ເສັຍໄຊ...ແຕ່ບໍ່ເສັຍໜ້າ. ຄວາມຮູ້ສຶກຂອງ Socceroos ຫຼັງຈາກຖືກອອກຈາກ World Cup.

Australia Socceroos fans celebrating

ແຟນທີມເຕະບານ Socceroos ໃນການແຂ່ງຂັນເຕະບານ World Cupກ Source: AFP / KIRILL KUDRYAVTSEV/AFP via Getty Images

Socceroos ໄດ້ສ້າງປວັດສາດອີກກ້າວນຶ່ງດ້ວຍການເຂົ້າຮອບ 16 ທີມສຸດທ້າຍຂອງ World Cup 2022 ເຖິງແມ່ນວ່າຈະເສັຍໄຊໃຫ້ແກ່ທີມຍັກໃຫຍ່ຂອງ ອາເມຣິກາໃຕ້ ຢ່າງ Argentina ກໍຕາມ.


ເສັຍໄຊ...ແຕ່ບໍ່ເສັຍໜ້າ. ຄວາມຮູ້ສຶກຂອງ Socceroos ຫຼັງຈາກຖືກອອກຈາກ World Cup.

ອອສເຕຣເລັຍ ຖືກຄັດອອກຈາກ ການແຂ່ງຂັນເຕະບານໂລກ 2022.

The Socceroos ເສັຍໄຊແກ່ອາເຈນຕິນາ ໃນຮອບ 16 ທີມ...ແຕ່ບໍ່ໄດ້ເສັຍໜ້າ. Sunil Awasthi ລາຍງານ.

ນີ້ແມ່ນສ່ວນໜຶ່ງຂອງປວັດສາດ.

Socceroos ໄດ້ເຂົ້າຮອບຮອບ 16 ທີມເປັນຄັ້ງທໍາອິດ ໃນຮອບ16ປີ.

ລາງວັນຂອງພວກເຂົາສໍາລັບການຮັບມື ກັບວຽກທີ່ຍາກລໍາບາກ... ແມ່ນວຽກທີ່ຫນັກກວ່າເກົ່າ.

ແຊ້ມໂລກສອງສມັຍ Argentina...ຕ້ອງການທີ່ຈະເຮັດໃຫ້ອອສເຕຣເລັຍເປັນພຽງຂັ້ນໄດອີກຂັ້ນຫນຶ່ງ ໃນເສັ້ນທາງໄປສູ່ຕໍາແຫນ່ງ ແຊ້ມໂລກຄັ້ງທີສາມ.

ພວກເຂົາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ຕັ້ງແຕ່ຕອນຕົ້ນຂອງການແຂ່ງຂັນ... ນັ້ນຄື ການຄອບຄອງບານ.

ແຕ່ການຍິງເທື່ອດຽວຂອງເຂົາເຈົ້າ ໃນຕອນຕົ້ນ ແມ່ນມາຈາກນອກເຂດໂທດ, ແລະບໍ່ໄດ້ໄປໃກ້ເປົ້າຫມາຍ.

ອອສເຕຣເລັຍ ໄດ້ເຕະມຸມສອງເທື່ອ ຈາກການບຸກເປັນບາງຄັ້ງ ແຕ່ບໍ່ມີຜົນຫຍັງ.

ມັນເປັນທາງຕັນ-ຊຶ່ງເປັນການດີສໍາລັບ Socceroos.

ແຕ່ຈາກນັ້ນ, ນັກເຕະດັງ - Lionel Messi ໄດ້ເລີ່ມໄດ້ຮັບຫມາກບານຫຼາຍຂຶ້ນ, ແລະທີມ Argentina ກໍເລີ້ມຫຼິ້ນດີຂຶ້ນອີກ.

ພວກເຂົາເຈົ້າ ໄດ້ຮັບລູກໂທດໃກ້ກັບປະຕູໃນການບຸກ.

ການເຕະລູກໂທດບໍ່ໄດ້ເຮັດໃຫ້ມີໂອກາດເຮັດປະຕູ, ແຕ່ອອສເຕຣເລັຍ ເອງກໍບໍ່ສາມາດເຕະບານໜີໄດ້ ເມື່ອ Messi ໄດ້ເຕະບານກັບຄືນມາ.

