ການພະນັນເຮັດໃຫ້ທ່ານສູນເສັຍຫຍັງແດ່?

A man plays a pokie machine at a club in Altona, Melbourne

ຜູ້ຊາຍກຳລັງຫຼິ້ນ pokies ໃນ club ແຫ່ງໜຶ່ງ. Source: AAP

ການພະນັນອາດເຮັດໃຫ້ທ່ານເສັຍຫຼາຍກວ່າເງິນ, ແລະຫຼາຍກວ່າທີ່ທ່ານສາມາດທີ່ຈະສູນເສັຍ. ມັນເຮັດໃຫ້ທ່ານສູນເສັຍດ້ານການເງິນ (ຢ່າງແນ່ນອນ) ເຮັດໃຫ້ທ່ານເສັຍສຸຂພາບທາງຮ່າງກາຍດ ສຸຂະພາບຈິດ ແລະສູນເສັຍທາງສັງຄົມດ້ວຍ.


ການພະນັນເຮັດໃຫ້ທ່ານສູນເສັຍຫຍັງແດ່?

ມັນອາດເຮັດໃຫ້ທ່ານເສັຍຫຼາຍກວ່າເງິນ, ແລະຫຼາຍກວ່າທີ່ທ່ານສາມາດທີ່ຈະສູນເສັຍ, ດັ່ງທີ່ Omoh Bello ລາຍງານ.

ການພະນັນສົ່ງຜົນກະທົບຕໍ່ທຸກຄົນຢ່າງແຕກຕ່າງກັນ.

ສໍາລັບບາງຄົນ, ມັນສົ່ງຜົນກະທົບຕໍ່ການເງິນຂອງພວກເຂົາ ແຕ່ສໍາລັບຄົນອື່ນໆ, ມັນເປັນຫຼາຍກວ່າເປັນໂດລາ.

Dr Christopher Hunt, ນັກຈິດຕະວິທຍາອາວຸໂສ ຂອງ Gamble Aware Central Sydney ກ່າວວ່າ ຫຼາຍຄົນຄວນຈະຄິດເຖິງຄວາມເສັຍຫາຍທັງຫມົດຂອງການພະນັນ.

"ພວກເຮົາຢາກໃຫ້ຜູ້ຄົນຢ້ອນກັບໄປເບິ່ງພາບຮວມ ກ່ຽວກັບການພະນັນຂອງເຂົາເຈົ້າ ແລະຄິດເຖິງສິ່ງທີ່ມັນເຮັດໃຫ້ເຂົາເຈົ້າສູນເສັຍ ຊຶ່ງບໍ່ແມ່ນພຽງແຕ່ ດ້ານການເງິນເທົ່ານັ້ນ ແຕ່ຍັງໃນແງ່ຂອງສຸຂະພາບທາງຈິດໃຈ ແລະຮ່າງກາຍ, ຜົນກະທົບຕໍ່ວຽກງານຂອງເຂົາເຈົ້າ, ແລະວ່າມັນກໍ່ໃຫ້ເກີດຄວາມເຄັ່ງຕຶງຢູ່ເຮືອນຫຼືບໍ່."

ປັນຫາການພະນັນ ເປັນບັນຫາສໍາຄັນ ທາງດ້ານນະໂຍບາຍສາທາຣະນະໃນ ຊຶ່ງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຄວາມຢູ່ດີກິນດີຂອງບຸກຄົນ ແລະ ຄອບຄົວຈໍານວນຫຼາຍ.

ຊາວອອສເຕຣເລັຍ ສູນເສັຍເງິນປະມານ 25 ພັນລ້ານໂດລາ ໃນທຸກປີຊຶ່ງເປັນການສູນເສັຍຕໍ່ຫົວ ທີ່ໃຫຍ່ທີ່ສຸດໃນໂລກ.

ການສໍາຫຼວດໂດຍສູນຄົ້ນຄວ້າການພະນັນ ຂອງອອສເຕຣເລັຍ ພົບວ່າ 73 ເປີເຊັນຂອງຜູ້ໃຫຍ່ໃນອອສເຕຣເລັຍ ໄດ້ໃຊ້ເງິນໃນການຫຼິ້ນການພະນັນຢ່າງຫນ້ອຍຫນຶ່ງຄັ້ງ ໃນໄລຍະ 12 ເດືອນທີ່ຜ່ານມາ ເຖິງເດືອນມີນາ ແລະ 38 ເປີເຊັນຫຼິ້ນການພະນັນ ຢ່າງຫນ້ອຍທຸກອາທິດ.

