ກຽມໂຕໃຫ້ພ້ອມທີ່ຈະປະເຊີນກັບໂຣກຫອບຫືດທີ່ໃກ້ຈະມາເຖິງນີ້.

Ventolin

ຢາສີດເຂົ້າທາງປາກເພື່ອຊ່ອຍຜູ້ເປັນໂຣກຫອບຫືດ ໃນການເຮັດໃຫ້ການຫາຍໃຈດີຂຶ້ນ. Source: AAP

ສາເຫດຂອງໂຣກຫອບຫືດແມ່ນຫຍັງ? ຜູ້ຊ່ຽວຊານເຕືອນໃຫ້ຜູ້ທີ່ ເປັນໂຣກຫອບຫືດກຽມໂຕໃຫ້ພ້ອມທີ່ຈະປະເຊີນກັບໂຣກທີ່ໃກ້ຈະມາເຖິງນີ້.


ມີການເຕືອນຜູ້ເປັນໂຣກຫອບຫືດວ່າ ໃນໄວໆນີ້ ອອສເຕຣເລັຍຈະປະສົບກັບ ລະດູການພູມແພ້ ທີ່ສູງທີ່ສຸດ.

ເຫດການອາກາດທີ່ກໍາລັງເປັນຢູ່ໃນຕອນນີ້, La Nina ເຮັດໃຫ້ຜູ້ປ່ວຍທີ່ເປັນໂຣກໂຣກຫອບຫືດມີຄວາມສ່ຽງສູງຂຶ້ນ ໂດຍສະເພາະ ໃນລະຫວ່າງຕົ້ນເດືອນ ຕຸລາ ຫາທ້າຍເດືອນທັນວາ ອີງຕາມຜູ້ຊ່ຽວຊານ..Catriona Stirrat ແລະ Gareth Boreham ລາຍງານ.

ມັນແມ່ນເລື້ອງບໍ່ດີ ສໍາລັບຜູ້ເປັນໂຣກຫອບຫືດ, ປາກົດການທາງສະພາບການອາກາດ La Nina ຈະມີຄວາມຫມາຍຫຼາຍກວ່າ ອາກາດທີ່ປຽກຂອງລະດູຮ້ອນ.

ຜູ້ຊ່ຽວຊານກໍາລັງເຕືອນ ຊາວອອສເຕຣເລັຍ ທີ່ເປັນໂຣກຫອບຫືດໃຫ້ກຽມຕົວ ສໍາລັບລະດູການພູມແພ້ໃນລະດູຝົນ ເຊິ່ງເປັນຜົນມາຈາກສະພາບອາກາດທີ່ປ່ຽນແປງ.

ຜູ້ເປັນໂຣກຫອບຫືດຈະມີຄວາມສ່ຽງສູງຂຶ້ນລະຫວ່າງຕົ້ນເດືອນ ຕຸລາ ຫາທ້າຍເດືອນ ທັນວາ ອີງຕາມສະພາ ໂຮກຫອບຫືດແຫ່ງຊາດ (The National Asthma Council).

ຜູ້ອໍານວຍການ ແລະຫມໍທາງຣະບົບທາງເດີນຫາຍໃຈຂອງສະພາ, ສາດສະດາຈານ Peter Wark ອະທິບາຍວ່າ ເຫດການເປັນໂຮກຫອບຫືດຍ້ອນພາຍຸຝົນແມ່ນຫຍັງ.

"ໂຮກຫອບຫືດທີ່ເກີດຈາກພາຍຸຝົນ (Thunderstorm Asthma) ເປັນປາກົດການທີ່ເຮົາເຫັນໃນຊ່ວງນີ້ຂອງປີ ແລະມັນເກີດຂຶ້ນໂດຍສະເພາະເມື່ອເຮົາມີພາຍຸຝົນ. ພວກເຮົາມີຫຍ້າຢູ່ໃນທົ່ງຮາບ ແລະເມື່ອອາກາດປ່ຽນແປງ ແລະມີລົມພັດ, ເມັດຫຍ້ານ້ອຍໆເຫຼົ່ານັ້ນ ກໍຈະຖືກຫອບຂຶ້ນໄປໃນອາກາດ. ພວກມັນກໍຈະພົບກັບອາກາດທີ່ອົບອຸ່ນ ແລະຊຸ່ມໃນຊັ້ນເທິງຂອງບັນຍາກາດ,ແລະພາໃຫ້ເມັດຫຍ້າເຫຼົ່ານັ້ນແຕກໂຕອອກ."

ສໍາລັບຜູ້ເປັນໂຣກຫອບຫືດ, ນີ້ອາດເປັນວົງຈອນທີ່ເປັນອັນຕຣາຍຮ້າຍແຮງໄດ້.

