ການປະຕິຮູບໂຄສະນາການຫຼິ້ນການພະນັນໃນ ອອສເຕຣເລັຍ.
"ຫຼິ້ນການພະນັນ ຢ່າງມີຄວາມຮັບຜິດຊອບ"
ເປັນຄໍາເຕືອນທີ່ຄຸ້ນເຄີຍ ເມື່ອສິ້ນສຸດການໂຄສະນາ ຈາກບໍຣິສັດການພະນັນອອນໄລນ໌ ໃນອອສເຕຣເລັຍ
ແຕ່ວ່າ ນັ້ນກຳລັງຈະຖືກປ່ຽນດ້ວຍສໍານວນໃຫມ່ ເຈັດສຳນວນທີ່ຈະນໍາມາໃຊ້ ພາຍໃຕ້ການປ່ຽນແປງ ຂອງຣັຖບານຣັຖບານກາງ.
ບາງຄົນເວົ້າວ່າ ຣັຖບານຄວນຈະເຮັດຫຼາຍກວ່ານັ້ນ -ຄືຮຽກຮ້ອງໃຫ້ຢຸດການໂຄສະນາທັງຫມົດ ທີ່ສົ່ງເສີມການພະນັນກິລາ. Sean Wales ຣາຍງານ.
ນັ້ນແມ່ນໂຄສະນາ ທີ່ຂາຍໃຫ້ຜູ້ຊົມໂທລະພາບ ແລະວິທະຍຸໃນຄວາມຝັນທີ່ຈະໄດ້ຣາງວັນໃຫຍ່.
ແຕ່ສໍາລັບຫຼາຍຄົນແລ້ວ, ນັ້ນບໍ່ແມ່ນຄວາມເປັນຈິງ.
Ian ອາສັຍຢູ່ທາງຕາເວັນຕົກຂອງເມືອງ Melbourne, ແລະໄດ້ເລີ່ມຫລິ້ນພະນັນ ຕອນລາວອາຍຸພຽງ 15 ປີ.
ລາວຈະສືບຕໍ່ ເຮັດເຊັ່ນນັ້ນອີກ 34 ປີ.
“ໃນແຕ່ລະເທື່ອຂ້ອຍສາມາດ ຫຼິ້ນການພະນັນ 5 ຫຼື 600 ໂດລາ, ມັນຂຶ້ນຢູ່ກັບການມີເງິນຫຼືບໍ່. ຂ້ອຍບໍ່ເຄີຍລັກ ແຕ່ຂ້ອຍເຄີຍຢືມເງິນ ແລ້ວກໍຈະດີ້ນຣົນຈ່າຍຄືນ ແລ້ວແຕ່ວ່າຂ້ອຍຊິໄດ້ເງິນນັ້ນມາແຕ່ໃສ.”
ແຕ່ດ້ວຍຄວາມກັງວົນວ່າ ລາວຈະສູນເສັຍຄວາມສໍາພັນກັບລູກລາວ, ລາວຈຶ່ງເຊົາຫຼິ້ນການພະນັນ.
“ຄວາມເສັຍຫາຍທີ່ການພະນັນໄດ້ເຮັດກັບຂ້ອຍ ກ່ອນອື່ນໝົດແມ່ນການສູນເສັຍການເຊື່ອມຕໍ່ ກັບຄອບຄົວ ແລະຫມູ່ເພື່ອນທັງຫມົດ, ການສູນເສັຍການເຊື່ອມຕໍ່ກັບລູກໆຂອງຂ້ອຍ. ຫນີ້ສູງ, ສູນເສັຍເຮືອນ, ເກືອບເສັຍວຽກ. ມີຜົນເສັຍຕໍ່ສຸຂະພາບຈິດໃຈຂອງຂ້ອຍ ຍ້ອນຄວາມຊຶມເສົ້າ, ຄວາມກັງວົນ ແລະຄວາມຢ້ານກົວຢ່າງແຮງ, ຄວາມຄິດຂ້າຕົວເອງ, ແລະການ ພະຍາຍາມຂ້າຕົວເອງ.”
