ສັບປະດາຂອງການບໍຣິຈາກອະໄວຍະວະ

Dialysis patient Leang Ly and her son, Raymond (ISBS).jpg

ຜູ້ປ່ວຍທີ່ຕ້ອງຟອກໝາກໄຂ່ຫຼັງ Leang Ly ແລະລູກຊາຍຂອງລາວ Raymond. ນາງເປັນຫນຶ່ງໃນ 14,000 ຄົນ ທີ່ຕ້ອງຟອກຫມາກໄຂ່ຫຼັງ ແລະກຳລັງລໍຖ້າການຜ່າຕັດປ່ຽນອະໄວຍະວະຢູ່. Source: SBS

ຊາວອອສເຕຣເລັຍ ຫລາຍກວ່າ 1,800 ຄົນ ໄດ້ລົງຊື່ການລໍຖ້າ ການຜ່າຕັດ ປ່ຽນອະໄວຍະວະຊ່ວຍຊີວິດ. ແຕ່ຫຼັງຈາກການລະບາດຂອງ ໂຄວິດ, ຈຳນວນຜູ້ລົງທະບຽນ ບໍຣິຈາກອະໄວຍະວະໄດ້ຫຼຸດລົງຢ່າງໄວ ແລະເບິ່ງຄືວ່າ ບໍ່ມີທ່າທີວ່າຈະດີຂຶ້ນ.


ສັບປະດາຂອງການບໍຣິຈາກອະໄວຍະວະ.

ບໍຣິຈາກນຶ່ງນາທີ-ໃຫ້ເວລາຄົນຫນຶ່ງ ຕລອດຊີວິດ.

ນັ້ນຄືຂໍ້ຄວາມຂອງ Donate Life Week (ເລີ່ມຕົ້ນວັນອາທິດ 23 ກໍລະກົດ)....ຊຸກຍູ້ໃຫ້ຊາວ ລົງທະບຽນ ເປັນຜູ້ບໍຣິຈາກອະໄວຍະວະ ເພື່ອເພີ່ມອັດຕາ ການຜ່າຕັດ ປ່ຽນອະໄວຍະວະຊ່ວຍຊີວິດ.

ຂໍ້ມູນສະແດງໃຫ້ເຫັນວ່າ ເວລາລົງຊື່ລໍຖ້າ ການຜ່າຕັດ ປ່ຽນອະໄວຍະວະຍັງບໍ່ໄດ້ຟື້ນຕົວ ຈາກການລະບາດ ຂອງ COVID -ມີຜູ້ຊ່ຽວຊານກ່າວຕິຕຽນຄວາມບໍ່ແນ່ນອນ ແລະການຂາດຄວາມຫມັ້ນໃຈ ໃນລະບົບສຸຂະພາບ.

Edwina Guinan ມີເພີ່ມຕື່ມ:

ການເຫັນຄຸນຄ່າ ຂອງຊ່ວງເວລາເລັກໆນ້ອຍໆຂອງຊີວິດ

ນາງ Leang Ly ເປັນໂຣກໝາກໄຂ່ຫຼັງຊໍາເຮື້ອ-ຊຶ່ງອາດເປັນຜົນມາຈາກ ການໃຊ້ຢາຕອນເປັນເດັກນ້ອຍ ໃນຄ້າຍອົບພະຍົບ, ຫຼັງຈາກຄອບຄົວຂອງນາງ ໄດ້ຫຼົບຫນີຈາກກໍາປູເຈັຍ.

ແຕ່ນາງຊອກຫາເວລາ ທີ່ຈະໃຊ້ກັບ Raymond ລູກຊາຍອາຍຸ 12 ປີຂອງນາງສເມີ.