ນອກຈາກນັ້ນ ການສໍາຫຼວດຍັງເປີດເຜີຍວ່າ ໃນບັນດາຄົນທີ່ຫຼິ້ນການພະນັນ ເກືອບເຄິ່ງຫນຶ່ງ-ປະມານ 46 ເປີເຊັນ- ຖືກຈັດໃນກຸ່ມທີ່ສ່ຽງຕໍ່ການໄດ້ຮັບອັນຕະລາຍອັນຈາກການພະນັນ.

Alice Russell ທີ່ປຶກສາຂອງ Gamble Aware ກ່າວວ່າ ຜົນກະທົບທາງດ້ານການເງິນ ຂອງການພະນັນ ອາດຈະຮຸນແຮງຫຼາຍ.

"ການພະນັນ ມີຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ຊີວິດຂອງຄົນ ທີ່ອາດຈະພາໃຫ້ເຂົາເຈົ້າ ສູນເສັຍເຮືອນຂອງເຂົາເຈົ້າ ເນື່ອງຈາກວ່າ ເຂົາເຈົ້າໃຫ້ຄວາມສໍາຄັນ ໃນການໃຊ້ເງິນໃນການພະນັນ ແທນທີ່ຈະໃຊ້ເງິນ ໃນການເສັຍຄ່າເຊົ່າເຮືອນ ຫຼືຄ່ານ້ຳຄ່າໄຟຟ້າ. ມັນແຕກຕ່າງກັນໄປ ໃນແຕ່ລະບຸກຄົນ ແລະມັນມັກຈະພັດທະນາຢ່າງຊ້າໆ ໃນການພົບວ່າຕົນເອງກໍາລັງໃຊ້ເງິນ ໃນການຫຼິ້ນການພະນັນ. ເມື່ອເຂົາເຈົ້າ ໄດ້ຖືກດູດເຂົ້າໄປໃນການພະນັນຫຼາຍຂຶ້ນ-ແລະຂ້າພະເຈົ້າ ຕ້ອງເນັ້ນຫນັກວ່າ ນີ້ບໍ່ແມ່ນທຸກຄົນ-ແຕ່ເມື່ອເຂົາເຈົ້າ ໄດ້ຖືກດູດຫລາຍຂຶ້ນ ເຂົາເຈົ້າອາດຈະຢືມເງິນ ເພື່ອຈ່າຍຄ່າໃຊ້ຈ່າຍພື້ນຖານ ຂອງເຂົາເຈົ້າ. ຈາກນັ້ນ, ພວກເຂົາອາດເລີ່ມລະເລີຍ ການຈ່າຍຄ່າເຊົ່າ ຫຼືຄ່ານ້ຳຄ່າໄຟຟ້າ ຂອງພວກເຂົາ ແລະຕໍ່ໄປ ພວກເຂົາຮູ້ວ່າ ພວກເຂົາອາດຈະມີຄວາມສ່ຽງ ທີ່ຈະຖືກໄລ່ອອກຈາກເຮືອນ ຂອງພວກເຂົາ ຫຼືມີຜູ້ໄລ່ທວງໜີ້ເຂົາເຈົ້າ."

ແລະ Dr Hunt ກ່າວວ່າ ພວກນັກພະນັນ ມີຄວາມສ່ຽງ ຫລາຍກວ່າ ຄວາມກົດດັນ ທາງດ້ານການເງິນເທົ່ານັ້ນ.

"ເຫັນໄດ້ຢ່າງຊັດແຈ້ງວ່າ ການພະນັນສາມາດມີຜົນກະທົບ ທາງດ້ານການເງິນຢ່າງຮ້າຍແຮງຕໍ່ບຸກຄົນ. ແຕ່ນອກເຫນືອໄປຈາກນັ້ນ ມັນຍັງສາມາດສົ່ງຜົນກະທົບ ຕໍ່ຜູ້ຄົນ ໃນຫລາຍທາງທີ່ແຕກຕ່າງກັນ. ດັ່ງນັ້ນ, ຄົນເຮົາອາດຈະຖືກລົບກວນ ຢູ່ບ່ອນເຮັດວຽກ ຫຼືຕົກຫຼົ່ນໃນການສຶກສາຂອງເຂົາເຈົ້າ ເພາະວ່າເຂົາເຈົ້າ ໃຊ້ເງິນ ແລະເວລາໃນການຫຼິ້ນການພະນັນ. ມັນອາດເຮັດໃຫ້ ເກີດຄວາມເຄັ່ງຕຶງ ກັບຄົນທີ່ເຂົາເຈົ້າຮັກ, ສະມາຊິກໃນຄອບຄົວ, ຄູ່ຮ່ວມງານຂອງເຂົາເຈົ້າ ແລະມັນອາດສົ່ງຜົນກະທົບ ຕໍ່ສຸຂະພາບຈິດຂອງພວກເຂົາ ເພາະພວກເຂົາອາດຈະປະສົບກັບໂຣກຊຶມເສົ້າ, ຄວາມກັງວົນ ແລະຄວາມເຄັ່ງຕຶງ, ແລະອາດສົ່ງຜົນຕໍ່ສຸຂະພາບທາງຮ່າງກາຍ ຂອງພວກເຂົາ, ຖ້າພວກເຂົາເຈົ້າ ກິນອາຫານບໍ່ຖືກຕ້ອງ, ຖ້າຫາກວ່າ ເຂົາມີປັນຫາເລື້ອງການນອນ ແລະພວກເຂົາບໍ່ສາມາດໄປຫານາຍໝໍຕາມນັດ."

