ຂໍ້ຈໍາກັດກ່ຽວກັບຈໍານວນຢາແກ້ປວດທີ່ສາມາດຊື້ໄດ້ ໃນອອສເຕຣເລັຍ
ມີຂໍ້ຈໍາກັດໃຫມ່ກ່ຽວກັບຈໍານວນຢາແກ້ປວດທີ່ຜູ້ຄົນໃນສາມາດຊື້ໄດ້.
ອົງການຄຸ້ມຄອງສິນຄ້າການປິ່ນປົວ (Therapeutic Goods Administration) ໄດ້ປະກາດວ່າ Paracetamol ໜຶ່ງຫໍ່ ຈະຫຼຸດລົງຈາກ 20 ເປັນ 16 ກ້ອນ, ສ່ວນຫໍ່ໃຫຍ່ຂອງຢາແກ້ປວດ ຈະຖືກຕັດຈາກ 100 ເປັນ 50 ກ້ອນ. Ciara Hain ລາຍງານ.
ຄົນໃນອອສເຕຣເລັຍ ຈະໄດ້ຮັບການອະນຸມັດ ຈາກທ່ານໝໍຢາ ເພື່ອຈະຊື້ Paracetamol ເປັນຈໍານວນຫຼາຍຕັ້ງແຕ່ປີ 2025, ໃນຄວາມພະຍາຍາມ ທີ່ຈະຫຼຸດການໃຊ້ຢາເກີນຂນາດ ຈາກຢາແກ້ປວດ.
ໜ່ວຍງານຄວບຄຸມຢາ ໄດ້ປະກາດການຕັດສິນໃຈຄັ້ງສຸດທ້າຍຂອງຕົນ ຫລັງຈາກລາຍງານອິດສຣະ ໄດ້ເປີດເຜີຍວ່າ ຊາວອອສເຕຣເລັຍ 50 ຄົນເສັຍຊີວິດ ໃນແຕ່ລະປີຈາກການໃຊ້ຢາ Paracetamol ເກີນຂນາດໂດຍເຈດຕະນາ.
Paracetamol ໄດ້ຖືກນໍາໃຊ້ ເພື່ອຮັກສາໄຂ້ ແລະອາການປວດເລັກນ້ອຍ ເຖິງປານກາງ ເປັນເວລາ ຫຼາຍກວ່າ 70 ປີ.
ດຣ Fei Sim ເປັນປະທານ ແຫ່ງຊາດ ຂອງ Pharmaceutical Society of Australia
"Paracetamol ເປັນຢາແກ້ປວດທີ່ໃຊ້ກັນທົ່ວໄປ. ມັນ ມີປະສິດທິພາບຫຼາຍ ແລະມີຢູ່ທົ່ວໂລກ, ລວມເຖິງອອສເຕຣເລັຍເຊັ່ນກັນ. ມັນຖືກໃຊ້ເພື່ອຈັດການກັບອາການເຈັບປວດທີ່ຮຸນແຮງ ແລະຊໍາເຮື້ອທັງຫມົດ."
ຢາແກ້ປວດຍັງຈະມີຢູ່ຈາກຮ້ານຄ້າ ແລະ Supermarkets, ແຕ່ຫໍ່ທີ່ ທີ່ຂາຍຈາກທີ່ນັ້ນ ຈະມີຢາ 16 ກ້ອນ ແທນທີ່ຈະແມ່ນ 20 ກ້ອນ.
ໃນຮ້ານຂາຍຢາ, ຂນາດຫໍ່ຈະຫຼຸດລົງເຄິ່ງນຶ່ງ ຈາກ 100 ກ້ອນ ເປັນ 50 ກ້ອນ.
ຄົນໃນອອສເຕຣເລັຍ ຍັງຈະສາມາດຊື້ຢາ Paracetamol ເປັນຫໍ່ໃຫຍ່ ທີ່ມີຢາ100 ກ້ອນ, ແຕ່ຕ້ອງຢູ່ພາຍໃຕ້ການຄວບຄຸມ ຂອງນາຍໝໍຢາເທົ່ານັ້ນ.