"ລາວໃຫຍ່ຂຶ້ນຫຼາຍ. ບາງຄັ້ງຂ້ອຍຮູ້ສຶກວ່າ ມັນບໍ່ຍຸຕິທັມຕໍ່ລາວເຊັ່ນກັນ, ຂ້ອຍບໍ່ສາມາດເຮັດຫຼາຍຢ່າງກັບລາວໄດ້, ແຕ່ພວກເຮົາຕ້ອງຈັດການກັບມັນ ໃນເວລານີ້. ມັນເປັນຕາຢ້ານຫຼາຍ, ບາງຄັ້ງ ມັນເປັນເລື່ອງຫນ້າເສົ້າໃຈຫຼາຍ, ທ່ານບໍ່ຮູ້ວ່າ ຈະເກີດຫຍັງຂຶ້ນກັບທ່ານ, ທ່ານຈະຮັບມືແນວໃດ."

ນາງໃຊ້ເວລາຫົກຊົ່ວໂມງຕໍ່ມື້ ໃນການຟອກໝາກໄຂ່ຫຼັງ (Dialysis) ໂດຍອາສັຍເຄື່ອງຈັກ ເພື່ອກັ່ນຕອງເລືອດຂອງນາງ, ໃນຂນະທີ່ຕ້ອງເຮັດວຽກເຕັມເວລາ ແລະເບິ່ງແຍງຄອບຄົວຂອງນາງ.

Raymond ດີໃຈທີ່ລາວມີສ່ວນຮ່ວມ:

"ຂ້ອຍຊ່ວຍລາວ ຕາມທີ່ລາວຕ້ອງການຄວາມຊ່ວຍເຫລືອ, ເຊັ່ນເມື່ອເຮົາຊັກເຄື່ອງນຸ່ງ."

"ຫຼາຍຄັ້ງລາວຈະເວົ້າວ່າ, ແມ່....ພວກເຮົາສາມາດເຮັດໄດ້, ມັນມີແຕ່ຈະດີຂຶ້ນເທົ່ານັ້ນ."

Leang ໄດ້ລໍຖ້າການຜ່າຕັດປ່ຽນຫມາກໄຂ່ຫຼັງ ເກືອບຫ້າປີແລ້ວ.

ນາງເປັນຄົນຫນຶ່ງ ໃນຊາວອອສເຕຣເລັຍ ຫລາຍກວ່າ 1,800 ຄົນ ໃນລາຍຊື່ການລໍຖ້າ-ແລະເປັນຫນຶ່ງໃນ 14,000 ຄົນ ທີ່ຕ້ອງຟອກຫມາກໄຂ່ຫຼັງ.

ແຕ່ມີວິທີ ທີ່ພວກເຮົາສາມາດຊ່ວຍໄດ້.

ອາທິດສຸດທ້າຍ ຂອງເດືອນກໍລະກົດ ແມ່ນ Donate Life Week ແລະຊາວອອສເຕຣເລັຍ ຖືກຂໍໃຫ້ລົງທະບຽນ ເປັນຜູ້ບໍຣິຈາກອະໄວຍະວະ-ແລະອາດຈະຊ່ວຍຊີວິດໄດ້.

Steve Chadban ເປັນຜູ້ອໍານວຍການຂອງ ການແພດທາງໄຕ (Renal Medicine) ທີ່ໂຮງຫມໍ Royal Prince Alfred ໃນ Sydney:

"ມັນເປັນສິ່ງສໍາຄັນຫຼາຍ ສໍາລັບຜູ້ຄົນທີ່ຈະເຂົ້າໃຈ ໃນສິ່ງທີ່ກ່ຽວຂ້ອງກັບການບໍຣິຈາກ, ຄິດກ່ຽວກັບເລື້ອງນີ້, ລົງທະບຽນ, ແລະສົນທະນາ ເລື່ອງການຕັດສິນໃຈນັ້ນ ກັບຄອບຄົວ ເພື່ອໃຫ້ທຸກຄົນຮູ້ວ່າ ເຂົາຕ້ອງການຈະເຮັດແນວໃດ ຖ້າເຫດການນັ້ນເກີດຂຶ້ນ."

ການລົງທະບຽນ ໃຊ້ເວລາບໍ່ເກີນ 1 ນາທີ ແລະສາມາດເຮັດໄດ້ ຜ່ານເວັບໄຊທ໌ Donate Life.

