ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນຍ້ອນຄວາມທຸກຍາກ.
ກຳລັງໄດ້ຮັບຜົນກະທົບຈາກ ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນຍ້ອນຄວາມທຸກຍາກ (Poverty premium), ຖືກບັງຄັບໃຫ້ຈ່າຍຄ່າບໍຣິການທີ່ຈໍາເປັນ ຫລາຍກວ່າເກົ່າ ຍ້ອນສະພາບການເງິນ, ວຽກງານ ແລະການດໍາລົງຊີວິດ.
ໜ່ວຍງານສວັດດີການ ທີ່ສໍາຄັນກ່າວວ່າ ພວກເຂົາເຈົ້າ ມີທາງເລືອກ ຫນ້ອຍລົງ ແລະຕລາດ ກໍາລັງທໍາງານ ຕໍ່ຕ້ານພວກເຂົາເຈົ້າ.
Gareth Boreham ລາຍງານ.
Jason Haines ຜູ້ຈັດການ ສູນບັນເທົາທຸກສຸກເສີນ ທີ່ຕັ້ງຢູ່ຝັ່ງກົງກັນຂ້າມບຶງໃຫຍ່ ກັບຕຶກຣັຖສະພາໃນ Canberra.
ແລະລາວມີຄຳເວົ້າ ອັນຮີບດ່ວນ ສໍາລັບພວກນັກການເມືອງຢູ່ເທິງເນີນພູ.
"ລົງມາເບິ່ງອົງກອນການກຸສົນແບບພວກເຮົາ. ລົງມາເບິ່ງວ່າ ມີຫຍັງເກີດຂຶ້ນ. ເປັນເລື້ອງດີ ທີ່ສາມາດວາງນະໂຍບາຍ ແຕ່ທຸກຢ່າງທີ່ທ່ານເຫັນຢູ່ໃນນັ້ນ ແມ່ນມາຈາກນະໂຍບາຍເຫລົ່ານີ້. ບາງຄັ້ງ ສິ່ງທີ່ຍິ່ງໃຫຍ່ທີ່ສຸດກໍຄື ຄົນເຮົາກໍາລັງມີຄວາມລຳບາກແທ້ໆ. ຜູ້ຄົນກຳລັງເຈັບປວດ."
ໃນພຽງແຕ່ປີທີ່ຜ່ານມາ, ສູນກາງຂອງລາວ ໄດ້ປະສົບກັບການເພີ່ມຂຶ້ນ 150 ເປີເຊັນ ຂອງຈໍານວນຊາວ Canberra ທີ່ຕ້ອງການຄວາມຊ່ວຍເຫຼືອ.
"ພວກເຮົາມີຄົນເຂົ້າມາຂໍຄວາມຊ່ອຍເຫຼືອ. ຫຼາຍຄັ້ງ ແມ່ນຄົນທີ່ມີວຽກເຮັດ...ກໍາລັງເຮັດວຽກແທ້ໆ. ພວກເຂົາເຮັດວຽກຫນັກ, ພວກເຂົາ ເປັນຄູອາຈານ, ພວກເຂົາເປັນພະຍາບານ, ພວກເຂົາ ເປັນນັກຮຽນ, ພວກເຂົາມາທີ່ນີ້ ເພາະຕ້ອງການການສນັບສນູນ ດ້ານອາຫານ."
ການຕໍ່ສູ້ ໃນແຕ່ລະວັນ ກັບຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນນັ້ນ ໄດ້ຖືກເນັ້ນຫນັກ ໃນລາຍງານໃຫມ່ ຂອງ Anglicare Australia.
Kasy Chambers ຜູ້ບໍຣິຫານຂອງອົງການສວັດດີການນີ້ ກ່າວວ່າ ມັນສະແດງໃຫ້ເຫັນວ່າ ຄວາມຂັດສົນຂອງຜູ້ຄົນ ກໍາລັງຮ້າຍແຮງຂຶ້ນ.
"ເວົ້າງ່າຍໆ, ຍິ່ງທຸກຍາກ ກໍຍິ່ງມີຄ່າໃຊ້ຈ່າຍຫຼາຍ.ຄົນທີ່ມີລາຍຮັບຕໍ່າ ຈ່າຍເພີ່ມຂຶ້ນສໍາລັບສິນຄ້າ ແລະບໍຣິການ ແລະພວກເຂົາເຈົ້າ ມີທາງເລືອກຫນ້ອຍລົງ. ຕລາດເຮັດວຽກຕໍ່ຕ້ານເຂົາເຈົ້າ. ແລະນັ້ນ ຢູ່ໃນທຸກພື້ນທີ່ ທີ່ພວກເຮົາທົດສອບ."
Anglicare ກ່າວວ່າ ຜູ້ມີລາຍໄດ້ຕ່ຳ ອາດຈະຕ້ອງຈ່າຍເຖິງຫນຶ່ງເທົ່າເຄິ່ງຫຼາຍກວ່າຄົນອື່ນ ສໍາລັບການບໍຣິການອັນດຽວກັນ. ບໍ່ວ່າ ຈະເປັນເພາະ ບ່ອນທີ່ເຂົາເຈົ້າອາສັຍຢູ່, ຄວາມບໍ່ສາມາດ ຂອງເຂົາເຈົ້າ ທີ່ຈະຊື້ ເປັນຈໍານວນຫຼາຍ ຫຼືການໄປຊື້ຢູ່ບ່ອນອື່ນ, ການຂາດເງິນເກັບທ້ອນ ຫຼືຄວາມສາມາດຂອງເຂົາເຈົ້າ ທີ່ຈະເຂົ້າເຖິງອິນເຕີເນັດ ຢູ່ໃນບ້ານ.
