ວັນລືກມຸງຄຸນຂອງ Queen Elizabeth II ທີ່ ສສຊລ

Queen Elizabeth II still holds many powers given to her by the British Monarchy.

Queen Elizabeth II ເປັນປະມຸກຂອງຫຼາຍໆປະເທດໃນເຄືອຈັກກະພົບ ຊຶ່ງນາງໄດ້ຮັບຈາກ ສະຖາບັນມະຫາກະສັດຂອງອັງກິດ Source: Getty

ສະຖາບັນມະຫາກະສັດອັງກິດ ມີຄວາມສຳຄັນບໍ່ຕໍ່ ອອສເຕຣເລັຍ ໂດຍສະເພາະ ຫຼັງຈາກການສິ້ນພະຊົນຂອງ Queen Elizabeth II. ມາຟັງຄຳຄຶດເຫັນຂອງຄົນລາວຕ່າງວັຍ 2 ຄົນທີ່ໄດ້ໃຫ້ສຳພາດກັບວິທະຍຸ SBS ພາກ ພາສາລາວ ໃນວັນລືກມຸງຄຸນຂອງ Queen Elizabeth II ທີ່ ສສຊລ


ໃນວັນທີ 22 ກັນຍາ 2022, ວິທະຍຸ SBS ພາກ ພາສາລາວ ໄດ້ເຂົ້າຮ່ວມພິທີ ລະນຶກເຖິງ Queen Elizabeth II ທີ່ສະມາຄົມ ສົ່ງເສີມ ຊຸມຊົນລາວທີ່ເມືອງ Bonnyrigg.

ມື້ນັ້ນ, ໄດ້ມີພິທີທາງສາສນາ ເພື່ອລະນຶກເຖິງພະຣາຊິນີ. ພິທີດັ່ງກ່າວ ໄດ້ດໍາເນີນໂດຍພຣະສົງຈາກ 3 ວັດ. ພາຍຫຼັງພິທີທາງສາສນາ, ຮູບພະຣາຊິນີ ໄດ້ຖືກປ່ຽນແທນ ດ້ວຍຮູບຂອງ King Charles III ກະສັດອົງໃຫມ່; ແລະມີການຮ້ອງເພງຊາດ.
Charles 3 (2).jpg
Source: SBS / Sak Phoumirath

ໃນເວລາດຽວກັນ, ພວກເຮົາມີໂອກາດ ໄດ້ໂອ້ລົມກັບຜູ້ຍິງ ສອງຄົນທີ່ມີອາຍຸແຕກຕ່າງກັນ. ຄົນຫນຶ່ງ ອາຍຸ 70 ກວ່າປີ ອີກຄົນຫນຶ່ງ ອາຍຸຊາວ ກວ່າປີ. ທັງສອງໄດ້ຖືກຕັ້ງຄໍາຖາມ ທີ່ຄ້າຍຄືກັນກ່ຽວກັບ ສະຖາບັນມະຫາກະສັດອັງກິດ ແລະຄວາມກ່ຽວ ຂ້ອງກັບອອສເຕຣເລັຍ ໃນສັດຕະວັດ ທີ 21.

ແຕ່ຫນ້າເສັຍໃຈທີ່ທັງສອງຄົນໄດ້ຮ້ອງຂໍບໍ່ໃຫ້ບອກຊື່ ແລະສຽງຂອງເຂົາເຈົ້າໃນpodcast ແຕ່ການສົນທະນາ ໄດ້ຖືກຕີພິມໃນ podcast ນີ້.

ນີ້ແມ່ນການສົນທະນາ ກັບຜູ້ຍິງ 1 (ອາຍຸ70ກວ່າປີ):

SBS: ສະຖາບັນມະຫາກະສັດອັງກິດ ມີຄວາມກ່ຽວຂ້ອງກັບອອສເຕຣເລັຍຫຼາຍປານໃດ ໃນສັດຕະວັດທີ 21?

ຕອບ: ໃນຖານະເປັນຄົນລາວ/ອອສເຕຣລຽນ, ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າ ມີຄວາມພົວພັນທີ່ແຮງກ້າ ຫຼາຍກັບສະຖາບັນມະຫາກະສັດ. ຂ້າພະເຈົ້າເຕີບໃຫຍ່ຢູ່ໃນລາວ ຕອນທີ່ສະຖາບັນມະຫາກະສັດລາວ ເປັນສະຖາບັນແຫ່ງຊາດ. ເນື່ອງຈາກ ເຫດການ ການເມືອງ ທີ່ຫນ້າເສັຍໃຈບາງຢ່າງ, ພວກເຮົາ ຈຶ່ງຕ້ອງໄດ້ກາຍ ເປັນອົບພະຍົບຢູ່ໃນປະເທດນີ້ ຊຶ່ງກໍໄດ້ຖືກຕ້ອນຮັບຢ່າງອົບອຸ່ນແລະຂ້າພະເຈົ້າຮູ້ສຶກມີຄວາມກະຕັນຍູຫລາຍຕໍ່ສິ່ງນັ້ນ. ຍ້ອນວ່າຂ້າພະເຈົ້າໄດ້ມາເຖິງທີ່ນີ້ ໃນລະຫວ່າງການປົກຄອງ ຂອງຣາຊິນີ Queen Elizabeth II, ຂ້າພະເຈົ້າຮູ້ສຶກຜູກມີຄວາມພັນອັນແຮງກ້າກັບນາງ ແລະສະຖາບັນມະຫາກະສັດທົ່ວໄປ.