ໃນປີ 2016, ມີຜູ້ເສັຍຊີວິດ ສິບຄົນ ແລະຫນ່ວຍບໍລິການສຸກເສີນ ຕ້ອງໄດ້ຮັບມືຢ່າງໜັກ, ຫຼັງຈາກໂຣກຫອບຫືດທີ່ເກີດຈາກພາຍຸຝົນ ໄດ້ເກີດຂຶ້ນທີ່ Melbourne.

ສາດສະດາຈານ Wark ກ່າວວ່າ ເຫດການແບບນີ້ ຈະເກີດຂຶ້ນໄດ້ ກໍຕ້ອງມີການປະສົມປະສານຂອງປັດຈັຍຕ່າງໆທີ່ສົມບູນແບບ.

"ທ່ານຕ້ອງມີເກສອນດອກໄມ້ຫຼາຍໃນອາກາດ, ແລະຈະຕ້ອງມີສະພາບບັນຍາກາດທີ່ເຫມາະສົມເຊັ່ນກັນ ແລະຈາກນັ້ນຈຶ່ງຈະເກີດເຫດການນີ້ຂຶ້ນ. ແລະແນ່ນອນວ່າມັນກໍໄດ້ເກີດຂຶ້ນໃນຕອນບ່າຍນຳອີກ, ຊຶ່ງເປັນຕອນທີ່ຜູ້ຄົນໄດ້ອອກໄປນອກເຮືອນ ແລະກັບມາຈາກວຽກງານ. ສະນັ້ນມັນຈຶ່ງເປັນສິ່ງທີ່ຮ້າຍແຮງໃນສະພາບການເຫລົ່ານັ້ນ. ມັນໄດ້ເກີດຂຶ້ນຢ່າງຫນັກທີ່ສຸດໃນເຂດພາກເຫນືອຂອງເມືອງ Melbourne ທີ່ມີຜູ້ຄົນອາສັຍຢູ່ຫຼາຍ, ແລະມັນໄດ້ເຮັດໃຫ້ຫລາຍພັນຄົນ ມີອາການຫອບຫືດຢ່າງຮຸນແຮງຂຶ້ນ ຊຶ່ງຕ້ອງໄປຜແນກສຸກເສີນທີ່ໂຮງໝໍ, ແລະທີ່ຫນ້າເສົ້າໃຈກໍຄື ມີສິບຄົນທີ່ເສັຍຊີວິດ."

ພະນັກງານດ້ານນິຕິກັມ ນາງ Genevieve Vergara ໄດ້ອະທິບາຍເຖິງອາການທີ່ລາວປະສົບມາ ເນື່ອງຈາກມີການປ່ຽນແປງຢ່າງໄວໃນອາກາດ.

"ການເປັນໂຣກຫອບຫືດຂອງຂ້ອຍ ເລີ້ມເກີດຈາກການປ່ຽນແປງກະທັນຫັນຂອງສະພາບອາກາດ, ດັ່ງນັ້ນຖ້າຮູ້ສຶກວ່າຝົນຈະຕົກ ມັນຈະກໍ່ໃຫ້ເກີດອາການຫອບຫືດຂອງຂ້ອຍເຊັ່ນກັນ. ດັ່ງນັ້ນມັນຈະເລີ່ມຕົ້ນດ້ວຍການຈາມ, ຫຼືມີຄວາມຮູ້ສຶກຄັນທີ່ດັງ ຫຼືໃນລຳຄໍຂອງຂ້ອຍ ຕໍ່ມາອາການກໍຈະເປັນແຮງຂຶ້ນ ຫຼືຈະມີອາການອື່ນໆ. ຕາຂ້ອຍກໍຈະມີນ້ຳຕາໄຫຼ ແລະກໍຈະເລີ້ມທີ່ຈະຫາຍໃຈບໍ່ສະດວກ ນຳອີກຄືກັນ."

ສໍາລັບຜູ້ປ່ວຍໂຣກຫອບຫືດຫຼາຍຄົນ, ການລະບາດຂອງພະຍາດ ໂຄວິດ-19 ມີແຕ່ຈະເຮັດໃຫ້ອາການຮ້າຍແຮງຂຶ້ນເທົ່ານັ້ນ.

ນາງ Vergara ມີອາການເປັນໂຣກຫອບຫືດ ຕັ້ງແຕ່ຖືກວິນິດສັຍ ເທື່ອທໍາອິດຕອນນາງອາຍຸ 9 ປີໃນປະເທດຟິລິບປິນ,ແຕ່ລາວເວົ້າວ່າ ອາການຂອງ ໂຄວິຍາວ (Long Covid) ເຮັດໃຫ້ລາວເປັນໂຣກຫອບຫືດແຮງກວ່າແຕ່ກ່ອນ.

