ການປະກາດຄໍາເວົ້າຂອງປະຊາມະຕິ ຂອງ Voice to Parliament.
ນາຍົກຣັຖມົນຕີ Anthony Albanese ໄດ້ປະກາດຄໍາເວົ້າ ຂອງຄໍາຖາມ ຕໍ່ການ ລົງປະຊາມະຕິ ຂອງ Voice to Parliament ແລະການເພີ່ມເຕີມຕໍ່ຣັຖທັມມະນູນ.
ເຖິງຢ່າງໃດກໍຕາມ, ພັກຮ່ວມຝ່າຍຄ້ານ ກ່າວວ່າ ຄໍາເວົ້າດັ່ງກ່າວ ຍັງກໍ່ໃຫ້ເກີດຄໍາຖາມສໍາຄັນ ກ່ຽວກັບອໍານາດທາງກົດຫມາຍ ແລະລາຍລະອຽດ ຂອງຄນະທີ່ປຶກສາ.
ເປັນມື້ທີ່ຫຼາຍກວ່າສິບປີ ໃນການເຮັດ.
ນາຍົກຣັຖມົນຕີ Anthony Albanese ກ່າວທັງນ້ຳຕາໃນຂນະທີ່ທ່ານ ເປີດເຜີຍຖ້ອຍຄໍາ ຂອງຄໍາຖາມ ທີ່ຈະນໍາສເນີຕໍ່ປະຊາຊົນທີ່ສາມາດປະດິດສະຖານ Voice to Parliament ໄດ້ຕາມຣັຖທັມມະນູນ.
"ຄໍາຖາມ ທີ່ຊາວອອສເຕຣເລັຍຈະຖືກຖາມ ໃນການລົງປະຊາມະຕິປີນີ້ ແມ່ນງ່າຍຫຼາຍ-ມັນຈະອ່ານ: ກົດຫມາຍທີ່ສເນີໃຫ້ແກ້ໄຂຣັຖທັມມະນູນເພື່ອຮັບຮູ້ປະຊາຊົນທໍາອິດຂອງອອສເຕຣເລັຍ ໂດຍການສ້າງຕັ້ງສຽງ (Voice) ຂອງ Aboriginal and Torres Strait Islander. ທ່ານອະນຸມັດການປ່ຽນແປງ ທີ່ສເນີນີ້ຫຼືບໍ່? ນັ້ນແມ່ນຄໍາຖາມ ຕໍ່ປະຊາຊົນອອສເຕຣເລັຍ. ບໍ່ມີຫຍັງຫຼາຍກວ່ານີ້, ແຕ່ບໍ່ມີຫຍັງຫນ້ອຍກວ່ານີ້."
ສັບຄໍາເວົ້າ ໄດ້ຖືກຕົກລົງ ຫລັງຈາກຄນະທຳງານປະຊາມະຕິ (Referendum Working Group) ໄດ້ພົບກັບນາຍົກຣັຖມົນຕີ ແລະຣັຖມົນຕີຄົນສໍາຄັນຄົນອື່ນໆ ໃນຄືນວັນທີ 22 ມີນາ ເພື່ອມອບຄໍາສເນີສຸດທ້າຍ ຂອງເຂົາເຈົ້າ.
ສະມາຊິກຄນະທຳງານປະຊາມະຕິ (Referendum Working Group), ສາດສະດາຈານ Megan Davis ທີ່ເປັນຜູ້ຍິງຊາວ Cobble Cobble ເຊື່ອວ່າ ມື້ນັ້ນຈະຖືກຈາຣຶກ ໃນປວັດສາດ.