ຜລິດຕະພັນ ຍັງຈະຕ້ອງໄດ້ຢູ່ໃນການຫຸ້ມຫໍ່ແບບ Blister Pack.
ຜລິດຕະພັນບັນເທົາອາການປວດ ທີ່ມີ Paracetamol ເປັນສ່ວນປະກອບພຽງຢ່າງດຽວ ຈະໄດ້ຮັບຜົນກະທົບເຊັ່ນ Panadol, ເຊັ່ນດຽວກັນກັບຢາແກ້ໄຂ້ຫວັດ ທີ່ມີ Paracetamol ພ້ອມກັບສ່ວນປະກອບອື່ນໆ.
ການປ່ຽນແປງດັ່ງກ່າວ ໄດ້ມີຂຶ້ນ ໂດຍອົງການຄຸ້ມຄອງສິນຄ້າການປິ່ນປົວ (Therapeutic Goods Administration) ເພື່ອຫຼຸດອັນຕຣາຍຈາກການໃຊ້ຢາ Paracetamol ເກີນຂອບເຂດໂດຍເຈດຕະນາ.
Dr Rose Cairns ເປັນອາຈານສອນອາວຸໂສ Pharmacy ທີ່ມະຫາວິທະຍາໄລ Sydney.
"ຖ້າຄົນເຮົາກິນຢາທີ່ເຫມາະສົມ ຕາມຄຳແນະນຳ ມັນກໍປອດພັຍຫຼາຍ, ແຕ່ເມື່ອເຮົາໄດ້ຮັບຢາເກີນກໍານົດ ບໍ່ວ່າຈະໂດຍເຈດຕະນາ ຫຼືໂດຍບັງເອີນ, ນັ້ນແມ່ນຕອນທີ່ບາງຄັ້ງ ເຮົາອາດເຫັນອັນຕະຣາຍຕໍ່ຕັບ. ແລະຫນ້າເສັຍດາຍທີ່ Paracetamol ເປັນສາເຫດ ທີ່ເຫັນເລື້ອຍທີ່ສຸດ ຂອງການເຈັບຕັບ ໃນອອສເຕຣເລັຍ. ສະນັ້ນ ມັນຈຶ່ງເປັນບັນຫາ. ຜູ້ຄົນມັກຈະກິນຢາທຸກຢ່າງທີ່ມີ ຖ້າຫາກເຂົາເຈົ້າຕົກຢູ່ໃນສະພາບການ ວິກິດການແບບນັ້ນ. ແລະສະນັ້ນ ຖ້າຫາກວ່າພວກເຮົາຫລຸດຈໍານວນເມັດຢາທັງຫມົດທີ່ມີຢູ່ໃນເຮືອນຂອງຜູ້ຄົນ, ຄວາມຄິດທີ່ວ່າ ຈະຫລຸດອັນຕະຣາຍ ຈາກການໃຊ້ຢາເກີນກຳໜົດ ແລະການບາດເຈັບໃນຕັບ."
225 ຄົນໄດ້ເຂົ້າໂຮງຫມໍ ແລະ 50 ຄົນ ເສັຍຊີວິດ ຍ້ອນກິນຢາ Paracetamol ເກີນກຳໜົດ ໃນອອສເຕຣເລັຍ ໃນທຸກໆປີ.
ອົງການຄຸ້ມຄອງສິນຄ້າການປິ່ນປົວ (Therapeutic Goods Administration)ກ່າວວ່າ ອັດຕາການໃຊ້ຢາ ເກີນກຳໜົດໂດຍເຈດຕະນາ ສູງສຸດແມ່ນຢູ່ໃນ ບັນດາໄວລຸ້ນ ແລະຄົນໜຸ່ມສາວ.
