ການແຕ່ງເຄື່ອງແບບນາຊີ (Nazi) ອາດສົ່ງຜົນກະທົບຕໍ່ນາຍົກຣັຖມົນຕີ NSW

NSW Premier Dominic Perrottet.png

ນາຍົກຣັຖມົນຕີຂອງ New South Wales, ທ່ານ Dominic Perrottet. Source: AAP / DAVID SWIFT

Get the SBS Audio app

Other ways to listen


Published

By Stephanie Corsetti, Phillippa Carisbrooke
Presented by Sak Phoumirath
Source: SBS

Share this with family and friends


ການແຕ່ງເຄື່ອງແບບນາຊີ (Nazi) ຂອງນາຍົກຣັຖມົນຕີ NSW ອາດຈະສົ່ງຜົນໃຫ້ຕຳຫຼວດຕ້ອງສອບສວນ ເພາະມີສະມາຊິກສະພາບາງຄົນຈະແຈ້ງຂໍ້ຫາໃນການລະເມີດກົດໝາຍ ເຖິງແມ່ນວ່າ ທ່ານ Perrottet ໄດ້ອອກມາກ່າວຄຳຂໍໂທດແລ້ວກໍຕາມ.


ການແຕ່ງເຄື່ອງແບບນາຊີ (Nazi) ອາດສົ່ງຜົນກະທົບຕໍ່ນາຍົກຣັຖມົນຕີ NSW

ນາຍົກຣັຖມົນຕີຂອງ New South Wales ໄດ້ຖືກແຈ້ງຕໍາຫລວດເນື່ອງຈາກ ມີການເປີດເຜີຍວ່າ ທ່ານ Dominic Perrottet ແຕ່ງໂຕເປັນ(Nazi) ແລະຜົນກະທົບຈາກການເປີດເຜີຍນີ້ ກໍຍັງມີຕໍ່ໄປ ກ່ອນການເລືອກຕັ້ງຣັດ ໃນເດືອນມີນາ.

ທ່ານ Mark Dreyfus ທະນາຍສູງສຸດ ຂອງຣັຖບານກາງໄດ້ກ່າວປາໄສ ກ່ຽວກັບຄວາມສໍາຄັນ ຂອງການລະນຶກເຖິງ ການຂ້າລ້າງເຊື້ອຊາດ (Holocaust) ໃນ Melbourne ແລະເປັນຫ່ວງ ກ່ຽວກັບການ ຕໍ່ຕ້ານຊາວຢິວ. Stephanie Corsetti ແລະ Phillippa Carisbrooke ລາຍງານ.

ສະມາຊິກຝ່າຍຄ້ານ ໃນສະພາຂອງ New South Wales ຄົນນຶ່ງ ມີແຜນທີ່ແຈ້ງຕໍາຫລວດ ກ່ຽວກັບການລະເມີດກົດຫມາຍ ທີ່ອາດຈະເກີດຂຶ້ນ ທີ່ Dominic Perrottet ແຕ່ງໂຕໃນຊຸດຂອງພັກ ນາຊີ (Nazi Party) ທີ່ລາວໄດ້ນຸ່ງ ໃນອະດີດ ໃນງານລ້ຽງ.

ຜູ້ນໍາພັກ Shooters, Fishers ແລະ Farmers Party ທ່ານ Robert Borsak ກ່າວວ່າ ນາຍົກຣັຖມົນຕີ ອາດລະເມີດກົດບັນຍັດ ຄຳປະຕິຍານ ຕອນລົງນາມ ໃນເອກະສານກ່ອນຄັດເລືອກ ຂອງພັກ Liberal ທີ່ລະບຸວ່າທ່ານບໍ່ມີຫຍັງທີ່ຈະແຈ້ງ.

ທ່ານ Perrottet ໄດ້ກ່າວຢ້ໍາອີກ ໃນວັນອາທິດວ່າ ທ່ານເປັນຄົນຮູ້ເທົ່າບໍ່ເຖິງການ ທີ່ຈະນຸ່ງເຄື່ອງແບບນີ້ ໃນງານລ້ຽງວັນເກີດຄົບຮອບ 21 ປີຂອງທ່ານ.

