RBA ໄດ້ປັບອັດຕາດອກເບັ້ຍຂຶ້ນອີກເທື່ອຫນຶ່ງ.

A pedestrian walks past the Reserve Bank of Australia head office in Sydney. Tuesday, Sept 2, 2014. (AAP Image/Mick Tsikas) NO ARCHIVING

The Reserve Bank building in Sydney. (AAP) Source: AAP

ຜູ້ຢືມເງິນຊື້ເຮືອນ (Mortgage Holders) ມີຄວາມກັງວົນ ກ່ຽວກັບການຊໍາລະຄືນ ຫຼັງຈາກ RBA ໄດ້ປັບອັດຕາດອກເບັ້ຍຂຶ້ນອີກເທື່ອຫນຶ່ງ ໂດຍມີຄວາມຫວັງວ່່າຈະບັນເທົາອັດຕາເງິນເຟີ້ໄດ້ ເພີ່ມຂຶ້ນຫຼັງຈາກ ການລະບາດໄດ້ເບົາບາງລົງ.


RBA ໄດ້ປັບອັດຕາດອກເບັ້ຍຂຶ້ນອີກເທື່ອຫນຶ່ງ.

ທະນາຄານແຫ່ງຊາດອອສເຕຣເລັຍ ໄດ້ປັບອັດຕາດອກເບັ້ຍຂຶ້ນອີກເທື່ອຫນຶ່ງ ແລະເຮັດໃຫ້ຜູ້ຢືມເງິນຊື້ເຮືອນ (Mortgage Holders) ມີຄວາມກັງວົນ ກ່ຽວກັບການຊໍາລະຄືນ ທີ່ເພີ່ມຂຶ້ນ.

ໃນການປັບຂຶ້ນຫຼ້າສຸດ ຈາກທະນາຄານກາງ ທີ່ມີຈຸດປະສົງເພື່ອຕໍ່ສູ້ກັບອັດຕາເງິນເຟີ້ ໄດ້ເຮັດໃຫ້ອັດຕາດອກເບັ້ຍເງິນສົດ ຢູ່ທີ່ 3.35 ເປີເຊັນ-ຊຶ່ງເປັນລະດັບສູງສຸດ ນັບຕັ້ງແຕ່ປີ 2012. Sam Dover ແລະ Kath Landers ລາຍງານ.

ຜູ້ຢືມເງິນຊື້ເຮືອນ (Mortgage Holders) ກໍາລັງຮູ້ສຶກ ເຖິງຄວາມກົດດັນ ຈາກການຂຶ້ນອັດຕາດອກເບ້ຍຄັ້ງຫຼ້າສຸດ ຈາກທະນາຄານແຫ່ງຊາດອອສເຕຣເລັຍ.

ທະນາຄານແຫ່ງຊາດອອສເຕຣເລັຍ ໄດ້ປັບອັດຕາດອກເບັ້ຍເງິນສົດຂຶ້ນ ເກົ້າເດືອນຕິດຕໍ່ກັນ ໃນຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຕໍ່ສູ້ກັບອັດຕາເງິນເຟີ້ສູງ, ໂດຍທະນາຄານລະບຸວ່າ ມີແນວໂນ້ມວ່າຈະມີການປັບອັດຕາດອກເບັ້ຍຂຶ້ນອີກ.

ຕອນນີ້ ຢູ່ທີ່ 3.35 ເປີເຊັນ, ອັດຕາເງິນສົດແມ່ນສູງທີ່ສຸດ ນັບແຕ່ປີ 2012, ເຮັດໃຫ້ເກີດຄວາມຢ້ານກົວວ່າ ການຈ່າຍເງິນຊື້ເຮືອນອາດເປັນສິ່ງທີ່ບໍ່ອາດຈະຈ່າຍຄືນໄດ້ ສໍາລັບຊາວອອສເຕຣເລັຍຫລາຍຄົນ.

ຜູ້ຢືມເງິນຊື້ເຮືອນ (Mortgage Holders), Queny Wong ກໍາລັງພະຍາຍາມທີ່ຈະຂາຍເຮືອນຂອງລາວ ໃນຕອນນີ້ ຫຼັງຈາກທີ່ອັດຕາດອກເບັ້ຍຄົງທີ່ (Fixed Rate) ຂອງເງິນກູ້ຢືມຈາກທະນາຄານ ໄດ້ປ່ຽນໄປເປັນອັດຕາດອກເບັ້ຍປ່ຽນແປງ (Variable Rate) ທີ່ສູງກວ່າ ຈົນນາງບໍ່ສາມາດຈ່າຍໄດ້.