"ນີ້ແມ່ນວັນປວັດສາດ, ນີ້ແມ່ນຂໍ້ຕົກລົງໃນປວັດສາດ. ຍັງມີຫົນທາງອີກຍາວໄກ, ແຕ່ມື້ນີ້ ເຮົາຕ້ອງຢຸດ ແລະໄຕ່ຕອງ ເຖິງຄວາມສໍາເລັດຄັ້ງປວັດສາດນີ້. ເມື່ອພວກເຮົາມີການສົນທະນາ ທົ່ວອອສເຕຣເລັຍ, ປະຊາຊົນຂອງພວກເຮົາ ໄດ້ເວົ້າເຖິງການບໍ່ມີໃຜຟັງ ແລະບໍ່ມີໃຜໄດ້ຍິນ. ເຂົາເຈົ້າໄດ້ເວົ້າເຖິງ ຄວາມບໍ່ມີພະລັງ ແລະບໍ່ມີສຽງ. ນາຍົກຣັຖມົນຕີຄົນນີ້,ຣັຖບານນີ້, ໄດ້ຟັງດ້ວຍຄວາມເຄົາລົບ ຢ່າງແທ້ຈິງ, ຂັ້ນຕອນນີ້ ເປັນຜົນດີ ຕໍ່ອະນາຄົດຂອງ the Voice."
ທ່ານ Albanese ໄດ້ປາກົດຕົວຮ່ວມກັບ Linda Burney ຣັຖມົນຕີ ຊາວອອສເຕຣເລັຍພື້ນເມືອງ, ອັຍການສູງສຸດທ່ານ Mark Dreyfus, ສະມາຊິກສະພາສູງ ຊາວພື້ນເມືອງ Pat Dodson ແລະ Malarndirri McCarthy ແລະຄນະເຮັດວຽກ.
ລາວຂອບໃຈພວກເຂົາ ສໍາລັບການເຮັດວຽກຫຼາຍເດືອນ.
"ເວລານີ້ ໄດ້ກາຍເປັນເວລາຍາວນານໃນການເຮັດ. ແຕ່ເຂົາເຈົ້າ ໄດ້ສະແດງຄວາມອົດທົນ ແລະການເບິ່ງໂລກໃນແງ່ດີ ຜ່ານຂະບວນການນີ້ ແລະວິນຍານແຫ່ງການຮ່ວມມື ແລະການສົນທະນາທີ່ຮອບຄອບ ແລະເຄົາຣົບ, ເປັນສິ່ງສໍາຄັນຫລາຍ ໃນການມາເຖິງຈຸດນີ້ ໃນລັກສນະທີ່ເປັນຫນຶ່ງດຽວກັນ"
ນອກນັ້ນທ່ານ Albanese ຍັງໄດ້ປະກາດສັບຄໍາເວົ້າ ທີ່ໄດ້ສເນີເພີ່ມເຕີມ ຕໍ່ຣັຖທັມມະນູນ
"ບົດບັນຍັດ ທີ່ຊາວອອສເຕຣເລັຍຈະລົງຄະແນນສຽງຮັບຮອງ ມີດັ່ງນີ້: ບົດທີ 9 ການຮັບຮູ້ປະຊາຊົນຊາວ Aboriginal and Torres Strait Islander. 129-Aboriginal and Torres Strait Islander Voice. ໃນການຮັບຮູ້ຂອງ Aboriginal and Torres Strait Islander ວ່າເປັນຊົນຊາດທໍາອິດຂອງອອສເຕຣເລັຍ (First Peoples of Australia) 1-ຈະມີການເອີ້ນວ່າ ສຽງຂອງຊາວ Aboriginal and Torres Strait Islander. ສອງ-ສຽງຂອງຊາວ Aboriginal and Torres Strait Islander ອາດຈະເປັນຕົວແທນ ໃຫ້ແກ່ຣັຖສະພາ ແລະຣັຖບານບໍຣິຫານ ຂອງ Commonwealth ໃນເລື້ອງທີ່ກ່ຽວຂ້ອງກັບ ປະຊາຊົນຊາວAboriginal and Torres Strait Islander. 3-ຂຶ້ນຢູ່ກັບຣັຖທັມມະນູນນີ້, ຣັຖບານມີອໍານາດທີ່ຈະອອກກົດຫມາຍ ກ່ຽວກັບເລື່ອງ ທີ່ກ່ຽວຂ້ອງ ກັບ Voice ຂອງຊາວ Aboriginal and Torres Strait Islander ລວມເຖິງອົງປະກອບ, ຫນ້າທີ່, ອໍານາດ ແລະຂັ້ນຕອນຕ່າງໆ."