SBS ຖ້າຫາກວ່າມີການລົງປະຊາມະຕິ ວ່າອອສເຕຣເລັຍຄວນຈະເປັນ ສາທາຣະນະຣັດ ຫຼືບໍ່, ທ່ານຄິດວ່າຜົນຈະອອກມາເປັນແນວໃດ?

ຕອບ: ຂ້າພະເຈົ້າບໍ່ຮູ້,ນັ້ນແມ່ນເຣື້ອງທີ່ຊາວອອສເຕຣເລັຍທຸກຄົນຈະຕັດສິນໃຈ. ສ່ວນຂ້າພະເຈົ້າແລ້ວ, ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າຈະເລືອກເອົາທາງໃດ.

SBS: ຂອບໃຈຫຼາຍໆສໍາລັບເວລາຂອງທ່ານ.

ຕອບ: ຂອບໃຈ.

ນີ້ແມ່ນບົດສົນທະນາກັບ ຜູ້ຍິງ 2 (ອາຍຸ 20 ກວ່າປີ):

SBS: ທ່ານມີຄວາມຮູ້ສຶກແບບໃດກັບ Queen Elizabeth?

ຕອບ: ສ່ວນຕົວແລ້ວຂ້ອຍບໍ່ມີຄວາມຮູ້ສຶກໃດໆ ກ່ຽວກັບພະຣາຊິນີເລີຍ. ຂ້ອຍມາທີ່ນີ້ມື້ນີ້ ເພາະວ່າພໍ່ແມ່ຜູ້ສູງອາຍຸມາທີ່ນີ້ ແລະຂ້ອຍຖືກຂໍໃຫ້ມານໍາເພິ່ນ. ບໍ່ຄືກັບພໍ່ແມ່ຂອງຂ້ອຍ, ຂ້ອຍບໍ່ເຄີຍຮູ້ຈັກຫຍັງກ່ຽວກັບສະຖາບັນມະຫາກະສັດລາວເລີຍ ແລະດັ່ງນັ້ນ, ຂ້ອຍບໍ່ມີຄວາມພົວພັນຫຍັງ ກັບສະຖາບັນມະຫາກະສັດ ຄືກັນກັບພໍ່ແມ່ຂ້ອຍ.

SBS: ໃນຖານະທີ່ເປັນຄົນວັຍຫນຸ່ມ, ທ່ານຄິດວ່າສະຖາບັນມະຫາກະສັດອັງກິດ ມີຄວາມກ່ຽວຂ້ອງກັບອອສເຕຣເລັຍບໍ?

ຕອບ: ບໍ່. ໃນຖານະເປັນປະເທດນຶ່ງ, ຂ້ອຍຄິດວ່າພວກເຮົາຄວນຈະ "ເປັນຜູ້ໃຫຍ່ຂຶ້ນ" ພໍທີ່ຈະມີປະມຸກຣັດ ຂອງພວກເຮົາເອງ. ຕາມປະວັດສາດ, ອອສເຕຣເລັຍ ອາດຈະຕ້ອງມີກະສັດອັງກິດ ທີ່ຈະປົກຄອງ; ແຕ່ວ່ານັ້ນມັນດົນມາແລ້ວ, ແລະຂ້ອຍຄິດວ່າມັນເຖິງເວລາແລ້ວ ທີ່ຈະມີການປ່ຽນແປງ.

SBS: ຖ້າຫາກວ່າມີການລົງປະຊາມະຕິ ວ່າອອສເຕຣເລັຍຄວນຈະເປັນ ສາທາຣະນະຣັດຫຼືບໍ່, ເຈົ້າຄິດວ່າຜົນຈະອອກມາເປັນແນວໃດ?

ຕອບ: ຂ້ອຍຄິດວ່າສາທາຣະນະຣັດຄວນຊນະ. ຂ້ອຍຈະລົງຄະແນນສຽງໃຫ້ສາທາຣະນະຣັດຢ່າງແນ່ນອນ.

SBS ມີການບັນທຶກການສໍາພາດກັບ ທ່ານ ບຸນທັມ ວົງໄຊຍາ ປະທານ ສສຊລ ກ່ຽວກັບວັນ Memorial Day ນີ້ ສໍາລັບ Queen Elizabeth II.

ໃນຖານະເປັນຜູ້ຜລິດຣາຍການ, ຂ້າພະເຈົ້າຂໍຂອບໃຈ ສະມາຄົມສົ່ງເສີມຊຸມຊົນລາວ ສໍາລັບໂອກາດທີ່ໄດ້ ໂອ້ລົມກັບທ່ານ ປະທານ ແລະຜູ້ເຂົ້າຮ່ວມງານ.

Share