ໂສມໜ້າແລະບົດບາດໃໝ່ຂອງຈີນ ພາຍໃຕ້ການນຳຂອງ ສີ ຈິ້ນຜິງ.

中國國家主席習近平。

ປະທານ ສີ ຈິ້ນຜິງ ໃນກອງປະຊຸມໃຫຍ່ ແລະໄດ້ເປັນປະທານສມັຍທີ 3 ຂອງຈີນ. Source: AAP

ສີ ຈິ້ນຜິງ ໄດ້ເປັນປະທານາທິບໍດີຈີນສມັຍທີ 3. ຜູ້ຊ່ຽວຊານກໍເຊື່ອວ່າ ສີ ກຳລັງວາງແຜນທີ່ຈະຢູ່ໃນຕຳແໜ່ງຕລອດຊີວິດ ໂດຍມີການແຕ່ງຕັ້ງພັກພວກຕົນເອງໃນຕຳແໜ່ງສຳຄັນ. ຖ້າເປັນເຊັ່ນນັ້ນ, ຈະມີຜົນກະທົບຕໍ່ໂລກ ບໍ່ແມ່ນພຽງແຕ່ ໄຕ້ຫວັນເທົ່ານັ້ນ.


ປະທານາທິບໍດີຈີນ ໄດ້ຮັບຕໍາແຫນ່ງເປັນສມັຍທີສາມຢ່າງທີ່ບໍ່ເຄີຍມີມາກ່ອນ ໃນຖານະຜູ້ນໍາພັກຄອມມິວນິສ ທີ່ປົກຄອງປະເທດ ແລະໄດ້ເລື່ອນຂັ້ນຄນະກັມມະການຜູ້ຈົງຮັກພັກດີ 7 ຄົນ ເພື່ອຊ່ວຍປົກຄອງປະເທດ.

ມັນເຮັດໃຫ້ເກີດການຄາດຄະເນວ່າ ປະທານປະເທດ ສີ ຈິ້ນຜິງ (Xi Jinping) ກໍາລັງຈະທຳການ ກຳຈັດການແຂ່ງຂັນ ພາຍໃນພັກຂອງລາວ ໂດຍມີແຜນທີ່ອາດຈະເປັນຜູ້ປົກຄອງ ຕລອດຊີວິດ. Brooke Young ລາຍງານ.

ທ່ານ ສີ ຈິ້ນຜິງ (Xi Jinping) ປະທານປະເທດຈີນ ຜູ້ນໍາຂອງເສດຖະກິດໃຫຍ່ອັນດັບສອງຂອງໂລກ, ກໍາລັງຂຍາຍ ການກຸມອຳນາດຂອງຕົນໂດຍໄດ້ຮັບເອົາຕຳແໜ່ງຫົວຫນ້າຂອງພັກຄອມມິວນິສເປັນ ສມັຍທີສາມ.

ນັ້ນຫມາຍຄວາມວ່າ ປັດຈຸບັນ ລາວເປັນຜູ້ນໍາ ທີ່ມີອໍານາດ ຫຼາຍທີ່ສຸດນັບຕັ້ງແຕ່ທ່ານ Mao Zedong ໄດ້ສ້າງຕັ້ງ ສາທາຣະນະຣັດ ປະຊາຊົນຈີນໃນປີ 1949.

"ການເດີນທາງຄັ້ງໃຫມ່ ແມ່ນການເດີນທາງອັນຍາວນານ ທີ່ເຕັມໄປດ້ວຍຄວາມຮຸ່ງເຮືອງ ແລະຄວາມຝັນ. ແຜນທີ່ມີການວາງໄວ້ແລ້ວ ແລະມີສຽງເປົ່າແກດັງຂຶ້ນແລ້ວ. ພວກເຮົາ ຕ້ອງກ້າວໄປຂ້າງຫນ້າ ດ້ວຍຄວາມກ້າໄດ້ກ້າເສັຍ ແລະຄວາມອົດທົນ ແລະຄວາມພະຍາຍາມ ທີ່ຈະສ້າງອະນາຄົດທີ່ສົດໃສກວ່າເກົ່າ."