ດ້ວຍການຫລິ້ນອັນສລາດ, ລາວໄດ້ຜ່ານບານເຂົ້າສນາມໄປຫາ Julian Alvarez, ແລ້ວກໍແລ່ນເຂົ້າໄປໃນເຂດໂທດ.

Alvarez ໄດ້ຜ່ານບານໄປໃຫ້ Nicolas Otamend, ຜູ້ທີ່ໄດ້ສົ່ງບານເຂົ້າໄປຫາ Messi ທັນທີ.

ນີ້ແມ່ນຜູ້ບັນຍາຍຂອງ SBS, David Basheer ແລະ Luke Wilkshire ໄດ້ບັນຍາຍເຖິງສິ່ງທີ່ໄດ້ເກີດຂຶ້ນຕໍ່ໄປ.

"Messi...ແລະລາວໄດ້ທຳປະຕູໃຫ້ Argentina! Lionel ກັບປະຕູທີ 9 ຂອງການແຂ່ງຂັນເຕະບານໂລກຂອງລາວ. ປະຕູໄດ້ເປີດແລ້ວ ລາວກໍຜ່ານເຂົ້າໄປ! ພວກເຮົາໄດ້ເວົ້າເຖິງເລື້ອງນີ້.. ມັນໃຊ້ເວລາພຽງບຶດດຽວກັບຄຸນນະພາບຂອງທີມນີ້"

ໜຶ່ງ-ສູນ Argentina.

ປະຕູຂອງເວລານັ້ນ, ປັ້ນຂຶ້ນໂດຍອັດສະຣິຍະຂອງຊົ່ວຊີວິດ.

Messi ລົງແຂ່ງຂັນມືອາຊີບຄັ້ງທີ 1,000 ຂອງລາວ, ຍິງບານຜ່ານຂາຂອງກອງຫຼັງ ຊາວອອສເຕຣເລັຍ HarrySouttar, ແລະຜ່ານຜູ້ຮັກສາປະຕູ Mat Ryan.

ຫນ້າແປກໃຈທີ່ມັນເປັນປະຕູທໍາອິດ ທີ່ Messi ເຄີຍໄດ້ທຳປະຕູ ໃນການແຂ່ງຂັນຮອບ knockout ຂອງການແຂ່ງຂັນ ບານເຕະໂລກ.

ໝົດເຄິ່ງເວລາທຳອິດ: ໜຶ່ງ-ສູນ Argentina.

ໃນເຄິ່ງທີສອງ ສະຖານະການຂອງ Socceroos ຮ້າຍແຮງໄປກວ່າເກົ່າ.

Messi ສືບຕໍ່ເຮັດໃຫ້ຊີວິດຂອງທີມ ອອສເຕຣເລັຍ ລຳບາກຫຼາຍຂຶ້ນ ໃນການແລ່ນເອົາບານ ແລະເກືອບຍັງທຳປະຕູໄດ້ອີກ.

Milos Degenek ໄດ້ເຂົ້າໄປໃນທາງຂອງການຍິງຂອງ Messi ເພື່ອຊ່ວຍໃຫ້ Mat Ryan ຢຸດການຍິງຂອງລູກນັ້ນ.

ປະມານສິບສອງນາທີ ໃນເຄິ່ງເວລາທີສອງ, ຫມາກບານໄດ້ຖືກສົ່ງກັບຄືນໃຫ້ Ryan ໂດຍຜູ້ທີ່ຖືກຍາດບານ ຈາກກອງກາງຄົນຫນຶ່ງຂອງ Argentina ຊື່ Rodrigo De Paul.

David Basheer ແລະ Luke Wilkshire ໄດ້ບັນຍາຍເຖິງພັຍພິບັດທີ່ຕາມມາ.

"ແລະລາວຖືກກົດດັນຢ່າງໃຫຍ່ຫຼວງ... Alvarez! ໂອ້, ນັ້ນເປັນຊ່ວງເວລາທີ່ຫນ້າຢ້ານສໍາລັບອອສເຕຣເລັຍ! ແລະ Julian Alvarez ໄດ້ປະຕູທີສອງຂອງ Argentina! ສິ້ນຫວັງຢ່າງທີ່ສຸດ ສໍາລັບ Socceroos."

