ຄວາມປອຍພັຍໃນພູມີພາກ

ANTHONY ALBANESE CHINA TOUR

ນາຍົກຣັຖມົນຕີ Anthony Albanese ພົບປະກັບປະທານ Xi Jinping ຂອງຈີນ ໃນວັນທີ 6 ພິຈິກ. Source: AAP / LUKAS COCH/AAPIMAGE

ການສຶກສາໃຫມ່ ສະແດງໃຫ້ເຫັນວ່າ ປະຊາຊົນອອສເຕຣເລັຍ ໂດຍທົ່ວໄປ ສນັບສນູນຄວາມພະຍາຍາມ ຂອງອອສເຕຣເລັຍ ແລະສະຫະຣັດອາເມຣິກາ ທີ່ຈະມີສ່ວນຮ່ວມ ໃນການແຂ່ງຂັນດ້ານຍຸດທະສາດ ກັບຈີນດ້ວຍຄວາມຮັບຮູ້ ໃນທາງບວກ ກ່ຽວກັບ AUKUS ແລະການສະແດງອອກທາງທະຫານ. ແຕ່ລາຍງານຍັງລະບຸວ່າ ການສນັບສນູນນີ້ ອາດຈະຖືກຕັ້ງຄຳຖາມໄດ້, ຂຶ້ນຢູ່ກັບວ່າ ຜູ້ໃດຊນະການເລືອກຕັ້ງ ປະທານາທິບໍດີ ອາເມຣິກາ ໃນປີຫນ້າ.


ຄວາມປອຍພັຍໃນພູມີພາກ.

ໂດຍທົ່ວໄປ ສນັບສນູນຄວາມພະຍາຍາມ ຂອງອອສເຕຣເລັຍ ແລະສະຫະຣັດອາເມຣິກາ ທີ່ຈະມີສ່ວນຮ່ວມ ໃນການແຂ່ງຂັນດ້ານຍຸດທະສາດ ກັບຈີນດ້ວຍຄວາມຮັບຮູ້ ໃນທາງບວກ ກ່ຽວກັບ AUKUS ແລະການສະແດງອອກທາງທະຫານ.

ຢ່າງໃດກໍຕາມ ລາຍງານຍັງລະບຸວ່າ ການສນັບສນູນນີ້ ອາດຈະຖືກຕັ້ງຄຳຖາມໄດ້, ຂຶ້ນຢູ່ກັບວ່າ ຜູ້ໃດຊນະການເລືອກຕັ້ງ ປະທານາທິບໍດີ ອາເມຣິກາ ໃນປີຫນ້າ.

Julien Oeuillet ລາຍງານ.

ສູນສຶກສາອາເມຣິກາ ທີ່ມະຫາວິທະຍາໄລ ຊິດນີ ດໍາເນີນການຄົ້ນຄວ້າ ກ່ຽວກັບນະໂຍບາຍ ການຕ່າງປະເທດ ຂອງອາເມຣິກາ ແລະຜົນກະທົບຂອງມັນ ຕໍ່ອອສເຕຣເລັຍ.

ເປັນປີທີສອງ ທີ່ທາງສູນ ໄດ້ດໍາເນີນການສຶກສາ ຄວາມຄິດເຫັນ ຂອງປະຊາຊົນ ທັງໃນອອສເຕຣເລັຍ ແລະສະຫະຣັດ ກ່ຽວກັບນະໂຍບາຍ ການຕ່າງປະເທດ ຂອງສອງປະເທດ ທີ່ມີຕໍ່ຈີນ.

ປີນີ້, ປະຊາກອນຍີ່ປຸ່ນ ກໍໄດ້ຖືກລວມເຂົ້ານຳ ເພື່ອໃຫ້ມີຄວາມຄຶດເຫັນທີ່ກວ້າງຂຶ້ນ.

