ຢາວັກຊີນປ້ອງກັນໂຄວິດ ສຳຣັບຣະດູໜາວໃນ ອອສເຕຣເລັຍ.

Most Australians won't get access to a fifth COVID-19 jab before Christmas, in line with expert advice.

ຄົນອອສເຕຣເລັຍສ່ວນໃຫຍ່ຈະບໍ່ໄດ້ຮັບການສັກຢາປ້ອງກັນ ໂຄວິດ ເຂັມທີຫ້າ ກ່ອນ ຄຣິສມາສ ອີງຕາມຄຳແນະນຳຂອງຜູ້ຊ່ຽວຊານທາງການແພດ. Credit: Getty

ຢາວັກຊີນ Pfizer ລຸ້ນຕໍ່ໄປ 4.7 ລ້ານເຂັມ ໄດ້ຖືກສັ່ງຊື້ແລ້ວ ແລະ ຈະມາເຖິງພາຍໃນ ສອງອາທິດໜ້າ. ຢານີ້ ຈະຖືກນຳມາໃຊ້ແທນ ຢາເສີມ (Booster) ເຂັມທີສາມ ແລະສີ່ ສຳຣັບຣະດູ ໜາວໃນ ອອສເຕຣເລັຍ.


ຄນະທີ່ປຶກສາດ້ານການສັກຢາວັກຊີນຂອງ ອອສເຕຣເລັຍໄດ້ອະນຸມັດ ການສັກຢາວັກຊີເສີມ(Booster) ສະເພາະ Omicron ໃຫມ່, ຂນະທີ່ຜູ້ຕິດໂຄວິດ ເພີ່ມຂຶ້ນໃນທົ່ວປະເທດ.

ຣັຖບານກາງໄດ້ສັ່ງຢາວັກຊີນ Pfizer ລຸ້ນຕໍ່ໄປ 4.7 ລ້ານເຂັມ ຊຶ່ງຈະມາເຖິງພາຍໃນ ສອງອາທິດໜ້າ.

ມັນຈະຖືກນໍາໃຊ້ເປັນຢາເຂັມທີສາມ ແລະທີສີ່ ສໍາລັບຊາວອອສເຕຣເລັຍ ທີ່ມີອາຍຸຫຼາຍກວ່າ 18 ປີ, ຄຽງຄູ່ກັບຢາເສີມ (Booster) ຂອງ Moderna ທີ່ໄດ້ຮັບການປັບປຸງໃຫມ່, ແລະຈະຖືກນຳອອກມາໃຊ້ ຕັ້ງແຕ່ວັນທີ 12 ທັນວາ. Marcus Megalokonomos ລາຍງານ.
 
ຊາວອອສເຕຣເລັຍຈະບໍ່ສາມາດໄດ້ວັກຊີນເສີມ (Booster) ຂອງ COVID-19 ຄັ້ງທີສາມ ຈົນກວ່າຢ່າງຫນ້ອຍໃນປີ ຫນ້າ.

ກຸ່ມທີ່ປຶກສາດ້ານເຕັກນິກຂອງອອສເຕຣເລັຍ ກ່ຽວກັບການສັກຢາປ້ອງກັນ ຊຶ່ງຮູ້ກັນໃນນາມ ATAGI - ກ່າວວ່າ ບໍ່ແນະນໍາການນຳໃຊ້ຢາວັກຊີນເຂັມທີຫ້າ, ຫຼືການສັກວັກຊີເສີມ (Booster) ເຂັມທີສາມ. ເຖິງແມ່ນວ່າ ຈະມີຈໍານວນຜູ້ຕິດເຊື້ອ coronavirus ເພີ່ມຂຶ້ນກໍຕາມ.

ຣັຖມົນຕີ ສາທາຣະນະສຸກ, ທ່ານMark Butler, ໄດ້ກ່າວວ່າ ATAGI ໄດ້ຕັ້ງຂໍ້ສັງເກດວ່າ ການສັກຢາເສີມ ຈະບໍ່ລົດຈຳນວນກໍລະນີຂອງຜູ້ຕິດໂຣກນີ້.