ຄວາມຜິດພາດທີ່ໃຫຍ່ຫຼວງ-ແລະມັນແມ່ນຈາກຫົວໜ້າທີມ,ຊຶ່ງບໍ່ໜ້າຈະເກີດຂຶ້ນ.

ຫຼັງຈາກຈົບເກມ, Ryan ກ່າວວ່າລາວໄດ້ພະຍາຍາມທີ່ຈະເຮັດຕາມຄໍາແນະນໍາຂອງຜູ້ຝຶກ ໃນການສົ່ງຫມາກບານອອກຈາກການປ້ອງກັນ.

ແຕ່ຖ້າຫາກວ່າລາວມີໂອກາດອີກ, ລາວຄົງຈະເຕະຫມາກບານໄປໄກໆ, ແທນທີ່ຈະພະຍາຍາມສົ່ງບານສັ້ນໆ.

"ໃນການສ້າງເກມ, ຜູ້ຝຶກຕ້ອງການໃຫ້ ພວກເຮົາເພື່ອເປີດເກມຈາກດ້ານຫຼັງໃນການຫລິ້ນ. ພວກເຮົາຮູ້ສຶກວ່າມີພື້ນທີ່ໃນການຫລິ້ນ. ຂ້ອຍພາດທ່າໃຫ້ພວກເຂົາຢູ່ທາງຫຼັງຢ່າງຫນ້າເສັຍດາຍ ແລະເຈັບ. ຖ້າຄິດກັບຄືນ, ຂ້ອຍຕ້ອງໄດ້ຮຽນຮູ້ ຈາກສິ່ງທີ່ມັນຜ່ານມາ. ບາງທີເຕະບານໄປໄກໆ."

ຕາມຫຼັງຢູ່ ສອງ-ສູນ, Socceroos ເບິ່ງຄ້າຍກັບວ່າຈົບສິ້ນແລ້ວ.

ດ້ວຍຄວາມດີ້ນລົນເພື່ອຄວາມຢູ່ລອດ, ຜູ້ຝຶກ Graham Arnold ໄດ້ສົ່ງນັກເຕະສຳຮອງລົງສນາມຈົນໝົດ,ໂດຍສົ່ງນັກເຕະສຳຮອງສອງຄົນລົງເດີ່ນທັນທີ,ຈາກນັ້ນນັກເຕະສຳຮອງອີກສາມຄົນ ເພື່ອໃຊ້ໃຫ້ຄົບຕາມຈຳນວນນັກເຕະສຳຮອງ (Quota) ຂອງລາວ ໃນນາທີ ທີ 72.

ມີການເວົ້າເຖິງກັນຢ່າງຫຼາຍ ກ່ຽວກັບວິນຍານການຕໍ່ສູ້ ຂອງອອສເຕຣເລັຍໃນການແຂ່ງຂັນຄັ້ງນີ້, ເຖິງແມ່ນວ່າ Socceroos ຍັງບໍ່ໝົດໂອກາດເທື່ອ.

ໃນນາທີ ທີ 77, ກອງຫຼັງຂອງ Socceroos, Aziz Behich ໄດ້ຂ້າມບານເຂົ້າໄປໃນເຂດໂທດ.

Argentina ບໍ່ສາມາດເຕະບານໜີໄດ້, ແລະບານຕົກໄປເຂົ້າທາງກອງໜ້າ Craig Goodwin, ທີ່ຫາ ກວ່າລົງເດີ່ນບໍເຫີງ.

ລາວໄດ້ຍິງ.

ບານໄດ້ດອນຫຼາກຈາກກອງກາງຂອງ Argentina, Enzo Martinez...ແລະເຂົ້າປະຕູໄປ.

Argentina 2, ອອສເຕຣເລັຍ 1... ແລະກຳລັງໃຈຂອງຊາດກໍດີຂຶ້ນ.

Socceroos ໄດ້ມີໂອກາດອີກຄັ້ງໜຶ່ງ.

