Pelé ຣາຊາຟຸດບອນໄດ້ເສັຍຊີວິດແລ້ວ ດ້ວຍໂຣກມະເຮັງ.

BRAZIL SOCCER PELE

ປ້າຍຮູບຂນາດໃຫຍ່ຂອງ ຣາຊາຟຸດບອນ Pelé ໃນວັນພິທີແຫ່ສົບໄປສຸສານ. Source: EFE / ISAAC FONTANA/EPA

ຣາຊາຟຸດບອນ Pelé ໄດ້ເສັຍຊີວິດແລ້ວ ແລະຖືກນຳໄປຝັງທີ່ສຸສານເມືອງ Santos. ທັງປະທານາທິບໍດີ ແລະປະທານ FIFA ກໍໄດ້ໄປຮ່ວມໃນງານນີ້.


Pelé ຣາຊາຟຸດບອນໄດ້ເສັຍຊີວິດແລ້ວ ດ້ວຍໂຣກມະເຮັງ.

ໃນຂນະທີ່ ແຟນກິລາຟຸດບອນຫລາຍລ້ານຄົນທົ່ວໂລກໂສກເສົ້າກັບການຕາຍຂອງ Pelé, ຮ່າງຂອງລາວກໍໄດ້ຖືກນໍາມາບ່ອນພັກຜ່ອນສຸດທ້າຍຂອງລາວ.

Pelé ກໍາລັງຖືກຝັງຢູ່ Santos, ເມືອງທີ່ລາວເຕີບໃຫຍ່, ມີຊື່ສຽງ,ແລະໄດ້ຊ່ວຍເຮັດໃຫ້ ເປັນເມືອງຫລວງ ຂອງກິລາຟຸດບອນທົ່ວໂລກ. Allan Lee ຣາຍງານ.

ນັກເປົ່າແກຄົນຫນຶ່ງ ກຳລັງເປົ່າແກໃນຝູງຊົນ ໃນຂນະທີ່ຫີບສົບສີດໍາ ທີ່ບັນຈຸຮ່າງຂອງ Pelé ຢູ່ເທິງລົດດັບເພີງ ກຳລັງຖືກນໍາໄປຝັງ ໃນສຸສານເມືອງ Santos ຫຼັງຈາກຖືກຂັບຜ່ານ ຖນົນໃນເມືອງ.

ກ່ອນຫນ້ານີ້,  Mass ໄດ້ຈັດຂຶ້ນທີ່ສນາມກິລາ Vila Belmiro, ສນາມກິລາບ່ອນທີ່ Pelé ໄດ້ຫລິ້ນມາເກືອບຕລອດອາຊີບຂອງລາວ.

Luiz Inacio Lula da Silva, ປະທານາທິບໍດີ ທີ່ຫາກໍຮັບເລືອກຕັ້ງໃຫມ່ ຂອງ Brazil, ໄດ້ສະແດງຄວາມເຄົາລົບ ໃນງານສົບ, ແລະໄດ້ກ່າວສະດຸດີຕໍ່ Pelé ທາງສະຖານີໂທຣະພາບທ້ອງຖິ່ນໃນ Santos.

"ໂລກເປັນຫນີ້ Pelé ຫຼາຍ, ໂດຍສະເພາະແມ່ນສັກສີຂອງຜູ້ຊາຍ ທີ່ເກີດມາທຸກຍາກ, ດໍາ, ໃນປະເທດທີ່ມີອະຄະຕິສູງ. ແລະ Pelé ບໍ່ໄດ້ປ່ອຍໃຫ້ສິ່ງເຫຼົ່ານີ້ມີຜົນກະທົບຕໍ່ລາວ, ລາວຮູ້ວ່າຈະເປັນ Pelé ແນວໃດ. ທີ່ດີທີ່ສຸດ ແລະຖ່ອມຕົນທີ່ສຸດ. ຂ້າພະເຈົ້າເສົ້າໃຈຫຼາຍ. ຂ້າພະເຈົ້າຜູ້ທີ່ໄດ້ມີໂອກາດ ໄປເບິ່ງລາວເຕະບານໃນສນາມຫຼາຍຄັ້ງ ກໍຈະບໍ່ສາມາດເຫັນລາວອີກ. ເວັ້ນເສັຍແຕ່ວ່າຂ້າພະເຈົ້າຈະເບິ່ງຫນັງກ່ຽວກັບການຍິງປະຕູ...ເຊິ່ງມັນກໍມີຫຼາຍ. ພວກເຮົາທຸກຄົນເປັນຫນີ້ Pelé ເລັກນ້ອຍ ແລະບຣາຊິລເປັນຫນີ້ລາວຫຼາຍ."

ປະທານາທິບໍດີກ່າວວ່າ ມັນບໍ່ສໍາຄັນວ່າ ທ່ານກໍາລັງເວົ້າກັບໃຜ, Pelé ກໍເປັນຄົນດຽວກັນສເມີ:

"ຕອນທີ່ລາວຢູ່ໃນເວທີຂອງໄຊຊນະ, ຕອນທີ່ລາວໄດ້ພົບກັບQueen of England, ຕອນລາວໄດ້ຮັບລາງວັນ, Pelé ກໍເປັນຜູ້ຊາຍຄົນດຽວກັນ ກັບຕອນທີ່ລາວກໍາລັງໃຫ້ສໍາພາດ ຫຼືພົບກັບກຸ່ມເດັກນ້ອຍ. Pelé ເປັນຄົນພິເສດຫຼາຍ. ພວກເຮົາບໍ່ສາມາດປຽບທຽບ Pelé ກັບໃຜໄດ້, ເພາະວ່າບໍ່ມີໃຜ ທີ່ສາມາດປຽບທຽບກັບ Pelé ໃນຖານະເປັນນັກເຕະບານ ແລະການເປັນມະນຸດ,ຍ້ອນພຶດຕິກັມທີ່ສຸພາບຂອງລາວ."

