Victoria ຈະເລີກລົງໂທດ (Decriminalise) ການເມົາເຫລົ້າໃນສາທາຣະນະ.

Apryl Watson

Apryl Watson ຜູ້ເປັນລູກສາວ ຂອງ Tanya Day ຜູ້ຍິງຊາວ Yorta Yorta. Source: SBS / NITV News

Victoria ຈະເລີກລົງໂທດ (Decriminalise) ການເມົາເຫລົ້າໃນສາທາຣະນະ ແຕ່ການຕັດສິນໃຈ ທີ່ຈະປ່ຽນແປງກົດຫມາຍ ໄດ້ເຮັດໃຫ້ເກີດການວິພາກວິຈານ ຢ່າງກວ້າງຂວາງ ທັງຈາກຝ່າຍຕຳຫຼວດ ແລະຝ່າຍຄ້ານໃນຣັຖສະພາ.


Victoria ຈະເລີກລົງໂທດ (Decriminalise) ການເມົາເຫລົ້າໃນສາທາຣະນະ.

Victoria ໄດ້ກາຍມາເປັນຣັດຫລ້າສຸດ ຂອງ ທີ່ບໍ່ລົງໂທດ (Decriminalise) ການເມົາເຫລົ້າ ໃນທີ່ສາທາຣະນະ.

ກໍາລັງເລີ່ມຕົ້ນວິທີການໃຫມ່ ທີ່ນໍາໂດຍສຸຂະພາບ ໃນວັນMelbourne Cup - ແຕ່ລະບົບໃຫມ່ ເຮັດໃຫ້ມີການວິຈານວ່າ ຍັງບໍ່ມີຄວາມພ້ອມ.

ໃນປີ 2017, ນາງ Tanya Day ຜູ້ຍິງຊາວ Yorta Yorta ໄດ້ເສັຍຊີວິດ ຢູ່ສະຖານີຕໍາຫຼວດ ໃນເຂດພູມີພາກ ຂອງຣັດ Victoria.

ນາງຖືກຈັບໃນຂໍ້ຫາ ເມົາໃນສະຖານທີ່ສາທາຣະນະ-ຕາຍຫລັງຈາກຫົວຂອງນາງຖືກກະທົບ ຢູ່ໃນຫ້ອງຄຸມຂັງ ທີ່ສະຖານີຕໍາຫລວດ Castlemaine.

ຮອງເຈົ້າໜ້າທີ່ ພິສູດສົບຂອງຣັດ (Deputy state coroner), ທ່ານນາງCaitlin English ໄດ້ພົບວ່າ ການຕາຍຂອງລາວ ສາມາດປ້ອງກັນໄດ້.

"ມີວັດທະນະທັມ ແຫ່ງຄວາມເພິ່ງພໍໃຈ ກ່ຽວກັບຜູ້ຖືກກັກຂັງ ທີ່ມຶນເມົາ ແລະໃນຖານະ ທີ່ເປັນຄົນຂາດສິດເສຣີພາບຂອງນາງ, ຂ້າພະເຈົ້າພົບວ່າ Ms Day ບໍ່ໄດ້ຮັບການປະຕິບັດ ດ້ວຍມະນຸດສະທັມ. ຫຼັກຖານທາງການແພດທີ່ຊັດເຈນ ແມ່ນວ່າ ດ້ວຍລະດັບທາດເຫຼົ້າ ໃນເລືອດ ຢ່າງຫນ້ອຍ 3.3 ເປີເຊັນ, Ms Day ຄວນຢູ່ໃນໂຮງຫມໍ."

ຣັຖບານ Victoria ໄດ້ໃຫ້ຄໍາຫມັ້ນສັນຍາ ທີ່ຈະບໍ່ລົງໂທດ ການເມົາເຫຼົ້າໃນສະຖານທີ່ສາທາຣະນະຫຼັ ງຈາກການສອບສວນຄັ້ງນັ້ນ-ແຕ່ມັນເປັນຊ່ວງເວລາ ທີ່ຂົມຂື່ນ ສໍາລັບຄອບຄົວ.

Apryl Watson ຜູ້ເປັນລູກສາວ ກ່າວວ່າ ຄນະກັມມາທິການ ກ່ຽວກັບການຕາຍ ຂອງຊາວພື້ນເມືອງ ໃນບ່ອນຄຸມຂັງ ໃນປີ 1989 ໄດ້ແນະນໍາສິ່ງດຽວກັນ ເມື່ອຫລາຍສິບປີກ່ອນນັ້ນ.

"ມັນໄດ້ເກີນກຳໜົດມາດົນແລ້ວ; ມັນເປັນການຊ່ວຍຊີວິດ ແລະມັນເປັນການປ່ຽນແປງຊີວິດ...ຖ້າຫາກວ່າ ການເມົາເຫຼົ້າ ໃນທີ່ສາທາຣະນະບໍ່ໄດ້ຖືກລົງໂທດ ເມື່ອ 30 ປີກ່ອນ ແລະມີສູນຊ່ອຍໃຫ້ຊວ່າງເມົາ(Sobering centres), ມື້ນີ້ ແມ່ຂອງຂ້າພະເຈົ້າຍັງຄົງຢູ່ທີ່ນີ້-ແລະຊາວພື້ນເມືອງອີກຫຼາຍຄົນ."