"ມັນໄດ້ເພີ່ມຂຶ້ນຈາກ 1.9 ເປັນ 4.7 ໂດຍປະມານ.ຈາກການຊໍາລະຄືນ ເລີ່ມຕົ້ນທີ່ 2.000 ໂດລາ ມາເປັນປະມານ 3,600 ດັ່ງນັ້ນ ສໍາລັບຂ້າພະເຈົ້າ ທີ່ເປັນຄູສອນ piano ມັນຍາກທີ່ຈະຈ່າຍໄດ້."

ຢ່າງໃດກໍຕາມ, ຜູ້ຊ່ຽວຊານກໍາລັງແນະນໍາ ໃຫ້ຜູ້ກູ້ຢືມເງິນຊື້ເຮືອນວ່າ ຖ້າພວກເຂົາເຈົ້າ ບໍ່ພໍໃຈກັບອັດຕາດອກເບັ້ຍເງິນກູ້ຂອງພວກເຂົາ ອາດຈະມີທາງເລືອກໃນການເຮັດ Refinance.

Sally Tindall ຜູ້ອໍານວຍການຄົ້ນຄວ້າຂອງ Rate City ກ່າວວ່າ ມັນເປັນຄວາມຄິດທີ່ດີ ທີ່ຈະໄປລົມກັບທະນາຄານອື່ນໆ ທີ່ອາດຈະສເນີອັດຕາການຊໍາລະເງິນຄືນ ທີ່ພວກເຂົາສາມາດຈ່າຍໄດ້.

"Refinancing ແມ່ນຢູ່ໃນລະດັບເກືອບສູງທີ່ສຸດ, ເຊິ່ງຫມາຍຄວາມວ່າ ຜູ້ກູ້ຢືມກໍາລັງປ່ຽນທະນາຄານ ເພື່ອໃຫ້ໄດ້ຮັບອັດຕາດອກເບັ້ຍທີ່ຕ່ໍາກວ່າ...ນັ້ນເປັນຂ່າວທີ່ໜ້າຍິນດີ, ຖ້າຫາກວ່າທ່ານ ຍັງບໍ່ໄດ້ເຈລະຈາເລື້ອງກູ້ຢືມເງິນຊື້ເຮືອນຂອງທ່ານ ກັບທະນາຄານເມື່ອບໍ່ດົນມານີ້ ຫຼືຢ່າງຫນ້ອຍ ກໍຕໍ່ອັດຕາດອກເບັ້ຍທີ່ຕ່ຳກວ່າກັບທະນາຄານຂອງທ່ານ. ຕອນນີ້ແມ່ນເວລາທີ່ຈະ refinance."

ການເພີ່ມອັດຕາດອກເບັ້ຍຂອງ R-B-A ຫວັງວ່າ ຈະຊຸກຍູ້ໃຫ້ຊາວອອສເຕຣເລັຍ ໃຊ້ຈ່າຍຫນ້ອຍລົງ ດ້ວຍຄວາມຫວັງທີ່ວ່າ ນີ້ຈະບັນເທົາອັດຕາເງິນເຟີ້ ຫລັງຈາກການລະບາດເບົາບາງລົງ ຊຶ່ງໄດ້ເຫັນຢູ່ຕ່າງປະເທດ ເຊັ່ນສະຫະຣັດ.

ໃນຄໍາຖແລງຂອງທ່ານໃນວັນອັງຄານ (7 Feb), ຜູ້ວ່າການ R-B-A, ທ່ານ Phillip Lowe ກ່າວວ່າ "ຈຳເປັນຈະຕ້ອງມີການຂຶ້ນອັດຕາດອກເບັ້ຍອີກ ໃນໄລຍະຫລາຍເດືອນຂ້າງຫນ້າ ເພື່ອໃຫ້ແນ່ໃຈວ່າ ອັດຕາເງິນເຟີ້ຈະກັບສູ່ເປົ້າຫມາຍ."