ໃນເດືອນກຸມພາ, ອົງການຄຸ້ມຄອງສິນຄ້າການປິ່ນປົວ ໄດ້ພົບວ່າ ການຈໍາກັດອາຍຸ ຈະມີຜົນກະທົບທີ່ຈໍາກັດ ຕໍ່ການໃຊ້ຢາເກີນກຳໜົດ ແບບບໍ່ໄຕ່ຕອງ ແລະມີຜົນກະທົບແບບບໍ່ເປັນສັດສ່ວນ ຕໍ່ການເຂົ້າເຖິງຂອງຜູ້ອາຍຸນ້ອຍ ທີ່ຢູ່ຢ່າງອິດສຣະ.
ການຄົ້ນຄວ້າພົບວ່າ ການໃຊ້ຢາເກີນກຳໜົດ ໂດຍເຈດຕະນາ ສ່ວນຫຼາຍບໍ່ໄດ້ກ່ຽວຂ້ອງກັບການຊື້ໃນມໍ່ໆນີ້, ແລະການເກັບສະສົມ ແມ່ນບັນຫາສໍາຄັນ.
ການສໍາຫຼວດ ຂອງຜູ້ທີ່ກິນຢາ Paracetamol ໂດຍເຈດຕະນາ ທີ່ດໍາເນີນການໂດຍ New South Wales Poisons Information Centre ພົບວ່າ ມີພຽງແຕ່ 10 ເປີເຊັນເທົ່ານັ້ນ ທີ່ໄດ້ຊື້ຢາແກ້ປວດ ເມື່ອບໍ່ດົນມານີ້.
ການຕັດສິນໃຈຂັ້ນສຸດທ້າຍ ໄດ້ມີຂຶ້ນຫຼັງຈາກທີ່ມີລາຍງານ ຂອງຜູ້ຊ່ຽວຊານອິດສຣະ ກ່ຽວກັບອຸບັດການ ຂອງການບາດເຈັບທີ່ຮ້າຍແຮງ ແລະການເສັຍຊີວິດ ຈາກການໃຊ້ຢາ Paracetamol ຫຼາຍເກີນກຳໜົດໂດຍເຈດຕະນາ, ຮວມເຖິງຄຳໃຫ້ການ ຈາກການປຶກສາ ສາທາຣະນະສອງຮອບ.
Giulia Jones, CEO ຂອງ Pain Australia ເວົ້າວ່າ ການຕັດສິນໃຈນັ້ນ ເປັນເລື່ອງທີ່ຫນ້າຜິດຫວັງ.
"ມັນແມ່ນຂໍ້ຈໍາກັດອີກຢ່າງຫນຶ່ງ ຕໍ່ຄົນທີ່ມີອາການເຈັບປວດຊໍາເຮື້ອ ທີ່ມີຂໍ້ຈໍາກັດຫຼາຍຢ່າງຢູ່ແລ້ວ. ໃນຫ້າປີທີ່ຜ່ານມາ ພວກເຂົາເຈົ້າ ໄດ້ສູນເສັຍ ການເຂົ້າເຖິງ opioids ແລະ codeine ແລະບັດນີ້ ການເຂົ້າເຖິງ Paracetamol ແມ່ນຈະຍາກຂຶ້ນອີກຫນ້ອຍຫນຶ່ງ ສໍາລັບພວກເຂົາ. ຂ້າພະເຈົ້າຮູ້ວ່າ ອາການຂອງພວກເຂົາເຈົ້າ ໄດ້ຖືກພິຈາຣະນາ ໃນຂັ້ນຕອນການຕັດສິນໃຈ ໂດຍ. ແຕ່ມັນບໍ່ຈໍາເປັນ ຕ້ອງເປັນແບບນີ້. ຜູ້ຄົນຄວນຈະສາມາດ ໄດ້ຮັບສິ່ງທີ່ພວກເຂົາເຈົ້າຕ້ອງການ ເມື່ອພວກເຂົາຕ້ອງການມັນ."
ໃນອອສເຕຣເລັຍ, ມີ 3.4 ລ້ານຄົນ ທີ່ຢູ່ກັບອາການເຈັບປວດຊໍາເຮື້ອ- ສ່ວນຫລາຍແລ້ວ ແມ່ນແມ່ຍິງ. ມັນສາມາດສົ່ງຜົນກະທົບ ຕໍ່ຄວາມສາມາດຂອງຄົນເຮົາ ໃນການ ເຮັດວຽກປະຈໍາວັນ ຂັ້ນພື້ນຖານ, ຮັກສາຄວາມສໍາພັນ ແລະເຮັດວຽກ.