ຈໍານວນຄົນທີ່ໄດ້ຮັບການຜ່າຕັດປ່ຽນອະໄວຍະວະ ສູງໃນປີ 2018 ກ່ອນທີ່ຈະຫຼຸດລົງຢ່າງໄວ ໃນລະຫວ່າງການລະບາດຂອງ COVID.

ເປັນເວລານຶ່ງປີ, ສາດສະດາຈານ Chadban ກ່າວວ່າ ການຜ່າຕັດປ່ຽນອະໄວຍະວະ ຍັງຢູ່ໃນລະດັບຕໍ່າ.

"ສິ່ງທີ່ພວກເຮົາສົງສັຍ ແມ່ນວ່າ ໃນບາງເຂດຂອງຊຸມຊົນ ທີ່ COVID ມີຜົນກະທົບທີ່ຮຸນແຮງຫຼາຍ ແລະບາງທີ ອາດສັ່ນຄອນຄວາມເຊື່ອ ຂອງປະຊາຊົນໃນລະບົບການດູແລສຸຂະພາບ, ໃນເຂດເຫຼົ່ານັ້ນ, ອັດຕາການບໍຣິຈາກ ໄດ້ຫຼຸດລົງຢ່າງຫຼາຍ ແລະເຮົາຢາກແກ້ໄຂສິ່ງນັ້ນ. ພວກເຮົາ ຢາກໃຫ້ຄົນມີຄວາມຫມັ້ນໃຈວ່າ ພວກເຮົາຢູ່ທີ່ນີ້ໃນຖານະບໍຣິການສຸຂະພາບທີ່ດີເລີດ ແລະເຮັດດີທີ່ສຸດ ສໍາລັບຄົນເຈັບຂອງພວກເຂົາ, ສໍາລັບຊຸມຊົນຂອງພວກເຂົາ, ແລະສິ່ງທີ່ສໍາຄັນແທ້ໆ ແມ່ນການປັບປຸງ ອັດຕາການບໍຣິຈາກ ແລະການຜ່າຕັດປ່ຽນອະໄວຍະວະ."

ພໍ່ຕູ້ຫຼານແປດ Jeff Ahmad ໄດ້ຟື້ນຊີວິດໃຫມ່ ຕອນທີ່ລາວ ໄດ້ຮັບຫມາກໄຂ່ຫລັງໃຫມ່ ເມື່ອ 3 ປີກ່ອນ, ຫຼັງຈາກທີ່ມີວິກິດການຂອງການຟອກໝາກໄຂ່ຫຼັງ, ຜ່າຕັດຫົວໃຈ ແລະການລັອກດາວຂອງ COVID.

"ຂ້ອຍມີຊີວິດທີ່ຈະສືບຕໍ່ ເບິ່ງແຍງຄອບຄົວຂ້ອຍ, ເບິ່ງແຍງເມັຍ, ເບິ່ງແຍງລູກຫຼານຂອງຂ້ອຍ. ແລະທຸກໆມື້ໃນຊີວິດ, ຂ້ອຍຕື່ນນອນຂຶ້ນມາ ແລະເວົ້າວ່າ ນີ້ເປັນສິ່ງທີ່ຫນ້າອັດສະຈັນ."

ມັນເປັນຂອງຂວັນ ທີ່ອີກຫຼາຍພັນຄົນຫວັງໄວ້.

"ຂ້ອຍພຽງແຕ່ຫວັງວ່າ ອາການຂອງແມ່ຂ້ອຍຈະດີຂຶ້ນ ແລະມີໂອກາດທີສອງ, ສະນັ້ນ ໃນຖານະທີ່ເຮົາເປັນຄອບຄົວ ທີ່ໃຊ້ເວລານຳກັນຫຼາຍຂຶ້ນ ແລະວ່າແມ່ ແລະຂ້ອຍສາມາດແບ່ງປັນ ຄວາມຮັກຂອງພວກເຮົາ ໄດ້ຫຼາຍກວ່າເກົ່າ ແລະໃຊ້ເວລາຮ່ວມກັນຫຼາຍຂຶ້ນ.

Edwina Guinan ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

 
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share