ຕລາດເຮືອນເຊົ່າໃນອອສເຕຣເລັຍ.
ຜູ້ເຊົ່າທົ່ວປະເທດ ກໍາລັງຖືກເຕືອນ ເຖິງຄວາມເຈັບປວດຫຼາຍຂຶ້ນ ໃນຂນະທີ່ ການສນອງທີ່ຈໍາກັດ ເຮັດໃຫ້ຣາຄາສູງຂຶ້ນ.
ນັ້ນແມ່ນອີງໃສ່ ການວິເຄາະໃຫມ່ ໂດຍ Proptrack ຂອງການໂຄສະນາຂອງເຮືອນໃຫ້ເຊົ່າຕ່າງໆ ໃນເວັບໄຊທ໌ Realestate.com
ຜົນກະທົບ ບໍ່ແມ່ນຮູ້ສຶກພຽງແຕ່ ຢູ່ໃນເມືອງຫລວງເທົ່ານັ້ນ.
ຄວາມຕ້ອງການຢ່າງບໍ່ຢຸດຢັ້ງ ແລະການສນອງທີ່ຫຼຸດລົງ ນັ້ນແມ່ນຜົນທີ່ຜູ້ເຊົ່າຕ້ອງປະເຊີນ ໃນຂນະທີ່ ຈໍານວນເຮືອນໃຫ້ເຊົ່າ ຍັງຄົງຫຼຸດລົງເລື້ອຍໆ.
Cameron Kusher, ຜູ້ອໍານວຍການ ຄົ້ນຄວ້າເສດຖະກິດ (Director of Economic Research) ຂອງ PropTrack ຂອງ REA-Group ກ່າວວ່າ ມັນເປັນການປະສົມປະສານທີ່ຍາກ ສໍາລັບຜູ້ທີ່ພະຍາຍາມ ຈະເຂົ້າໄປໃນຕລາດການເຊົ່າ.
"ຫນ້າເສັຍດາຍ ສິ່ງນີ້ຫມາຍຄວາມວ່າ ແມ່ນຂ່າວບໍ່ດີ ສໍາລັບຜູ້ເຊົ່າ, ແຕ່ພວກເຮົາ ມີສະຖານະການ ທີ່ພວກເຮົາມີຄວາມຕ້ອງການ ບ່ອນເຊົ່າ ທີ່ຫຼາຍເກີນໄປ ແລະພວກເຮົາມີຈຳນວນເຮືອນໃຫ້ເຊົ່າ ທີ່ຕໍ່າຫຼາຍ ແລະນັ້ນຫມາຍຄວາມວ່າ ຄົນທີ່ເປັນເຈົ້າຂອງເຮືອນໃຫ້ເຊົ່າ-ເຈົ້າຂອງເຮືອນ-ມີໂອກາດ ທີ່ຈະຂໍຄ່າເຊົ່າເພີ່ມຂຶ້ນ ສໍາລັບຊັບສິນເຫຼົ່ານັ້ນ."
ການວິເຄາະ ຈຳນວນເຮືອນໃຫ້ເຊົ່າ ຂອງບໍຣິສັດ ຂາຍ/ເຊົ່າເຮືອນ (Real Estate company) ຢູ່ໃນເວັບໄຊທ໌ ພົບວ່າ ຄ່າເຊົ່າສເລັ່ຍແຫ່ງຊາດ ຍັງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.
ມັນສູງເຖິງ 550 ໂດລາຕໍ່ອາທິດ ໃນເດືອນກັນຍາ ຊຶ່ງສູງຂຶ້ນ 14.6ເປີເຊັນ ໃນຊ່ວງເວລາດຽວກັນ ຂອງປີກາຍ.
ຈຳນວນເຮືອນໃຫ້ເຊົ່າ ໄດ້ຫຼຸດລົງ 7.1 ເປີເຊັນ ໃນໄລຍະດຽວກັນ.
ທ່ານ Kusher ກ່າວວ່າ ບັດນີ້ຈຳນວນເຮືອນໃຫ້ເຊົ່າ ໄດ້ຕົກຕ່ຳລົງເປັນປວັດການ.
