ການຄວບຄຸມການພະນັນອອນໄລນ໌ ກຳລັງຈະເລີ້ມຂຶ້້ນແລ້ວ.
ກາງ ກໍາລັງກະກຽມ ຈະເຮັດໃຫ້ຂໍ້ຈໍາກັດ ກ່ຽວກັບ ການຫຼິ້ນການພະນັນທາງອິນເຕີເນັດຮັດແໜ້ນເຂົ້າ, ແລະກໍາລັງ ຮ່າງກົດຫມາຍ ເພື່ອຫ້າມການໃຊ້ບັດເຄຣດິດເພື່ອຈ່າຍການພະນັນ.
ການເຄື່ອນໄຫວ ໄດ້ຮັບການສນັບສນູນຈາກອຸດສາຫະກັມການພະນັນແລ້ວ, ແຕ່ຜູ້ຣົນນະຣົງຕ້ອງການ ການກະທໍາຢ່າງຮີບດ່ວນ ແລະການປ້ອງກັນ ທີ່ເຂັ້ມແຂງຂຶ້ນ. Naveen Razik ແລະ Adriana Wainstock ລາຍງານ.
ຊື່ສຽງຂອງອອສເຕຣເລັຍໃນຖານະປະເທດນັກພະນັນ ກໍາລັງ ຖືກສະທ້ອນ ອອກມາ ໃນການໂຄສະນາ.
ອະດີດນັກຫລິ້ນບາສະເກັດບານ NBL, Shaquille O'Neal ຖືກນຳມາ ສເນີ ໃນການໂຄສະນາຂອງ PointsBet App.
PointsBet ແມ່ນ App ການພະນັນອອນໄລນ໌ ທີ່ຜູ້ຄົນສາມາດ ຫຼິນພະນັນ ໃນຜົນການກິລາ.
ແຕ່ການຈັດອັນດັບ ຂອງອອສເຕຣເລັຍໃນຖານະ ທີ່ເປັນຜູ້ສູນເສັຍ ທີ່ໃຫຍ່ທີ່ສຸດໃນໂລກ ໃນການພະນັນທາງ apps ກຳລັງເຮັດໃຫ້ຣັຖ ກໍານົດກົດລະບຽບ ທີ່ເຄັ່ງຄັດຂຶ້ນ.
ຣັຖມົນຕີ ສື່ສານ ທ່ານນາງ Michelle Rowland ກ່າວວ່າ ການຫ້າມໃຊ້ບັດເຄຣດິດ ໃນການຫຼິ້ນການພະນັນ ເປັນສິ່ງສໍາຄັນ.
"ເພາະວ່າ ນີ້ແມ່ນຂໍ້ຄວາມງ່າຍໆ: ຜູ້ຄົນບໍ່ຄວນ ພະນັນດ້ວຍເງິນທີ່ພວກເຂົາບໍ່ມີ. ພວກເຮົາຮູ້ວ່າປະມານ 15 ຫາ 20 ເປີເຊັນຂອງການ ການຫຼິ້ນການພະນັນອອນໄລນ໌ ແມ່ນດ້ວຍ ບັດເຄຣດິດ ແລະໃນເວລາດຽວກັນ ພວກເຮົາຮູ້ວ່າ ມັນແມ່ນກຸ່ມ ທີ່ມີຄວາມສ່ຽງຫຼາຍທີ່ສຸດ, ມີຄວາມສ່ຽງຕໍ່ອັນຕະຣາຍຫຼາຍ ທີ່ສຸດ ທີ່ເກີດຂຶ້ນຈາກ ການພະນັນ."
ມາດຕະການ ແມ່ນການປິດຮູຮົ່ວ ທີ່ອະນຸຍາດ ໃຫ້ການປະຕິບັດອອນໄລນ໌ ຊຶ່ງມີການຫ້າມຢູ່ແລ້ວ ສໍາລັບເຈົ້າມືພະນັນແບບດັ້ງເດີມ ແລະ casinos.
Lotteries ສາທາຣະນະ ຈະໄດ້ຮັບການຍົກເວັ້ນ, ເນື່ອງຈາກວ່າ ມີຄວາມສ່ຽງຕ່ຳ ຕໍ່ການສູນເສັຍຢ່າງຫນັກ.
Carol Bennet, CEO ຂອງ Alliance for Gambling Reform ອ້າງວ່າ ການປະຕິຮູບ ຄວນຈະມີເເຕ່ດົນແລ້ວ ແຕ່ເປັນການເລີ່ມຕົ້ນທີ່ດີ ສໍາລັບການຫຼຸດຜ່ອນການພະນັນ.
"ພວກເຮົາ ພ້ອມທີ່ຈະເຮັດວຽກຮ່ວມກັບຣັຖບານ ເພື່ອໃຫ້ການ ປະຕິຮູບນີ້ ມີຂຶ້ນໂດຍໄວເທົ່າທີ່ຈະໄວໄດ້ ເພາະພວກເຮົາຮູ້ວ່າ ການພະນັນໃນອອສເຕຣເລັຍ ແມ່ນຢູ່ໃນລະດັບສູງ ແບບທະວີຄູນໃນເວລານີ້. ແລະເຮົາຮູ້ວ່າ ມັນກໍ່ໃຫ້ເກີດຄວາມເສັຍຫາຍຢ່າງມະຫາສານ ໃນບ່ອນທໍາງານຂອງເຮົາ, ໃນຄອບຄົວຂອງເຮົາ, ໃນຊຸມຊົນຂອງເຮົາ ແລະເຮົາຈຳເປັນ ຕ້ອງເຫັນມາດຕະຖານບາງຢ່າງ ທີ່ຈະຫຼຸດຜ່ອນ ອັນຕະຣາຍໃນລະດັບສູງ ເຫລົ່ານັ້ນລົງ."