ເຖິງແມ່ນວ່າໄດ້ມີການຄາດການຢ່າງກວ້າງຂວາງ ຫຼັງຈາກທີ່ທ່ານ ສີ ຈິ້ນຜິງ (Xi Jinping) ໄດ້ຍົກເລີກຂໍ້ຈຳກັດສອງສມັຍ ຂອງປະທານາທິບໍດີໃນປີ 2018, ແຕ່ການກະທຳດັ່ງກ່າວ ເປັນການອອກນອກກົດ ທີ່ເຄີຍປະຕິບັດມາ.

ເມື່ອອາຍຸໄດ້ 69 ປີ, ປະທານ ສີ ກໍໄດ້ ຜ່ານການກະສຽນບຳນານຢ່າງບໍ່ເປັນທາງການ.

ມັນເປັນການປູທາງໃຫ້ລາວ ໄດ້ຮັບຕໍາແຫນ່ງອີກຫ້າປີ ໃນຖານະປະທານປະເທດ ໃນກອງປະຊຸມ ສມັຍນິຕິບັນຍັດ ປະຈໍາປີໃນເດືອນມີນາ.

.ພວກນັກວິເຄາະຫລາຍຄົນເຊື່ອວ່າ ຈຸດປະສົງຂອງ ປະທານາທິບໍດີ Xi ແມ່ນຈະຢູ່ໃນອໍານາດຕລອດຊີວິດ ແລະສືບຕໍ່ ການປະເຊີນຫນ້າຢ່າງແຂງຂັນຂອງທ່ານ ກັບຝ່າຍຕາເວັນຕົກ.

"ໃນການເດີນທາງໄປຂ້າງຫນ້າ, ພວກເຮົາຈະຮັກສາຈິດໃຈທີ່ມີຄວາມກ້າໄດ້ກ້າເສັຍໄວ້ສເມີ. ເພື່ອສ້າງປະເທດສັງຄົມນິຍົມທີ່ທັນສມັຍໃນທຸກດ້ານ ແມ່ນເປົ້າຫມາຍ ແລະຄວາມຝັນອັນຍາວນານຂອງຊາດຈີນ. ເພື່ອເຮັດໃຫ້ສິ່ງນີ້ເກີດຂຶ້ນ, ປະຊາຊົນຈີນໄດ້ທຸ່ມເທເຫື່ອແຮງ ແລະຄວາມເມື່ອຍອ່ອນ. ເປັນເວລາຍາວນານ ແລະລຳບາກ ທີ່ C.C.P. ແລະປະຊາຊົນຂອງເຮົາ ໄດ້ສແວງຫາຫົນທາງທີ່ນຳໄປສູ່ຄວາມທັນສມັຍ. ນີ້ແມ່ນພາຣະກິດທີ່ຍິ່ງໃຫຍ່ ແຕ່ໃຫຍ່ຫລວງ. ຄວາມໃຫຍ່ຫລວງຂອງພາຣະ ແມ່ນສິ່ງທີ່ເຮັດໃຫ້ມັນຍິ່ງໃຫຍ່ ແລະຮຸ່ງເຮືອງຢ່າງບໍ່ມີທີ່ສິ້ນສຸດ."

ພັກຄອມມິວນິສທີ່ປົກຄອງປະເທດ ຍັງໄດ້ຕັ້ງຄນະກັມມະການປະຈຳ ທີ່ມີສະມາຊິກ 7 ຄົນ - ຊຶ່ງເປັນ ແກນນຳຂອງອໍານາດ.

ສາດສະດາຈານ ບຳນານ ດ້ານວິທະຍາສາດການເມືອງ ທີ່ມະຫາວິທະຍາໄລ Hong Kong BaptistUniversity, ທ່ານ Jean-Pierre Cebastan ກ່າວວ່າ ສະມາຊິກທັງເຈັດ ທີ່ໄດ້ຮັບການແຕ່ງຕັ້ງ ຂອງທີມຜູ້ນໍາອາວຸໂສຄົນໃຫມ່ ແມ່ນພັນທະມິດຂອງປະທານາທິບໍດີ Xi.
 
"ມັນເປັນຄນະກັມມະການຝ່າຍດຽວ. ພວກເຂົາທັງຫມົດແມ່ນຄົນຂອງ Xi Jinping. ດຽວນີ້ມີພຽງກຸ່ມດຽວທີ່ມີອຳນາດໃນພັກ, ກໍຄືກຸ່ມ ສີ ຈິ້ນຜິງ (Xi Jinping) ນີ້. ແລະເຫັນໄດ້ຢ່າງຊັດແຈ້ງວ່າ ຜູ້ນໍາທັງຫມົດນີ້ ໄດ້ເຮັດວຽກຮ່ວມກັບທ່ານ ສີ ຈິ້ນຜິງ (Xi Jinping). ພວກເຂົາເຈົ້າ ໄດ້ຮັບການເລືອກຕັ້ງ ຈາກທ່ານສີຈິ້ນຜິງ (Xi Jinping), ແລະບໍ່ມີຝ່າຍອື່ນໃດ ທີ່ເປັນຕົວແທນໃນການເປັນຜູ້ນໍາ."