Ms Jones ກ່າວວ່າ ຜູ້ຄົນທີ່ມີຄວາມເຈັບປວດຊໍາເຮື້ອ ຕ້ອງໄດ້ຮັບການພິຈາຣະນາຫຼາຍຂຶ້ນ ເມື່ອມີການປ່ຽນແປງນະໂຍບາຍ.
"ໃນກໍຣະນີຂອງຄົນທີ່ມີອາການເຈັບປວດຊໍາເຮື້ອ ແລະລາຍຮັບຕໍ່າ, ນີ້ແມ່ນຍາກຫຼາຍ. ລອງຄຶດເບິ່ງວ່າ ຖ້າຫາກວ່າທ່ານຮັບເງິນ Newstart $600 ຫຼື $700 ຕໍ່ສອງອາທິດ, ແລະທ່ານຕ້ອງຊື້ Paracetamol ພຽງພໍສໍາລັບສອງອາທິດໃນມື້ທີ່ໄດ້ຮັບເງິນ ເພາະວ່າເມື່ອຕອນ ທີ່ທ່ານໄປຮອດ ອາທິດທີສອງ ທ່ານກໍຈະບໍ່ມີເງິນເຫຼືອ. ມັນບໍ່ແມ່ນ ເລື່ອງຜິດປົກກະຕິ ທີ່ຄົນທີ່ມີອາການປວດ ຊໍາເຮື້ອ ທີ່ຈະກິນຢາ Paracetamol ແປດກ້ອນຕໍ່ມື້. ຄວາມຈິງແລ້ວ, ມັນຖືກແນະນໍາ ໂດຍຜູ້ຊ່ຽວຊານດ້ານການແພດ ເພື່ອໃຫ້ ຈັດການກັບອາການປວດຂອງເຂົາເຈົ້າ. ພວກເຂົາເຈົ້າບໍ່ໄດ້ຮັບການ ເອົາໃຈໃສ່ ໃນນະໂຍບາຍ ເພາະວ່າ ຄວາມເຈັບປວດຊໍາເຮື້ອ ບໍ່ໜ້າສົນໃຈຄືກັບ ອາການທາງການແພດອື່ນໆ, ແຕ່ມັນສໍາຄັນແທ້ໆ ທີ່ພວກເຮົາເຫັນພວກເຂົາ. ພວກເຮົາ ຕ້ອງໃຫ້ຄວາມສຳຄັນຕໍ່ຄົນເຫຼົ່ານີ້ແທ້ໆ."
ເຖິງແມ່ນວ່າ ຜູ້ສນັບສນູນຄວາມເຈັບປວດຊໍາເຮື້ອ ໄດ້ວິຈານ ການຕັດສິນໃຈນີ້, ແຕ່ GPs ແລະໝໍຢາສ່ວນຫລາຍ ແມ່ນສນັບສນູນການປ່ຽນແປງ.
Dr Sim ຍິນດີກັບການປ່ຽນແປງ, ແຕ່ກ່າວວ່າ ການສຶກສາຍັງມີບົດບາດ ໃນການປ້ອງກັນອັນຕະຣາຍ.