ພຽງບໍ່ເທົ່າໃດນາທີຈາກນັ້ນ, Behich ໄດ້ຮັບບານທີ່ຜ່ານມາໃຫ້ໂດຍ Goodwin.

ສິ່ງທີ່ໄດ້ເກີດຂຶ້ນຕໍ່ໄປຄື ເກືອບເປັນປະຕູທີ່ຍິ່ງໃຫຍ່ທີ່ສຸດ ທີ່ເຄີຍມີມາໃນການແຂ່ງຂັນເຕະບານແຊ້ມປ້ຽນໂລກ.

ນີ້ແມ່ນ David Basheer.

"Behich ພາຍໃຕ້ຄວາມກົດດັນ, ແຕ່ Goodwin ເຮັດໄດ້ດີທີ່ສົ່ງບານກັບຄືນ.... Aziz Behich ກັບການແລ່ນໃນພື້ນທີ່... Aziz Behich! ມັນເປັນໂອກາດສໍາລັບອອສເຕຣເລັຍ!" 

Behich ຜ່ານກອງຫຼັງຂອງ Argentina ສີ່ຄົນດ້ວຍການແລ່ນເຂົ້າໄປໃນເຂດໂທດ, ກ່ອນທີ່ການຍິງຂອງລາວຈະຖືກບລັອກ ໂດຍກອງຫຼັງຄົນທີຫ້າ ແລະເຮັດໃຫ້ບານຂ້າມຄານໄປ.

ໂດຍທີ່ອອສເຕຣເລັຍ ຕ້ອງປະຖິ້ມຄວາມລະມັດລະວັງໄວ້ເບື້ອງຫຼັງ, ເກມໄດ້ກາຍເປັນທີ່ຫນ້າຕື່ນເຕັ້ນຫຼາຍຂຶ້ນໃນນາທີທ້າຍເກມ.

ນັກເຕະຊາວ Argentina, Lautaro Martinez ພາດໂອກາດທຳປະຕູສາມຄັ້ງ ຈາກຄວາມຍາກລຳບາກທີ່ແຕກຕ່າງກັນ.

ອີກຟາກນຶ່ງຂອງສນາມ ກໍມີໂອກາດອີກເທື່ອຫນຶ່ງ.

ແລະໃນຕອນທົດເວລາ, ໂອກາດໄດ້ຕົກເປັນຂອງຊາຍຫນຸ່ມທີ່ສຸດທີ່ຈະຫຼິ້ນໃນເກມຮອບ knockout ເຕະບານໂລກ ນັບຕັ້ງແຕ່ Pele, ນັກເຕະບານຜູ້ຍິ່ງໃຫຍ່ຊາວBrazil ຕັ້ງແຕ່ປີ 1958.

ນີ້ແມ່ນ David Basheer ແລະ Luke Wilkshire.

"Craig Goodwin...ເຂັ່ຍມັນໄປຂ້າງຫນ້າ... Garang Kuol ໃນມຸມ! ແລະນັ້ນກໍເປັນໂອກາດສໍາລັບຊາຍຫນຸ່ມທີ່ຈະສ້າງຊື່ຂອງລາວ! ແລະມັນເປັນໂອກາດສໍາລັບອອສເຕຣເລັຍ! ມັນແມ່ນເວລານັ້ນ! ນັ້ນແມ່ນຊ່ວງເວລາສໍາລັບ Garang Kuol! ການຈັບບານ ຄັ້ງທໍາອິດສຸດຍອດ... ແລະ Martinez ກາງແຂນຕົນເອງອອກ, ແລະກໍສາມາດຮັກສາປະຕູໄວ້ໄດ້!"

ເວລາເກືອບຈະຢືນຢູ່ກັບທີ່ ໃນຂນະທີ່ທ່ານ Kuol ຍິງລູກນັ້ນ.

ແຕ່ຜູ້ຮັກສາປະຕູ Argentina, Emiliano Martinez ໄດ້ຮັກສາປະຕູໄວ້ໄດ້...ແລະໄດ້ຊ່ອຍໃຫ້ Argentina ເຂົ້າໄປໃນຮອບແປດທີມສຸດທ້າຍ.