ສະມາຊິກຂອງ Referendum Working Group, ທ່ານ Tony McAvoy ໄດ້ ສລຸບຫຼັກການສໍາຄັນ ເກົ້າຢ່າງຂອງ Voice.
"ຫຼັກການອອກແບບແມ່ນ: ຕາມຫຼັກການທີ່ອອກແບບຂອງສຽງຕໍ່ຣັຖສະພາ (Voice to Parliament) ທີ່ໄດ້ຕົກລົງກັນ ໂດຍ First Nations Referendum Working Group,
ກ, the Voice ຈະໃຫ້ຄໍາແນະນໍາທີ່ເປັນອິດສຣະແກ່ຣັຖສະພາ ແລະຣັຖບານ.
ຂ, ມັນຈະຖືກເລືອກໂດຍປະຊາຊົນຊາວ Aboriginal and Torres Strait Islander ຕາມຄວາມຕ້ອງການຂອງຊຸມຊົນທ້ອງຖິ່ນ.
ຄ, ມັນຈະເປັນຕົວແທນ ຂອງຊຸມຊົນຊາວ Aboriginal and Torres Strait Islander, ຄວາມສົມດຸນທາງເພດ ແລະຮ່ວມເຖິງຊາວຫນຸ່ມ.
ງ, ມັນຈະໃຫ້ຂີດຄວາມສາມາດທີ່ນໍາພາໂດຍຊຸມຊົນ, ມີສ່ວນຮ່ວມ, ມີຄວາມເຄົາລົບ ແລະມີຄວາມສຳນຶກດ້ານວັດທະນະທັມ.
ຈ, ສາມາດກວດສອບໄດ້ ແລະໂປ່ງໃສ.
ສ, ມັນຈະເຮັດວຽກ ຮ່ວມກັບອົງກອນທີ່ມີຢູ່ ແລະໂຄງສ້າງແບບເກົ່າ.
ຊ, ມັນຈະບໍ່ມີຫນ້າທີ່ ຈັດສົ່ງໂຄງການ. ແລະ
ຍ, ມັນຈະບໍ່ມີອໍານາດອອກສຽງຄັດຄ້ານ. The Referendum Working Group ຊຸກຍູ້ໃຫ້ທຸກຄົນທີ່ມີຄວາມສົນໃຈ ໃນຂະບວນການນີ້ ໃຫ້ເອົາໃຈໃສ່ຢ່າງໃກ້ຊິດກັບຫຼັກການອອກແບບ."
ສັບຄໍາເວົ້າຈະນໍາສເນີຕໍ່ຣັຖບານໃນວັນພະຫັດ ວັນທີ 30 ແລະຈະໄປລົງຄະແນນສຽງ ໃນເດືອນມິຖຸນາ.
ທ່ານ Albanese ຍອມຮັບວ່າ ອາດມີຄວາມພະຍາຍາມ ຂອງຣັຖສະພາທີ່ຈະປ່ຽນແປງຄໍາເວົ້າ.
"ແນ່ນອນວ່າ ມັນສາມາດປ່ຽນແປງໄດ້. ພວກເຮົາມີຂະບວນການທາງຣັຖສະພາ. ແນ່ນອນ, ມັນສາມາດປ່ຽນແປງໄດ້. ຜູ້ຄົນ ສາມາດລົງຄະແນນສຽງໂຕເລກເພື່ອປ່ຽນແປງມັນ. ຂ້າພະເຈົ້າໄດ້ກ່າວ ຢ່າງຊັດເຈນວ່າ ນີ້ແມ່ນຈຸດຢືນເຮົາ, ພວກເຮົາໄດ້ມາເຖິງ ຈຸດຢືນ ຂອງຣັຖບານ, ພວກເຮົາມາຮອດຈຸດນີ້ ຕາມພື້ນຖານ ຂອງການປຶກສາຫາລືກັບ Referendum Working Group"
ພັກ Liberal ຢືນຢັດໃນການວິພາກວິຈານ the Voice.