"ແນວໂນ້ມກໍຄື ຄ່າເຊົ່າແມ່ນຈະສືບຕໍ່ເພີ່ມຂຶ້ນ ທົ່ວປະເທດ, ສ່ວນໃຫຍ່ແມ່ນຈະຖືກຂັບເຄື່ອນໂດຍ ບັນດາເມືອງຫຼວງ ແລະກໍເພາະວ່າ ພວກເຮົາຍັງມີຄວາມບໍ່ສອດຄ່ອງກັນ ລະຫວ່າງຄວາມຕ້ອງການ ແລະການ ສນອງ ໃນຕລາດ. ທາງອອກໄລຍະຍາວຄື ເຮົາຕ້ອງສ້າງບ້ານເຮືອນໃຫ້ຫລາຍຂຶ້ນ....ແຕ່ຕ້ອງໃຊ້ເວລາ."
ຄວາມທ້າທາຍຂອງຄ່າໃຊ້ຈ່າຍທີ່ເພີ້ມຂຶ້ນ ແມ່ນມີຜົນກະທົບຢູ່ແລ້ວ.
ໃນ Sydney, ລາຄາເຊົ່າສເລັ່ຍ ແມ່ນສູງຂຶ້ນ 18.2 ເປີເຊັນ ທຽບປີຕໍ່ປີແລະເພີ່ມຂຶ້ນຫຼາຍກວ່າ ສິບເປີເຊັນ, ຊຶ່ງກໍເກີດຂຶ້ນໃນ Melbourne, Adelaide, Perth ແລະ Brisbane.
ແຕ່ຜົນກະທົບນັ້ນ ບໍ່ຮ້າຍແຮງ ເທົ່າກັບເມືອງຫລວງອື່ນໆ.
Marina Maklhin ຂອງ LJHooker ກ່າວວ່າ ພວກໂຕແທນຊື້ຂາຍເຮືອນ (Real Estate Agents) ຍັງຄົງເຫັນ ຄວາມຕ້ອງການ ໃນການເຊົ່າຫລາຍຂຶ້ນ.
"ອັດຕາເຮືອນວ່າງຂອງເຮົາ ແມ່ນຕ່ຳທີ່ສຸດ ທີ່ພວກເຂົາເຄີຍມີມາ ແລະມັນເປັນເວລາທີ່ທ້າທາຍຫຼາຍ...ບໍ່ມີຫຍັງທີ່ຈະໃຫ້ເຊົ່າ-ຜູ້ຄົນກໍາລັງຊອກຫາ ແລະບໍ່ມີຫຍັງ ທີ່ຈະໃຫ້ພວກເຂົາຊອກຫາ. ມັນເປັນຫຼາຍໆເຫດການລວມກັນ ທີ່ເກີດຂຶ້ນ ແຕ່ມັນໄດ້ນໍາໄປສູ່ສະຖານະການ ທີ່ໂອກາດໃນການເຊົ່າ ແມ່ນຕໍ່າຫຼາຍ.
ບາງເຂດໃນພູມີພາກກໍຮູ້ສຶກເຖິງຜົນກະທົບນີ້ຄືກັນ.
ຄ່າເຊົ່າສເລັ່ຍ ໄດ້ເພີ່ມຂຶ້ນ ຫລາຍກວ່າ ສິບເປີເຊັນ ນອກເມືອງໃຫຍ່ ໃນ WA ແລະ South Australia ໃນແຕ່ລະປີ.
ການເພີ່ມຂຶ້ນຢ່າງເຫັນໄດ້ຢ່າງຊັດເຈນ ໃນຣັດ Queensland ແລະ Victoria ນໍາອີກ.
ແຕ່ຜົນກະທົບຫນ້ອຍກວ່າ ໃນ Tasmania, New South Wales ແລະNorthern Territory.
Ms Maklhin ກ່າວວ່າ ປັດຈັຍຕ່າງໆ ໄດ້ສົ່ງຜົນຕໍ່ເງື່ອນໄຂການເຊົ່າ.