ທ່ານເວົ້າວ່າ ເພື່ອນຮ່ວມງານຂອງທ່ານ ສນັບສນູນທ່ານ.

"ຂ້າພະເຈົ້າໄດ້ເຮັດຜິດພາດ ຕອນອາຍຸ 21 ປີ. ຄົນທີ່ເປັນຢູ່ໃນມື້ນີ້ ບໍ່ແມ່ນຄົນທີ່ຂ້າພະເຈົ້າເປັນໃນສມັຍນັ້ນ ແລະທ່ານເປັນຜູ້ໃຫຍ່ ໃນການເດີນທາງຂອງຊີວິດ. ນັ້ນແມ່ນສິ່ງທີ່ເກີດຂຶ້ນ."

ທ່ານ Perrottet ກ່າວວ່າ ທ່ານບໍ່ສາມາດຈື່ໄດ້ວ່າ ມີໃຜອີກແນ່ ທີ່ອາດໄດ້ໄປຮ່ວມງານລ້ຽງນັ້ນ, ເມື່ອຖືກຖາມ ກ່ຽວກັບນັກການເມືອງພັກ Liberal ໃນອະນາຄົດຄົນອື່ນໆ.

ທ່ານ Borsak ກ່າວໃນຖແລງການສະບັບນຶ່ງວ່າ ທ່ານ Perrottet ບໍ່ໄດ້ຢູ່ເຫນືອກົດຫມາຍ ແລະທ່ານກໍາລັງຂໍໃຫ້ມີການສອບສວນຢ່າງຮີບດ່ວນ ເພື່ອກວດກາເບິ່ງຄວາມເຫມາະສົມ ຂອງທ່ານ Perrottet ທີ່ຈະຢູ່ໃນຖານະ ນາຍົກຣັຖມົນຕີຕໍ່ໄປ.

ທ່ານ Mark Dreyfus ກ່າວວ່າ ທ່ານຍິນດີຕ້ອນຮັບ ການສະແດງຄວາມເສັຍໃຈ ຂອງທ່ານ , ຫລັງຈາກໄດ້ກ່າວໃນງານ ທີ່ Melbourne ສໍາລັບຊຸມຊົນຊາວຢິວ.

ລາວກໍາລັງຊຸກຍູ້ ໃຫ້ມີຄວາມຮັບຮູ້ເພີ່ມຂຶ້ນ ກ່ຽວກັບການຂ້າລ້າງເຊື້ອຊາດ (Holocaust) ໃນຊຸມຊົນທີ່ກວ້າງຂຶ້ນ.

"ມັນເປັນເລື່ອງຂອງການຕົກລົງສອງຝ່າຍໃນປະເທດຂອງເຮົາທີ່ພວກເຮົາຕ້ອງເຮັດຫຼາຍຂຶ້ນ ເພື່ອໃຫ້ຄວາມຮູ້ແກ່ຊາວອອສເຕຣເລັຍ, ຊາວອອສເຕຣເລັຍທຸກຄົນ, ໂດຍສະເພາະຊາວອອສເຕຣເລັຍຫນຸ່ມ ກ່ຽວກັບການຂ້າລ້າງເຊື້ອຊາດ (Holocaust) ແລະຄວາມຊົ່ວຮ້າຍ ທີ່ໂລກໄດ້ປະສົບໃນເວລານັ້ນ."

ໃນລະຫວ່າງການກ່າວຄໍາປາໄສ ໃນວັນອາທິດ, ທ່ານໄດ້ຍົກ ຄວາມເປັນຫ່ວງ ກ່ຽວກັບການເພີ້ມຂຶ້ນ ຂອງການຕໍ່ຕ້ານຊາວຢິວ ແລະການປະຕິເສດການ ຂ້າລ້າງເຊື້ອຊາດ (Holocaust).