ການແຕ່ງຕັ້ງເຫຼົ່ານີ້ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກນາຍົກຣັຖມົນຕີ Li Keqiang ຮອງປະທານແລະຜູ້ສນັບສນູນ ການປ່ຽນແປງ ເສດຖະກິດທີ່ສໍາຄັນ, ໄດ້ຖືກປົດຈາກການເປັນຜູ້ນໍາ.

ຄວາມຄິດເຫັນທີ່ເຊື່ອຢ່າງກວ້າງຂວາງວ່າ ປະທານາທິບໍດີ ສີ ຢາກຈະກໍາຈັດທຸກຝ່າຍທີ່ເປັນຄູ່ແຂ່ງພາຍໃນພັກຂອງລາວ ເພື່ອເຮັດໃຫ້ການເປັນຜູ້ນໍາຂອງລາວເຂັ້ມແຂງຂຶ້ນ.

ການຄາດເດົາໄດ້ເພີ່ມສູງຂຶ້ນຫຼັງຈາກ ປະທານຄົນເກົ່າ ທ່ານ Hu Jintao, ອາຍຸ 79 ປີ, ໄດ້ຍ່າງອອກຈາກກອງປະຊຸມຂອງຄນະກັມມະການສູນກາງພັກ ຢ່າງກະທັນຫັນ ໃນທ້າຍສັບປະດານີ້ ໂດຍມີຜູ້ຊ່ວຍຈັບແຂນຂອງລາວ,

ຄນະກັມມະການໃໝ່ ທີ່ມີສະມາຊິກທັງຫມົດເຈັດຄົນ ກໍສນັບສນູນວິໄສທັດຂອງທ່ານ ສີ ກ່ຽວກັບການ ຄວບຄຸມ ສັງຄົມ ແລະເສດຖະກິດ ທີ່ມີບັນຫາຂອງຈີນຢ່າງເຂັ້ມງວດ ຊຶ່ງສາສະດາຈານ Cabestan ກ່າວວ່າ ເປັນບັນຫາຢ່າງຫຼາຍ.

"ຢ່າງຫນ້ອຍໃນອະດີດ ກໍມີຫຼາຍພັກທີ່ຕໍ່ສູ້ກັນ ແລະພວກເຂົາເຈົ້າ ກໍກວດສອບຊຶ່ງກັນແລະກັນ. ດັ່ງນັ້ນ
ແຕ່ກ່ອນຈຶ່ງມີຄວາມຫຼາກຫລາຍຢູ່ໃນພັກ ແຕ່ຕອນນີ້ມັນບໍ່ໄດ້ເປັນແນວນັ້ນ. ແລະອັນຕະຣາຍກໍຄື ເມື່ອມີຄວາມຫຼາກຫລາຍຫນ້ອຍລົງ, ການໂຕ້ຖຽງກັນຫນ້ອຍລົງ, ການຮວມຂອງອໍານາດກໍຫລາຍຂຶ້ນ. ຜູ້ນໍາອາດມີທ່າອ່ຽງ ທີ່ຈະຟັງຄົນອື່ນຫນ້ອຍລົງ ແລະເຮັດໃຫ້ມີຄວາມຜິດພາດ."

ທ່ານ Marco Vicenzino ທີ່ປຶກສາດ້ານຍຸດທະສາດທົ່ວໂລກ ໄດ້ບອກກັບສຳນັກຂ່າວ Al Jazeera ວ່າ ການໂຮມສູນຂອງອໍານາດຈີນນີ້ ຈະມີຜົນກະທົບຕໍ່ທົ່ວໂລກ.

