ອອສເຕຣເລັຍໃນການຈັດອັນດັບ ປະເທດ ທີ່ມີອໍານາດຫຼາຍທີ່ສຸດ ໃນພາກພື້ນ ອິນໂດ-ປາຊີຟິກ.

Chinese People's Liberation Army (PLA) honor guards march after an official welcoming ceremony at the Great Hall of the People, which is located beside Tiananmen Square in Beijing, China, 03 June 2014.

epa04237568 Chinese People's Liberation Army (PLA) honor guards march after an official welcoming ceremony at the Great Hall of the People, which is located beside Tiananmen Square in Beijing, China, 03 June 2014. Source: EPA

ທັງອາເມຣິກາ ແລະຈີນ ຍັງຄົງເປັນສອງມະຫາອຳນາດ ທີ່ມີອິດທິພົນໃນ ພາກພື້ນອິນໂດ ປາຊີຟິກ ຫຼັງຈາກການຈັດອັນດັບ ໃນປີນີ້. ອອສເຕຣເລັຍມີຄວາມສຳຄັນຫຼາຍຂຶ້ນໃນດ້ານການທູດ.


ອອສເຕຣເລັຍໃນການຈັດອັນດັບ ປະເທດ ທີ່ມີອໍານາດຫຼາຍທີ່ສຸດ ໃນພາກພື້ນ ອິນໂດ-ປາຊີຟິກ.

ອິດທິພົນຂອງອອສເຕຣເລັຍ ໃນພາກພື້ນ ອິນໂດ-ປາຊິຟິກ ຍັງເພີ່ມຂຶ້ນຢ່າງສມ່ຳສເມີ, ອີງຕາມລາຍງານໃຫມ່ ຂອງບັນດານັກຄິດຊັ້ນນໍາ.

ສະຖາບັນ Lowy ພົບວ່າ ສະຫະຣັດຍັງຄົງເປັນປະເທດ ທີ່ມີອໍານາດຫຼາຍທີ່ສຸດໃນເອເຊັຍ, ໂດຍອິດທິພົນຂອງຈີນ ອ່ອນແອລົງ ເນື່ອງຈາກນະໂຍບາຍຮັບມື COVID ທີ່ເຄັ່ງຄັດຂອງຕົນ. Omar Dehen ລາຍງານ.

ດັດຊະນີອິດທິພົນ ໃນເອເຊັຍ ເປັນການຈັດອັນດັບປະຈໍາປີ ຂອງບັນດາປະເທດ ທີ່ມີອໍານາດຫຼາຍທີ່ສຸດ ໃນພາກພື້ນ ອິນໂດ-ປາຊີຟິກ.

26 ປະເທດໄດ້ຖືກຈັດຢູ່ໃນ ແປດປະເພດ - ລວມເຖິງຄວາມສາມາດທາງດ້ານການທະຫານ ແລະເສດຖະກິດ, ແລະອິດທິພົນທາງດ້ານວັດທະນະທັມ.

ນັບຕັ້ງແຕ່ລາຍງານໄດ້ເລີ່ມຕົ້ນ ໃນປີ 2018, ສອງມະຫາອໍານາດ ໄດ້ຄອງຕຳແໜ່ງນັ້ນ.

ປີນີ້, ສະຫະຣັດຍັງຄົງຢູ່ໃນອັນດັບຕົ້ນໆ ກ່ອນຫນ້າປະເທດຈີນ ແລະຍີ່ປຸ່ນ - ໂດຍອອສເຕຣເລັຍ ເຂົ້າມາຢູ່ອັນດັບທີຫົກ.

ແຕ່ Sussanah Patton ຊຶ່ງເປັນຜູ້ນໍາໂຄງການ ສໍາລັບດັດຊະນີອິດທິພົນເອເຊັຍ ກັບສະຖາບັນ Lowy ກ່າວວ່າ COVID-19 ໄດ້ເຮັດໃຫ້ Beijing ຕາມຫຼັງ Washington.

"ຈີນປະສົບກັບຄວາມຫຍຸ້ງຍາກ ໃນໄລຍະປີທີ່ຜ່ານມາ, ໂດຍສະເພາະແມ່ນກັບນະໂຍບາຍ zero-covid ທີ່ເຂັ້ມງວດນັ້ນ ແລະການລັອກດາວເຂດແດນຂອງຕົນ ເປັນເຫດໃຫ້ສູນເສັຍ ຄວາມໄດ້ປຽບໃນພາກພື້ນຂອງຕົນ ໃນແງ່ຂອງການເຊື່ອມໂຍງກັບປະເທດອື່ນໆໃນເອເຊັຍ. ດັ່ງນັ້ນ ການຄິດເຖິງການເຊື່ອມໂຍງລະຫວ່າງນັກທ່ອງທ່ຽວ, ລະຫວ່າງນັກສຶກສາ, ລະຫວ່າງຜູ້ນໍາທຸຣະກິດ, ແມ່ນແຕ່ການໄຫລ ຂອງເງິນທຶນເຂົ້າແລະອອກຈາກປະເທດຈີນ ທີ່ໄດ້ຮັບຄວາມກະທົບ ໃນລະຫວ່າງ ການແຍກໂຕ ຈາກຕ່າງປະເທດແບບຍືດເຍື້ອ. ຄວາມແຂງຂອງສະຫະຣັດ ໂດຍສະເພາະແມ່ນໃນດ້ານເຄືອຂ່າຍປ້ອງກັນປະເທດຂອງຕົນ. ດັ່ງນັ້ນ ສະຫະຣັດຈຶ່ງຍັງຄົງເປັນຜູ້ໃຫ້ການຊ່ອຍເຫລືອ ດ້ານຄວາມປອດພັຍ ທີ່ໃຫຍ່ທີ່ສຸດແກ່ປະເທດຕ່າງໆໃນເອເຊັຍ. ສະຫະຣັດຍັງຄົງເປັນຜູ້ນຳຢູ່ ແບບສະບາຍ"