Jared Mondschein ຜູ້ອໍານວຍການຄົ້ນຄວ້າ ທີ່ສະຖາບັນ ແລະຫນຶ່ງໃນຜູ້ຂຽນລາຍງານ.

"ພວກເຮົາ ສໍາຫຼວດປະຊາຊົນຫນຶ່ງພັນຄົນ ໃນອອສເຕຣເລັຍ, ຫນຶ່ງພັນຄົນໃນອາເມຣິກາ, ພັນຄົນໃນປະເທດຍີ່ປຸ່ນ. ສິ່ງທີ່ຜູ້ຄົນຄິດກ່ຽວກັບການແຂ່ງຂັນ ດ້ານຍຸດທະສາດ, ແຕ່ຍັງຮວມເຖິງ ສິ່ງທີ່ພວກເຂົາຕ້ອງການຈາກມັນ. ການສຳຫຼວດຈຳນວນຫຼາຍ ຈະຖາມທ່ານວ່າ ມັກຫຼືບໍ່ມັກປະເທດນີ້... ແຕ່ສິ່ງທີ່ພວກເຮົາພະຍາຍາມເຮັດ ກັບການສຳຫຼວດ ແມ່ນຈະເລິກລົງກວ່າ ອີກຫນ້ອຍຫນຶ່ງ."

ທ່ານ Jared Mondschein ກ່າວວ່າ ການຄົ້ນພົບເທື່ອທໍາອິດ ຈາກລາຍງານນັ້ນ ແມ່ນວ່າ ສາມປະເທດ ມີຄວາມອິດເມື່ອຍທີ່ຄ້າຍຄືກັນ ແລະມີຫລາຍຂຶ້ນຕໍ່ຈີນ.

"ອາເມຣິກາ, ອອສເຕຣເລັຍ ແລະຍີ່ປຸ່ນ ມີຄວາມເຫັນຄ້າຍຄືກັນຫຼາຍ ຕໍ່ຈີນ. ໂດຍທົ່ວໄປແລ້ວ, ຄວາມເຫັນ ມັກຈະຢູ່ລະຫວ່າງ 10 ຫາ 20ເປີເຊັນ ຂອງຄວາມຮູ້ສຶກ ໃນທາງລົບຂອງເຂົາເຈົ້າ. ແລະໂດຍທົ່ວໄປແລ້ວ ພວກເຂົາເຈົ້າ ກໍເຫັນດີນໍາ ໃນການເຮັດວຽກຮ່ວມກັນ. ສິ່ງທີ່ພວກເຮົາຢາກເຮັດ ກັບການສຳຫຼວດຂອງພວກເຮົາ ແມ່ນຈະຍົກໄປສູ່ລະດັບຕໍ່ໄປ. ແຕ່ທ່ານຈະສ່ຽງໃນເກມຫຼາຍປານໃດ? ຂອບເຂດຂອງການຮ່ວມມືນີ້ ແມ່ນຫຍັງ?"

ລາຍງານພົບວ່າ ຊາວອອສເຕຣເລັຍ ໂດຍທົ່ວໄປສນັບສນູນ ນະໂຍບາຍທີ່ແນ່ວແນ່ຕໍ່ຈີນ, ຊຶ່ງບາງເທື່ອກໍສູງກວ່າ ສອງປະເທດນັ້ນ.

ການສຳຫຼວດພົບວ່າ ຊາວອອສເຕຣເລັຍ ມີຄວາມເປັນໄປໄດ້ ເຖິງສອງເທົ່າ ຂອງຊາວຍີ່ປຸ່ນ ທີ່ຈະສນັບສນູນ ການມີທະຫານອາເມຣິກາ ຢູ່ໃນປະເທດຂອງເຂົາເຈົ້າ, ແລະມີພຽງແຕ່ 17 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ພົບວ່າ ນະໂຍບາຍອາເມຣິກາ ທີ່ມີຕໍ່ຈີນນັ້ນ ຮຸກຮານເກີນໄປ.

