ວິກິດການດ້ານເຮືອນເຊົ່າກຳລັງເກີດຂຶ້ນໃນ ອອສເຕຣເລັຍ.

A housing development in Sydney

A general view of waterfront housing under construction at Wentworth Point in Sydney's west, Thursday, Feb. 23, 2017. Source: AAP

ຄວາມກົດດັນດ້ານທີ່ພັກອາສັຍໃນອອສເຕຣເລັຍ ກຳລັງມາເຖິງຈຸດສູງສຸດໃຫມ່ ໃນປີນີ້. ນີ້ບໍ່ແມ່ນປັນຫາໃໝ່, ມັນມີມາກວ່າຊາວປີແລ້ວ. ການສ້າງເຮືອນລາຄາບໍ່ແພງ ສຳລັບຜູ້ມີລາຍໄດ້ຕ່ຳແລະປານກາງ ບໍ່ພຽງພໍກັບຄວາມຕ້ອງການ ແລະໂຄງການຊ່ອຍເຫຼືອຕ່າງໆ ຂອງ ຣັຖບານກໍຈະຖືກຍົກເລີກ. Queensland ແມ່ນຣັດທີ່ໄດ້ຮັບກະທົບຫຼາຍທີ່ສຸດຈາກວິກິດການນີ້.


ວິກິດການດ້ານເຮືອນເຊົ່າກຳລັງເກີດຂຶ້ນໃນ ອອສເຕຣເລັຍ.

ຜູ້ເຊົ່າເຮືອນມີຄວາມສ່ຽງສູງຂຶ້ນ ຕໍ່ຄວາມເຄັ່ງຕຶງດ້ານທີ່ພັກອາສັຍ ໃນປີ 2023 ໃນຂນະທີ່ຊາວອອສເຕຣເລັຍປະເຊີນກັບການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງຄ່າເຊົ່າ ພ້ອມກັນກັບເຮືອນພັກອາສັຍຫຼາຍພັນແຫ່ງ ກໍາລັງຫາຍໄປຈາກແຜນການເຮືອນ ທີ່ມີລາຄາຖືກ.

ປີນີ້ ບ້ານເຮືອນທີ່ມີລາຄາບໍ່ແພງ ກວ່າ 6,600 ຫຼັງຈະຖືກກຳຈັດໄປ ພາຍໃຕ້ໂຄງການ National Rental Affordability Scheme (NRAS) ທີ່ຖືກລົບລ້າງ ແລະກຸ່ມຜູ້ສນັບສນູນກໍາລັງຂໍຄໍາຫມັ້ນສັນຍາ ໃນການສ້າງບ້ານເຮືອນໃຫ້ຫຼາຍຂຶ້ນ. Sam Dover ລາຍງານ.

ຄວາມກົດດັນດ້ານທີ່ພັກອາສັຍໃນອອສເຕຣເລັຍ ກຳລັງມາເຖິງຈຸດສູງສຸດໃຫມ່ ໃນປີນີ້ ທ່າມກາງການສູນເສັຍ ທີ່ພັກອາສັຍ ທີ່ມີລາຄາບໍ່ແພງ ສໍາລັບຜູ້ມີລາຍໄດ້ຕ່ຳ ແລະປານກາງ.

ໂຄງການ National Rental Affordability Schemeທີ່ມີຈຸດມຸ້ງຫມາຍ ໃນການໃຫ້ເງິນຊ່ວຍເຫຼືອຈາກຣັຖບານ, ລາຄາເຊົ່າເຮືອນທີ່ຕ່ຳກວ່າລາຄາຕລາດ ໄດ້ຖືກລົບລ້າງ ໃນຊ່ວງການເປັນຜູ້ນຳຂອງ Scott Morrison ໂດຍໂຄງການ ຈະສິ້ນສຸດລົງ ໃນປີ 2026.

ນີ້ຫມາຍຄວາມວ່າ ທີ່ພັກອາສັຍທີ່ລາຄາບໍ່ແພງ 36,000 ແຫ່ງ ຈະຖືກລົບລ້າງອອກ ພາຍໃນປີ 2026 ໂດຍມີທີ່ພັກອາສັຍ 6,600 ແຫ່ງເຫຼົ່ານັ້ນຈະຖືກລົບລ້າງອອກໄປໃນປີນີ້.

ໂຄສົກແຫ່ງຊາດ ຂອງການຣົນນະຣົງ Everybody's Home, ນາງ Maiy Azize ໄດ້ອະທິບາຍ ເຖິງການຊ່ວຍເຫຼືອ ທີ່ສໍາຄັນ ທີ່ໂຄງການນີ້ ໄດ້ມອບໃຫ້ຜູ້ເຊົ່າ.