ແຕ່ຈີນຍັງຄົງເປັນຄູ່ຄ້າ ທີ່ໃຫຍ່ທີ່ສຸດສໍາລັບປະເທດສ່ວນໃຫຍ່ ໃນພູມີພາກ ແລະການແຂ່ງຂັນ ກັບສະຫະຣັດອາເມຣິກາ ກໍຍັງຄົງຈະມີຢູ່ຕໍ່ໄປ.

ໃນຂນະດຽວກັນ, ທ່ານນາງ Patton ກ່າວວ່າ ອອສເຕຣເລັຍ "ເຮັດໄດ້ດີຫຼາຍ" ໃນການຈັດອັນດັບ ໂດຍຮອງຈາກສະຫະຣັດ ໃນເຄືອຂ່າຍປ້ອງກັນ, ແລະເລື່ອນຂຶ້ນສອງຈຸດ - ເປັນທີຫ້າ - ໃນດ້ານອິດທິພົນທາງການທູດ.

"ນັ້ນສະແດງໃຫ້ເຫັນວ່າ ໃນພູມີພາກນີ້ ມີຄວາມຫມັ້ນໃຈໃນຄວາມສາມາດຂອງຣັຖບານແຮງງານໃຫມ່ ໃນການມີສ່ວນຮ່ວມກັບເອເຊັຍຫລາຍກວ່າທີ່ພວກເຂົາເຈົ້າມີ ກັບຣັຖບານ Morrison. ອອສເຕຣເລັຍມີຂໍ້ໄດ້ປຽບຫຼາຍຢ່າງ ທີ່ປະເທດອື່ນໆໃນຂົງເຂດດັ່ງກ່າວບໍ່ມີ. ເຮົາມີປະເທດໃຫຍ່ຫຼາຍ, ພວກເຮົາມີເສດຖະກິດ ທີ່ຂ້ອນຂ້າງດີ,ພວກເຮົາມີປະຊາກອນທີ່ດີ. ສະນັ້ນພວກເຮົາມີຂໍ້ດີຫຼາຍຢ່າງ"

ສ່ວນຣັດເຊັຍ ຊຶ່ງຍັງຄົງມີອໍານາດທີ່ສຸດອັນດັບທີຫ້າ - ສ່ວນໃຫຍ່ແມ່ນຍ້ອນຄວາມສາມາດທາງທະຫານຂອງຕົນ - ທ່ານນາງ Patton ຄາດຫວັງວ່າ ອິດທິພົນຂອງຣັດເຊັຍ ໃນພູມີພາກພາກຈະຫລຸດຫນ້ອຍລົງ.

"ແລະຂ້າພະເຈົ້າຄິດວ່າ ຄວາມຫມາຍອັນນຶ່ງຂອງການຮຸກຮານ ຂອງຣັດເຊັຍ ໃນຢູເຄຣນນັ້ນ ກໍຄືມັນຈະພົບວ່າ ມັນຍາກກວ່າເກົ່າທີ່ຈະຮັກສາຄວາມສໍາພັນ ດ້ານການປ້ອງກັນເຫລົ່ານັ້ນ ກັບເອເຊັຍ ຊຶ່ງເປັນສາເຫດທີ່ພວກເຮົາຄາດວ່າ ອໍານາດຂອງຣັດເຊັຍຈະຫລຸດຫນ້ອຍລົງ ໃນຫລາຍປີຂ້າງຫນ້ານີ້."

ລາຍງານຍັງພົບວ່າ ອິນເດັຍເຮັດໃຫ້ "ມີສ່ວນຮ່ວມຕໍ່ຄວາມສົມດຸນໃນພູມີພາກພາກ" ໂດຍບໍ່ສາມາດນໍາໃຊ້ປໂຍດຈາກຂນາດຂອງຕົນ, ໃນ ຂນະທີ່ປະເທດເອເຊັຍ ຕາເວັນອອກສຽງໃຕ້ ຖືກພົບວ່າ "ມີຄວາມສຳຄັນທາງການທູດຫຼາຍກວ່າທີ່ຜ່ານມາ".

ເນື້ອເລື່ອງໂດຍ Omar Dehen ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share