ທ່ານ Tim Costello ຫົວຫນ້າຜູ້ສນັບສນູນຂອງ the Alliance for Gambling Reform ກ່າວວ່າ ການພະນັນໃນເວລານີ້ ເປັນບັນຫາສຸຂະພາບທີ່ຍິ່ງໃຫຍ່ທີ່ສຸດ ໃນອອສເຕຣເລັຍ.

"ພວກເຮົາ ເປັນອັນດັບຫນຶ່ງ ໃນການສູນເສັຍການພະນັນໃນໂລກ-ສູງກວ່າຊາດທີ່ມາເປັນອັນດັບສອງ 40 ເປີເຊັນ. ແລະຖ້າທ່ານສົງໄສວ່າເປັນຫຍັງ, ມັນເປັນຍ້ອນວ່າ ພວກເຮົາມີນະໂຍບາຍ ທີ່ບໍ່ມີຄວາມຮັບຜິດຊອບທີ່ສຸດ; 75 ເປີເຊັນຂອງ pokies ທັງຫມົດໃນໂລກໃນ clubs ແລະໃນ pubs ແມ່ນຢູ່ໃນອອສເຕຣເລັຍນີ້. ຢູ່ບ່ອນອື່ນ pokies ສ່ວນຫຼາຍແມ່ນຢູ່ໃນ casinos, ນັ້ນແມ່ນ ການບ່ອນຫຼິ້ນການພະນັນ, ທ່ານຕ້ອງໄປບ່ອນນັ້ນ. ໃນທີ່ນີ້, ພວກເຂົາເຈົ້າ (pokies) ຈະມີຢູ່ໃນທຸກໆສີ່ ບລັອກ, ແລະພວກເຂົາເຈົ້າເປີດສເມີ ແລະຜູ້ຄົນທີ່ບໍ່ໄດ້ຕັ້ງໃຈ ທີ່ຈະຫຼິ້ນການພະນັນ, ພວກເຂົາເຈົ້າພຽງແຕ່ຕັ້ງໃຈ ທີ່ຈະຊື້ຂອງ ແລະພວກເຂົາເຈົ້າ ມີເວລາເຄິ່ງຊົ່ວໂມງ ໃນການຈອດຣົດຂອງພວກເຂົາເຈົ້າ ແລະພວກເຂົາເຈົ້າໄດ້ຖືກດຶງດູດໃຫ້ເຂົ້າໄປ. ດັ່ງນັ້ນ ການພະນັນ ແມ່ນບັນຫາສຸຂະພາບສາທາຣະນະ ທີ່ຍິ່ງໃຫຍ່ທີ່ສຸດ ຂອງພວກເຮົາ."

ການພະນັນ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ບຸກຄົນເທົ່ານັ້ນ, ແຕ່ຍັງຮວມເຖິງຄອບຄົວ ແລະ ເຄືອຂ່າຍສັງຄົມນໍາອີກ.

ການຄົ້ນຄວ້າແນະນໍາວ່າ ສະມາຊິກຊຸມຊົນອົບພະຍົບ ໃນອອສເຕຣເລັຍມີໂອກາດນ້ອຍ ທີ່ຈະຫລິ້ນການພະນັນ, ແຕ່ຜູ້ທີ່ຫຼິ້ນ ແມ່ນມີຄວາມສ່ຽງ ຕໍ່ອັນຕະລາຍ ຈາກການພະນັນຫຼາຍກວ່າ.