ຫຼັງຈາກນັ້ນບໍ່ເຫີງ, ສຽງໝາກຫວີດເຕັມເວລາກໍດັງຂຶ້ນ.

Argentina 2... ອອສເຕຣເລັຍ 1.

ນັ້ນແມ່ນການສິ້ນສຸດຂອງການເດີນທາງຂອງ Socceroos ໃນການແຂ່ງຂັນເຕະບານໂລກຄັ້ງນີ້.

ສີ່ນັດ ໃນສິບສອງມື້, ແຕ່ຄວາມຊົງຈໍາ ແລະປວັດສາດພຽງພໍທີ່ເຮັດໃຫ້ຄົງຢູ່ຕລອດໄປ.

ອອສເຕຣເລັຍ ເສັຍໄຊ ແຕ່ບໍ່ໄດ້ເສັຍໜ້າ.

ຄວາມພາກພູມໃຈປະສົມກັບຄວາມຜິດຫວັງ, ສໍາລັບຜູ້ທີ່ໃສ່ເສື້ອສີຂຽວ ແລະທອງ- ເລີ່ມຕົ້ນຈາກ ຄູຝຶກຂອງພວກເຂົາ, Graham Arnold.

"ຂ້າພະເຈົ້າພຽງແຕ່ຫວັງວ່າທຸກຄົນໃນອອສເຕຣເລັຍເຄົາລົບໃນສິ່ງທີ່ພວກເຮົາໄດ້ເຮັດ, ແລະມີຄວາມພູມໃຈຫຼາຍ ກັບພວກເຮົາເຊັ່ນກັນ. ເຮົາຕໍ່ສູ້ກັບພວກເຂົາ. ຂ້າພະເຈົ້າຮູ້ສຶກວ່າພວກເຮົາເຮັດໄດ້ດີ. ແລະພວກເຮົາ ໄດ້ມີໂອກາດ ທີ່ຈະຕີສເມີແຕ່ຂ້າພະເຈົ້າຕ້ອງພູມໃຈຫຼາຍ ກັບພວກນັກເຕະຂອງເຮົາ ຂ້າພະເຈົ້າຂໍຂອບໃຈ ໃນຄວາມພະຍາຍາມ ທີ່ພວກເຂົາໄດ້ທຸ່ມເທໃຫ້ຂ້າພະເຈົ້າ."

ການປົນກັນລະຫວ່າງຄວາມຜິດຫວັງ ແລະຄວາມພາກພູມໃຈ ເຮັດໃຫ້ກອງກາງ, Jackson Irvine ເສັຍນ້ຳຕາໃນເດີ່ນຫຼັງຈາກການແຂ່ງຂັນ.

"ຂ້າພະເຈົ້າຄິດວ່າ ພວກເຮົາໄດ້ເຮັດທຸກສິ່ງທຸກຢ່າງ ທີ່ພວກເຮົາສາມາດເຮັດໄດ້. ພວກເຮົາມີການປ້ອງກັນທີ່ຮັດກຸມ ແລະມີວິນັຍ ພວກເຮົາເສັຍບານຫນ້ອຍຫຼາຍ, ຈົນຮອດຕອນສຸດທ້າຍ... ຢ່າງທີ່ເຫັນ. ທ່ານຕ້ອງເຮັດໄດ້ໃນ 15 ນາທີສຸດທ້າຍ. ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາໄດ້ເຮັດ ທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ ເພື່ອໃຫ້ຕົນເອງມີໂອກາດໃນເກມນັ້ນ ແລະເມື່ອ Argentina ສເລີມສລອງ ໄຊຊະນະຕໍ່ອອສເຕຣເລັຍແບບນີ້, ຂ້າພະເຈົ້າຄິດວ່າມັນສະແດງໃຫ້ເຫັນເກມແບບໃດ ທີ່ພວກເຮົາໄດ້ໃຫ້ພວກເຂົາໃນມື້ນີ້.... ແທ້ຈິງແລ້ວ, ມັນເປັນສິ່ງຍາກທີ່ຈະເຂົ້າໃຈ ທຸກຢ່າງໃນເວລານີ້. ທັງຫມົດນີ້ຍັງເປັນເລື້ອງກະທັນຫັນຢູ່ແຕ່... ຂ້າພະເຈົ້າຫວັງວ່າພວກເຮົາໄດ້ເຮັດໃຫ້ທຸກຄົນພູມໃຈ."