ເຖິງຢ່າງໃດກໍຕາມ ນັກວິຊາການບາງຄົນຢ້ານວ່າ ວິທີການນີ້ ອາດຈະສ່ຽງຕໍ່ການຊຸກຍູ້ເສດຖະກິດ ຂອງອອສເຕຣເລັຍໃຫ້ຕົກຢູ່ໃນພາວະຖົດຖອຍ.

ທ່ານ Shane Oliver ຫົວຫນ້າເສດຖະກິດ ຂອງ AMP Capital ໄດ້ບອກກັບ SBS 'On The Money' ວ່າອັດຕາເງິນເຟີ້ເບິ່ງຄືວ່າຈະເຖິງຈຸດສູງສຸດແລ້ວ ແລະຫລັກຖານໃໝ່ອາດຈະເຫັນ ແນວທາງການປ່ຽນແປງ ຂອງ R-B-A ຖ້າຫາກການເຕີບໂຕ ທາງເສດຖະກິດ ສະແດງໃຫ້ເຫັນວ່າ ໄດ້ຊ້າລົງ ເນື່ອງຈາກຄວາມພະຍາຍາມຂອງເຂົາເຈົ້າ.

"ພຽງແຕ່ຫນຶ່ງປີກ່ອນຫນ້ານີ້ ພວກເຂົາເຈົ້າບໍ່ໄດ້ຄາດຄຶດວ່າ ອັດຕາດອກເບັ້ຍ ຈະຂຶ້ນໄວທີ່ສຸດ ຈົນກວ່າປີ 2024. ສະນັ້ນ, ຄຳແນະນຳແລະຄໍາຖແລງຂອງເຂົາເຈົ້າ ບໍ່ຈໍາເປັນຕ້ອງ ເປັນຄໍາແນະນໍາທີ່ດີທີ່ສຸດ ຕໍ່ສິ່ງທີ່ຈະເກີດຂຶ້ນ ແລະຂ້າພະເຈົ້າຄິດວ່າ ພວກເຮົາຈະເຫັນຫລັກຖານ ທີ່ເພີ່ມຂຶ້ນຂອງການເຕີບໂຕທີ່ຊ້າລົງ ແລະເຮັດໃຫ້ເງິນເຟີ້ຊ້າລົງ ໃນຫລາຍເດືອນອີກ ຊຶ່ງຈະເຮັດໃຫ້ສິ່ງທີ່ ກໍາລັງເຮັດຢູ່ນັ້ນຢຸດ. ສະນັ້ນ ຂ້າພະເຈົ້າຄິດວ່າ ພວກເຮົາຢູ່ໃກ້ທີ່ສຸດ ຫລືຢູ່ທີ່ຈຸດນັ້ນແລ້ວແລະຂ້າພະເຈົ້າຄິດວ່າ ຈະຫຼັບຕາຍ່າງຕາມທະນາຄານກາງອື່ນໆ ຈະສ່ຽງຕໍ່ການເຮັດໃຫ້ ເສດຖະກິດຂອງອອສເຕຣເລັຍ ເຂົ້າສູ່ພາວະຖົດຖອຍໂດຍບໍ່ຈໍາເປັນ."

Mr Oliver ເຊື່ອວ່າ ຊາວອອສເຕຣເລັຍຍັງບໍ່ຮູ້ສຶກ ເຖິງຄວາມກົດດັນທີ່ຮ້າຍແຮງທີ່ສຸດ ທີ່ຈະມາຈາກການຂຶ້ນອັດຕາດອກເບັ້ຍເຫຼົ່ານີ້.

"ຕ້ອງໃຊ້ເວລາເຖິງສາມເດືອນ ທີ່ທະນາຄານຈະສົ່ງຕໍ່ໃຫ້ລູກຄ້າຂອງເຂົາເຈົ້າ ແລະເພື່ອໃຫ້ລູກຄ້າ ທີ່ຈະຈ່າຍໃຫ້ຫຼາຍຂຶ້ນ. ແລະແລ້ວພວກເຮົາກໍມີ 14 ເປີເຊັນ ຂອງເຈົ້າຂອງບ້ານ ທີ່ຕ້ອງຈ່າຍເງິນຄືນໃຫ້ທະນາຄານ ດ້ວຍດອກເບັ້ຍທີ່ຕາຍໂຕ (Fixed Rates) ກໍຈະເລີ່ມຮູ້ສຶກ ເຖິງຄວາມເຈັບປວດໃນປີນີ້. ສະນັ້ນ ຍັງມີຄວາມເຈັບປວດໃນການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍທີ່ຈະເກີດຂຶ້ນອີກ, ເຖິງແມ່ນວ່າທະນາຄານກາງ ຈະຢຸດການຍົກລະດັບ ອັດຕາດອກເບັ້ຍນັບຈາກນີ້ກໍຕາມ"