ໃນຕອນທ້າຍຂອງໂຄສະນາການພະນັນ ເປັນສໍານວນ ທີ່ຄຸ້ນເຄີຍ ຊຶ່ງຊຸກຍູ້ຜູ້ຄົນ ໃຫ້ຫຼິ້ນການພະນັນ ຢ່າງມີ ຄວາມຮັບຜິດຊອບ.
“ທ່ານຮູ້ຄະແນນ, ທ່ານຢູ່ໃນການຄວບຄຸມ, ຫຼິ້ນການພະນັນຢ່າງມີຄວາມຮັບຜິດຊອບ”
Ian ເວົ້າວ່າ ມັນບໍ່ໄດ້ຜົນ.
“ສຳນວນນັ້ນໃຊ້ບໍ່ໄດ້, ມັນເຮັດໃຫ້ຄວາມຮັບຜິດຊອບທັງຫມົດ ກັບຄືນໄປຫາບຸກຄົນ ແລະບໍ່ໄດ້ຢູ່ໃນຂບວນການ(ພະນັນ). ຂ້ອຍຄິດວ່າ ມັນເປັນຂະບວນການ ທີ່ມັນເຮັດໃຫ້ ເກີດຄວາມເສັຍຫາຍ.”
ແຕ່ຣັຖບານກ່າວວ່າ ນັບແຕ່ປີຫນ້າ, ບໍຣິສັດຕ່າງໆຈະຕ້ອງຫມູນວຽນໃຊ້ສໍານວນໃຫມ່ເຈັດສຳນວນໃນການໂຄສະນາທາງໂທລະພາບ ແລະວິທະຍຸ ທີ່ສົ່ງເສີມການຫລິ້ນພະນັນ ທາງອິນເຕີເນັດ(ອອນລາຍ).
Amanda Rishworth ຣັຖມົນຕີກະຊວງບໍຣິການສັງຄົມຂອງຣັຖບານ ກ່າວວ່າ:
“ສະນັ້ນ ສິ່ງທີ່ຣັດ ແລະເຂດປົກຄອງ ແລະທັງປະເທດໄດ້ຕົກລົງກັນ ແມ່ນຢູ່ໃນເຈັດສຳນວນໃຫມ່ ທີ່ບໍຣິສັດພະນັນອອນລາຍຈະຕ້ອງໄດ້ໝູນວຽນໃຊ້ ໃນການໂຄສະນາທາງໂທລະພາບ, ໃນສື່ມວນຊົນ, ອອນລາຍ, ວິທະຍຸ. ສຳນວນເຫຼົ່ານີ້ ໄດ້ຮັບການຄົ້ນຄວ້າເປັນຢ່າງດີ, ມີຫຼາຍກວ່າ 8000 ທີ່ຄົນໄດ້ໃຫ້ການປຶກສາຫາລື, ນັ້ນມັນເປັນຫຼັກຖານ.”
ໃນບັນດາສຳນວນໃໝ່ແມ່ນ:
"ໂອກາດທີ່ທ່ານກໍາລັງຈະເສັຍເງິນ."
"ການພະນັນ ເຮັດໃຫ້ທ່ານເສັຍຫຍັງແນ່?"
"ທ່ານໄດ້ແນ່ ແຕ່ທ່ານເສັຍຫລາຍກວ່າ."
Ian ຫວັງວ່າສຳນວນເຫຼົ່ານີ້ຈະໄດ້ຜົນ.
