ທະນາຄານແຫ່ງຊາດ ຂຶ້ນອັດຕາດອກເບັ້ຍ. ຜູ້ຄົນຕ້ອງຫາວຽກເສີມຍ້ອນຄ່າຄອງຊີບສູງ.
ຄົນຫຼາຍພັນຄົນ ພາກັນຫັນໄປສູ່ເສດຖະກິດເສີມ ເພື່ອຫາເງິນເພີ່ມ, ຫຼືເປັນແຫຼ່ງລາຍຮັບທີ່ສອງ ເນື່ອງຈາກວ່າ ຄ່າຄອງຊີບຍັງເພີ່ມຂຶ້ນເລື້ອຍໆ.
ອັດຕາດອກເບັ້ຍໄດ້ເພີ້ມຂຶ້ນເຖິງ 4.1 ເປີເຊັນ ໃນວັນອັງຄານ ຊຶ່ງເຮັດໃຫ້ເຈົ້າຂອງບ້ານທົ່ວໄປ ມີລາຍຈ່າຍເພີ່ມຂຶ້ນ 100 ໂດລາຕໍ່ເດືອນ. Lucy Murray ລາຍງານ.
ຈາກການເຮັດສວນ...ເຖິງທາສີ ແລະທໍາຄວາມສະອາດ... ຈໍານວນຊາວ ທີ່ເຮັດສອງວຽກ ກຳລັງພຸ່ງສູງຂຶ້ນ.
ທ່ານ Tim Fung ຜູ້ອໍານວຍການໃຫຍ່ຂອງ Air Tasker-ແພລຕຟອມເຊື່ອມຕໍ່ ຜູ້ຄົນກັບວຽກຊົ່ວຄາວ ກ່າວວ່າ ລາວໄດ້ເຫັນຜູ້ຄົນຊອກຫາວຽກ ເພີ່ມຂຶ້ນ 85 ເປີເຊັນ ຕໍ່ປີ.
"ຈໍານວນຂອງພະນັກງານ ໃນແພລຕຟອມຂອງພວກເຮົາ ໃນປັດຈຸບັນ ແມ່ນຢູ່ໃນລະດັບສູງ ເປັນປວັດການ ຢ່າງແນ່ນອນ.
ບໍຣິການຈັດສົ່ງອາຫານ Menulog ໄດ້ບັນທຶກ ການເພີ່ມຂຶ້ນ 27 ເປີເຊັນ ໃນຄໍາຮ້ອງສມັກສົ່ງ (courier applications), ໃນ 12 ເດືອນ ທີ່ຜ່ານມາ.
ໃນເວລາດຽວກັນ ອັດຕາດອກເບັ້ຍ ໄດ້ເພີ້ມຂຶ້ນ ກວ່າສິບເທື່ອ.
ຄວາມເຄັ່ງຕຶງ ເຫັນໄດ້ຢ່າງຊັດເຈນ ເນື່ອງຈາກເສດຖະກິດ ເຕີບໂຕຂຶ້ນ ພຽງ 0.2 ເປີເຊັນ ສໍາລັບໄຕມາດ ເດືອນມີນາ.
ທ່ານ Jim Chalmers, ຣັຖມົນຕີກະຊວງການຄັງ ກ່າວວ່າ:
"ການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍ ມີຜົນກະທົບຢ່າງແນ່ນອນ. ເຮົາ ເຫັນໄດ້ໃນໂຕເລກ ເພາະວ່າຄອບຄົວກໍາລັງຫຼຸດ ການໃຊ້ຈ່າຍ, ເຂົາເຈົ້າ ກໍາລັງທ້ອນເງິນໄດ້ຫນ້ອຍລົງ ແລະເຂົາເຈົ້າ ກໍາລັງດຶງກັບຄືນມາ ດ້ວຍດອກເບັ້ຍ"
ຜູ້ວ່າການທະນາຄານແຫ່ງຊາດ ກໍາລັງປົກປ້ອງ ການຕັດສິນໃຈ ຂຶ້ນອັດຕາດອກເບັ້ຍເງິນສົດອີກ.
ທ່ານ Philip Lowe ກ່າວວ່າ ຄວາມເຈັບປວດໃນໄລຍະສັ້ນ ແມ່ນຈໍາເປັນ ເພື່ອປ້ອງກັນ ບໍ່ໃຫ້ມີການເພີ້ມຂຶ້ນຢ່າງຫລວງຫລາຍ ໃນຂ້າງໜ້າ.
"ຖ້າພວກເຮົາບໍ່ໄດ້ຮັດແຫນ້ນນະໂຍບາຍການເງິນ, ຄ່າຄອງຊີບຈະສູງຂຶ້ນອີກດົນ, ສິ່ງນີ້ຈະທຳຮ້າຍຊາວອອສເຕຣເລັຍທຸກຄົນ ແລະການທຳງານຂອງເສດຖະກິດຂອງເຮົາ ແລະນີ້ຈະເຮັດໃຫ້ ອັດຕາດອກເບັ້ຍສູງຂຶ້ນ ແລະການວ່າງງານ ຫລາຍຂຶ້ນ."