ນີ້ແມ່ນນັດທຳອິດຂອງກອງກາງ, Keanu Baccus-ແລະເປັນຫນຶ່ງໃນນັກເຕະທີ່ດີທີ່ສຸດ ຂອງອອສເຕຣເລັຍ.

ລາວເວົ້າວ່າ ຜົນການແຂ່ງຂັນນີ້ສະແດງໃຫ້ເຫັນວ່າ ຈຳນວນປະຕູບໍ່ຕ່າງກັນຫຼາຍ ເທົ່າທີ່ເຄີຍມີມາ ລະຫວ່າງທິມເຊັ່ນ ອອສເຕຣເລັຍ ແລະທີມມະຫາອຳນາດຢ່າງ Argentina.

"ຊ່ອງວ່າງໃນການເຕະບານແມ່ນແຄບເຂົ້າມາຫຼາຍ. ທ່ານສາມາດເຫັນໄດ້ວ່າ ພວກເຮົາຢູ່ໃກ້ ກັບບ່ອນ ທີ່ພວກເຮົາຢາກຢູ່ ໃນດ້ານຄວາມຍິ່ງໃຫຍ່. ສະນັ້ນ, ພວກເຮົາພຽງແຕ່ຕ້ອງດໍາເນີນຕໍ່ໄປ, ແລະສ້າງໃນສິ່ງທີ່ພວກເຮົາມີ."

ການສ້າງທີມໃນສິ່ງທີ່ Socceroos ມີ ແມ່ນຄວາມຮູ້ສຶກອັນດຽວກັນ ໃນໝູ່ນັກກິລາຫຼັງການແຂ່ງຂັນ, ໂດຍສະເພາະແມ່ນການແນໃສ່ ການແຂ່ງຂັນເຕະບານໂລກຄັ້ງຕໍ່ໄປ ໃນປີ 2026.

ນັກເຕະກອງຫຼັງ Kye Rowles ກ່າວວ່າ ນັກກິລາເຊັ່ນ Garang Kuol, ແລະຜູ້ທີ່ໄດ້ຫລິ້ນໃນການແຂ່ງຂັນກິລາໂອລິມປິກ ແມ່ນຫນຶ່ງໃນບັນດານັກກິລາ ທີ່ສໍາຄັນທີ່ສຸດໃນທິມ.

"ມັນເປັນການດີ ທີ່ໄດ້ເຫັນນັກເຕະໃໝ່ໆຈຳນວນຫນຶ່ງເຂົ້າມາ, ໂດຍສະເພາະຈາກກຸ່ມທີ່ເຄີຍເຕະໃນໂອລິມປິກ, ທີ່ເຮັດໄດ້ດີຈົນເຖິງຕອນນີ້, ແລະຄົນໜຸ່ມອື່ນໆຄື Garang ທີ່ໂຊກບໍ່ເຂົ້າຂ້າງ... ມັນເປັນການປ້ອງກັນປະຕູທີ່ຍິ່ງໃຫຍ່, ນັ້ນແມ່ນການເຕະຄັ້ງສຸດທ້າຍຂອງເກມແທ້ໆ. ມັນເປັນການດີທີ່ຈະມີແກນນັກເຕະຫນຸ່ມດີໆ."

ຫຼາຍຄັ້ງເມື່ອຖືກປຽບທຽບກັບທີມ Socceroos ທີມດຽວທີ່ໄດ້ຜ່ານເຂົ້າໄປເຕະໄປຫຼິ້ນການແຂ່ງຂັນເຕະບານໂລກ ໃນກ່ອນຫນ້ານີ້, ຊຶ່ງແມ່ນທີມ 2006. ທີມນີ້ກໍແມ່ນຄືແຮງຈູງໃຈທີ່ເຫຼືອມໍລະດົກໄວ້ເຊັ່ນກັນ, ດັ່ງທີ່ Craig Goodwin ອະທິບາຍ.