"ແລະບໍ່ພຽງແຕ່ຢູ່ໃນຈີນເທົ່ານັ້ນ, ຄວາມເປັນສູນກາງຂອງລາວ ແລະບົດບາດສໍາຄັນຂອງລາວ ຢູ່ຕ່າງປະເທດນຳ. ຈື່ໄດ້ວ່າພາຍໃນໄລຍະສີ່ສິບປີ ທີ່ຈີນ ໄດ້ກາຍມາເປັນ ເສດຖະກິດໃຫຍ່ ອັນດັບສອງຂອງໂລກ. ມັນແມ່ນແຫຼ່ງຜລິດຂອງໂລກໂດຍບໍ່ຕ້ອງສົງໄສ ກ່ຽວກັບເລື່ອງນັ້ນ. ແລະໃນຂນະທີ່ລາວຂຍາຍອໍານາດຢູ່ໃນບ້ານ ແລະຂຍາຍອິດທິພົນ ຂອງຈີນຢູ່ຕ່າງປະເທດ, ລາວກໍຢາກສ້າງໂລກ ທີ່ມີຫຼາຍຝ່າຍຕື່ມຂຶ້ນ ໂດຍມີຈີນເປັນສູນກາງ ແລະລາວກໍຢູ່ໃນເສັ້ນທາງ ທີ່ຈະເຮັດເຊັ່ນນັ້ນ. ຂ້າພະເຈົ້າຫມາຍຄວາມວ່າ ແນ່ນອນໃນຂົງເຂດນັ້ນ ແລະສ່ວນອື່ນໆຂອງໂລກອີກດ້ວຍ. ທ່ານເບິ່ງພາກສ່ວນຕ່າງໆ ຂອງລາຕິນອາເມຣິກາ, ອາຟຣິກາ, ບ່ອນທີ່ຈີນ ໄດ້ກາຍເປັນຄູ່ຮ່ວມການຄ້າຊັ້ນນໍາ ຂອງຫຼາຍປະເທດເຫຼົ່ານີ້."

ປະທານາທິບໍດີ ສີ ແລະສະມາຊິກຄນະກັມມະການປະຈຳຄົນອື່ນໆ ໄດ້ປາກົດຕົວເປັນເທື່ອທໍາອິດ ໃນຖານະເປັນກຸ່ມ ຕໍ່ຫນ້າພວກນັກຂ່າວຢູ່ໃນຫໍປະຊຸມໃຫຍ່ຂອງປະຊາຊົນ ຊຶ່ງເປັນສະພານິຕິບັນຍັດພິທີ ຂອງຈີນທີ່ນະຄອນປັກກິ່ງ.

ໃນບັນດາພວກນັ້ນແມ່ນ ທ່ານ Li Qiang, ເລຂາທິການໃຫຍ່ຂອງພັກ Shanghai ເຊິ່ງປັດຈຸບັນແມ່ນຜູ້ທີ່ຈະໄດ້ເປັນຮອງນາຍົກຣັຖມົນຕີ, ເປັນເຈົ້າຫນ້າທີ່ ລະດັບສູງດ້ານເສດຖະກິດ.

ລາວເປັນບຸກຄົນ ທີ່ສ້າງຄວາມແຕກແຍກທົ່ວປະເທດຈີນ, ໂດຍໄດ້ບັງຄັບໃຊ້ນະໂຍບາຍທີ່ເຄັ່ງຄັດ ຂອງຊາດ ແລະໄດ້ລັອກດາວ Shanghai ໄວ້ເປັນເວລາສອງເດືອນ ເມື່ອຕົ້ນປີນີ້.

ມາດຕະການເຄັ່ງຄັດກ່ຽວກັບການລະບາດດັ່ງກ່າວນັ້ນ ຫມາຍຄວາມວ່າ ຈີນກໍາລັງປະເຊີນ ກັບຄວາມລົ້ມເຫຼວທາງເສດຖະກິດ ທີ່ສໍາຄັນໃນເວລານີ້.

ນັ້ນແມ່ນບັນຫາສໍາຄັນອັນນຶ່ງ ທີ່ປະຊາຊົນຈີນ ເຊັ່ນທ່ານ Niu Ming ຢາກໄດ້ຮັບການແກ້ໄຂ.

"ຂ້ອຍຫວັງວ່າຈະມີການປ່ຽນແປງບາງຢ່າງ ກ່ຽວກັບນະໂຍບາຍການຄວບຄຸມ ແລະປ້ອງກັນ COVID-19. ຂ້ອຍບໍ່ໄດ້ຄິດພຽງເພື່ອຕົວເອງເທົ່ານັ້ນ. ພວກເຮົາ ຕ້ອງເຮັດໃຫ້ການໄຫຼວຽນຂອງຜູ້ຄົນ ມີຄວາມສະດວກຂຶ້ນ ເພື່ອໃຫ້ພວກເຮົາສາມາດກະຕຸ້ນເສດຖະກິດໄດ້."