"ແນວຄວາມຄິດແມ່ນການອຸດຫນູນ ທີ່ພັກເຊົ່າ ທີ່ມີລາຄາຖືກບາງຢ່າງ ສໍາລັບປະຊາຊົນ ທີ່ມີລາຍຮັບຕໍ່າເຖິງປານກາງ ເພື່ອໃຫ້ຕໍາຫຼວດ, ພະຍາບານ, ພະນັກງານປິ່ນປົວ, ຄົນເຊັ່ນນັ້ນທີ່ກໍາລັງຖືກຄ່າເຊົ່າເຮືອນບີບ ອອກຈາກຕລາດການເຊົ່າທີ່ພັກອາສັຍແລະໃຫ້ແຮງຈູງໃຈ ແກ່ຜູ້ພັດທະນາ, ອົງການທີ່ຢູ່ອາສັຍຊຸມຊົນ, ເຈົ້າຂອງເຮືອນສ່ວນໂຕ, ເພື່ອໃຫ້ຄ່າເຊົ່າເຮືອນໃນອັດຕາທີ່ຕ່ຳກວ່າຕລາດ."

ດ້ວຍການຍົກເລີກໂຄງການນີ້ ແລະການຂາດຄໍາຫມັ້ນສັນຍາ ຈາກຣັຖບານ Albanese ທີ່ ຈະມາທົດແທນແຜນການດັ່ງກ່າວ ຢ່າງມີປະສິດທິຜົນ, ນາງ Azize ເຊື່ອວ່າ ຫລາຍຄົນອາດຈະຕ້ອງດີ້ນລົນໃນອະນາຄົດ.

"ມັນພຽງແຕ່ຫມາຍຄວາມວ່າ ພວກເຂົາຈຳເປັນຈະຕ້ອງຢູ່ໃນສະພາບການເຊົ່າທີ່ພັກອາສັຍທີ່ພວກເຂົາບໍ່ສາມາດຈ່າຍໄດ້. ຫມາຍຄວາມວ່າ ເຂົາເຈົ້າອາດຈະຖືກກຳຈັດອອກໄປ ຫລັງຈາກເຂົາເຈົ້າຈ່າຍຄ່າເຊົ່າເສັດແລ້ວ. ມັນຫມາຍຄວາມວ່າ ເຂົາເຈົ້າອາດຈະບໍ່ມີເງິນພໍ ສໍາລັບການໃຊ້ຈ່າຍຢ່າງອື່ນຫລືເຂົາເຈົ້າ ອາດຈະເອົາເງິນກູ້ຢືມ ທີ່ເຂົາເຈົ້າບໍ່ສາມາດຈ່າຍ ຫລືຂາດການກິນອາຫານ ແລະການຂາດສິ່ງ ທີ່ຈໍາເປັນໃນຊີວິດອື່ນໆ ແລະນັ້ນຄື ສິ່ງທີ່ແຜນການນີ້ ໄດ້ຖືກອອກແບບເພື່ອປ້ອງກັນ.

ຣັຖບານ Albanese ທີ່ໄດ້ຣົນນະຣົງ ທີ່ຈະເຮັດໃຫ້ທີ່ພັກອາສັຍທາງສັງຄົມ (Social Housing) ເປັນສິ່ງສໍາຄັນຕອນນີ້ ໄດ້ໃຫ້ຄໍາຫມັ້ນສັນຍາວ່າ ຈະສ້າງທີ່ພັກອາສັຍທາງສັງຄົມ (Social Housing) 20,000 ຫຼັງໃນໄລຍະຫ້າປີຂ້າງຫນ້າ.

ແຕ່ນາງ Azize ກ່າວວ່າ ນີ້ຍັງໄກຈາກການທີ່ຈະແກ້ໄຂບັນຫານີ້ໄດ້.

