ບັດທີ່ໄຮ້ເງິນ(Cashless Card) ແລະການປະຕິຮູບການພະນັນ.

A man playing a poker machine

ຜູ້ຊາຍຄົນໜຶ່ງ ກຳລັງຫຼິ້ນ ເຄື່ອງ Poker ໃນ Clubs ແຫ່ງໜຶ່ງ. Source: SBS

ມີການຮຽກຮ້ອງ ໃຫ້ມີການປະຕິຮູບອຸດສາຫະກັມ ເຄື່ອງ Poker ຢ່າງຮີບດ່ວນ ເພື່ອຮັບມືກັບການສູນເສັຍສູງ ໂດຍສະເພາະຢູ່ພາກຕາເວັນຕົກຂອງ Sydney. ຂໍ້ມູນໃຫມ່ ໄດ້ພົບວ່າ ບຸກຄົນໃນຣັດ New South Wales ໄດ້ສູນເສັຍເງິນ 2.1 ພັນລ້ານໂດລາ ໃຫ້ແກ່ເຄື່ອງ Poker ໃນໄຕຣມາສທີສາມ ຂອງປີງົບປະມານ 2023.


ບັດທີ່ໄຮ້ເງິນ (Cashless Card) ແລະການປະຕິຮູບການພະນັນ.

ມັນບໍ່ແມ່ນເລື້ອງງ່າຍ ທີ່ຈະບໍ່ເຫັນເຄື່ອງ Poker ໃນ New  South Wales ເພາະມັນຈະມີຢູ່ໃນ ເກືອບທຸກໂຮງແຮມ ແລະສະໂມສອນ(Clubs).

ແລະຂໍ້ມູນໃຫມ່ ໄດ້ຮຽກຮ້ອງ ໃຫ້ມີການປະຕິຮູບອຸດສາຫະກັມ ຢ່າງຮີບດ່ວນ ເພື່ອຮັບມືກັບການສູນເສັຍສູງ ຕໍ່ເຄື່ອງ Poker ໂດຍສະເພາະຢູ່ພາກຕາເວັນຕົກຂອງ Sydney.

Ciara Hain ລາຍງານ

ຂໍ້ມູນໃຫມ່ ໄດ້ພົບວ່າ ບຸກຄົນໃນຣັດ New South Wales ໄດ້ສູນເສັຍເງິນ 2.1 ພັນລ້ານໂດລາ ໃຫ້ແກ່ເຄື່ອງ Poker ໃນໄຕຣມາສທີສາມ ຂອງປີງົບປະມານ 2023.

ນັ້ນແມ່ນ 250 ໂດລາ ສໍາລັບຜູ້ໃຫຍ່ ແລະເດັກ ທຸກຄົນໃນຣັດ.

ສະຖິຕິຂອງ The New South Wales Department of Liquor and Gaming ໄດ້ຖືກວິຈັຍໂດຍ Wesley Mission ເພື່ອລະບຸປະເດັນທີ່ຫນ້າເປັນຫ່ວງ.

ທ່ານຄຸນພໍ່ (Reverend) Stu Cameron, ຫົວໜ້າຂອງ Wesley Mission ກ່າວວ່າ ຜົນວິຈັຍນັ້ນ ຫນ້າເປັນຫ່ວງ.

"ຊາວ New South Wales ສູນເສັຍເງິນ 2.1 ພັນລ້ານໂດລາ ໃນໄລຍະ 92 ມື້. ນັ້ນແມ່ນ 23 ລ້ານໂດລາຕໍ່ມື້. ແລະນັ້ນແມ່ນ 250 ໂດລາຕໍ່ຄົນ,ຊາຍ, ຍິງ ແລະເດັກໃນທົ່ວຣັດ. ຕົວເລກທີ່ຫນ້າຢ້ານກົວນີ້ ສະແດງໃຫ້ເຫັນວ່າ ອຸດສາຫະກັມ ເຄື່ອງ Poker ແມ່ນຫນຶ່ງໃນຈໍານວນທີ່ມີຄວາມຍືດຍຸ່ນທີ່ສຸດ ແຕ່ຍັງເປັນຫນຶ່ງໃນຕົວທໍາລາຍຫຼາຍທີ່ສຸດ ເພາະມີການດູດເອົາເງິນອອກຈາກຊຸມຊົນຫຼາຍ ແທນທີ່ຈະເອົາໄປໃຊ້ຈ່າຍ ຢູ່ບ່ອນອື່ນ."