ກົດຫມາຍແມ່ນໄດ້ຮັບການສນັບສນູນ, ແມ່ນແຕ່ໂດຍອຸດສາຫະກກັມການພະນັນ.
"ການປ້ອງກັນເພີ່ມເຕີມທີ່ ປະກາດໃນມື້ນີ້ ເປັນພຽງແຕ່ ຫນຶ່ງຂອງເຄື່ອງມືອື່ນໆ ວ່າຜູ້ໃຫ້ບໍຣິການ ການພະນັນຕ້ອງຮັບປະກັນວ່າ ນັກພະນັນກວ່າ 6 ລ້ານຄົນທີ່ມັກທີ່ຈະຫຼິ້ນພະນັນ ສາມາດເຮັດໄດ້ຢ່າງປອດພັຍ ແລະສືບຕໍ່ ໄດ້ຮັບການປົກປ້ອງ."
Amanda Rishworth ຣັຖມົນຕີ ບໍຣິການສັງຄົມ ກ່າວວ່າ ທ່ານນາງຄາດຫວັງວ່າ ສຽງສນັບສນຸນ ຈາກຊຸມຊົນນັກພະນັນ ຈະເຫັນໄດ້ ໃນການປະຕິບັດເຊັ່ນກັນ.
"ບໍຣິສັດ ພະນັນອອນໄລນ໌ ໄດ້ກ່າວວ່າ ພວກເຂົາສນັບສນູນ ການເຄື່ອນໄຫວນີ້, ພວກເຂົາເຂົ້າໃຈວ່າ ພວກເຂົາເຈົ້າ ດໍາເນີນການໃນໃບອະນຸຍາດທາງສັງຄົມ, ແລະແນ່ນອນ ທາງ ກົດລະບຽບ, ດັ່ງນັ້ນ ຕາມຫຼັກການແລ້ວ, ຂ້າພະເຈົ້າຫວັງວ່າ ຖ້າຫາກວ່າພວກເຂົາເຈົ້າ ສນັບສນູນມາດຕະການນີ້ ພວກເຂົາຈະຕ້ອງສະແດງໃຫ້ເຫັນດ້ວຍການກະທຳ."
ອຸດສາຫະກັມ ການພະນັນອອນໄລນ໌ ຂອງອອສເຕຣເລັຍແມ່ນຢູ່ພາຍໃຕ້ ການກວດສອບຂອງ ສະພາແຫ່ງຊາດ.
ແຕ່ປະຣິມານການໂຄສະນາ ທີ່ອຸດສາຫະກັມໄດ້ຜູກຕິດກັບກິລາ ຂອງອອສເຕຣເລັຍນັ້ນ ເປັນບັນຫາສໍາຄັນ ຕໍ່ການປະຕິຮູບ. ເຈົ້າມືພະນັນ ຍັງມີການເຊັນສັນຍາ ກັບກິລາທີ່ສໍາຄັນ ແລະການຮັບຮອງ ໃນການໂຄສະນາ.
ທ່ານ Andrew Wilkie ສະມາຊິກສະພາອິດສຣະ ອະທິບາຍເຖິງອັນຕະຣາຍ ຂອງການປະຕິບັດນີ້.
"ຊຸມຊົນຕ້ອງການໃຫ້ຖືກຫ້າມ, ຫຼືຢ່າງຫນ້ອຍໄດ້ຮັບການຄວບຄຸມ.ເພື່ອກໍາຈັດເລື້ອງແບບນີ້ ຊຶ່ງບັດຈຸບັນ ອະນຸຍາດໃຫ້ໂຄສະນາ ໃນ ເວລາໂທລະພາບທີ່ມີ G-rated ຖ້າຫາກວ່າມັນໂຄສະນາ ໃນລະຫວ່າງການແຂ່ງຂັນກິລາ. ເວົ້າອີກຢ່າງຫນຶ່ງ, ແມ່ນເວລາ ທີ່ເດັກນ້ອຍ ສ່ວນໃຫຍ່ ກໍາລັງເບິ່ງໂທລະພາບ, ເບິ່ງວິລະບຸລຸດ ແລະຕົວຢ່າງ ຂອງເຂົາເຈົ້າ, ແມ່ນເວລາ ທີ່ພວກເຮົາທຸກຄົນ ຖືກໂຈມຕີ ດ້ວຍການໂຄສະນາພະນັນໃນໂທລະທັດ ແລະອຸປະກອນ ຂອງພວກເຮົາ."
ແຕ່ວ່າ ອຸດສາຫະກັມຄ້າຍກັບວ່າ ເປີດກວ້າງຕໍ່ການຄວບຄຸມ ທີ່ແຫນ້ນຂຶ້ນກວ່າເກົ່າ.
ຣັຖມົນຕີ Rishworth ກ່າວວ່າ ກົດຫມາຍນີ້ ເປັນພຽງສ່ວນນຶ່ງ ຂອງການກະທໍາ ໃນອະນາຄົດເທົ່ານັ້ນ.
"ຂ້າພະເຈົ້າໄດ້ເຮັດໃຫ້ບັນດາຣັຖມົນຕີ ເວົ້າວ່າຈະມີຫຍັງຕໍ່ໄປ, ຂັ້ນຕອນຕໍ່ໄປແມ່ນຫຍັງ?ມີຄວາມກະຫາຍທີ່ຈະ ສົນທະນາ ກ່ຽວກັບວິທີ ທີ່ເຮົາຈະນໍາໃຊ້ມາດຕະການຕື່ມອີກ ເມື່ອກ່າວເຖິງການຫຼຸດອັນຕະຣາຍ."
Naveen Razik ແລະ Adriana Wainstock ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.