"ສິ່ງທີ່ພວກເຮົາຕ້ອງການ ແມ່ນຢາກຮຽກຮ້ອງໃຫ້ພວກເຂົາ ຍົກລະດັບເປົ້າໝາຍຂອງພວກເຂົາ. ດັ່ງນັ້ນ ຣັຖບານນີ້ ຈຶ່ງໃຫ້ຄໍາສັນຍາວ່າ ຈະສ້າງທີ່ພັກອາສັຍທາງສັງຄົມ (Social Housing) 20,000ຫຼັງໃນ 5 ປີຂ້າງຫນ້າ. ນັ້ນແມ່ນຈຳໜ້ອຍເມື່ອທຽບກັບຄວາມຕ້ອງການ-ຄວາມຕ້ອງການແມ່ນ 500,000ທີ່ພັກອາສັຍໃນທົ່ວປະເທດ. ສະນັ້ນ ພວກເຮົາຈຶ່ງຕ້ອງການໃຫ້ພວກເຂົາຍົກລະດັບເປົ້າໝາຍຂອງພວກເຂົາ ໃຫ້ສອດຄ່ອງ ກັບຂນາດຂອງວິກິດການນີ້. ແລະເມື່ອທ່ານເບິ່ງໂຄງການ National Rental Affordability ທີ່ກຳລັງຈະສິ້ນສຸດລົງແລະທ່ານກໍຈະເຫັນວ່າ ພວກເຮົາຈະບໍ່ໄດ້ສ້າງທີ່ພັກອາສັຍໃຫ້ພຽງພໍເພື່ອຊົດເຊີຍທີ່ພັກອາສັຍທີ່ພວກເຮົາ ກໍາລັງສູນເສັຍໄປ ໃນຂນະທີ່ແຜນການນີ້ປິດລົງ. ສະນັ້ນ, ໃນອັດຕານີ້, ພວກເຮົາພຽງແຕ່ ຈະເຮັດໃຫ້ທັນກັບຄວາມຕ້ອງການ ແບບນີ້ຕລອດໄປ "

ດຣ. Michael Fotheringham ຈາກ TheAustralian Housing and Urban Research Institute ກ່າວວ່າ ຄວນມີການລົງມືປະຕິບັດ ໃຫ້ໄວກວ່ານີ້.

"ເວລາທີ່ດີທີ່ສຸດທີ່ ຈະແກ້ໄຂເລື້ອງນີ້ ແມ່ນ 20 ປີມາແລ້ວ, ເວລາທີ່ດີທີ່ສຸດຕໍ່ໄປ ແມ່ນໃນປັດຈຸບັນ. ມັນຮອດເວລາແລ້ວ, ພວກເຮົາບໍ່ສາມາດສືບຕໍ່ລະເລີຍເລື້ອງເຫຼົ່ານີ້ ເພາະວ່າມັນຈະຮ້າຍແຮງຫຼາຍຂຶ້ນເລື້ອຍໆ. ພວກເຮົາມີບັນຫາສໍາຄັນ ກ່ຽວກັບການຂາດທີ່ຢູ່ອາສັຍ ແລະການຂາດຄວາມສາມາດໃນການຈ່າຍທີ່ຢູ່ອາສັຍໃນປະເທດນີ້, ພວກເຮົາຕ້ອງໃຫ້ຄວາມສຳຄັນຢ່າງແທ້ຈິງຕໍ່ປັນຫາເຫຼົ່ານັ້ນ"

ດຣ. Fotheringham ຍັງໄດ້ກ່າວເຖິງວິທີ ທີ່ການຂາດການປະຕິບັດຈາກຂັ້ນເທິງ ສາມາດສ້າງຄວາມກົດດັນຫຼາຍຂຶ້ນ ຕໍ່ຕົວແທນຈັດຫາທີ່ພັກອາສັຍ(Agents)ນ້ອຍ ທີ່ມີຊັບພະຍາກອນຫນ້ອຍ.

"ເມື່ອຣັຖບານກາງ ບໍ່ໄດ້ມີສ່ວນຮ່ວມ ໃນການສນອງ ທີ່ຢູ່ອາສັຍໃນສັງຄົມ ແລະລາຄາຖືກ, ມັນກໍປ່ອຍໃຫ້ສອງກຸ່ມ. ມັນປ່ອຍໃຫ້ຣັຖບານຂອງຣັດ ແລະເຂດປົກຄອງ ແລະມັນປ່ອຍໃຫ້ຂແນງທີ່ຢູ່ອາສັຍຊຸມຊົນ. ບັດນີ້, ທັງສອງໄດ້ມີບົດບາດທີ່ເຂັ້ມແຂງ ໃນໄລຍະບໍ່ດົນມານີ້ ແຕ່ບໍ່ສາມາດໃຫ້ການສນອງໄດ້ພຽງພໍ.

ຈາກທີ່ພັກອາສັຍທີ່ມີລາຄາຖືກ 6,600 ບ່ອນທີ່ກໍາລັງຖືກລົບລ້າງອອກຈາກໂຄງການ, Queensland ຈະຖືກກະທົບຫຼາຍທີ່ສຸດ ໂດຍມີເຮືອນ 2,499 ຫຼັງບໍ່ໄດ້ສເນີໃຫ້ເຊົ່າ ທີ່ມີລາຄາຖືກອີກຕໍ່ໄປ.