ຂໍ້ມູນຊີ້ໃຫ້ເຫັນວ່າ Western Sydney ແມ່ນເຂດທີ່ມີການສູນເສັຍ ສູງສຸດ ໃນຣັດ New South Wales.

The Markets Hotel ໃນ Homebush, the Crossroads ໃນ Casulaແລະ Wentworth Hotel ໃນ Homebush West ທັງຫມົດໄດ້ລາຍງານການສູນເສັຍສູງສຸດ ໃນໄຕຣມາສທີສາມ.

Reverend Cameron ອະທິບາຍວ່າ ເປັນຫຍັງການສູນເສັຍ ຈຶ່ງຍັງສູງຢູ່ໃນພາກຕາເວັນຕົກຂອງ Sydney.

"Western Sydney ແມ່ນສະຖານທີ່ ທີ່ພວກເຮົາເຫັນຄວາມເຄັ່ງຕຶງ ຈາກການຈ່າຍຄືນເງິນກູ້ຢືມຊື້ເຮືອນ (Mortgage) ແລະຄ່າເຊົ່າເຮືອນບ່ອນທີ່ຫຼາຍຄົນ ແລະຈໍານວນຄົນເພີ່ມຂຶ້ນ ໃນການຂໍຊ່ວຍເຫຼືອໂດຍກົງ ໃນການຊື້ອາຫານ, ຈ່າຍຄ່າເຊົ່າ, ການຈ່າຍຄືນເງິນກູ້ຢືມຊື້ເຮືອນ, ສົ່ງລູກໄປໂຮງຮຽນ ພ້ອມດ້ວຍອຸປະກອນທີ່ເຫມາະສົມ. ນີ້ແມ່ນບ່ອນ ທີ່ມີການດິ້ນລົນ ທາງເສດຖະກິດທີ່ໃຫຍ່ທີ່ສຸດ ແລະບ່ອນທີ່ ມີການສູນເສັຍໃຫຍ່ທີ່ສຸດ. ອຸດສາຫະກັມເຄື່ອງ Poker ເປັນອຸດສາຫະກັມອັນຕະລາຍຫຼາຍ ແລະມັນແນເປົ້າຫມາຍໃສ່ພາກພື້ນ ທີ່ຜູ້ຄົນບໍ່ສາມາດ ທີ່ຈະສູນເສັຍ ຍ້ອນເຄື່ອງຈັກເຫຼົ່ານີ້ໄດ້."

ໂຮງແຮມທີ່ມີເຄື່ອງ Poker ສູງສຸດ 30 ເຄື່ອງມີລາຍໄດ້ໂດຍສເລັ່ຍ65,589 ໂດລາ ຕໍ່ເຄື່ອງໃນ 90 ວັນ ນັບແຕ່ວັນທໍາອິດຂອງເດືອນກໍລະກົດ ຈົນເຖິງທ້າຍເດືອນກັນຍາປີ 2023.

ຕໍ່ປີ, ນັ້ນແມ່ນກຳໄລຫຼາຍກວ່າ $262,000 ສໍາລັບເຄື່ອງ Poker ແຕ່ລະເຄື່ອງ.