"ເມື່ອໃດທີ່ເຮົາໃສ່ເສື້ອທີມຊາດໂດຍສະເພາະ ໃນການແຂ່ງຂັນເຕະບານໂລກ... ສິ່ງທີ່ເຮົາໄດ້ເຮັດຢູ່ທີ່ນີ້, ເຮົາຫວັງວ່າ ເຮົາຈະສາມາດ ດົນໃຈເດັກນ້ອຍທັງຊາຍແລະຍິງ ທີ່ຫລິ້ນກິລາເຕະບານ ໃຫ້ເຮັດໄດ້ດີກວ່າທີ່ເຮົາກໍາລັງເຮັດຢູ່ ໃນເວລານີ້. ພວກເຮົາຢາກສ້າງແຮງບັນດານໃຈໃຫ້ຊາດ."

ທີມກົງກັນຂ້າມທີ່ໜ້າເກງຂາມກໍມີຄວາມເຄົາລົບຕໍ່ Socceroos ເຊັ່ນດຽວກັນ.

ຜູ້ຮັກສາປະຕູ Argentina, Emiliano Martinez ກ່າວວ່າ ລາວບໍ່ແປກໃຈທີ່ອອສເຕຣເລັຍເປັນຄູ່ແຂ່ງທີ່ໜ້າຢ້່ານ.

"ຂ້າພະເຈົ້າຄິດວ່າ ພວກເຂົາຫຼິ້ນໄດ້ດີຫຼາຍ. ວິທີ ທີ່ພວກເຂົາສ້າງຄວາມກົດດັນ, ພວກເຂົາເຮັດໃຫ້ພວກເຮົາຫຼິ້ນຈາກຫຼັງດ້ວຍຄວາມລຳບາກ. ພວກເຂົາໄດ້ເຮັດດີຫຼາຍ ທີ່ຈະຜ່ານມາເຂົ້າຮອບນີ້, ແລະການຫຼິ້ນເກມປະເພດນີ້."

Argentina ຈະພົບກັບ Netherlands ໃນຮອບ ກ່ອນຮອງຊະນະເລີດ ໃນທ້າຍອາທິດຫນ້າ (ວັນເສົາ 10 ທັນວາ ເວລາ 0600) ຊຶ່ງຈະເປັນການແຂ່ງຂັນ ເກມທີ່ເຄີຍພົບກັນໃນຮອບຊິງຊະນະເລີດໃນປີ 1978.

ປະເທດ Netherlands ຊະນະຜ່ານເຂົ້າຮອບກ່ອນຮອງຊະນະເລີດ ດ້ວຍການເອົາຊະນະ ສະຫະຣັດ ສາມ ປະຕູ ຕໍ່ ຫນຶ່ງ

ດາວເດັ່ນຂອງທີມ Netherlands ໂດຍບໍ່ມີການໂຕ້ແຍ້ງ ແມ່ນ Denzel Dumfries ແມ່ນນັກເຕະຕຳແໜ່ງປີກຫຼັງ. ລາວຊ່ວຍໃນການພັງສອງປະຕູທໍາອິດ-ຊຶ່ງເຕະເຂົ້າປະຕູໂດຍ Memphis Depay ໃນນາທີທີ 10 ແລະ Daley Blind ກ່ອນເຄິ່ງເວລາ.

Dumfries ກ່າວວ່າ ທີມຂອງລາວຍັງສາມາດປັບປຸງໄດ້ຕື່ມອີກ, ແຕ່ໃຫ້ credits ໃນການຫຼິ້ນກັບທີມສະຫະຣັດແກ່ລະບົບ ກົນລະຍຸດຂອງທີມ Netherlands ທີ່ນຳພາໂດຍຄູຝຶກ Louis van Gaal, ເຊິ່ງລາວເວົ້າວ່າມັນຮັບມືໄດ້ດີກັບກົນລະຍຸດຂອງອາເມຣິກາ.