"ພວກເຮົາ ຍັງບໍ່ມີການກໍ່ສ້າງໃຫມ່. ຕົວເລກການເຊົ່າ ສູງຂຶ້ນເລື້ອຍໆ.ເຖິງແມ່ນວ່າ ອັດຕາເງິນເຟີ້ເພີ່ມຂຶ້ນ ພວກເຮົາມີຜູ້ຊື້ເຮືອນ ອາຍຸນ້ອຍຈຳນວນຫຼາຍ ສວຍໂອກາດຈາກການຍົກເວັ້ນຄ່າທໍານຽມ (Stamp Duty Allowances) ເຫຼົ່ານີ້ ມາຊື້ເຮືອນ ຊຶ່ງປົກກະຕິ ຈະເປັນເຮືອນເຊົ່າ-ແລະມັນເປັນການປະສົມກັນ ທີ່ເຮັດໃຫ້ອັດຕາການວ່າງ ທີ່ຕ່ຳທີ່ສຸດ ທີ່ເຄີຍມີມາ-ພວກເຮົາ ຍັງມີການຍ້າຍກັບຄືນ ຂອງຜູ້ຄົນຫຼັງຈາກ COVID ທີ່ຍັງຕ້ອງການບ່ອນຢູ່ອາສັຍອີກ."
ການຊອກຫາບ່ອນຢູ່ອາສັຍ ຍັງພາໃຫ້ບາງຄົນ ໄດ້ຮັບເຄາະຮ້າຍຈາກການຫາຜົນປໂຍດ.
ນັກສຶກສາຕ່າງຊາດ ລາຍງານວ່າ ໄດ້ຕົກເປັນເປົ້າຫມາຍ ໂດຍຜູ້ສໍ້ໂກງທາງຊັບສິນ.
ນັກສຶກສາຄົນນຶ່ງ ທີ່ກ່າວຕໍ່ SBS News ໄດ້ຮ້ອງຂໍໃຫ້ປິດຊື່ຂອງເຂົາ.
"ນີ້ແມ່ນຄັ້ງທໍາອິດ ທີ່ຂ້ອຍຖືກຫຼອກລວງ. ນີ້ຍັງເປັນຄັ້ງທໍາອິດ ທີ່ຂ້ອຍເຊົ່າທີ່ຢູ່. ຂ້ອຍໄດ້ຂໍຄໍາແນະນໍາຈາກພໍ່ຂອງຂ້ອຍ, ແຕ່ເພິ່ນໄດ້ບອກຂ້ອຍວ່າ ຕອນນີ້ຂ້ອຍເປັນຜູ້ໃຫຍ່ແລ້ວ ແລະສາມາດເລີ່ມຕັດສິນໃຈດ້ວຍຕົວເອງ. ຂ້ອຍໄດ້ຖືກຫຼອກ ໃນການຕັດສິນໃຈເທື່ອທໍາອິດນັ້ນ."
"ພວກເຮົາໄດ້ໃຊ້ມັນທັງຫມົດ. ພວກເຮົາ ຍັງໄດ້ຂໍໃຫ້ຄົນທ້ອງຖິ່ນໃນອອສເຕຣເລັຍ ຊ່ວຍພວກເຮົາເບິ່ງທີ່ຢູ່ນັ້ນ. ແຕ່ພວກເຮົາ ໄດ້ຖືກປະຕິເສດ. ມັນຍາກທີ່ຈະຍື່ນສມັກເຊົ່າ. ພວກເຮົາ ມີພຽງແຕ່ 1 ໃນ 10 ໂອກາດ ທີ່ຈະປະສົບຜົນສໍາເລັດ ໃນເວັບໄຊທ໌ ເຊັ່ນ realestate.com."
ຄ່າເຊົ່າທີ່ເພີ່ມຂຶ້ນ ກໍເປັນອີກຫນຶ່ງ ຂອງຄວາມກັງວົນ ສໍາລັບຫລາຍຄົນ ທີ່ກໍາລັງດີ້ນລົນຢູ່ແລ້ວ ກັບຄ່າຄອງຊີບທີ່ເພີ່ມຂຶ້ນ.
ເນື້ອເລື່ອງໂດຍ Tom Stayner ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