ຂບວນເຄື່ອນຍ້າຍພຣະສົບຂອງ Queen Elizabeth II ໄປທີ່ Westminster Abbey

Vice Admiral Timothy Laurence and Britain's Princess Anne stand solemnly as the coffin of Queen Elizabeth II, draped with the Royal Standard of Scotland, completes its journey from Balmoral to the Palace of Holyroodhouse, in Edinburgh, Scotland, Britain September 11, 2022. Aaron Chown/Pool via REUTERS/File Photo

Princess Anne ແລະພຣະສວາມີ ກຳລັງຢືນດ້ວຍຄວາມເຄົາຣົບໃນຂນະທີ່ ໂລງສົບຂອງ Queen Elizabeth II ກຳລັງຖືກເຄື່ອນຍ້າຍມາທີ່ ພຣະຣາຊວັງ Holyroodhouse ກ່ອນຈະໄປທີ່ Westminster Abbey ເພື່ອທຳພິທີສົບ. Credit: Aaron Chown/Pool via Reuters

ຂບວນເຄື່່ອນຍ້າຍພຣະສົບຂອງ Queen Elizabeth II ຈາກBalmoral Castle ໄປທີ່ Westminster Abbey ໂດຍຜ່ານຖນົນໃນຊົນນະບົດ. ຜູ້ຄົນໄດ້ອອກມາສະແດງຄວາມເຄົາຣົບຕໍ່ຂບວນສົບທົ່ວ Scotland.


ໂລງສົບຂອງ Queen Elizabethທີສອງ ໄດ້ໄປເຖິງເມືອງ Edinburgh, ແລະຈະຢູ່ທີ່ນັ້ນຈົນກວ່າຈະອອກເດີນທາງໄປ London.

ໃນລະຫວ່າງການເດີນທາງເປັນເວລາຫົກຊົ່ວໂມງຈາກ Balmoral Castle, ບັນດາຜູ້ມາຮ່ວມໄວ້ອາລັຍໄດ້ພາກັນລຽນແຖວ ຕາມຫົນທາງໃນຊົນນະບົດ ເພື່ອສະແດງຄວາມເຄົາລົບ. Julien Oeuillet ລາຍງານ

ຈາກ Balmoral ຫາ Edinburgh, ຣົດທີ່ບັນທຸກສົບຂອງ Queen Elizabeth ໃຊ້ເວລາຫົກຊົ່ວໂມງ.

ມີສຽງຕົບມືຄ່ອຍໆ ຜ່ານເຂດຊົນນະບົດ ໃນການເດີນທາງທີຊ້າ ແລະໂສກເສົ້າ.

ຂບວນສົບຂອງຣົດທັງເຈັດຄັນ ໄດ້ຜ່ານຫຼາຍຫມູ່ບ້ານ ຮວມທັງ Ballater.

ແລະຢູ່ທີ່ນັ້ນ ເພື່ອສະແດງຄວາມເຄົາລົບຂອງນາງ ແມ່ນແມ່ຍິງຄົນຫນຶ່ງ ທີ່ເກີດໃນວັນພິທີ ຣາຊຊິນີພິເສກ (Coronation).

ນາງໄດ້ຖືກຕັ້ງຊື່ວ່າ Elizabeth ເພື່ອເປັນກຽດແກ່ຣາຊິນີ.

"ມັນເສົ້າໃຈຫຼາຍ. ແຕ່ຂ້ອຍດີໃຈທີ່ ຂ້ອຍໄດ້ມາກ່າວຄຳອໍາລາ ຂອງພວກເຮົາ."

ກະເສດຕະກອນ ຊາວສະກ໊ອດ ໄດ້ນຳເອົາຣົດ tractors ມາລຽນເປັນແຖວຢູ່ຕາມເສັ້ນທາງ ເພື່ອສ້າງແຖວກຽດຕິຍົດ ແລະບາງເທື່ອເສັ້ນທາງ ກໍຖືກປົກຄຸມດ້ວຍດອກໄມ້.....ແລະໃນເມືອງ Edinburgh ສຽງຕົບມືກໍໄດ້ດັງຂຶ້ນກວ່າເກົ່າ.

Fiona ຈາກເມືອງ Glasgow ເປັນໜຶ່ງໃນບັນດາຝູງຊົນ ໃນນະຄອນຫລວງຂອງ  Scotland.

"ມັນແມ່ນຊ່ວງເວລາແຫ່ງປະຫວັດສາດຫຼາຍ. ຂ້ອຍເວົ້າບໍ່ອອກແທ້ໆ. ນາງເປັນແມ່ຍິງທີ່ຫນ້າຮັກ. ເປັນແມ່ ແລະແມ່ຕູ້ຜູ້ຍິ່ງໃຫຍ່. ນາງເຮັດໄດ້ດີ. ຂ້ອຍພູມໃຈໃນໂຕລາວຫຼາຍ"

Russell, ຜູ້ທີ່ເຮັດວຽກເປັນຄູສອນ ເວົ້າວ່າ ລາວຮູ້ສຶກວ່າລາວຕ້ອງມາທີ່ນີ້.

