ການໂກ່ງຣາຄາ (Price gouging) ແລະຜົນກະທົບຂອງມັນ.
ໃນຂນະທີ່ ຫຼາຍຄົວເຮືອນອອສເຕຣເລັຍ ກໍາລັງຮູ້ສຶກເຖິງລາຍຈ່າຍທີ່ເພີ່ມຂຶ້ນ, ບາງຊຸມຊົນ ໄດ້ຮັບຜົນກະທົບຢ່າງບໍ່ສົມສັດສ່ວນ.
ການສອບຖາມ ກ່ຽວກັບການໂກ່ງຣາຄາ (Price gouging) (ວັນທີ 10 ພິຈິກ) ພົບວ່າ ແຮງງານພວກຍົກຍ້າຍຖິ່ນຖານ ໄດ້ຮັບຜົນກະທົບໂດຍສະເພາະ, ໃນຂນະທີ່ ຜູ້ສນັບສນູນ ຮຽກຮ້ອງໃຫ້ມີການດໍາເນີນການ ທີ່ເຂັ້ມແຂງຂຶ້ນ.
Rebecca Kazmierczak ລາຍງານ.
ສໍາລັບຄົວເຮືອນອອສເຕຣເລັຍ, ຄວາມກົດດັນດ້ານຄ່າຄອງຊີບ ແມ່ນໄດ້ຮັບຜົນກະທົບຢ່າງຫນັກ.
ຈາກການສໍາຫຼວດເມື່ອບໍ່ດົນມານີ້, ມັນເປັນເລື່ອງທັມມະດາຫຼາຍຂຶ້ນ ສໍາລັບຄອບຄົວ ທີ່ຈະບໍ່ຊື້ສິ່ງຈໍາເປັນພື້ນຖານ ເນື່ອງຈາກຄວາມກົດດັນດ້ານຄ່າໃຊ້ຈ່າຍ.
ແຕ່ບາງຊຸມຊົນ ໄດ້ຮັບຜົນກະທົບຢ່າງບໍ່ສົມສັດສ່ວນ ຈາກຣາຄາທີ່ເພີ່ມຂຶ້ນ ແລະການໂກ່ງຣາຄາ (Price gouging).
ການໂກ່ງຣາຄາ (Price gouging) ແມ່ນເມື່ອຣາຄາສິນຄ້າ ຫຼືການບໍຣິການ ເພີ່ມຂຶ້ນໃນລະດັບທີ່ສູງກວ່າ ທີ່ຖືວ່າສົມເຫດສົມຜົນ ຫຼືຍຸດຕິທັມ.
Thomas Costa ເປັນຜູ້ຊ່ວຍເລຂາທິການ ສະຫະພັນແຮງງານ ຂອງ New South Wales-ຄນະສູງສຸດ ສໍາລັບສະຫະພັນແຮງງານ ໃນຣັດ ເວົ້າວ່າ ການໂກ່ງ ຣາຄາ (Price gouging) ອາດສົ່ງຜົນເສັຍ ຕໍ່ຊຸມຊົນຊາວອົບພະຍົບໂດຍສະເພາະ.
"ເຂົາເຈົ້າ ໄດ້ຮັບຄ່າຈ້າງຕ່ຳ ແລະໄດ້ຮັບຄ່າແຮງໜ້ອຍກວ່າຄ່າຈ້າງຂັ້ນຕ່ຳ. ແຕ່ເຂົາເຈົ້າ ຍັງຕ້ອງຈ່າຍຫຼາຍເກີນໄປ ສໍາລັບສິ່ງທີ່ຕາມປົກກະຕິແລ້ວ ເຮົາຈະຄຶດວ່າ ເປັນພຽງແຕ່ຄ່າໃຊ້ຈ່າຍມາດຕະຖານ. ດັ່ງນັ້ນ, ຍົກຕົວຢ່າງເຊັ່ນ ທີ່ພັກ ແລະການຂົນສົ່ງ, ແຮງງານຍົກຍ້າຍຖິ່ນຖານ ຈ່າຍສູງກວ່າ ສຳລັບສິ່ງເຫຼົ່ານັ້ນ, ຫຼາຍກວ່າແຮງງານ ແລະຄົນອື່ນໆ ໃນຣັດນີ້ ເພາະວ່າ ພວກເຂົາເຈົ້າ ເປັນເຫຍື່ອຂອງການຂູດຮີດໄດ້ງ່າຍ."
Mr Thomas ຍັງກ່າວອີກວ່າ ແຮງງານອົບພະຍົບ ໃນເຂດພູມີພາກ ມັກຈະປະສົບກັບປັນຫາທາງດ້ານການເງິນ ຍ້ອນຄ່າເຊົ່າທີ່ສູງ ຢ່າງບໍ່ສົມສັດສ່ວນ.