ການປ່ຽນແປງໃນ Victoria ຈະມີຜົນບັງຄັບໃຊ້ ຈາກວັນ Melbourne Cup.

ຣັຖມົນຕີ ກະຊວງສຸຂະພາບຈິດ ທ່ານນາງ Ingrid Stitt.

"ທ່ານຈະບໍ່ຖືກຈັບອີກຕໍ່ໄປ ພຽງແຕ່ຍ້ອນເມົາ ໃນທີ່ສາທາຣະນະ. ແຕ່ຖ້າຫາກວ່າ ມີບັນຫາ ກ່ຽວກັບຄວາມປອດພັຍ ຂອງຊຸມຊົນອື່ນໆແລ້ວ, ສິ່ງເຫລົ່ານັ້ນ ກໍເປັນເລື່ອງສໍາລັບຕໍາຫລວດ Victoria ທີ່ ຈະຕ້ອງຈັດການ."

ຣັຖບານ ກໍາລັງແນະນໍາວິທີການ ທີ່ນໍາພາໂດຍສຸຂະພາບແທນ ຊຶ່ງຈະໃຫ້ບໍຣິການນອກສະຖານທີ່ ແລະມີຫ້ອງຊ່ອຍໃຫ້ຊວ່າງເມົາ ໃຫ້ແກ່ຜູ້ທີ່ມຶນເມົາ.

ຣັຖມົນຕີກ່າວວ່າ ນັ້ນຫມາຍຄວາມວ່າ ໃນຂນະທີ່ຈະມີກຳລັງຕໍາຫລວດ ທີ່ເຂັ້ມແຂງ ຢູ່ທີ່ງານ Melbourne Cup ໃນ Flemington ຊຶ່ງຕາມປະເພນີແລ້ວ ເປັນວັນພັກສາທາຣະນະ ທີ່ມີຄວາມມ່ວນໃນການດື່ມ ສໍາລັບຫລາຍພັນຄົນ, ເຈົ້າຫນ້າທີ່ ຈະຊຸກຍູ້ ໃຫ້ຄົນເມົາເຫລົ້າ ຫາການສນັບ ສນູນ ແທນທີ່ຈະໂຍນເຂົາເຈົ້າ ເຂົ້າໄປໃນຫ້ອງຄຸມຂັງ.

"ຕໍາຫຼວດຈະມີທາງເລືອກເພີ່ມເຕີມ ທີ່ຈະຕິດຕໍ່ກັບການບໍຣິການນອກສະຖານທີ່ ແລະພວກເຂົາ ຈະສາມາດຊ່ວຍ ໃນການບໍຣິການນັ້ນ. ຫລືຖ້າຫາກຄົນນັ້ນ ບໍ່ສາມາດໄດ້ຮັບການຊ່ອຍເຫລືອ ໃຫ້ກັບບ້ານໄດ້ຢ່າງປອດພັຍ, ສູນກາງຊ່ອຍໃຫ້ຊວ່າງເມົາ ຫລືສະຖານທີ່ ທີ່ປອດພັຍ ອາດເປັນທາງເລືອກ ສໍາລັບບຸກຄົນນັ້ນ. ແຕ່ນີ້, ແມ່ນສິ່ງທີ່ຈະຖືກຮັບມື ໃນແຕ່ລະກໍຣະນີ."

ການບໍຣິການສຸຂະພາບຊຸມຊົນ Cohealth ແມ່ນຫນຶ່ງໃນບັນດາຫນ່ວຍງານ ທີ່ຈະສນອງການບໍຣິການ ນອກສະຖານທີ່ເຫຼົ່ານີ້.

ຮອງຫົວຫນ້າຝ່າຍບໍຣິຫານ, ທ່ານ Chris Turner ກ່າວວ່າ ການຕອບ ສນອງ ຈະປ່ຽນແປງຊີວິດ ໂດຍການສເນີທາງລອດຊີວິດ, ບໍ່ແມ່ນການກັກຂັງ.

"ພວກເຮົາ ມີທີມງານສະເພາະ ຂອງພະນັກງານສຸຂະພາບ ນອກສະຖານທີ່ ເຊິ່ງລວມມີພະຍາບານທີ່ລົງທະບຽນ ແລະຜູ້ປະຕິບັດງານດ້ານເຫຼົ້າ ແລະຢາເສບຕິດ...ຖ້າຫາກວ່າຜູ້ໃດຜູ້ຫນຶ່ງ ມີປະພຶດກັມທີ່ຮຸນແຮງ, ພວກເຮົາມີພະນັກງານ ທີ່ໄດ້ຮັບການຝຶກອົບຮົມ ໃນເຕັກນິກການຫຼຸດລະດັບຄວາມຮຸນແຮງ. ແຕ່ຖ້າຫາກວ່າ ຜູ້ໃດຜູ້ຫນຶ່ງ ຈະສ້າງຄວາມຮຸນແຮງ ແລະຮ້າຍແຮງ ພວກເຮົາຈະເຮັດວຽກກັບຕໍາຫຼວດ ໃນສະຖານະການເຫຼົ່ານັ້ນ."