"ມັນເປັນລະບົບທີ່ແຕກຕ່າງກັນ, ພວກເຂົາມີກອງຫຼັງສີ່ຄົນແລະທີ່ເປີດຊ່ອງຫວ່າງສໍາລັບກອງໜ້າ, ແລະຂ້າພະເຈົ້າຄິດວ່າ ດ້ວຍປະຕູທັງຫມົດ, ທ່ານສາມາດເຫັນໄດ້ວ່າ ຈຸດປະສົງທີ່ລະບົບຂອງພວກເຮົາເປັນແນວໃດ. ບັດນີ້, ພວກເຮົາວິຈານຕົວເອງຫລາຍ, ດັ່ງທີ່ຄູສອນຫົວຫນ້າໄດ້ກ່າວ. ເຮົາຕ້ອງເຮັດໃຫ້ດີຂຶ້ນໃນການຄອງຫມາກບານ, ເອົາບານໄປໜ້າໃຫ້ດີຂຶ້ນ, ປ່ຽນຕໍາແຫນ່ງຂອງເຮົາ ເພື່ອວ່າເຮົາຈະກາຍເປັນອັນຕະຣາຍໄດ້ຫລາຍຂຶ້ນ. ແຕ່ສິ່ງເຫຼົ່ານີ້ເປັນຮູບຊົງຂອງລະບົບ, ແລກໍສະແດງໃຫ້ເຫັນວ່າ ໃນບາງບ່ອນທ່ານກໍສາມາດເປັນອັນຕະຣາຍສເມີ."

ຄູຝຶກຂອງທີມອາເມຣິກາ, Gregg Berhalter ກໍຜິດຫວັງເປັນທັມມະດາ ທີ່ທີມຂອງລາວໄດ້ຖືກຄັດອອກຈາກການແຂ່ງຂັນ.

ແຕ່ລາວຍັງເຫັນຈຸດດີ-ເພາະໄດ້ເຫັນການກັບມາຂອງທີມຫຼັງຈາກທີ່ບໍ່ໄດ້ຜ່ານເຂົ້າມາແຂ່ງຂັນເຕະບານ ແຊ້ມປ້ຽນໂລກ ຄັ້ງສຸດທ້າຍໃນປີ 2018.

"ຂ້າພະເຈົ້າຄິດວ່າ ພວກເຮົາໄດ້ກ້າວຫນ້າໃນບາງຢ່າງ. ຂ້າພະເຈົ້າຄິດວ່າ, ເມື່ອຄົນເບິ່ງທີມຂອງເຮົາ, ພວກເຂົາ ເຫັນເອກະລັກທີ່ຊັດເຈນ. ພວກເຂົາເຫັນນັກເຕະທີ່ອອກໄປຕໍ່ສູ້ ເພື່ອກັນແລະກັນ. ພວກເຂົາ ເຫັນພອນສະຫວັນ ຢູ່ໃນເດີ່ນ. ສະນັ້ນ, ພວກເຮົາ ຈຶ່ງໄດ້ກ້າວຫນ້າ. ແຕ່ໃນຄືນນີ້, ພວກເຮົາຍັງໄປບໍ່ຮອດບ່ອນນັ້ນ."

ມື້ທີສອງຂອງການແຂ່ງຂັນຮອບ 16 ທີມ ຈະເຫັນການແຂ່ງຂັນ ຮອບກ່ອນຮອງຊະນະເລີດອີກເທື່ອໜຶ່ງ.

ນັດທໍາອິດ, ຜູ້ຊະນະກຸ່ມ D ປະເທດຝຣັ່ງ ຈະພະຍາຍາມຮັກສາຕໍາແຫນ່ງແຊ້ມໂລກ ຂອງເຂົາເຈົ້າ ໂດຍການກໍາຈັດ ຜູ້ຮອງຊະນະຈາກກຸ່ມ C: Poland (ເລີ້ມເຕະເວລາ 0200)

ຫຼັງຈາກນັ້ນແມ່ນເກມຂອງຜູ້ນຳຂອງກຸ່ມ B: ອັງກິດ ຫຼິ້ນກັບທີມຮອງຈາກກຸ່ມ A: Senegal

ຜູ້ຊະນະການແຂ່ງຂັນສອງຮອບ 16 ທີມນີ້ຈະປະເຊີນຫນ້າກັນໃນການແຂ່ງຂັນຮອບກ່ອນຮອງຊະນະເລີດ.

ເນື້ອເລື່ອງໂດຍ Sunil Awasthi ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share