"ຂໍ້ມູນທ້ອງຖິ່ນ ກ່ຽວກັບການສັກຢາວັກຊີນ ແລະຈໍານວນກໍລະນີຜູ້ຕິດເຊື້ອນັ້ນ, ພວກເຂົາເຈົ້າໄດ້ຕັດສິນໃຈ ທີ່ຈະບໍ່ແນະນໍາ ໃຫ້ສັກຢາເຂັມທີຫ້າຫຼື Booster ທີສາມ ໃນເວລານີ້. ATAGI ໄດ້ກ່າວວ່າ ເຂົາເຈົ້າຄາດວ່າ ຈະແນະນໍາBooster ໃຫມ່ ໃນຕົ້ນປີ 2023 ໃນການກະກຽມ ສໍາລັບ ລະດູຫນາວ ຊີກໂລກໃຕ້. ການຫຼຸດລົງຂອງການແພ່ເຊື້ອອາດຈະມີຫນ້ອຍ ໂດຍການສັກຢາເຂັມທີຫ້າ, ຕາມຄໍາເວົ້າຂອງ ATAGI,"

ການຕັດສິນໃຈດັງກ່າວ ແມ່ນຄຽງຄູ່ ກັບການຕັດສິນໃຈ ຂອງ ATAGI ທີ່ຈະອະນຸມັດຢາວັກຊີນ COVID-19 ໃຫມ່ ສໍາລັບ ການນໍາໃຊ້ ທີ່ໃຫ້ການປ້ອງກັນ ຈາກເຊື້ອໄວຣັສສອງສາຍພັນ.

ATAGI ໄດ້ອະນຸມັດວັກຊີນ Bivalent Pfizer ສໍາລັບການນໍາໃຊ້ ເປັນຢາເສີມ (Booster) ຈະມີຕັ້ງແຕ່ວັນທີ 12 ທັນວາ ສໍາລັບຄົນ ທີ່ມີອາຍຸ 18 ປີຂຶ້ນໄປ.

ທ່ານ Butler ກ່າວວ່າ ການນຳອອກມາໃຊ້ ຂອງຢາວັກຊີນໃຫມ່ນັ້ນ ບໍ່ແມ່ນຍ້ອນ ຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນຢ່າງໄວ.

ຈຳນວນຜູ້ປ່ວຍໂຄວິດເພີ່ມຂຶ້ນ 47 ເປີເຊັນ ໃນສັບປະດາ ທີ່ຜ່ານມາ. ຫົວຫນ້າການແພດ ທ່ານ Paul Kelly ກ່າວວ່າ ມີການເພີ່ມຂຶ້ນເລັກນ້ອຍ ໃນຈໍານວນຜູ້ຄົນທີ່ໄດ້ຮັບຢາ Booster ຫຼັງຈາກການຣະບາດໃໝ່ຂອງ COVID.

"ການຣະບາດຄັ້ງນີ້ ໄດ້ເພີ່ມຂຶ້ນໃນເວລາ ສອງສາມອາທິດ ຜ່ານມານີ້. ຖ້າຫາກວ່າມັນເປັນຄ້າຍຄືກັບ ການຣະບາດຂອງສິງກະໂປບໍ່ດົນມານີ້, ແລະຂ້າພະເຈົ້າເຊື່ອວ່າ ມັນຈະເປັນເຊັ່ນນັ້ນ, ສະນັ້ນ ມັນຄວນຈະເພີ່ມສູງຂຶ້ນໃນໄວໆນີ້ ແລະກໍຈະຫຼຸດລົງໄວ. ສິ່ງທີ່ຂ້າພະເຈົ້າຈະເວົ້າໃນດ້ານກໍລະນີຂອງການຣະບາດນັ້ນ ແມ່ນສັ້ນ ແລະແຫລມ. ການເຂົ້າໂຮງຫມໍກໍາລັງ ເພີ້ມຂຶ້ນ ແຕ່ບໍ່ຫຼາຍປານໃດ ແລະພວກເຮົາຈະຕິດຕາມເຣື້ອງນີ້ ໃນຫຼາຍອາທິດຂ້າງໜ້ານີ້"

ໜ່ວຍການແພດ ໄດ້ອະນຸມັດຢາວັກຊີນ COVID-19 ໃຫມ່ ສໍາລັບການນໍາໃຊ້ໃນ ອອສເຕຣເລັຍ ທີ່ໃຫ້ການປ້ອງກັນ ຈາກເຊື້ອໄວຣັສ ສອງສາຍພັນ.

"ສຳຣັບປະຊາກອນທົ່ວໄປ ພວກເຮົາຈໍາເປັນຕ້ອງສືບຕໍ່ ສົ່ງຂ່າວສານວ່າ ເມື່ອເວລາຜ່ານໄປ ການປ້ອງກັນຈາກຢາເຂັມທີສອງຂອງທ່ານ ຈະເລີ່ມຫຼຸດລົງ. ທ່ານຕ້ອງພິຈາລະນາ ເຖິງການອັບເດດ ການສັກຢາວັກຊີນ (ພ້ອມຢາເສີມ-Boosters)."

ເນື້ອເລື່ອງໂດຍ Marcus Megalokonomos ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share