ແລະນັ້ນ ບໍ່ແມ່ນກຳໄລທີ່ຜິດປົກກະຕິ-ໂດຍທີ່ Wesley  Mission ກ່າວວ່າ 22 ເປີເຊັນ ຂອງໂຮງແຮມ ມີສ່ວນຮັບຜິດຊອບຕໍ່ 62 ເປີເຊັນ ຂອງການສູນເສັຍ ທີ່ລາຍງານ.

ໄດ້ຖືກກົດດັນໃຫ້ສເນີການປະຕິຮູບການພະນັນ ໂດຍສະເພາະສໍາລັບເຄື່ອງ Poker ເປັນໄລຍະເວລາໜຶ່ງແລ້ວ.

ຫົວຫນ້າຜູ້ສນັບສນູນ ຂອງພັນທະມິດເພື່ອການປະຕິຮູບການພະນັນ(the Alliance for Gambling Reform), ທ່ານ Tim Costello ກ່າວວ່າ ມັນມີຄວາມຈໍາເປັນຢ່າງຮີບດ່ວນ.

"ທັງຊຸມຊົນໄດ້ຮັບບາດເຈັບ ບໍ່ແມ່ນພຽງແຕ່ຜູ້ຫຼິ້ນ ແລະຕິດ Pokies ເທົ່ານັ້ນ. ພວກເຮົາຕ້ອງການບັດໄຮ້ເງິນສົດ (Cashless Card) ທີ່ທ່ານຕ້ອງ lock ຈຳນວນເງິນທີ່ທ່ານສາມາດສູນເສັຍ ແລະເວລາຂອງທ່ານກ່ອນທີ່ທ່ານ ຈະເລີ່ມຫລິ້ນ ແລະທ່ານຖືກລັອກອອກ. ຕອນທີ່ທ່ານຢູ່ຕໍ່ຫນ້າເຄື່ອງຈັກ ແລະຫຼິ້ນນັ້ນ, ທ່ານຢູ່ໃນເຂດ ທີ່ທ່ານຈະຖືກສະກົດຈິດ.ບັດເງິນໄຮ້ສົດ (Cashless Card) ຈະອະນຸຍາດໃຫ້ຄົນຫຼິ້ນ ແຕ່ເຂົາເຈົ້າຕ້ອງລະບຸວ່າ ເຂົາເຈົ້າພ້ອມທີ່ຈະໃຊ້ຈ່າຍຫຼາຍປານໃດ. ນັ້ນແມ່ນວົງເງິນຈໍາກັດທັງຫມົດ ພ້ອມກັບເວລາ ແລ້ວພວກເຂົາຖືກລັອກອອກ. ນັ້ນແມ່ນສິ່ງທີ່ພວກເຮົາຕ້ອງການ. ແລະບັດໄຮ້ເງິນສົດ (Cashless Card) ຈະກໍາຈັດອາຊະຍາກັມ ເພາະບໍ່ມີຜູ້ກະທໍາຜິດ ຈະເປີດເຜີຍຕົວຕົນ ແລະໃຊ້ບັດໄຮ້ເງິນສົດ (Cashless Card) ເພື່ອຟອກເງິນຢາເສບຕິດຂອງພວກເຂົາ."

ໃນປັດຈຸບັນ ມີການທົດລອງຢູ່ທົ່ວຣັດ ເພື່ອທົດສອບວ່າ ບັດທີ່ໄຮ້ເງິນ(Cashless Card) ມີປະສິດທິຜົນພຽງໃດ ແລະອາດຊ່ວຍ ຫຼຸດການສູນເສັຍການພະນັນທີ່ສູງ.

ສະມາຄົມໂຮງແຮມຂອງກ່າວວ່າ ການປ່ຽນແປງໃດໆກໍຕາມ ອາດເຮັດໃຫ້ມີຄວາມສ່ຽງ ໃນການຕົກວຽກ, ແຕ່ທ່ານ Costello ໄດ້ປະຕິເສດ ຕໍ່ແນວຄິດດັງກ່າວ.