ຜູ້ນໍາຝ່າຍຄ້ານ ທ່ານ Peter Dutton ໄດ້ຮຽກຮ້ອງ ໃຫ້ມີລາຍລະອຽດຫຼາຍຂຶ້ນຫຼາຍຄັ້ງ. ລາວຍັງບໍ່ໄດ້ປະກາດຈຸດຢືນ ຂອງພັກໃນ the Voice.
"ພັກ Liberal ຈະປະຊຸມກັນໃນຫ້ອງນີ້ເປັນຄນະ ແລະພວກເຮົາ ຈະເບິ່ງວ່າຣັຖບານໄດ້ໃຫ້ຫຍັງແນ່ຕໍ່ພວກເຮົາ. ທ່ານອາດຖືກຈູງໄປ ໂດຍບໍ່ມີລາຍລະອຽດ. ແລະທ່ານຕ້ອງພິຈາລະນາວ່າ ຣັຖບານໄດ້ສເນີຫຍັງແນ່ ແລະພວກເຮົາ ກໍສາມາດຕັດສິນໃຈເປັນຄນະ ວ່າພວກເຮົາຈະສນັບສນູນ the Voice ຫຼືບໍ່. ພວກເຮົາ ໄດ້ໃຫ້ຄວາມຮ່ວມມື ກັບຣັຖບານໃນສັບປະດານີ້ ກ່ຽວກັບຮ່າງກົດຫມາຍ ທີ່ກ່ຽວຂ້ອງກັບເບື້ອງຫລັງ ແລະກົນໄກ ຂອງການລົງປະຊາມະຕິ."
Mr Dutton ຍັງຮຽກຮ້ອງ ໃຫ້ນາຍົກຣັຖມົນຕີເປີດເຜີຍ ຄໍາແນະນໍາຈາກSolicitor-General, ທີ່ປຶກສາດ້ານກົດຫມາຍ ຂອງ Commonwealth, ຜູ້ທີ່ໄດ້ໃຫ້ຄໍາເຫັນເປັນສ່ວນຕົວ ກ່ຽວກັບຜົນກະທົບ ທາງກົດຫມາຍ ທີ່ອາດເກີດຂຶ້ນ ຈາກການປ່ຽນແປງຣັຖທັມມະນູນ
"ເບິ່ງຄືວ່າໃນເວລານີ້, ນາຍົກຣັຖມົນຕີ ກໍາລັງປະຕິບັດແບບກົງກັນຂ້າມ ກັບແນະນໍາຂອງ Solicitor-General ແລະຂ້າພະເຈົ້າຄິດວ່າ ມັນເປັນຫນ້າທີ່ຂອງລາວ ທີ່ຈະເປີດເຜີຍລາຍລະອຽດນັ້ນ,ເປີດເຜີຍຄໍາແນະນໍາ ທາງດ້ານກົດຫມາຍ ແລະອະທິບາຍວ່າ ເປັນຫຍັງ ລາວຈຶ່ງໄດ້ໄປຂັດກັບຄໍາແນະນໍາ ທາງດ້ານກົດຫມາຍ ຂອງບຸກຄົນທີ່ມີໜ້າທີ່ໃຫ້ຄໍາແນະນໍາທາງດ້ານກົດຫມາຍ ທີ່ສໍາຄັນທີ່ສຸດ ແກ່ຣັຖບານ. ລາວເປັນເຈົ້າຫນ້າທີ່ຂັ້ນສູງສຸດ ໃນການຮັບໃຊ້ສາທາຣະນະ ເພື່ອໃຫ້ຄໍາແນະນໍາ ທາງດ້ານກົດຫມາຍ ແກ່ນາຍົກຣັຖມົນຕີ. ແລະນາຍົກຣັຖມົນຕີ ໄດ້ຂັດກັບຄໍາແນະນໍາຂອງເພິ່ນ ແລະພວກເຮົາ ຕ້ອງເຂົ້າໃຈວ່າເປັນຫຍັງ."