"ຂ້ອຍ ຮູ້ສຶກວ່າ ຂ້າພະເຈົ້າຕ້ອງໄດ້ມາທີ່ນີ້ໃນມື້ນີ້. ຂ້ອຍ ໄດ້ຢູ່ທີ່ນັ້ນຕອນວັນຄົບຮອບ 25 ປີຂອງການຄອງຣາຊ ຕອນນັ້ນຂ້ອຍຍັງເປັນເດັກນ້ອຍຫຼາຍ, ແຕ່ພໍ່ແມ່ຂອງຂ້ອຍ ໄດ້ແຕ່ງຕົວຂ້ອຍເປັນຕົ້ນໄມ້ເງິນ ແລະ Queen ໄດ້ຢູ່ໃນ ຕລອດຊີວິດຂອງຂ້ອຍ ດັ່ງນັ້ນພວກເຮົາຕ້ອງໄດ້ມາຢູ່ທີ່ນີ້."

ແລະບາງຄົນເຊັ່ນ Rosemary ໄດ້ເຫັນການປະທັບ ຂອງຣາຊິນີວ່າ ເປັນສັນຍາລັກຂອງຄວາມສໍາພັນພິເສດ ຂອງນາງ ກັບຊົນນະບົດຂອງ Scotland.

"ຂ້ອຍຄິດວ່າລາວຄ້າຍກັບວ່າຈະວາງແຜນວ່າ ລາວຈະຕາຍຢູ່ທີ່ນີ້ ເພາະວ່າມັນເປັນຫນຶ່ງ ໃນສະຖານທີ່ທີ່ນາງມັກ. ສະນັ້ນຂ້າພະເຈົ້າຄິດວ່າ ທ່ານຮູ້ເມື່ອໃດຄືຕອນສຸດທ້າຍຂອງຊີວິດ...ເຫມາະສົມຫຼາຍ."

ໃນທີ່ສຸດໂລງສົບກໍໄດ້ເຂົ້າໄປໃນພຣະຣາຊວັງ Holyroodhouse, ບ່ອນທີ່ຈະຢູ່ຈົນກວ່າຈະເດີນທາງໄປ London.

ໃນບ່ອນຢູ່ສມັຍບູຮານຂອງກະສັດ Scott, ໂລງສົບຂອງຣາຊິນີໄດ້ຖືກຕ້ອນຮັບຈາກລູກສາວຂອງນາງ, Princess Anne, ຜູ້ທີ່ສະແດງຄວາມເຄົາຣົບຕາມປະເພນີ.

ໃນຂະນະດຽວກັນທີ່ໂບດ Westminster ໃນ London ກໍກໍາລັງຕຽມພ້ອມສໍາລັບງານສົບ.

ເຈົ້າອາວາດຂອງໂບດ Westminster ແມ່ນ David Hoyle.

"ມັນກໍຄືກັບງານສົບອື່ນໆ, ນີ້ແມ່ນໂອກາດສໍາລັບພວກເຮົາ ທີ່ຈະໂສກເສົ້າ ເພາະວ່າພວກເຮົາໄດ້ສູນເສັຍ ຄົນທີ່ພວກເຮົາຖືວ່າ ເປັນທີ່ຮັກແລະນັບຖື. ນີ້ເປັນໂອກາດສໍາລັບເຮົາ ທີ່ຈະຂອບໃຈສໍາລັບຊີວິດ ແລະຄວາມສໍາເລັດທີ່ບໍ່ທັມດາ. ນີ້ເປັນໂອກາດສໍາລັບພວກເຮົາ ທີ່ຈະອະທິຖານເພື່ອກະສັດຄົນໃຫມ່ ແລະເພື່ອ ຄອບຄົວຂອງເພິ່ນ ໃນຊ່ວງເວລາຂອງຄວາມໂສກເສົ້າ ຂອງພວກເພິ່ນ. ແລະນີ້ແມ່ນໂອກາດສໍາລັບພວກເຮົາທີ່ຈະໃຫ້ພົ້ນຈາກຄວາມໂສກເສົ້າ."

ການແຕ່ງງານແລະສລອງຄົບຮອບ 25 ປີຂອງການຄອງຣາຊ ຂອງຣາຊິນີ ໄດ້ຈັດຂຶ້ນໃນໂບດແຫ່ງນີ້ (Westminster Abbey).

"ຢ່າງຫລີກລ້ຽງບໍ່ໄດ້, ການກະກຽມບາງຢ່າງ ໄດ້ຖືກວາງໄວ້ ດົນນານມາແລ້ວ. ແລະຂ້າພະເຈົ້າຄິດວ່າ ທ່ານສາມາດ ແນ່ໃຈໄດ້ວ່າ ບາງສິ່ງບາງຢ່າງ ທີ່ຣາຊິນີໄດ້ຫວັງວ່າເຮົາຈະເວົ້າ ຫລືຮ້ອງເພງ ຈະເປັນສ່ວນຫນຶ່ງຂອງພິທີນັ້ນ "

ພິທີສົ່ງສະການຈະມີຂຶ້ນໃນວັນຈັນຫນ້າວັນທີ 19 ນີ້.

ເນື້ອເລື່ອງໂດຍ Julien Oeuillet ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ


Share