"ນັ້ນບໍ່ແມ່ນຄວາມຈິງ. ສໍາລັບເງິນລ້ານໂດລາ ທີ່ໃຊ້ຈ່າຍໃນການຂາຍຍ່ອຍ ທີ່ສ້າງວຽກເຮັດ 20 ຕຳແໜ່ງ. ຫນຶ່ງລ້ານໂດລາ ທີ່ໃຊ້ຈ່າຍໃນການຕ້ອນຮັບ 10 ຕຳແໜ່ງ, ຫນຶ່ງລ້ານໂດລາ ຜ່ານເຄື່ອງ Poker ບໍ່ເຖິງສອງຕຳແໜ່ງ. ໃນຄວາມເປັນຈິງ, Pokies ຂ້າຕຳແໜ່ງວຽກ,ພວກມັນຂ້າວຽກ ຂອງການສ້າງວຽກອື່ນໆ ຖ້າຫາກວ່າ ລ້ານໂດລານັ້ນຖືກນຳໄປໃຊ້ຈ່າຍຢູ່ບ່ອນອື່ນ."

ລາຍງານຊີ້ໃຫ້ເຫັນວ່າ ບາງສະໂມສອນ (Clubs) ໃນຣັດ ໄດ້ລາຍງານວ່າ ການຂາດທຸນຫຼຸດລົງ ເມື່ອທຽບໃສ່ໄຕຣມາສດຽວກັນ ໃນປີ 2022.

ໃນໄຕຣມາສທີສາມ ຂອງປີ 2023, ເງິນຈຳນວນ 1.16 ພັນລ້ານໂດລາ ໄດ້ສູນເສັຍ ໃຫ້ກັບເຄື່ອງ Poker 65,000 ເຄື່ອງໃນສະໂມສອນ.

ໃນຖແລງການສະບັບຫນຶ່ງ, Clubs New South Wales ໄດ້ອະທິບາຍເຖິງຜົນປໂຍດບາງຢ່າງ ຂອງການມີເຄື່ອງ Poker ໃນສະຖານທີ່ຕ່າງໆ.

"ບໍ່ຄືກັບສະຖານທີ່ຕ້ອນຮັບອື່ນໆ, ເຈົ້າຂອງສະໂມສອນ (Clubs) ແມ່ນຊຸມຊົນ. ໂດຍກໍາໄລ ແມ່ນກັບຄືນໄປໃນຊຸມຊົນ ຫຼືການປັບປຸງສິ່ງອໍານວຍຄວາມສະດວກຂອງສະມາຊິກ, ແທນທີ່ ຈະເປັນຖົງຂອງຜູ້ຖືຫຸ້ນ ຫຼືເຈົ້າຂອງ. ລາຍງານເມື່ອບໍ່ດົນມານີ້ ໂດຍ Urbis ພົບວ່າ ສະໂມສອນໃນ NSW ໃຫ້ການສນັບສນຸນ ທາງສັງຄົມ ແລະເສດຖະກິດ ເປັນມູນຄ່າ9 ພັນລ້ານໂດລາ ແກ່ຣັດໃນແຕ່ລະປີ. ເຊິ່ງລວມຢູ່ໃນຕົວເລກດັ່ງກ່າວ ມີມູນຄ່າ 936 ລ້ານໂດລາ ແມ່ນສຳລັບສິ່ງອໍານວຍຄວາມສະດວກ ຂອງຊຸມຊົນ ຫຼືດ້ານກິລາ ທີ່ຄິດຄ່າບໍຣິການຕໍ່າ ຫຼືບໍ່ຄິດຄ່າບໍຣິການ, ຫຼາຍກວ່າ 10,000 ລາຍການບັນເທີງຟຣີ ຕໍ່ເດືອນ ແລະການສນັບສນູນ ວຽກຫຼາຍກວ່າ 75,000 ຕຳແໜ່ງທົ່ວຣັດ."

ເນື້ອເລື່ອງໂດຍ    Ciara  Hain          ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share