ສີ່ສິບສອງ ເປີເຊັນ ຂອງຊາວອອສເຕຣເລັຍ ເຊື່ອວ່າ AUKUS ເຮັດໃຫ້ເຂົາເຈົ້າ ມີຄວາມປອດພັຍຫຼາຍຂຶ້ນ ເມື່ອທຽບກັບ 14 ເປີເຊັນ ທີ່ເຊື່ອວ່າ ແມ່ນກົງກັນຂ້າມ, ສ່ວນທີ່ເຫລືອ ບໍ່ມີຄວາມຄິດເຫັນ ຫຼືຄິດວ່າ ມັນບໍ່ມີຄວາມແຕກຕ່າງກັນຫຍັງ.

ແລະດ້ວຍ 46 ເປີເຊັນ ທີ່ກ່າວວ່າ ອອສເຕຣເລັຍ ຄວນປ້ອງກັນ ໄຕ້ ຫວັນ ໃນກໍລະນີທີ່ຈີນບຸກໂຈມຕີ. ຊາວອອສເຕຣເລັຍ ມັກຈະສນັບ ສນູນ ການເຄື່ອນໄຫວດັ່ງກ່າວ ຫລາຍກວ່າຄົນຍີ່ປຸ່ນ ຫລືອາເມຣິກາ.

Victoria Cooper ບັນນາທິການຄົ້ນຄ້ວາ ທີ່ສູນກາງ ແລະເປັນຜູ້ຮ່ວມຂຽນລາຍງານກ່າວວ່າ:

"ຊາວອອສເຕຣເລັຍ ບໍ່ຄ່ອຍຢາກອອກຄວາມເຫັນ ກ່ຽວກັບສົງຄາມ, ພວກເຮົາ ບໍ່ໄດ້ເວົ້າຢ່າງກະຕືລືລົ້ນ ກ່ຽວກັບນະໂຍບາຍ ຕ່າງປະເທດຂອງພວກເຮົາ, ພວກເຮົາ ບໍ່ມີຄວາມເຄົາລົບ ຢ່າງທີ່ທ່ານເຫັນ ໃນອາເມຣິກາ. ດັ່ງນັ້ນ, ຈຶ່ງພົບວ່າ ຊາວອອສເຕຣເລັຍ ມີຄວາມເຫັນດີ ຕໍ່ການໃສ່ເຄື່ອງແບບທະຫານຂອງຕົນຫລາຍຂຶ້ນ ຖ້າໄຕ້ຫວັນຖືກບຸກລຸກແລະຢູ່ຄຽງຂ້າງກັບ ສະຫະຣັດ."

ເຖິງຢ່າງໃດກໍຕາມ ນາງສັງເກດເຫັນວ່າ ຄວາມແຕກຕ່າງນີ້ ອາດຈະມີຫນ້ອຍລົງ ສຳລັບຊາວອອສເຕຣເລັຍ ແລະຈະຫລາຍກວ່າສຳລັບ ຊາວອາເມຣິກາ.

"ບາງທີ ມັນອາດເປັນສັນຍານແບບຫນຶ່ງ ຂອງອາເມຣິກາ ທີ່ມຸ່ງຫນ້າໄປສູ່ການແຍກໂຕ ແລະຕ້ອງການແນໃສ່ ບັນຫາພາຍໃນ. ໃນຄຳເວົ້າຂອງທ່ານ Trump ທີ່ພວກເຮົາໄດ້ຍິນວ່າ ອາເມຣິກາຕ້ອງມາກ່ອນ, ໃນຄຳເວົ້າຂອງ Biden ພວກເຮົາໄດ້ຍິນວ່າ ເປັນນະໂຍບາຍຕ່າງປະເທດ ແມ່ນສໍາລັບຊົນຊັ້ນກາງ."