Poverty premium ໝາຍຄວາມວ່າ: ທ່ານຍິ່ງທຸກຍາກ ທ່ານກໍຍິ່ງມີຄ່າໃຊ້ຈ່າຍຫຼາຍຂຶ້ນ ຍ້ອນທ່ານມີທາງເລືອກຫນ້ອຍລົງ ແລະຕລາດ ກໍາລັງທໍາງານ ຕໍ່ຕ້ານພວກທ່ານ.
ລາຍງານຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນຍ້ອນຄວາມທຸກຍາກ (Poverty Premium) ພົບວ່າ ໂດຍສເລັ່ຍແລ້ວ ເຂົາເຈົ້າໃຊ້ນ້ຳມັນເພີ່ມຂຶ້ນສິບ ເປີເຊັນ ຍ້ອນຣົດທີ່ມີປະສິດທິພາບຕ່ຳ ແລະຢ່າງຫນ້ອຍ 20 ເປີເຊັນ ໃນການໃຊ້ພະລັງງານ ແລະການຂົນສົ່ງສາທາຣະນະ.
ລາຍຈ່າຍສິນເຊື່ອ ແລະເງິນກູ້ຂອງເຂົາເຈົ້າ ສູງຂຶ້ນ 45 ເປີເຊັນ, ປະກັນພັຍ 61 ເປີເຊັນ ແລະສິນຄ້າຕ່າງໆ 93 ເປີເຊັນ.
ທ່ານນາງ Chambers ກ່າວວ່າ ສິ່ງທີ່ຊັດແຈ້ງນັ້ນ ແມ່ນຈໍານວນເງິນ ທີ່ໃຊ້ສຳລັບຂໍ້ມູນໂທຣະສັບ.
"ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນຍ້ອນຄວາມທຸກຍາກ ທີ່ມີຂນາດໃຫຍ່ ສໍາລັບ ຄອບຄົວເຫລົ່ານັ້ນ ແມ່ນ 142 ເປີເຊັນ ຊຶ່ງແມ່ນຄ່າຈ່າຍ ລ່ວງໜ້າ ຂອງໂທຣະສັບ ເພາະວ່າເຂົາເຈົ້າບໍ່ສາມາດ ທີ່ຈະເຂົ້າໄປໃນແຜນຊື້ໂທຣະສັບອັນໃຫຍ່ໆ ເຫລົ່ານັ້ນໄດ້."
ນາງໄດ້ຮຽກຮ້ອງ ໃຫ້ອິນເຕີເນັດຖືວ່າ ເປັນການບໍຣິການທີ່ຈໍາເປັນ.
"ພວກເຮົາ ຕ້ອງເບິ່ງຂໍ້ກໍານົດຂອງບໍຣິສັດໂທຣະສັບ. ໃນເວລານີ້, ມີພຽງແຕ່ Telstra ເທົ່ານັ້ນ ທີ່ຕ້ອງໃຫ້ບໍຣິການ ແລະສິນຄ້າສໍາລັບຜູ້ມີລາຍຮັບຕໍ່າ. ແລະນັ້ນຫມາຍຄວາມວ່າ ຫລາຍຄົນ ທີ່ບໍ່ໄດ້ຢູ່ໃນແຜນການເຫລົ່ານີ້ ກໍາລັງຖືກປະຖິ້ມ."
ຄ່າໃຊ້ຈ່າຍຈຳເປັນທີ່ທ່ານ Jason Haines ເຫັນວ່າ ມີຄວາມຕ້ອງການຫລາຍຂຶ້ນ ໃນທຸກວັນ.
"ຄ່າເຊົ່າຂອງທ່ານ, ນ້ຳມັນຂອງທ່ານກໍາລັງຂຶ້ນ, ອາຫານຂອງທ່ານກໍຂຶ້ນ. ສ່ວນໃຫຍ່ ແມ່ນພໍ່ແມ່ທີ່ເສັຍສລະໃນສິ່ງຕ່າງໆ. ເຮົາໄດ້ມີຜູ້ຍິງຄົນຫນຶ່ງ ເຂົ້າມາຂໍຄວາມຊ່ອຍເຫຼືອແລະພວກເຮົາໄດ້ເອົາຢາສະຜົມໃຫ້ນາງ ແລະນາງໄດ້ເລີ່ມຮ້ອງໄຫ້ ແລະນາງໄດ້ເວົ້າວ່າ 'ເຈົ້າຮຼ້ບໍ່ວ່າ ເທື່ອສຸດທ້າຍ ທີ່ຂ້ອຍໄດ້ເຮັດສິ່ງທີ່ຟູມເຟືອຍຄືກັນກັບການສະຜົມ ຂອງຂ້ອຍເມື່ອໃດ."
ເນື້ອເລື່ອງໂດຍ Gareth Boreham ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