ປະທານາທິບໍດີ ສີ ຍັງໄດ້ຊີ້ແຈງວ່າ ທ່ານມີແຜນ ທີ່ຈະຮວມ ໄຕ້ຫວັນ ເຂົ້າກັບຈີນແຜ່ນດິນໃຫຍ່ ໂດຍປະຕິເສດ ທີ່ຈະຕັດການໃຊ້ກໍາລັງ ເພື່ອເຮັດແນວນັ້ນ.

ມັນມີຂຶ້ນຫລັງຈາກທີ່ C-C-P ໄດ້ຍົກເອົາການຕໍ່ຕ້ານ ການເປັນອິດສຣະພາບ ຂອງໄຕ້ຫວັນ ເຂົ້າໄວ້ໃນ ຣັຖທັມນູນ ຂອງຕົນ ໃນທ້າຍອາທິດຜ່ານມາ.

Stefen Aust, ຜູ້ຂຽນຮ່ວມຂອງ 'Xi Jinping: The Most Powerful Man in the World', ໄດ້ບອກສຳນັກຂ່າວ Al Jazeera ວ່າ ຖ້າປະທານາທິບໍດີ Xi ເລືອກທີ່ຈະບຸກລຸກໄຕ້ຫວັນ, ມັນອາດ ຈະພາໃຫ້ເກີດ ວິກິດການທາງເສດຖະກິດ ທີ່ໃຫຍ່ທີ່ສຸດໃນໂລກ.

"ຈະເກີດຫຍັງຂຶ້ນຖ້າພວກເຂົາຈະບຸກລຸກໄຕ້ຫວັນແທ້ໆ ແລະພວກເຮົາຈະມີການຂວ້ຳບາດຈີນ ແລະລົງໂທດບໍຣິສັດຈີນ, ຕົວຢ່າງໃນເຢັຍຣະມັນເປັນຕົ້ນ. ດັ່ງນັ້ນ ການເວົ້າເຖິງການບຸກລຸກ ຫຼືການປະຕິບັດງານທາງທະຫານ ຕໍ່ໄຕ້ຫວັນ, ເຮັດໃຫ້ຫຼາຍຄົນ ຫຼືປະເທດອື່ນໆຢຸດຮ່ວມມື ແລະເຮັດວຽກຮ່ວມກັນກັບຈີນ."

ບັດນີ້ໂລກຈັບຕາກຳລັງເບິ່ງວ່າ ການປົກຄອງໃຫມ່ ຂອງປະທານາທິບໍດີ Xi ຈະມີຜົນກະທົບ ຕໍ່ທັງເສດຖະກິດ ແລະຕຳແໜ່ງຂອງຂອງຈີນຢູ່ໃນເວທີໂລກແນວໃດ.

ນີ້ແມ່ນ Marco Vicenzino ອີກເທື່ອນຶ່ງ.

"ລາວໄດ້ເສີມສ້າງຄວາມເຂັ້ມແຂງຂອງເຄື່ອງມືພື້ນຖານ ສໍາຄັນທາງອຳນາດແລ້ວ, ຮວມທັງການເມືອງ, ການທູດ, ການທະຫານ,ຊຶ່ງລາວບໍ່ມີຝ່າຍກົງກັນຂ້າມ ຫລືການຕໍ່ຕ້ານ ຢ່າງຮຸນແຮງ ຫລືຄົນພາຍໃນພັກ ທີ່ສາມາດທ້າທາຍເພິ່ນ ໃນຣະຍະນີ້. ແລະຂ້າພະເຈົ້າ ເຫັນດີວ່ານີ້...ເປັນເທື່ອທີສາມ ແຕ່ຢ່າປມາດຄວາມສາມາດ ຂອງລາວ ທີ່ຈະເປັນອີກເທື່ອທີສີ່. ຕາບໃດທີ່ລາວຍັງມີຊີວິດຢູ່ ລາວກໍຈະຢູ່ໃນອໍານາດ ຕາບໃດທີ່ລາວຍັງຢາກຢູ່ໃນອໍານາດ."

ເນື້ອເລື່ອງໂດຍ Brooke Young ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share