"ຜູ້ຍົກຍ້າຍຖິ່ນຖານ ທີ່ເຮັດວຽກຢູ່ເຂດພູມີພາກ ໂດຍສະເພາະແມ່ນພວກທີ່ເຮັດວຽກໃນສວນ ທີ່ຕ້ອງຈ່າຍເຖິງ 160 ໂດລາຕໍ່ອາທິດ ສໍາລັບຄ່າເຊົ່າ ໃນເຮືອນແບ່ງເຊົ່າ ກັບຄົນອື່ນອີກຫົກຄົນ. ຄົນງານເຫຼົ່ານີ້ ຕ້ອງຈ່າຍ 30 ຫາ 40ໂ ດລາຕໍ່ມື້. ມັນພິລຶກຫຼາຍ."
ສາດສະດາຈານ Allan Fels, AO, ເປັນປະທານຂອງການສອບຖາມໃນມໍ່ໆນີ້ ກ່ຽວກັບການໂກ່ງ ຣາຄາ (Price gouging) ແລະການກຳ ໜົດ ຣາຄາທີ່ບໍ່ເປັນທັມ.
ການສອບສວນ ຊຶ່ງໄດ້ຮັບການມອບຫມາຍ ຈາກສະພາສະຫະພັນການຄ້າ ຂອງອອສເຕຣເລັຍ (Australian Council of Trade Unions) ເພື່ອກວດສອບຂນາດຂອງການໂກ່ງຣາຄາ (Price gouging) ທີ່ດຳເນີນໂດຍທຸຣະກິດຂນາດໃຫຍ່ ແລະຜົນກະທົບ ຕໍ່ຄົວເຮືອນໃນອອສເຕຣເລັຍ.
ສາດສະດາຈານ Fels ກ່າວວ່າ ຊຸມຊົນຊາວອົບພະຍົບ ແມ່ນໄດ້ຮັບຜົນກະທົບຫນັກທີ່ສຸດ ຈາກການໂກ່ງຣາຄາ (Price gouging).
"ມັນເຄີຍມີປວັດທີ່ບໍ່ດີ ຂອງການຈ່າຍເງິນໃຫ້ເຂົາເຈົ້າທີ່ຕ່ຳຫຼາຍ ແລະຈໍາເປັນຕ້ອງເອົາຜິດທາງອາຍາ, ບ່ອນທີ່ມັນ ເຮັດໂດຍເຈດຕະນາ ແລະຕໍ່ເນື່ອງ. ອີກເລື້ອງຫນຶ່ງ ທີ່ຄອບຄົວຊາວອົບພະຍົບໄດ້ຮັບຄວາມເດືອດຮ້ອນຫຼາຍ ແມ່ນຕອນທີ່ພວກເຂົາເຈົ້າ ພະຍາຍາມສົ່ງເງິນກັບບ້ານ ຫຼືນໍາມາຈາກຕ່າງປະເທດ, ຣາຄາການໂອນເງິນ-ຄ່າທໍານຽມການໂອນເງິນ-ແມ່ນສູງຫຼາຍ ແລະຂ້າພະເຈົ້າຈະຖືວ່າ ເປັນການໂກ່ງຣາຄາ (Price gouging)”
Professor Fels ກ່າວວ່າການໂກ່ງຣາຄາ (Price gouging) ແມ່ນສ່ວນຫນຶ່ງ ຂອງບັນຫາລະບົບທີ່ໃຫຍ່ກວ່າ ຊຶ່ງຜົນກໍາໄລຂອງບໍຣິສັດ ແລະເງິນເດືອນຜູ້ບໍຣິຫານໄດ້ເພີ່ມຂຶ້ນ, ແຕ່ຄ່າຈ້າງຍັງຄົງຢູ່ບ່ອນເກົ່າ.
ຣາຄາ ຂອງສິ່ງຈໍາເປັນພື້ນຖານ ກໍສູງຂຶ້ນຕາມອັດຕາເງິນເຟີ້ ຊື່ງເຮັດໃຫ້ບາງຄອບຄົວ ຕ້ອງສລະສິ່ງເຫລົ່ານີ້ທັງຫມົດ.
ແຕ່ການຄົ້ນຄວ້າຂອງ OECD ເມື່ອບໍ່ດົນມານີ້ ໄດ້ເປີດເຜີຍວ່າ ຜົນກຳໄລ ຂອງບໍລິສັດ ໄດ້ເປັນຕົວຂັບເຄື່ອນທີ່ສໍາຄັນ ຂອງອັດຕາເງິນເຟີ້.