"ແຕ່ກ່ອນມັນເປັນພຽງອາການທີ່ພໍຈັດການໄດ້, ແຕ່ຫຼັງຈາກ Covid ມັນເປັນການຍາກທີ່ຈະຮັບມື, ຍາກທີ່ຈະຈັດການ. ມັນຮຸນແຮງກວ່າເກົ່າ ຍ້ອນໂຄວິດ. ການຫາຍໃຈກໍຍາກ, ຕ້ອງຫາຍໃຈແຮງໆ, ຮູ້ສຶກຫນັກໜ້າເອິກ ແລະຕອນຫາຍໃຈມັນກໍມີສຽງດັງ, ແລະຕອນນັ້ນສຽງຂອງຂ້ອຍກໍບໍ່ມີອີກ."

ອອສເຕຣເລັຍ ມີອັດຕາການເປັນໂຣກຫອບຫືດ ສູງທີ່ສຸດໃນໂລກ, ເຊິ່ງຫນຶ່ງໃນສິບຄົນໄດ້ຮັບຜົນກະທົບ.

ໃນຂນະທີ່ ສາດສະດາຈານ Wark ກ່າວວ່າການມີພາຍຸຝົນ ເປັນເລື່ອງທີ່ຫນ້າຕື່ນເຕັ້ນຫລາຍ, ແຕ່ເພິ່ນຢ້ຳວ່າມັນສໍາຄັນສໍາລັບຜູ້ທີ່ເປັນໂຣກຫອບຫືດທີ່ຈະຮູ້ຢ່າງຄັກແນ່ ວ່າຈະເຮັດແນວໃດໃນເວລາສຸກເສີນ.

"ການປ້ອງກັນທີ່ດີທີ່ສຸດທີ່ທ່ານມີຕໍ່ໂຮກຫອບຫືດຍ້ອນພາຍຸຝົນ (Thunderstorm Asthma) ຫຼືໃນລະດູໃບໄມ້ປົ່ງ ແລະລະດູຮ້ອນ ຊຶ່ງອາການແພ້ເກີດຂຶ້ນທົ່ວໄປ ແມ່ນການມີການຄວບຄຸມທີ່ດີ ໃນແຕ່ລະມື້ ຂອງໂຣກຫອບຫືດຂອງທ່ານ ໃນຕອນທໍາອິດ. ສໍາລັບຄົນທີ່ເປັນໂຣກຫອບຫືດ ທີ່ມີອາຍຸຫຼາຍກວ່າຫົກປີ-ຖ້າຫາກວ່າພວກເຂົາຕ້ອງການທີ່ຈະໃຊ້ຢາບັນເທົາ (Reliever) ຫຼາຍກວ່າສອງຫຼືສາມເທື່ອ ຕໍ່ເດືອນແລ້ວ ພວກເຂົາຄວນຈະໃຊ້ຢາປ້ອງກັນ ທີ່ສີດເຂົ້າທາງປາກ (Inhaled Preventer). ນັ້ນແມ່ນທາງທີ່ດີທີ່ສຸດ ດ້ວຍຕົວຢາ Corticosteroid ທີ່ຕ່ຳ. ວິທີນີ້ຫຼຸດຄວາມສ່ຽງລົງຢ່າງຫຼວງຫຼາຍ (ຂອງການໂຈມຕີດ້ວຍໂຣກຫອບຫືດທີຮ້າຍແຮງຈະເກີດຂື້ນ)."

ນາງ Vergera ມີການຕື່ນໂຕຢ່າງສູງຫລັງຈາກມີຂ່າວກ່ຽວກັບລະດູການໂຣກພູມແພ້ທີ່ສູງຂຶ້ນ ແລະນາງມີສິ່ງທີ່ຢາກບອກຜູ້ເປັນໂຣກຫືດຫອບອື່ນໆ ໃນຂນະທີ່ອອສເຕຣເລັຍກຳລັງຫຍັບເຂົ້າໃກ້ລະດູຝົນນີ້.

"ຖ້າຫາກວ່າພວກເຂົາສາມາດກຽມພ້ອມສໍາລັບມັນ, ແລະຫຼີກເວັ້ນສິ່ງທີ່ພວກເຂົາສາມາດຫຼີກເວັ້ນໄດ້. ແລະຕິດຕໍ່ກັບນາຍຫມໍຂອງພວກເຂົາສເມີ ມັນກໍຈະເປັນປໂຍດຫຼາຍ."

ເນື້ອເລື່ອງໂດຍ Catriona Stirrat ແລະ  Gareth Boreham ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share