C-E-O ຂອງ ສະພາບໍຣິຫານສັງຄົມ Queensland (Queensland Council of Social Service), ນາງ Aimee McVeigh ໄດ້ອະທິບາຍວ່າ ການເພິ່ງພາຕໍ່ຄະນະທີ່ບໍ່ຂຶ້ນກັບຣັຖບານນີ້ ໄດ້ສົ່ງຜົນກະທົບ ຕໍ່ການບໍຣິການໃນຣັດຂອງນາງແນວໃດ.

"ມັນຈະເພີ່ມຄວາມກົດດັນ ຕໍ່ການບໍຣິການທາງສັງຄົມເພາະນັບມື້ ນັບມີຜູ້ຄົນເຂົ້າຫາອົງການຊຸມຊົນເພື່ອຕອບສນອງຄວາມຕ້ອງການພື້ນຖານຂອງເຂົາເຈົ້າ. ນັ້ນຮວມທັງການມີຫຼັງຄາງຸມຫົວຂອງພວກເຂົາ. ພວກເຮົາຮູ້ວ່າໃນສອງສາມປີທີ່ຜ່ານມາ ອົງການຊຸມຊົນໄດ້ບອກພວກເຮົາວ່າ ພວກເຂົາເຈົ້າ ກໍາລັງປະສົບກັບຄວາມຕ້ອງການດັ່ງທີ່ບໍ່ເຄີຍມີມາກ່ອນ ແລະ ນັ້ນລວມເຖິງຜູ້ຄົນມາຂໍຄວາມຊ່ອຍເຫຼືອ ແລະການບໍຣິການ ທີ່ບໍ່ເຄີຍຕ້ອງການການຊ່ວຍເຫຼືອມາກ່ອນ ແລະນີ້ແມ່ນສາເຫດຂອງຄົນທີ່ບໍ່ສາມາດ ທີ່ຈະເຊົ່າເຮືອນຣະດັບພື້ນຖານ ໃນຕລາດເຊົ່າສ່ວນຕົວ."

ດ້ວຍຜູ້ຄົນປະມານ 46,000 ຄົນຢູ່ໃນບັນຊີທີ່ຢູ່ອາສັຍຢູ່ທາງສັງຄົມ (Social Housing) ໃນຣັດ. ນາງ McVeigh ກ່າວວ່າ ການສູນເສັຍທາງເລືອກ ໃນການເຊົ່າທີ່ພັກອາສັຍ ທີ່ມີລາຄາບໍ່ແພງນີ້ ສໍາລັບຜູ້ເຊົ່າແລ້ວ ແມ່ນເປັນເວລາທີ່ຮ້າຍແຮງ

" ແມ່ນຈຸດສູນກາງຂອງວິກິດການດ້ານທີ່ພັກອາສັຍຂອງອອສເຕຣເລັຍ. ພວກເຮົາມີສະຖິຕິການເພີ່ມຂຶ້ນຂອງຄ່າເຊົ່າ, ພວກເຮົາມີອັດຕາທີ່ພັກອາສັຍວ່າງທີ່ຕ່ຳເປັນໃນປວັດການ ແລະພວກເຮົາມີປະຊາຊົນຂນາດຂອງ Gympie ໃນທະບຽນລໍຖ້າທີ່ພັກອາສັຍທາງສັງຄົມ (Social Housing) ຂອງພວກເຮົາ ທີ່ຕ້ອງລໍຖ້າເປັນເວລາຫຼາຍປີ. ສິ່ງທີ່ພວກເຮົາບໍ່ຕ້ອງການໃນລະຫວ່າງວິກິດການທີ່ຢູ່ອາສັຍ ແມ່ນການຍົກເລີກການສນັບສນູນໃດໆ ທີ່ກໍາລັງເຮັດໃຫ້ຜູ້ຄົນມີຫຼັງຄາງຸມຫົວຂອງພວກເຂົາ."

ໂຄງການດັ່ງກ່າວມີກໍານົດຈະສໍາເລັດ ໃນປີ 2036 ໃນຂນະທີ່ຜູ້ຊ່ຽວຊານ ຍັງຄົງມີຄວາມຫວັງວ່າ ຣັຖບານກາງ ຈະປະຕິບັດ ຕາມຄໍາສັນຍາການເລືອກຕັ້ງ ແລະໃຫ້ຄໍາຫມັ້ນສັນຍາ ທີ່ຈະຫັນປ່ຽນວິກິດການ ດ້ານການໃຊ້ຈ່າຍໃນເຮືອນ.

ເນື້ອເລື່ອງ ໂດຍ Sam Dover ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share