ທ່ານເວົ້າວ່າ ແມ່ນພັນທະຮ່ວມກັນ ທີ່ຈະປົກປ້ອງຜູ້ທີ່ອ່ອນແອ.

"ໃນຖານະເປັນອັຍະການໃນຣັຖບານ Albanese, ຂ້າພະເຈົ້າຕັ້ງໃຈ ທີ່ຈະສືບຕໍ່ໃນປະເພນີທີ່ໜ້າພູມໃຈ ຂອງພັກແຮງງານ ໃນການພັດທະນາສິດທິມະນຸດ ແລະເສີມສ້າງໂຄງຮ່າງກົດຫມາຍ ທີ່ປົກປ້ອງພວກເຮົາທຸກຄົນຈາກການເລືອກປະຕິບັດ. ຕໍ່ບັນຫາດັ່ງກ່າວ ຣັຖບານໄດ້ໃຫ້ຄໍາຫມັ້ນສັນຍາ ທີ່ຈະຂຍາຍການຄຸ້ມຄອງ ການຕໍ່ຕ້ານ ການເລືອກປະຕິບັດໃຫ້ແກ່ຊາວອອສເຕຣເລັຍຫລາຍຂຶ້ນ."

ຜູ້ນໍາຊາວຢິວ ໄດ້ສະແດງຄວາມຕົກໃຈ ຕໍ່ການກະທໍາທີ່ຜ່ານມາ ຂອງນາຍົກຣັຖມົນຕີ.

Dr Benny Monheit ຈາກອົງການບໍຣິການຊຸມຊົນ ຊາວຢິວ (Jewish Community Service Organisation-B'nai B'rith Australia New Zealand) ກ່າວວ່າ ທ່ານ Perrottet ບໍ່ໄດ້ຄິດຢ່າງຖ້ວນຖີ່ກ່ຽວກັບການເລືອກຂອງທ່ານ.

"ພວກເຮົາສາມາດເຫັນໄດ້ວ່າ ແມ່ນແຕ່ນັກການເມືອງ ບາງຄັ້ງກໍເຮັດສິ່ງທີ່ຜິດໆ, ຊຸມຊົນຂອງເຮົາຈະຕ້ອງມີການສຶກສາ ແລະຄວາມເຂົ້າໃຈ ຫຼາຍຂຶ້ນອີກເທົ່າໃດ. ຕັ້ງແຕ່ໂຮງຮຽນຈົນຮອດບ່ອນເຮັດວຽກ ແລະສື່ສັງຄົມອອນລາຍ."

ຜູ້ລອດຊີວິດຈາກການຂ້າລ້າງເຊື້ອຊາດ (Holocaust) ທ່ານ Harry Better ເຫັນດີນຳວ່າມັນເປັນສິ່ງສໍາຄັນທີ່ ຈະກ້າວໄປ ຈາກຄວາມໂງ່ຈ້າ ຂອງນາຍົກຣັຖມົນຕີ.

"ມັນເປັນສິ່ງສໍາຄັນ ໃນສິ່ງທີ່ທ່ານເຮັດໃນຊີວິດຂອງທ່ານ ຫຼາຍກວ່າສິ່ງທີ່ບາງຄັ້ງທ່ານເຮັດໃນສິ່ງຂອງຂອງທ່ານ, ມັນຍາກທີ່ຈະຍອມຮັບ...ບາງຄັ້ງ."

ທ່ານກ່າວວ່າ ການຫ້າມ Swastikas ໃນທີ່ສາທາຣະນະ, ແມ່ນການເຄື່ອນໄຫວທີ່ສໍາຄັນ.

ການເລືອກຕັ້ງ ຂອງຣັດກໍາລັງຈະມີຂຶ້ນຢູ່ New South Wales ໃນເດືອນມີນາ.

ເນື້ອເລື່ອງ ໂດຍ Stephanie Corsetti ແລະ Phillippa Carisbrooke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share