ໃນອອສເຕຣເລັຍ, ຣາຄາສິນຄ້າ ແລະການບໍຣິການ ໄດ້ເພີ່ມຂຶ້ນ ແລະເຮັດໃຫ້ອັດຕາກໍາໄລ ຂຍາຍໂຕ ແລະບໍ່ສອດຄ່ອງ ກັບຕົ້ນທຶນການ ຜລິດທີ່ເພີ່ມຂຶ້ນ.
ສາດສະດາຈານ Fels ກ່າວວ່າ ນີ້ແມ່ນບັນຫາໃຫຍ່ ສໍາລັບຜູ້ໃຫ້ບໍຣິການແລະຜລິດສິນຄ້າ ທີ່ລາຍໄດ້ຫນ້ອຍລົງ ສໍາລັບຜລິດຕະພັນ ຂອງເຂົາເຈົ້າ, ເຊັນຊາວກະສິກອນ.
"ຊາວກະສິກອນ ໄດ້ຮັບຄ່າຕອບແທນໜ້ອຍ ສໍາລັບຊີ້ນຂອງເຂົາເຈົ້າ. ແຕ່ສຳລັບພວກເຮົາ ຜູ້ບໍຣິໂພກແລ້ວ ສິ່ງທີ່ພວກເຮົາເຫັນ ແມ່ນຣາຄາອາຫານ ແລະຣາຄາຊີ້ນ ມີແຕ່ຈະສູງຂຶ້ນ ຫຼືເກືອບຈະບໍ່ຫຼຸດລົງ. ມັນເປັນບັນຫາສໍາຄັນ ເພາະວ່າ ສ່ວນແບ່ງກໍາໄລຂອງລາຍຮັບແຫ່ງຊາດ ໄດ້ເພີ່ມຂຶ້ນຢ່າງໄວ. ສ່ວນແບ່ງຄ່າຈ້າງ ນັ້ນໄດ້ຫຼຸດລົງ. ມີຜົນກໍາໄຣ ພິເສດເພີ່ມຫຼາຍ ແລະມັນແມ່ນຜ່ານ ການກຳໜົດຣາຄາທຸຣະກິດ."
ຊຸບເປີມາເກັດຍັກໃຫຍ່ Woolworths ໄດ້ປະກາດກໍາໄລ 1.62 ພັນລ້ານໂດລາ ສໍາລັບປີງົບປະມານ 2023.
Coles ຊຶ່ງແມ່ນຄູ່ແຂ່ງຫຼັກຂອງ Woolworths ກໍໄດ້ປະກາດກຳໄລ 1.1 ພັນລ້ານໂດລາ ໃນໄລຍະດຽວກັນ.
Pradeep Philip ເປັນຫົວຫນ້າ Access Economics ຂອງ Deloitte ກ່າວວ່າ ຍັງຈໍາເປັນຕ້ອງມີມາດຕະການອື່ນໆ ເພື່ອຕໍ່ສູ້ກັບຄ່າໃຊ້ຈ່າຍ ຂອງຄວາມກົດດັນດ້ານຄ່າຄອງຊີບ.
"ນອກເຫນືອໄປຈາກ ການກວດສອບສະເພາະຈຸດ ຂອງການໂກ່ງຣາຄາ(Price gouging) ແລ້ວ, ເຮົາຕ້ອງມີການປະຕິຮູບຂັ້ນພື້ນຖານ ຂອງການແຂ່ງຂັນ. ພວກເຮົາ ຍັງຕ້ອງເບິ່ງທົ່ວທຸກຂແນງການ ເພື່ອໃຫ້ແນ່ໃຈ ໃນການປະຕິຮູບພື້ນຖານຂອງການແຂ່ງຂັນ ເພື່ອເຮັດໃຫ້ເກີດຜົນປໂຍດທີ່ດີທີ່ສຸດ ສຳລັບຜູ້ບໍຣິໂພກ. ສະນັ້ນ, ສິ່ງຫນຶ່ງທີ່ເຮົາຕ້ອງເຮັດ ເພື່ອຮັບມືກັບອັດຕາເງິນເຟີ້ ແມ່ນເຮັດໃຫ້ແນ່ໃຈວ່າ ເຮົາຂັບເຄື່ອນການປະຕິຮູບການແຂ່ງຂັນ ສໍາລັບພາກສ່ວນຕ່າງໆ ໃນລະບົບເສດຖະກິດຂອງເຮົາ. ໃນການເຮັດສິ່ງນັ້ນ, ເຮົາອາດຈະໄດ້ຮັບການປ່ຽນແປງ ໃນການແຂ່ງຂັນຂອງນັກທຸຣະກິດຫລາຍຂຶ້ນ, ຊຶ່ງເປັນສິ່ງສໍາຄັນຫຼາຍ ທີ່ຈະຂັບເຄື່ອນຜົນປໂຍດ ໃນເສດຖະກິດ."
ເນື້ອເລື່ອງໂດຍ Rebecca Kazmierczak ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