ທ່ານນາງ Penny WONG ຢ້ຽມຢາມ ລາວ.
ຂ່າວສານ ຈາກກະຊວງການຕ່າງປະເທດ ອອສເຕຣເລັຍ
ເລື້ອງ: ການຢ້ຽມຢາມ ສ.ປ.ປ. ລາວ ແລະ ປະເທດ ຟິລິປປິນສ໌
ຂອງ ຣັຖມົນຕີ ກະຊວງການຕ່າງປະເທດ ທ່ານນາງ Penny WONG.
ອາທິດນີ້, ຂ້າພະເຈົ້າຈະເດີນທາງໄປອາຊີຕາເວັນອອກສ່ຽງໃຕ້ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນອອສເຕຣເລັຍກັບລາວ ແລະຟີລິບປິນ, ແລະສົ່ງເສີມຜົນປໂຍດຮ່ວມກັນ ຂອງພວກເຮົາ ໃນພາກພື້ນທີ່ຫມັ້ນຄົງ, ສງົບແລະຈະເລີນຮຸ່ງເຮືອງ.
ປະເທດລາວ ເປັນພັນທະມິດ ທີ່ມີຄຸນຄ່າສໍາລັບອອສເຕຣເລັຍໂດຍມີທ່ານນາຍົກຣັຖມົນຕີ ຂອງພວກເຮົາ ປະກາດເຖິງຄວາມຕັ້ງໃຈ ທີ່ຈະຍົກລະດັບ ຄວາມສໍາພັນໃຫ້ເປັນພັນທະມິດ ຮອບດ້ານ ໃນເດືອນພະຈິກ 2022. ມິດຕະພາບຂອງພວກເຮົາ, ສ້າງຂື້ນ ບົນການຮ່ວມມື ດ້ານການພັດທະນາ ທີ່ມີມາຍາວນານ ແລະ ສາຍພົວພັນລະຫວ່າງ ປະຊາຊົນຕໍ່ ປະຊາຊົນ ທີ່ໄດ້ຖືກຫຼໍ່ຫຼອມມາເປັນເວລາກວ່າ 70 ປີ.
ໃນປະເທດລາວ, ຂ້າພະເຈົ້າຈະພົບປະກັບທ່ານນາຍົກຣັຖມົນຕີ ທ່ານ ສອນໄຊ ສີພັນດອນ (Sonexay Siphandone), ຮອງນາຍົກຣັຖມົນຕີ ແລະຣັຖມົນຕີ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ (Saleumxay Kommasith), ພ້ອມດ້ວຍຫົວຫນ້າຄນະ ພົວພັນຕ່າງປະເທດ ຂອງພັກປະຊາຊົນປະຕິວັດລາວ ທ່ານ ທອງສະຫວັນ ພົມວິຫານ (Thongsavanh Phomvihane).

Credit: Department of Foreign Affairs
ອອສເຕຣເລັຍ ແລະຟີລິປປິນສ໌ ເປັນພັນທະມິດມາເປັນເວລາດົນນານ ໂດຍມີຄວາມສໍາພັນທາງການທູດ ເປັນເວລາ 77 ປີ. ພວກເຮົາແບ່ງປັນ ຄວາມສຳພັນ ດ້ານປ້ອງກັນຊາດ ແລະຄວາມໝັ້ນຄົງຢ່າງກວ້າງຂວາງ, ການຮ່ວມມື ທາງທະເລຢ່າງແຫນ້ນແຟ້ນ, ການຮ່ວມມືດ້ານການພັດທະນາ ທີ່ຫຼາກຫຼາຍ, ແລະຄວາມຜູກພັນທີ່ເລິກເຊິ່ງ ລະຫວ່າງປະຊາຊົນ.
ໃນປະເທດຟີລິບປິນ, ຂ້າພະເຈົ້າຈະພົບປະກັບປະທານາທິບໍດີ Ferdinand R. Marcos Jr., ສືບຕໍ່ຂໍ້ຕົກລົງຈາກປະທານາທິບໍດີ Marcos ແລະ ນາຍົກຣັຖມົນຕີ Albanese ເພື່ອຍົກລະດັບສາຍພົວພັນສອງຝ່າຍຂອງຟີລິບປິນ-ອອສເຕຣເລັຍກັບການເປັນຄູ່ຮ່ວມຍຸດທະສາດ.
ຂ້າພະເຈົ້າຍັງຈະພົບປະກັບທ່ານຮອງປະທານາທິບໍດີ Sara Z. Duterte, ຣັຖມົນຕີ ກະຊວງການຕ່າງປະເທດ Enrique Manalo, ຣັຖມົນຕີ ກະຊວງປ້ອງກັນປະເທດ Carlito Galvez, ແລະທີ່ປຶກສາດ້ານຄວາມຫມັ້ນຄົງແຫ່ງຊາດ Eduardo Año.
Albanese ມີຄວາມມຸ່ງຫມັ້ນທີ່ຈະຮ່ວມມື ແລະ ການຮ່ວມມື ຢ່າງເລິກເຊິ່ງລະຫວ່າງ ອອສເຕຣເລັຍແລະ ອາຊີ ຕາເວັນອອກສ່ຽງໃຕ້. ແຜນງົບປະມານປີ 2023-24 ລວມມູນຄ່າ ຫຼາຍກວ່າ 55 ລ້ານໂດລາ ເພື່ອເພີ່ມທະວີ ການມີສ່ວນຮ່ວມຂອງພວກເຮົາ – ການລົງທຶນ ເຊິ່ງຈະປະກອບສ່ວນ ເຂົ້າໃນຍຸດທະສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ຂອງຣັຖບານຊຶ່ງຈະຖືກເຜີຍແພ່ ໃນທ້າຍປີນີ້.
ຫຼັງການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າ ຈະໄດ້ເດີນທາງ ໄປຢ້ຽມຢາມທຸກປະເທດໃນພູມິີພາກ ໃນຖານະຣັຖມົນຕີ ການຕ່າງປະເທດ, ຍົກເວັ້ນມຽນມາ, ເພື່ອເປັນການຖແລງ ເຖິງເຈດຕະນາຂອງພວກເຮົາ ແລະ ການໃຫ້ຄວາມສໍາຄັນ ຂອງພວກເຮົາໃນພາກພື້ນຢ່າງຊັດແຈ້ງ.
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.