Mr Albanese ກ່າວວ່າ ສັບຄໍາເວົ້ານີ້ໄດ້ຖືກກວດສອບໂດຍຜູ້ຊ່ຽວຊານ ດ້ານກົດ ຫມາຍ.
"ຮູບແບບຄໍາສັບນີ້ ແມ່ນຖືກຕ້ອງຕາມກົດຫມາຍ ແລະມັນເປັນຮູບແບບ ຂອງຄໍາເວົ້າ ທີ່ພວກເຮົາທຸກຄົນ ມີຄວາມຫມັ້ນໃຈວ່າຈະໄດ້ຮັບການສນັບສນູນ ທີ່ເຂັ້ມແຂງທີ່ສຸດ ຈາກປະຊາຊົນຂອງອອສເຕຣເລັຍໃນການລົງປະຊາມະຕິ ແລະສົ່ງຜົນດີທີ່ສຸດໃນຫຼາຍປີຂ້າງຫນ້າ."
ພັກ National ຍັງຢືນຢັດ ໃນການຕໍ່ຕ້ານຄນະ ທີ່ປຶກສາຂອງຊົນຊາວພື້ນເມືອງ (Indigenous advisory body).
ຜູ້ນໍາພັກ, ທ່ານ David Littleproud ກ່າວວ່າ The Voice ເຮັດໃຫ້ ລະບົບບໍຣິການຂອງຊົນຊາວພື້ນເມືອງມີການຊ້ຳຊ້ອນ.
"ການເປີດເຜີຍຄໍາຖາມປະຊາມະຕິ ໃນມື້ນີ້ ບໍ່ໄດ້ປ່ຽນຈຸດຢືນ ຂອງພັກNationals ແລະມັນຍິ່ງໄດ້ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ການຕັ້ງໃຈ ຂອງພັກ Nationals ທີ່ຈະຕໍ່ຕ້ານ the Voice. ນີ້ແມ່ນປວັດສາດ ທີ່ຊໍ້າຮອຍເດີມ, ພວກເຮົາ ເຄີຍມີຄນະຕົວແທນມາກ່ອນ ແລະມັນບໍ່ໄດ້ຜົນ. ພວກເຮົາ ກໍາລັງເພີ່ມອີກຊັ້ນຫນຶ່ງ ຂອງບັນດາກະຊວງຕ່າງໆກ່ຽວກັບປະສິດທິພາບ, ການສົ່ງມອບການບໍລິການ ໃຫ້ແກ່ຊຸມຊົນ ທີ່ດ້ອຍໂອກາດທີ່ສຸດເຫຼົ່ານັ້ນ. ເຮົາມາຢູ່ໃນຕໍາແຫນ່ງນີ້ ໂດຍບໍ່ມີຄວາມຄິດອະກຸສົນແຕ່ດ້ວຍເຈດຕະນາທີ່ແທ້ຈິງ ທີ່ຈະປິດຊ່ອງວ່າງ."
ແຕ່ຜູ້ຣົນນະຣົງໄລຍະຍາວ ໃນການປ່ຽນແປງຣັຖທັມມະນູນ, ສາດສະດາຈານຊາວພື້ນເມືອງ Professor Marcia Langton ກ່າວວ່າ ການມີບາງຢ່າງ... ດີກວ່າບໍ່ມີຫຍັງເລີຍ ແລະຄນະຜູ້ແທນ ໄດ້ເຮັດໃຫ້ມີການປ່ຽນແປງ ໃນຊີວິດຂອງຊົນຊາວພື້ນເມືອງ.
"ມີກຸ່ມທີ່ປຶກສາ ແລະກຸ່ມໃຫ້ຄຳແນະນຳ ແລະສະພາຫຼາຍກຸ່ມ. ບໍ່ມີຫລັກຖານ ທີ່ຈະບົ່ງວ່າມັນບໍ່ມີຜົນ ແລະ ຂ້າພະເຈົ້າໄດ້ຜ່ານມາຕັ້ງແຕ່ຕົ້ນ ແລະພວກເຂົາໄດ້ສ້າງຄວາມແຕກຕ່າງໃນທາງບວກ."
Soofia Tariq ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.