Dr Lowe ໄດ້ຍອມຮັບວ່າ ການເພີ່ມຄ່າແຮງງານຂັ້ນຕໍ່າ ແມ່ນຈໍາເປັນ ເພື່ອຕອບສນອງຄ່າຄອງຊີບ ທີ່ເພີ້ມຂຶ້ນ.
"ພວກເຮົາຢູ່ໃນຕຳແໜ່ງທີ່ລຳບາກ. ສັງຄົມຢາກປົກປ້ອງ ພະນັກງານ ທີ່ໄດ້ຮັບຄ່າຈ້າງທີ່ຕ່ຳສຸດ ແຕ່ພວກເຮົາຕ້ອງໃຫ້ແນ່ໃຈວ່າ ອັດຕາເງິນເຟີ້ ທີ່ສູງຂຶ້ນ ບໍ່ໄດ້ໝາຍຄວາມວ່າ ທຸກຄົນຈະໄດ້ຮັບຄ່າຈ້າງສູງ."
ລາວເຕືອນວ່າ ຖ້າຫາກເປັນເຊັ່ນນັ້ນ, ອັດຕາເງິນເຟີ້ ຈະເພີ່ມຂຶ້ນ ເທົ່ານັ້ນ ແລະຈະຕ້ອງມີການປັບຂຶ້ນ ອັດຕາດອກເບັ້ຍຕື່ມອີກ.
ສໍາລັບຜູ້ທີ່ກຳລັງດີ້ນລົນ, ຄໍາເວົ້າເຫລົ່ານັ້ນ ແມ່ນບໍ່ຢາກໄດ້ຍິນ, ດັ່ງທີ່ Yolanda Saiz ຈາກອົງກອນການກຸສົນ St Vincent de Paul ພົບວ່າ:
"ຄົນທີ່ມີສອງລາຍໄດ້ ໃນຄອບຄົວຂອງເຂົາເຈົ້າ, ຕອນນີ້ ກໍາລັງຫັນມາຂໍຄວາມຊ່ວຍເຫຼືອຈາກພວກເຮົາ, ດັ່ງນັ້ນ ພວກເຮົາຈຶ່ງເຫັນວ່າ ມັນຮຸນແຮງຫຼາຍໃນເວລານີ້. ຜູ້ຄົນກໍາລັງດີ້ນຮົນ ທີ່ຈະມີເງິນພໍທີ່ຈະຊື້ອາຫານ, ເສັຍຄ່າເຊົ່າເຮືອນ ແລະຄ່າໃຊ້ຈ່າຍອື່ນໆ."
ເຖິງແມ່ນວ່າ ມັນຈະຍາກກວ່າ ສໍາລັບຜູ້ທີ່ມີເງິນຈ່າຍຄ່າເຮືອນ, ອັດຕາດອກເບັ້ຍທີ່ສູງຂຶ້ນ ຈະຊ່ວຍຜູ້ກິນເງິນບຳນານທີ່ມີເງິນໃນທະນາຄານ.
ເງິນເກືອບ 100 ໂດລາຕໍ່ເດືອນ ຈະຕ້ອງຈ່າຍຄືນໃຫ້ທະນາຄານ ໃນການຢືມເງິນຊື້ເຮືອນ 600,000 ໂດລາ ເນື່ອງຈາກການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍ ໃນວັນສຸກ.
ການເພີ້ມຂຶ້ນນັ້ນ ມີຂຶ້ນຫຼັງຈາກການເພີ່ມຂຶ້ນ 12 ເທື່ອໃນປີທີ່ຜ່ານມາ.
ການເຮັດສອງວຽກ ອາດເປັນພຽງການແກ້ໄຂປັນຫາຊົ່ວຄາວ ເທົ່ານັ້ນ ເພາະອັດຕາດອກເບັ້ຍ ອາດຈະຢູ່ໃນລະດັບສູງ ເປັນເວລາຫລາຍປີ.
ຜູ້ຊ່ຽວຊານ ເຊັ່ນ Associate Processor Andrew Grant ຈາກມະຫາວິທະຍາໄລ Sydney ກ່າວວ່າ ເຈົ້າຂອງບ້ານ ຄວນວາງແຜນໄວ້ລ່ວງຫນ້າ.
"ຖ້າເປັນສອງປີ ກ່ອນທີ່ມັນຈະເລີ່ມເກີດຂຶ້ນ, ທ່ານສາມາດ ຮັກສາວຽກທີສອງນັ້ນບໍ່, ຖ້າຫາກວ່າ ນັ້ນແມ່ນ ສິ່ງທີ່ທ່ານຕ້ອງການ, ທ່ານສາມາດຮັກສາ ລະດັບການຊໍາລະເງິນກູ້ຢືມ ຂອງທ່ານເປັນໄລຍະເວລານານໄດ້ຫຼືບໍ່."
ອັດຕາເງິນເຟີ້ ເບິ່ງຄືວ່າເຖິງຈຸດສູງສຸດ...ໃນຕອນນີ້...ແຕ່ທະນາຄານແຫ່ງຊາດ ບໍ່ໄດ້ປະຕິເສດການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍອີກ.
Lucy Murray ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.