Dr Hunt ກ່າວວ່າ ພື້ນຖານທາງວັດທະນະທັມ ຂອງຜູ້ຄົນ ສາມາດມີຜົນຕໍ່ວິທີ ທີ່ເຂົາເຈົ້າ ປະສົບກັບອັນຕະລາຍ ຈາກການພະນັນ

"ເຖິງວ່າບາງເທື່ອ ຜູ້ຄົນຈາກຊຸມຊົນຜູ້ອົບພະຍົບ ອາດຈະມີສ່ວນກ່ຽວຂ້ອງ ກັບການຫລິ້ນພະນັນຫນ້ອຍກວ່າ, ແຕ່ເຮົາມັກຈະພົບວ່າ ຜູ້ຄົນ ທີ່ຫາກໍມາຮອດອອສເຕຣເລັຍ ມັກຈະມີສ່ວນຮ່ວມຢ່າງຫຼາຍ ໃນການຫລິ້ນພະນັນ ພຽງແຕ່ຍ້ອນວ່າ ເຂົາເຈົ້າອາດບໍ່ໄດ້ສຳຜັດ ກັບການພະນັນ ຢູ່ໃນປະເທດຂອງເຂົາເຈົ້າ. ແລະເມື່ອເຂົາເຈົ້າມາທີ່ນີ້, ເຂົາເຈົ້າບໍ່ຮູ້ ເຖິງຄວາມເສັຍຫາຍ ທີ່ການຫລິ້ນພະນັນ ອາດເຮັດໃຫ້ເຂົາເຈົ້າ ຕິດການພະນັນ ຢ່າງເລິກ ຊຶ້ງໃນການຫລິ້ນພະນັນ ແລະປະສົບກັບຄວາມເສັຍຫາຍ ຕໍ່ເຂົາເຈົ້າ ແລະຄອບຄົວຂອງເຂົາເຈົ້າ. ດັ່ງນັ້ນ, ພວກເຮົາຈຶ່ງຊຸກຍູ້ ໃຫ້ຜູ້ທີ່ມາຈາກພູມຫຼັງຊາວອົບພະຍົບ ມາເບິ່ງນິສັຍການພະນັນຂອງພວກເຂົາເບິ່ງວ່າ ມັນມີຜົນກະທົບ ຕໍ່ເຂົາເຈົ້າ ແລະຄອບຄົວຂອງເຂົາເຈົ້າ. ແລະເພື່ອຂໍການສນັບສນູນ ແລະການຊ່ວຍເຫຼືອ."

ຜູ້ອໍານວຍການຄລີນິກ ການປິ່ນປົວ ແລະຄົ້ນຄວ້າການພະນັນທີ່ມະຫາວິທະຍາໄລ Sydney, ສາດສະດາຈານ Sally Gainsbury, ຫວັງວ່າທຸກຄົນ ສາມາດຫຼິ້ນການພະນັນໄດ້ ຢ່າງປອດພັຍ.

"ທຸກຄົນມາພ້ອມກັບພູມຫຼັງອັນສະເພາະຂອງຕົນເອງ, ລວມທັງວັດທະນະທັມຂອງເຂົາເຈົ້າ ແລະພາສາຂອງເຂົາເຈົ້າ ແລະປວັດຄອບຄົວຂອງເຂົາເຈົ້າ ເມື່ອເຂົາເຈົ້າຫຼິ້ນການພະນັນ. ທຸກຄົນຕ້ອງຄິດເຖິງເວລາທີ່ຕົນເອງກໍາລັງຫຼິ້ນການພະນັນ, ມັນເຫມາະສົມກັບວັດທະນະທັມຂອງເຂົາເຈົ້າແນວໃດ, ແລະຜົນກະທົບຂອງການຫຼິ້ນການພະນັນ, ບໍ່ວ່າຈະມີເງິນໃນການຫຼິ້ນຫຼືບໍ່, ການເສັຍເວລາ, ປະເພດຂອງກິດຈະກັມ ທີ່ພວກເຂົາກໍາລັງເຮັດ, ແລະຄວາມສໍາພັນທີ່ພວກເຂົາກໍາລັງມີ. ພວກເຮົາຊຸກຍູ້ໃຫ້ທຸກຄົນມີຄວາມສໍາພັນທີ່ ດີກັບການພະນັນ, ເຊິ່ງຫມາຍຄວາມວ່າທ່ານມີເວລາ ແລະມີເງິນພຽງພໍທີ່ຈະດູແລ ທຸກດ້ານຕ່າງໆໃນຊີວິດຂອງທ່ານ. ການພະນັນເປັນພຽງສ່ວນຫນຶ່ງຂອງກິດຈະກກັມການພັກຜ່ອນຢ່ອນໃຈ ແລະຄວາມເພີດເພີນເພື່ອສຸຂະພາບ. ມັນເປັນສິ່ງສໍາຄັນ ທີ່ທຸກຄົນຫຼິ້ນການພະນັນ ໃນວິທີທີ່ຈະເຮັດໃຫ້ແນ່ໃຈວ່າ ພວກເຂົາບໍ່ປ່ອຍຖິ້ມສິ່ງທີ່ສໍາຄັນອື່ນໆ ໃນຊີວິດຂອງພວກເຂົາ."

ເນື້ອເລື່ອງໂດຍ Omoh Bello   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share