ທ່ານ Taylor Blackburn ຜູ້ຊ່ຽວຊານດ້ານການເງິນສ່ວນຕົວ (Personal Finance) ທີ່ Finder ກ່າວວ່າ ຂໍ້ມູນຂອງພວກເຂົາເຈົ້າ ໄດ້ສະແດງໃຫ້ເຫັນວ່າ ຜູ້ຢືມເງິນຊື້ເຮືອນ ໃນທົ່ວອອສເຕຣເລັຍຮູ້ສຶກເຖິງຄວາມກົດດັນ ຂອງການເພີ່ມຂຶ້ນເຫຼົ່ານີ້ແລ້ວ.

"ສະນັ້ນ ພວກເຮົາຈຶ່ງໄດ້ຕິດຕາມເລື່ອງນີ້ ມາຕລອດສີ່ປີທີ່ຜ່ານມາ.ຕອນນີ້ຂອງປີກາຍ, 22 ເປີເຊັນ ຂອງປະຊາຊົນເວົ້າວ່າ ເຂົາເຈົ້າພົບວ່າ ມັນຍາກທີ່ຈະຈ່າຍເງິນຄືນທະນາຄານຂອງເຂົາເຈົ້າ, ບັດນີ້ແມ່ນ 33 ເປີເຊັນ ຂອງຜູ້ຢືມເງິນຊື້ເຮືອນ"

ນອກນັ້ນທ່ານຍັງໄດ້ແນະນໍາວ່າການປັບຂຶ້ນເຫຼົ່ານີ້ ແມ່ນສົ່ງຜົນຕໍ່ວິກິດການເຮືອນເຊົ່າ ທີ່ຈະມີໄປຢ່າງຕໍ່ເນື່ອງ ໂດຍເຈົ້າຂອງເຮືອນຫລາຍຄົນ ໄດ້ສົ່ງຕໍ່ລາຍຈ່າຍເຫລົ່ານີ້ໄປໃຫ້ຜູ້ເຊົ່າຂອງເຂົາເຈົ້າ.

"ການເພີ່ມຂຶ້ນຂອງອັດຕາເງິນສົດນັ້ນ ຮຸນແຮງຫຼາຍສໍາລັບເຈົ້າຂອງເຮືອນ ແຕ່ຜົນກະທົບຈະໄປຮອດຜູ້ເຊົ່າເຮືອນ ທີ່ຍັງຕ້ອງຈ່າຍເງິນຄືນໃຫ້ທະນາຄານ, ຄ່າໃຊ້ຈ່າຍນັ້ນ ໄດ້ຖືກສົ່ງຕໍ່ໃຫ້ເຂົາເຈົ້າໃນທີ່ສຸດ. ດັ່ງນັ້ນ ຖ້າເຈົ້າເປັນຜູ້ເຊົ່າ ແລະຄ່າເຊົ່າຂອງເຈົ້າຍັງບໍ່ຂຶ້ນ, ເຈົ້າໂຊກດີ, ແຕ່ວ່າອາດຈະບໍ່ເປັນແບບນີ້ຕໍ່ໄປໃນເມື່ອສິ່ງນີ້ຍັງເກີດຂຶ້ນຢູ່"

ໂດຍອັດຕາດອກເບັ້ຍ ມີແນວໂນ້ມວ່າ ຈະເພີ່ມຂຶ້ນເລື້ອຍໆ, R-B-A ແລະນັກເສດຖະສາດຊັ້ນນໍາ ໃນທົ່ວປະເທດ ຈະຕິດຕາມກວດກາ ລະດັບເງິນເຟີ້ ໂດຍຫວັງວ່າ ຄວາມກົດດັນທາງດ້ານການເງິນ ຈະສາມາດຫລຸດຜ່ອນລົງໃນປີນີ້.

ເນື້ອເລື່ອງໂດຍ Sam Dover ແລະ Kath Landers ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share