ການຄົ້ນພົບຫຼາຍຢ່າງ ຂອງການສຶກສາ ແມ່ນໄດ້ຖືກອ່ານ ໃນກອບຂອງການເລືອກຕັ້ງ ປະທານາທິບໍດີ ທີ່ຈະມາເຖິງໃນສະຫະຣັດ.

ນາງ Jassie H. Cheng ເປັນຜູ້ຮ່ວມຄົ້ນຄວ້າທີ່ the Centre on Asia and Globalisation (CAG) ທີ່ສະຖາບັນນະໂຍບາຍສາທາຣະນະ Lee Kuan Yew (Lee Kuan Yew School of Public Policy) ແລະນາງໄດ້ໃຫ້ຄວາມເຫັນກ່ຽວກັບການອ່ານລາຍງານຂອງນາງ.

"ຫນຶ່ງໃນຈຸດສໍາຄັນທີ່ສຸດ ຂອງລາຍງານ ແມ່ນຜົນກະທົບ ຂອງການເລືອກຕັ້ງ ສະຫະຣັດປີ 2024 ຕໍ່ພັນທະມິດ ອາເມຣິກາ-ອອສເຕຣເລັຍ. ຂ້າພະເຈົ້າຄິດວ່າ ມັນເປັນສິ່ງທີ່ຫນ້າສົນໃຈຫລາຍ ທີ່ມີ 37 ເປີເຊັນ ຂອງຜູ້ຕອບແບບສອບຖາມ ອອສເຕຣເລັຍ ທີ່ຮູ້ສຶກວ່າ ອອສເຕຣເລັຍຄວນຖິ້ມພັນທະມິດ ຂອງສະຫະຣັດ ຖ້າຫາກທ່ານ Trump ກັບມາດຳຣົງຕຳແໜ່ງ ປະທານາທິບໍດີໃນປີຫນ້າ."

ການສຶກສາສະແດງໃຫ້ເຫັນວ່າ ຄວາມເຂົ້າໃຈ ຂອງນະໂຍບາຍການຕ່າງປະເທດ ຂອງ Trump ແມ່ນບໍ່ຄ່ອຍດີ ໃນອອສເຕຣເລັຍ.

"ໃນນະໂຍບາຍຕ່າງປະເທດ, ຍິ່ງມີລັດທິ Trump ຫຼາຍ ກໍຈະຫມາຍເຖິງການແຍກໂຕ ແລະການຕັດສິນໃຈຝ່າຍດຽວ ຫຼາຍຂຶ້ນ, ແມ່ນບໍ? ພວກເຮົາ ຍັງສາມາດເຫັນໄດ້ວ່າ ຝ່າຍຫົວຮຸນແຮງ ພັກຣີພັບບລິກັນ ເປັນຜູ້ຕໍ່ຕ້ານ ທີ່ສໍາຄັນທີ່ສຸດ ຕໍ່ການຖ່າຍໂອນ ເຮືອດຳນ້ຳນິວເຄລັຍ."

ທ່ານນາງ Victoria Cooper ເຫັນດ້ວຍວ່າ ນີ້ຄືວິທີ ນະໂຍບາຍການຕ່າງປະເທດ ຂອງ Trump ຖືກເບິ່ງ ຢູ່ໃນອອສເຕຣເລັຍ ແລະໃນຍີ່ປຸ່ນ,ແຕ່ທ່ານນາງເວົ້າວ່າ ຄວາມເຂົ້າໃຈນີ້ ແມ່ນຖືກຕ້ອງຫລືບໍ່.