ນັກເຕະບານຜູ້ຍິ່ງໃຫຍ່ຂອງບຣາຊິລ ໄດ້ເສັຍຊີວິດໃນສັບປະດາແລ້ວນີ້ ຫລັງຈາກໄດ້ຕໍ່ສູ້ຣົບກັບໂຣກມະເຮັງ. ລາວອາຍຸ 82 ປີ.

Pelé ທຳປະຕູທີ່ດີທີ່ສຸດໃນອາຊີບຂອງລາວ ໃນສນາມຂນາດ 16,000 ບ່ອນນັ່ງໃນ Santos.

ປະທານ FIFA ທ່ານ Gianni Infantino ກ່າວວ່າ ມໍຣະດົກຂອງ Pelé ແມ່ນບໍ່ມີໃຜທຽບໄດ້.

"Pelé ຖິ້ມມໍຣະດົກອັນເຫຼືອເຊື່ອ ໄວ້ກັບວົງການເຕະບານ, ມໍຣະດົກທີ່ເປັນເອກກະລັກ. ຂ້າພະເຈົ້າຄິດວ່າ Pelé ມີຄວາມສາມາດທີ່ຖືກປະທານໂດຍພຣະເຈົ້າ. ຄວາມສາມາດທີ່ຫນ້ອຍຄົນໃນໂລກນີ້ຈະມີ. ແລະມັນເປັນຂອງຂວັນທີ່ຈະສໍາຜັດໃຈ ແລະຄວາມຮູ້ສຶກຂອງຜູ້ຄົນ. ຄວາມຈິງທີ່ວ່າຫລາຍໆຄົນໃນທົ່ວໂລກ,ຫລາຍຮ້ອຍ, ຫລາຍພັນລ້ານຄົນ ຄືກັນກັບຂ້າພະເຈົ້າ ຜູ້ທີ່ບໍ່ເຄີຍເຫັນ Pelé ຫລິ້ນ, ກໍຈື່ຈໍາລາວ. ແນ່ນອນ, ຂ້າພະເຈົ້າມີກຽດແລະໂຊກດີ ທີ່ໄດ້ພົບລາວເປັນສ່ວນຕົວຄືກັນ. ແຕ່ຂ້າພະເຈົ້າບໍ່ເຫັນລາວຫຼິ້ນ. ພໍ່ຂອງຂ້າພະເຈົ້າທີ່ເຫັນລາວຫຼິ້ນ ໄດ້ເວົ້າກັບຂ້າພະເຈົ້າກ່ຽວກັບລາວ. ສະນັ້ນ ຂ້າພະເຈົ້າຄິດວ່າ ມໍຣະດົກທີ່ລາວປະໄວ້ ສໍາລັບສິ່ງທີ່ລາວໄດ້ເຮັດຢູ່ໃນສນາມເຕະບານ,ຂ້າພະເຈົ້າຫມາຍເຖິງວ່າ ລາວເປັນຄົນທໍາອິດໃນການເຮັດຫລາຍສິ່ງຫລາຍຢ່າງຊຶ່ງ 99 ເປີເຊັນຂອງນັກຫລິ້ນ ໄດ້ພຽງແຕ່ຝັນເທົ່ານັ້ນ ແລະອີກ 1 ເປີເຊັນສາມາດເຮັດໄດ້ ບາງທີຫນຶ່ງໃນສິ່ງທີ່ລາວເຮັດ ແລະລາວເປັນຄົນທໍາອິດທີ່ເຮັດທຸກສິ່ງຢ່າງເຫຼົ່ານີ້

ແຕ່ເຖິງແມ່ນວ່າ Pelé ອາດຈະເປັນຍັກໃຫຍ່ໃນເວທີໂລກ, ແຕ່ກັບແຟນໆທີ່ໂສກເສົ້າຂອງລາວໃນ Santos ແລ້ວ ລາວກໍເປັນຫນຶ່ງໃນພວກເຂົາສເມີ.

ຊາຍຜູ້ໜຶ່ງກ່າວວ່າ: "ຂ້ອຍກໍາລັງລໍຖ້າຫມູ່ ເພື່ອເຮົາຈະໄດ້ໄປນໍາກັນ ເພາະຂ້ອຍບໍ່ມີຄວາມກ້າຫານທີ່ຈະໄປຄົນດຽວ. ຂ້ອຍຢ້ານວ່າ ຈະມີຫຍັງເກີດຂຶ້ນກັບຂ້ອຍ. ຂ້ອຍຈະໄປທີ່ນັ້ນກັບຫມູ່ຂອງຂ້ອຍ"

ແລະຜູ້ຍິງຄົນໜຶ່ງກ່າວວ່າ: "ມື້ນີ້ເປັນມື້ທີ່ມີຄວາມຮູ້ສຶກເສົ້າໃຈຫຼາຍ ທີ່ຈະສູນເສັຍກະສັດ ແຕ່ກໍມີຄວາມສຸກສໍາລັບສິ່ງທີ່ລາວໄດ້ເຮັດເພື່ອເມືອງຂອງເຮົາ, ສໍາລັບປະເທດບຣາຊິນ ແລະເພື່ອໂລກ."

ເນື້ອເລື່ອງໂດຍ AllanLee ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share