶ້ນເຊັ່ນກັນ."

Mr Tang ກ່າວ ວ່າ ການເລືອກຮ່ວມກັນຂອງແຕ່ລະບຸກຄົນ ສາມາດສ້າງຄວາມແຕກຕ່າງ ໃນທາງບວກ ຕໍ່ການຫລຸດຜ່ອນການປ່ອຍມົນລະພິດ.

"ເຮັດທຸກຢ່າງທີ່ເຮັດໄດ້ ໃນການກະທໍາທີ່ເປັນປໂຍດ. ທ່ານສາມາດຕິດຕັ້ງແຜ່ນແສງຕາເວັນຢູ່ເຮືອນຂອງທ່ານ, ກິນຊີ້ນຫນ້ອຍລົງ, ປ່ຽນການບໍຣິການທະນາຄານ ຫຼືເງິນບຳນານ, ແລະແນ່ນອນ ໄປລົງຄະແນນເລືອກຕັ້ງ! ເລີ່ມຕົ້ນດ້ວຍສິ່ງທີ່ທ່ານເຮັດໄດ້ ແລະເຮັດສືບຕໍ່ຈາກທີ່ນັ້ນ."

ການປ້ອງກັນຄວາມຫຼາກຫຼາຍທາງຊີວະນາໆພັນ

ການຮັກສາ ແລະປົກປ້ອງຄວາມຫຼາກຫຼາຍ ທາງຊີວະພາບ ຂອງໂລກກໍມີຄວາມສໍາຄັນເຊັ່ນກັນ,ເພາະວ່າມັນເປັນສ່ວນຫນຶ່ງຂອງລະບົບ ສນັບສນູນຊີວິດຂອງໂລກ, ດຣ Bradshaw ກ່າວ.
ພວກເຮົາຕ້ອງປົກປ້ອງລະບົບນິເວດ, ປ່າໄມ້ທີ່ມີຄ່າ ແລະສະພາບແວດລ້ອມທີ່ຫນ້າອັດສະຈັນອື່ນໆ ທົ່ວອອສເຕຣເລັຍ ຊຶ່ງມີຄວາມສໍາຄັນຫຼາຍ ໃນການຮັກສາສະພາບອາກາດ ທີ່ປອດພັຍ ແລະໜ້າຢູ່ສໍາລັບພວກເຮົາທຸກຄົນ.
Dr Simon Bradshaw
Mr Tang ກ່າວວ່າ ຫົນທາງຂອງອອສເຕຣເລັຍ ທີ່ຈະໄປສູ່ການຫລຸດຜ່ອນ ການປ່ອຍແກັສເຮືອນແກ້ວ ຈະເປັນສິ່ງທ້າທາຍແຕ່ກໍມີຄວາມຫວັງ.
electric-charge-2301604_1920 - Image Paulbr75 - Pixabay.jpg
Consider changing from petrol or diesel vehicle to an electric vehicle. Image: Paulbr75 - Pixabay
"ເສັ້ນທາງທີ່ຢູ່ຂ້າງຫນ້າແມ່ນຍາກ, ແຕ່ພວກເຮົາ ມີຄວາມຊ່ຽວຊານໃນການເອົາຊະນະບັນຫາທີ່ຫຍຸ້ງຍາກ ແລະເຮັດສິ່ງທີ່ຫນ້າອັດສະຈັນ.COVID ໄດ້ສະແດງໃຫ້ພວກເຮົາເຫັນວ່າ ເມື່ອພວກເຮົາຕ້ອງການ,ພວກເຮົາມີຄວາມສາມາດ ຫຼາຍກວ່າການເຮັດໃຫ້ການລົງທຶນໃຫຍ່ ແລະການກະທໍາໃຫຍ່ເກີດຂຶ້ນ."

ໃນຖານະເປັນບຸກຄົນ, ຄອບຄົວ, ຫຼືທຸລະກິດ, ພວກເຮົາທຸກຄົນສາມາດມີສ່ວນຮ່ວມ ໃນການບັນລຸການຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ.

"ມັນອາດຈະເປັນເວລາທີ່ຫນ້າຢ້ານຫຼາຍ ເມື່ອເຮົາເບິ່ງຜົນກະທົບຂອງການປ່ຽນແປງສະພາບພູມອາກາດ ທີ່ກຳລັງເກີດຂຶ້ນ, ແຕ່ມັນກໍເປັນເວລາ ທີ່ຫນ້າຕື່ນເຕັ້ນ ເພາະໃນໄລຍະນີ້ເຮົາຕ້ອງຄິດຄືນໃຫມ່ ກ່ຽວກັບອະນາຄົດ ແລະພວກເຮົາສາມາດສ້າງອະນາຄົດທີ່ດີກວ່າ ໂດຍຜ່ານການກະທໍາ ທີ່ສລາດ ໃນການປ່ຽນແປງສະພາບອາກາດ" Dr Bradshaw ກ່າວ.


Share