"ໂອກາດທີ່ທ່ານກໍາລັງຈະສູນເສັຍ." ແມ່ນສຳນວນທີ່ດີ ເພາະວ່ານັ້ນແມ່ນສິ່ງທີ່ກໍາລັງຈະເກີດຂຶ້ນ, ຂ້ອຍຄິດວ່າສຳນວນອື່ນ ທັງຫມົດ ກໍເວົ້າຕິດປາກງ່າຍ ແລະທັງຫມົດເຫມາະສົມຄືກັນ”
ຊາວອອສເຕຣເລັຍ ແມ່ນຫນຶ່ງໃນບັນດາ ນັກພະນັນ ທີ່ໃຫຍ່ທີ່ສຸດໃນໂລກ.
ຂໍ້ມູນຫຼ້າສຸດຈາກປີ 2019 ສະແດງໃຫ້ເຫັນວ່າ ຫຼາຍກວ່າ ຫນຶ່ງສ່ວນສາມ ຂອງຜູ້ໃຫຍ່ອອສເຕຣເລັຍ ໄດ້ຫຼິ້ນການພະນັນ ຢ່າງຫນ້ອຍຫນຶ່ງຄັ້ງຕໍ່ເດືອນ ໂດຍມີການສູນເສັຍ ປະຈໍາເດືອນ ໂດຍສເລັ່ຍຈາກການພະນັນ ທັງຫມົດ 133 ໂດລາ.
ການສູນເສັຍນັ້ນໄດ້ເພີ້ມຂຶ້ນເປັນ 232 ໂດລາສໍາລັບການແຂ່ງມ້າ.
ຊາວອອສເຕຣເລັຍ ໄດ້ໃຊ້ເງິນ ສາມຈຸດຫ້າພັນ ລ້ານໂດລາ ໃນການແຂ່ງມ້າ ໃນປີ 2018-19, ໃນຂນະທີ່ ອີກ ຫນຶ່ງພັນລ້ານໂດລາ ໄດ້ເສັຍໄປໃນກິລາອື່ນໆ.
ທ່ານ Tim Costello ຈາກ Alliance for Gambling Reform ຢາກໃຫ້ການໂຄສະນາການພະນັນຖືກຫ້າມທັງຫມົດເລີຍ.
“ໃນອິຕາລີ ແລະສະເປນ ໄດ້ກ່າວວ່າ ທ່ານສາມາດມີ app ການພະນັນກິລາ, ຜູ້ໃຫຍ່ຄວນຈະມີອິດສຣະໃນການຫຼິ້ນການພະນັນ, ຂ້າພະເຈົ້າບໍ່ເຄີຍເປັນຜູ້ຫ້າມ, ແຕ່ທ່ານຈະບໍ່ໂຄສະນາໃດໆທັງນັ້ນ. ນັ້ນແມ່ນສິ່ງທີ່ພວກເຮົາຄວນເຮັດ. ເຮົາຕ້ອງເວົ້າແທ້ໆວ່າ ເປັນຫຍັງ ອອສເຕຣເລັຍ ຈຶ່ງມີການສູນເສັຍ ທີ່ຍິ່ງໃຫຍ່ທີ່ສຸດຖ້າຈະເວົ້າກໍແມ່ນວ່າ ເຮົາມີນະໂຍບາຍການພະນັນ ທີ່ຂາດຄວາມຮັບຜິດຊອບ ທີ່ສຸດໃນໂລກ”
Responsible Wagering Australia ຊຶ່ງເປັນຕົວແທນຂອງ ບໍຣິສັດ ພະນັນອອນໄລນ໌ ໄດ້ປະຕິເສດການຂໍສຳພາດຂອງ SBS
ມັນ (Responsible Wagering Australia)ກ່າວວ່າ ສະມາຊິກຂອງຕົນສນັບສນູນ ຈຸດປະສົງຢ່າງເຕັມທີ່-ແຕ່ມີຄວາມເປັນຫ່ວງກ່ຽວກັບວ່າ ມາດຕະການໃຫມ່ຈະຖືກນໍາໃຊ້ແນວໃດ.
ເນື້ອເລື່ອງໂດຍ Sean Wales ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.