ແຕ່ການຕັດສິນໃຈ ທີ່ຈະປ່ຽນແປງກົດຫມາຍ ໄດ້ເຮັດໃຫ້ເກີດການວິພາກວິຈານ ເພາະວ່າການນຳປະຕິບັດດ້ານບໍຣິການ ດ້ານສຸຂະພາບນັ້ນຊັກຊ້າ.

ສະຖານທີ່ຊ່ອຍໃຫ້ຊວ່າງເມົາ (Sobering up facility) ໃນ Collingwood ຍັງບໍ່ທັນແລ້ວເສັດເທື່ອ ແລະສູນກາງຊວ່າງເມົາຖາວອນອື່ນໆ ກໍຍັງບໍ່ທັນໄດ້ຖືກຈັດຕັ້ງຂຶ້ນ ໃນທົ່ວຣັດ.

ເລຂາທິການສະມາຄົມຕໍາຫຼວດ, ທ່ານ Wayne Gatt, ໄດ້ເອີ້ນການປະຕິຮູບ ນີ້ວ່າ ໄດ້ຮັບການພິຈາລະນາທີ່ບໍ່ດີ, ແລະບໍ່ໄດ້ຮັບການກະກຽມ ຢ່າງຢ່າງດີພໍ.

ລາວໄດ້ອອກຖແລງການ ໂດຍກ່າວວ່າ ຄໍາຖາມຍັງຄົງກ່ຽວກັບວ່າ ຈະມີການບໍຣິການໃດແດ່ ຢູ່ບ່ອນອື່ນ-ແລະຈະມີຫຍັງເກີດຂຶ້ນ ຖ້າຫາກຄົນເມົາເຫລົ້າ ປະຕິເສດທີ່ຈະໄປ.

ຝ່າຍຄ້ານຂອງ Victoria ຍັງຕ້ອງການໃຫ້ຣັຖບານ ຢຸດການປ່ຽນແປງຊົ່ວຄາວ, ໂດຍທີ່ທ່ານ Brad Battin ໂຄສົກຕໍາຫຼວດຝ່າຍຄ້ານ ໄດ້ໂຕ້ຖຽງໃນຣັຖສະພາວ່າ ຊີວິດອາດຈະຕົກຢູ່ໃນອັນຕະຣາຍ ໃນສະຖານະການແບບນີ້.

"ພວກເຮົາ ບໍ່ຢາກເຫັນຄົນມຶນເມົາຖືກກັກຂັງ. ແຕ່ເຮົາບໍ່ຢາກເຫັນຄົນມຶນເມົາ ຕົກຢູ່ໃນຄວາມສ່ຽງ."

ແຕ່ທ່ານນາງ Ingrid Stitt ກ່າວວ່າ ທ່ານນາງຍັງເຊື່ອວ່າ ມັນເປັນເວລາທີ່ເຫມາະສົມ ໃນການປ່ຽນແປງ.

"ມີການເຮັດວຽກຢ່າງໃກ້ຊິດ ລະຫວ່າງທີມງານຕອບສນອງ ທີ່ນໍາພາດ້ານສຸຂະພາບ ທີ່ພວກເຮົາກໍາລັງຈັດຕັ້ງ ແລະບໍຣິການສຸກເສີນ, ແລະນັ້ນຈະສືບຕໍ່ເປັນເຊັ່ນນັ້ນ...ແນ່ນອນວ່າ ພວກເຮົາມີຄວາມກະຕືລືລົ້ນ ທີ່ຈະເຮັດໃຫ້ການບໍຣິການໃນ Collingwood ເລີ້ມໃຊ້ງານໄດ້ ແລະນັ້ນກໍພຽງແຕ່ສອງສາມອາທິດເທົ່ານັ້ນ. ແລະນັ້ນ ຈະໃຫ້ເຮົາມີຄວາມສາມາດເພີ່ມເຕີມ...ແຕ່ຂ້າພະເຈົ້າຫມັ້ນໃຈຫຼາຍວ່າ ພວກເຮົາມີຕົວແບບ ທີ່ຖືກຕ້ອງ ເພາະວ່າມັນໄດ້ອີງໃສ່ຜົນ ຂອງໄລຍະການທົດລອງ ແລະຂໍ້ມູນທັງຫມົດທີ່ພວກເຮົາມີ."

ບັດນີ້ຣັດ Queensland ຍັງຄົງເປັນຣັດດຽວເທົ່ານັ້ນ ທີ່ບໍ່ມີການເຄື່ອນໄຫວ ທີ່ຈະບໍ່ລົງໂທດການມຶນເມົາ ໃນສະຖານທີ່ສາທາຣະນະ.

ເນື້ອເລື່ອງໂດຍ Deborah Groarke   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share