"ໂດຍສະເພາະ ເມື່ອທຽບໃສ່ວາຣະທີສອງ ຂອງ Biden, ມີການຕໍ່ຕ້ານບາງຢ່າງ ກ່ຽວກັບວາຣະທີສອງ ຂອງ Trump. ເຮົາຮູ້ດີວ່າ ຈີນມີນະໂຍບາຍການຕ່າງປະເທດ ແບບສອງພັກ ໃນສະຫະຣັດ ໂດຍສະເພາະໃນເລື່ອງຂອງສະພາ Congress, ວິທີທີ່ສະພາ Congress ສາມາດຜ່ານຮ່າງກົດຫມາຍສອງພັກ ໄດ້ຫຼາຍຢ່າງ ລວມທັງກ່ຽວກັບພື້ນຖານໂຄງລ່າງ, ກົດໝາຍ CHIPS...ຫລາຍຢ່າງທີ່ໄດ້ຖືກແນໃສ່ ການແຂ່ງຂັນກັບຈີນ ເພາະວ່າ ມັນສະທ້ອນເຖິງ ທັງພັກ Republicans ແລະ ພັກDemocrats ໃນສະພາ Congress."

ທ່ານ Jared Mondschein ຍັງໄດ້ພະຍາຍາມ ທີ່ຈະບົ່ງວ່າ ປະຊາຊົນພ້ອມແລ້ວບໍ ທີ່ຈະເສັຍສລະ ເພື່ອສນັບສນູນ ນະໂຍບາຍການແຂ່ງຂັນກັບຈີນ.

"ພວກເຮົາ ໄດ້ພົບວ່າສະຫະຣັດ, ອອສເຕຣເລັຍ ແລະຍີ່ປຸ່ນ, ຢູ່ທີ່ 95ເປີເຊັນ, ຕ້ອງການໂທຣະສັບ ທີ່ບໍ່ໄດ້ເຮັດໃນຈີນ. ແຕ່ເມື່ອພວກເຮົາ ຈະຖາມວ່າ, ຖ້າຫາກວ່າ ທ່ານມີໂທຣະສັບທີ່ເຮັດຢູ່ປະເທດຈີນ, ຫຼືໂທຣະສັບທີ່ບໍ່ໄດ້ເຮັດໃນຈີນ ທີ່ມີລາຄາແພງກວ່າກັນ 500 ໂດລາ, ໂທຣະສັບໃດ ທີ່ທ່ານຕ້ອງການ? ແລະພວກເຮົາໄດ້ພົບເຫັນ ໃນທົ່ວສາມປະເທດວ່າປະມານສອງສ່ວນສາມ ເຕັມໃຈ ທີ່ຈະຈ່າຍຄ່າໂທຣະສັບ ທີ່ບໍ່ໄດ້ເຮັດຢູ່ໃນປະເທດຈີນ ເຖິງແມ່ນວ່າຕ້ອງຈ່າຍແພງກວ່າ 500 ໂດລາສໍາລັບໂທລະສັບ. ສະນັ້ນ, ສໍາລັບຂ້າພະເຈົ້າແລ້ວ, ມັນເປັນສິ່ງທີ່ບອກວ່າ ມີຄວາມສົນໃຈ ແລະຄວາມເຕັມໃຈບາງຢ່າງ ສໍາລັບຜູ້ຄົນ ທີ່ຈະຈ່າຍຄ່າການແຂ່ງຂັນທາງຍຸດທະສາດນີ້ ຫລາຍກວ່າເກົ່າ."

ການສຶກສາສະແດງໃຫ້ເຫັນວ່າ ຫນຶ່ງສ່ວນສາມ ຂອງຊາວອອສເຕຣເລັຍ ຈະຕົກລົງ ທີ່ຈະຈ່າຍພາສີເພີ່ມຂຶ້ນ ເພື່ອເຮັດໃຫ້ທະຫານຂອງຕົນ ມີການແຂ່ງຂັນຫຼາຍຂຶ້ນ ຕໍ່ຫນ້າຈີນ ກັບເກືອບເຄິ່ງຫນຶ່ງ ທີ່ຄັດຄ້ານ,ໂດຍມີຕົວເລກທີ່ທຽບຄຽງໄດ້ ຈາກຜູ້ຕອບແບບສອບຖາມ ຊາວອາເມຣິກາ.

ເນື້ອເລື່ອງໂດຍ Julien Oeuillet ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share