"ຂ້າພະເຈົ້າຄິດວ່າ ໃນຖານະຊຸມຊົນ ພວກເຮົາຕ້ອງການ ທີ່ຈະເຮັດວຽກຮ່ວມກັນ ເພື່ອປັບປຸງການສຶກສາ ກ່ຽວກັບຄວາມສ່ຽງຂອງ Paracetamol ແລະການໃຊ້ຢາ ຢ່າງບໍ່ຖືກຕ້ອງນໍາອີກ. ເນື່ອງຈາກວ່າ Paracetamol ແມ່ນໃຊ້ກັນທົ່ວໄປ ແລະເປັນທີ່ຮູ້ຢ່າງ ກ້ວາງຂວາງ, ບາງເທື່ອບໍ່ແມ່ນທຸກຄົນ ຈະຮູ້ເຖິງຄວາມກັງວົນ ເລື່ອງຄວາມປອດພັຍກ່ຽວກັບ Paracetamol, ມັນເປັນສິ່ງສໍາຄັນ ທີ່ຈະມີນະໂຍບາຍ ແລະມີຄວາມຄິດລິເລີ່ມ ເພື່ອໃຫ້ຜູ້ຄົນໄດ້ຮັບການສຶກສາເຊັ່ນກັນ."
ອອສເຕຣເລັຍ ບໍ່ແມ່ນປະເທດທໍາອິດ ທີ່ອອກຂໍ້ຈໍາກັດວ່າ ຈະຊື້ Paracetamol ໄດ້ຫຼາຍປານໃດ.
Paracetamol ທີ່ໄດ້ຮັບການປັບປຸງ ໄດ້ຖືກຫ້າມຢ່າງເດັດຂາດສໍາລັບການຂາຍທົ່ວໄປ ໃນຢູໂຣບ ເນື່ອງຈາກມີຄວາມສ່ຽງຕໍ່ການບາດເຈັບໃນຕັບ ແລະເສັຍຊີວິດ.
Dr Cairns ກ່າວວ່າ ການປ່ຽນແປງເຫຼົ່ານີ້ ໄດ້ຮັບຜົນສໍາເລັດຢູ່ຕ່າງປະເທດ ແລະບໍ່ແມ່ນ ສິ່ງທີ່ຜູ້ບໍຣິໂພກທົ່ວໄປຕ້ອງກັງວົນ.
"ສໍາລັບຄົນສ່ວນໃຫຍ່, ພວກເຂົາເຈົ້າຈະບໍ່ສັງເກດເຫັນວ່າ ມີການປ່ຽນແປງແທ້ໆ. ການເຂົ້າເຖິງ ແມ່ນຈະເປັນຄືເກົ່າໂດຍຜ່ານຊ່ອງທາງປົກກະຕິ ເພື່ອໃຫ້ປະຊາຊົນຍັງຈະສາມາດ ໄດ້ຮັບຢາParacetamol ຈາກ supermarket ຫຼືຮ້ານຄ້າທົ່ວໄປ ຖ້າຫາກວ່າຮ້ານຂາຍຢາຂອງພວກເຂົາປິດ. ຫໍ່ຢາຈະນ້ອຍລົງເລັກນ້ອຍ ແຕ່ທ່ານຍັງຈະສາມາດ ໄດ້ຮັບຢ່າງພຽງພໍ ໃນການຈັດການ ກັບສະຖານະການເຈັບປວດທີ່ຮ້າຍແຮງ, ແລະໃນຮ້ານຂາຍຢາຜູ້ຄົນຈະສາມາດໄດ້ຮັບຫໍ່ໃຫຍ່ຂຶ້ນ ແລະຂນາດຫໍ່ດຽວກັນ ທີ່ມີຢູ່ໃນເວລານີ້ ຖ້າຫາກວ່າພວກເຂົາເຈົ້າ ຢາກເວົ້າກັບຫມໍຢາແລະໄດ້ຮັບຫໍ່ຂນາດທີ່ໃຫຍ່ກວ່ານັ້ນ, ຖ້າຫາກວ່າ ພວກເຂົາເຈົ້າຕ້ອງການ Paracetamol ຫຼາຍ."
ອົງການຄຸ້ມຄອງສິນຄ້າການປິ່ນປົວ (Therapeutic Goods Administration) ກ່າວວ່າ ກົດລະບຽບຈະມີຜົນບັງຄັບໃຊ້ ໃນເດືອນກຸມພາ 2025 ເພື່ອໃຫ້ຜູ້ຜລິດ ແລະຮ້ານຂາຍຍ່ອຍ ມີເວລາພໍໃນການປັບຕົວ.
Ciara Hain ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.